Author

ໂດຍ: admin ວັນທີ 16 Sep, 2024 ເວລາ 03:16 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2885

    ກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 16 ກັນຍາ 2024 ໂດຍເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ (AEM) ສປປ ລາວ ມີທ່ານລັດຖະມົນຕີສະພາເຂດການຄ້າເສລີອາຊຽນ ທ່ານເລຂາທິການໃຫຍ່ອາຊຽນ ທ່ານລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາ ຊິກອາຊຽນ ເຂົ້າຮ່ວມ.            ໂອກາດນີ້ … Continue reading

ໂດຍ: admin ວັນທີ 15 Aug, 2024 ເວລາ 12:40 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0264

ກໍາມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ (ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ  III ຂຶ້ນ ໃນຕອນບ່າຍ ຂອງວັນທີ 13 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ເກີທາວ ເຈີ່ເຈັງ, ຮອງປະທານ ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານກວດກາຄະນະບໍລິຫານງານສະຫະພັນກໍາມະບານກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ສະຫາຍ ວຽງທອງ ວົງທະວິໄລ, ກໍາມະການພັກກະຊວງ, ເລຂາໝ່ວຍພັກ, ຫົວໜ້າກົມມາດຕະຖານ … Continue reading

ໂດຍ: admin ວັນທີ 14 Aug, 2024 ເວລາ 03:42 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0202

                ນາງ ແສງທິບ ພິມພາວົງ ຮອງເລຂາໜ່ວຍຊາວໜຸ່ມຊຸດເກົ່າ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ III.   ໃນຕອນເຊົ້າຂອງວັນທີ 13 ສິງຫາ  2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ປອ ບຸນເພັງ ສີບຸນເຮືອງ  ຄະນະບໍລິຫານງານຊາວໜູ່ມປະຊາຊົນປະຕິວັດລາວ ເລຂາ ຊາວໜູ່ມກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: admin ວັນທີ 14 Aug, 2024 ເວລາ 11:49 AM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2024-08-14 at 10.07.54 2

  ​ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46 ໃນວັນທີ 14 ສິງ ຫາ 2024, ທີ່ ນະຄອນຫລວງວຽງຈັນ,  ໂດຍການເປັນປະທານຂອງ ທ່ານ ປອ. ມະ ໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ຄັ້ງທີ 56 (AEM) ທີ່ ສປປ … Continue reading

ໂດຍ: admin ວັນທີ 12 Aug, 2024 ເວລາ 11:10 AM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
8AC7F592-D76C-472F-AD11-DF88F107D5CC_1_201_a

       ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ( The 1st ASEAN Coordinating Task Force on Blue Economy) ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນ ທີ 10-11 ສິງຫາ 2024, ທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນການເພິ່ມທະວີການຮ່ວມມືດ້ານເສດຖະກິດສີຟ້າໃນອາຊຽນ ເຊີງເສດຖະກິດສີຟ້າ ແມ່ນຈະສ້າງໝູນຄ່າເພີ່ມ ແລະ ລະບົບຕ່ອງໂສ້ມູນຄ່າຂອງຊັບພະຍາກອນທີ່ມີຢູ່ໃນມະຫາສະໝຸດ, ທະເລ, … Continue reading

ໂດຍ: admin ວັນທີ 8 Aug, 2024 ເວລາ 08:07 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
7E1D7E9A-2033-423A-81C4-C82C590FA9F3_1_201_a

                  ສະຖາບັນອຸດສາຫະກຳ ແລະ ການຄ້າໂດຍ ຮ່ວມກັບມູນນິທິເອເຊຍ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳໂຄງການ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການ ອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ 2024’’  ໃນວັນທີ 06 ສິງຫາ 2024, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ໂດຍອີງຕາມ ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: 1) ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ), 2) ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ 3) … Continue reading

ໂດຍ: admin ວັນທີ 8 Aug, 2024 ເວລາ 03:41 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0193

         ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 8 ສິງຫາ 2024 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ  KOIZUMI Tsutomu, ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະ​ຈຳ ສປປ ລາວ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.          ໂອກາດນີ້ … Continue reading

ໂດຍ: admin ວັນທີ 6 Aug, 2024 ເວລາ 10:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0055

         ວັນທີ 05 ສິງຫາ 2024, ທີ່ ລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີ ເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal), ໃຫ້ການສະໜູບສະໜູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (LBE), ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. Elizabeth Chambers, ຮັກສາການຫົວໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ … Continue reading

ໂດຍ: admin ວັນທີ 31 Jul, 2024 ເວລາ 03:42 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0371

ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 31 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ (Grata EndahWerdaningtyas), ​ເອກ​ອັກຄະ​ລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ … Continue reading

ໂດຍ: admin ວັນທີ 30 Jul, 2024 ເວລາ 05:55 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0252

  ໃນຕອນເຊົ້າ ຂອງວັນທີ 29 ກໍລະກົດ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ດຣ ປີ​ເຕີ ​ເຄ ​ເນ ລໍາ, ປະທານສະພາພັດທະນາການຄ້າ ຮົງກົງ ທີ່ໄດ້ເດີນທາງມາເຄື່ອນໄຫວທາງ ລັດຖະການ ທີ່ ສປປ ລາວ ຖືວ່າເປັນຄັ້ງທໍາອິດຂອງຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ກະຊວງ ອຄ. ເປັນກຽດຕ້ອນຮັບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ເຊິ່ງຕາງໜ້າຈາກບັນດາກົມ, ຫ້ອງການ, ສຳນັກງານ ຈນກ ແລະ ສະຖາບັນ ກໍ່ເຂົ້າຮ່ວມ. ຈຸດ​ປະ​ສົງການ​ມາ​ພົບ​ປະໃນຄັ້ງນີ້: … Continue reading