ກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 16 ກັນຍາ 2024 ໂດຍເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ (AEM) ສປປ ລາວ ມີທ່ານລັດຖະມົນຕີສະພາເຂດການຄ້າເສລີອາຊຽນ ທ່ານເລຂາທິການໃຫຍ່ອາຊຽນ ທ່ານລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາ ຊິກອາຊຽນ ເຂົ້າຮ່ວມ. ໂອກາດນີ້ … Continue reading →
ກໍາມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ (ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ III ຂຶ້ນ ໃນຕອນບ່າຍ ຂອງວັນທີ 13 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ເກີທາວ ເຈີ່ເຈັງ, ຮອງປະທານ ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານກວດກາຄະນະບໍລິຫານງານສະຫະພັນກໍາມະບານກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ສະຫາຍ ວຽງທອງ ວົງທະວິໄລ, ກໍາມະການພັກກະຊວງ, ເລຂາໝ່ວຍພັກ, ຫົວໜ້າກົມມາດຕະຖານ … Continue reading →
ນາງ ແສງທິບ ພິມພາວົງ ຮອງເລຂາໜ່ວຍຊາວໜຸ່ມຊຸດເກົ່າ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ III. ໃນຕອນເຊົ້າຂອງວັນທີ 13 ສິງຫາ 2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ປອ ບຸນເພັງ ສີບຸນເຮືອງ ຄະນະບໍລິຫານງານຊາວໜູ່ມປະຊາຊົນປະຕິວັດລາວ ເລຂາ ຊາວໜູ່ມກະຊວງອຸດສາຫະກໍາ ແລະ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46 ໃນວັນທີ 14 ສິງ ຫາ 2024, ທີ່ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ. ມະ ໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ຄັ້ງທີ 56 (AEM) ທີ່ ສປປ … Continue reading →
ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ( The 1st ASEAN Coordinating Task Force on Blue Economy) ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນ ທີ 10-11 ສິງຫາ 2024, ທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນການເພິ່ມທະວີການຮ່ວມມືດ້ານເສດຖະກິດສີຟ້າໃນອາຊຽນ ເຊີງເສດຖະກິດສີຟ້າ ແມ່ນຈະສ້າງໝູນຄ່າເພີ່ມ ແລະ ລະບົບຕ່ອງໂສ້ມູນຄ່າຂອງຊັບພະຍາກອນທີ່ມີຢູ່ໃນມະຫາສະໝຸດ, ທະເລ, … Continue reading →
ສະຖາບັນອຸດສາຫະກຳ ແລະ ການຄ້າໂດຍ ຮ່ວມກັບມູນນິທິເອເຊຍ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳໂຄງການ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການ ອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ 2024’’ ໃນວັນທີ 06 ສິງຫາ 2024, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ໂດຍອີງຕາມ ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: 1) ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ), 2) ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ 3) … Continue reading →
ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 8 ສິງຫາ 2024 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ KOIZUMI Tsutomu, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ. ໂອກາດນີ້ … Continue reading →
ວັນທີ 05 ສິງຫາ 2024, ທີ່ ລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີ ເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal), ໃຫ້ການສະໜູບສະໜູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (LBE), ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. Elizabeth Chambers, ຮັກສາການຫົວໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ … Continue reading →
ໃນຕອນເຊົ້າເວລາ 9:30 ໂມງ ຂອງວັນທີ 31 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ (Grata EndahWerdaningtyas), ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ … Continue reading →
ໃນຕອນເຊົ້າ ຂອງວັນທີ 29 ກໍລະກົດ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ດຣ ປີເຕີ ເຄ ເນ ລໍາ, ປະທານສະພາພັດທະນາການຄ້າ ຮົງກົງ ທີ່ໄດ້ເດີນທາງມາເຄື່ອນໄຫວທາງ ລັດຖະການ ທີ່ ສປປ ລາວ ຖືວ່າເປັນຄັ້ງທໍາອິດຂອງຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ກະຊວງ ອຄ. ເປັນກຽດຕ້ອນຮັບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ເຊິ່ງຕາງໜ້າຈາກບັນດາກົມ, ຫ້ອງການ, ສຳນັກງານ ຈນກ ແລະ ສະຖາບັນ ກໍ່ເຂົ້າຮ່ວມ. ຈຸດປະສົງການມາພົບປະໃນຄັ້ງນີ້: … Continue reading →