Author

ໂດຍ: admin ວັນທີ 7 Dec, 2023 ເວລາ 10:10 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
pics8

ໃນວັນທີ 29-30 ພະຈິກ 2023, ທີ່ ໂຮງແຮມ ຄຣາວພຣາຊ່າ ນະຄອນຫຼວງວຽງຈັນ, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ (DTNC), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບ ກັບສູນການຄ້າສາກົນ (ITC) ພາຍໃຕ້ທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈາກໂຄງການ ARISE Plus ປະຈຳ ສປປ ລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານບໍລິການໃນຮູບແບບ Negative List (ຮູບແບບປິດ). ຝຶກອົບຮົມໄດ້ຮັບການກ່າວເປີດຮ່ວມ ລະຫວ່າງ ທ່ານ ນົງຈິດ ຄຳບຸນເຮືອງ, ຫົວໜ້າພະແນກການຄ້າດ້ານບໍລິການ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ … Continue reading

ໂດຍ: admin ວັນທີ 5 Dec, 2023 ເວລາ 11:53 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0044

       ໃນຕອນ​ເຊົ້າເວລາ 11:00 ໂມງ ຂອງວັນທີ 1 ທັນວາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ  ວົງໄຊ  ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຊາມີນາ ເມຕາບ, ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາ ສປປ ລາວ ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລື ກັບ ທ່ານ … Continue reading

ໂດຍ: admin ວັນທີ 2 Dec, 2023 ເວລາ 03:38 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນຕອນບ່າຍ ເວລາ 13 : 30 ໂມງຂອງວັນ​ທີ 01 ທັນວາ 2023  ທີ່ ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 18 … Continue reading

ໂດຍ: admin ວັນທີ 1 Dec, 2023 ເວລາ 03:32 PM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments

ໃນວັນທີ 29 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບຂຶ້ນ 190ກີບ/ລິດ, ແອັດຊັງທໍາມະດາປັບລົງ 70 ກີບ/ລິດ, ສ່ວນນໍ້າມັນກາຊວນປັບຂຶ້ນ 290 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1183 ກຄພນ  

ໂດຍ: admin ວັນທີ 30 Nov, 2023 ເວລາ 12:24 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0489

ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 29 ພະຈິກ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Kao Kim Hourn (ເກົາ ກິມຮຸນ) ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 ​ທ່ານ.     … Continue reading

ໂດຍ: admin ວັນທີ 28 Nov, 2023 ເວລາ 09:51 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_07290.1

            ກົມຊັບສິນທາງປັນຍາ  ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ … Continue reading

ໂດຍ: admin ວັນທີ 24 Nov, 2023 ເວລາ 10:14 AM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
402103902_728387829322317_7694447787790849157_n

 ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ. ກອງປະຊຸມ ຄັ້ງທີ 21 ນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ … Continue reading

ໂດຍ: admin ວັນທີ 16 Nov, 2023 ເວລາ 07:27 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວສຳຄັນ | % ຄຳເຫັນ 0 Comments
6.ແປງ

                     ໃນຕອນເຊົ້າ ຂອງວັນທີ 16 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ ສັງກັດກະຊວງຂຶ້ນ ພາຍໃຕ້ການເປັນປະທານ ແລະ ຊີ້ນຳຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາທ່ານຄະນະນຳກະຊວງ, ບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສະມາຊິກພັກ-ພະນັກງານຫຼັກແຫ່ງ, ຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ,ບັນດາລັດວິສາຫະກິດ, ບໍລິສັດທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 9 Nov, 2023 ເວລາ 03:26 PM | ແຍກຕາມຫມວດ ຂ່າວດ່ວນ, ອື່ນໆ | % ຄຳເຫັນ 0 Comments
358678632_657864786374174_5291353132788218485_n

    ໃນວັນທີ 08 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 170ກີບ/ລິດ, ແອັດຊັງທໍາມະດາປັບລົງ 70 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 360 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1128 ກຄພນ  

ໂດຍ: admin ວັນທີ 7 Nov, 2023 ເວລາ 02:35 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0046.1

            ໃນຕອນບ່າຍ 2: 00 ໂມງ ວັນທີ 6 ພະຈິກນີ້ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ມີບັນດາພັນລະຍາການນຳ ບັນດາທູດ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ ມີບັນດາບໍລິສັດ ແລະ ຫົວໜ່ວຍທຸລະກິດພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ ຊຶ່ງມີຈຳນວນ 213 ຮ້ານ ເຂົ້າຮ່ວມງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 22 ປີ 2023 ພາຍໃຕ້ຄໍາຂວັນ: ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ “ຕໍານານສິນລະປະລາຍນາກລາວ” ປີນີ້ ຄົບຮອບ … Continue reading