Author

ໂດຍ: sme pr ວັນທີ 1 Mar, 2019 ເວລາ 09:40 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
LPB

ໃນວັນທີ 28 ກຸມພາ 2019 ໄດ້ມີພິທີເປີດ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ຫຼື ສູນບໍລິການ SME ) ຢູ່ແຂວງຫຼວງພະບາງ ໂດຍການເປັນປະທານພິທີເປີດຂອງ ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ Norbert Barthle ເລຂາທິການລັດຖະສະພາ, ຮອງລັດຖະມົນຕີກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ  ປະເທດເຢຍລະມັນ, ທ່ານ Jens Lutkenherm ເອກອັກຄະລັດຖະທູດ ປະເທດເຢຍລະມັນ ປະຈໍາ ສປປ ລາວ, … Continue reading

ໂດຍ: sme pr ວັນທີ 26 Dec, 2018 ເວລາ 11:09 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
02

ການຝຶກອົບຮົມໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມ SME ໂດຍມີ ນັກສໍາມະນາກອນ ຈາກບັນດາແຂວງ ແລະ ນະຄອນຫລວງວຽງຈັນ ພາກສ່ວນລະ 2 ທ່ານ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວັງວຽງ 2 ທ່ານ, ກົມສົ່ງເສີມ SME 3 ທ່ານ, ກົມສົ່ງເສີມການຄ້າ 2 ທ່ານ, ກົມແຜນການ ແລະ ການຮ່ວມມື 1 ທ່ານ (ລວມ 44 ທ່ານ). ນັກວິທະຍາກອນ ແລະ … Continue reading

ໂດຍ: sme pr ວັນທີ 27 Nov, 2018 ເວລາ 09:38 AM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
TOM DOG

ວັນທີ 20 ພະຈິກ 2018 ທີ່​​ໂຮງ​ແຮມລາວພລາຊາ, ນະຄອນຫຼວງວຽງຈັນ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ​ກອງ​ປະ​ຊຸມ​ຄະນະກໍາມະການທົບ​ທວນ​ການຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການເຂົ້າ​ເຖິງ​ແຫຼ່ງ​ຂອງວິ​ສາ​ຫະ​ກິດຂະໜາດນ້ອຍ ແລະ ກາງ ຫຼື SME Access to Finance Project ຄັ້ງທີ v ​ຂຶ້ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ບຸນເຖິງ ດວງສະຫວັນ ຫົວ​ໜ້າ​ກົມ​ສົ່ງ​ເສີມວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ. ມີ​ຜູ້​​ຕາງ​ໜ້າ​ຈາກ​ກະຊວງການເງິນ, ທະ​ນາ​ຄານ​ແຫ່ງ ສ ປ … Continue reading

ໂດຍ: sme pr ວັນທີ 5 Nov, 2018 ເວລາ 03:45 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
decree photos for news

ໃນວັນທີ 31 ຕຸລາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະບັບປັບປຸງ ທີ່ ນະ ຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ອໍານວຍການກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ, ຫົວໜ້າກົມກົດໝາຍ, ກະຊວງຍຸຕິທໍາ. ມີຜູ້ຕາງໜ້າຈາກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ … Continue reading

ໂດຍ: sme pr ວັນທີ 22 Oct, 2018 ເວລາ 09:49 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0221

ໃນ​ວັນ​ທີ 17 ຕຸລາ 2018, ທີ່​ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ, ກົມ​ສົ່ງ​ເສີມ​ວິສາຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ ແລະ ສູນບໍລິການ SME ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທະນາຄານ​ ພາຍ​ໃຕ້​ຂອບ​ຂອງ​ໂຄງການ​ເຂົ້າ​ເຖິງ​ແຫຼ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ໃນ​ຫົວ​ຂໍ້ “ການ​ປະ​ເມີນ​ຕະຫຼາດ SME, ການ​ພັດທະນາ​ຜະລິດ​ຕະພັນ​ການ​ເງິນ, ການ​ວິ​ເຄາະ​ຜູ້​ກູ້​ຢືມ ​ແລະ ຄວາມ​ສ່ຽງສິນ​ເຊື່ອ, ການ​ບໍລິຫານ​ຄວາມ​ສ່ຽງສິນ​ເຊື່ອ ​ແລະ ​ການ​ຫລຸດຜ່ອນຄວາມ​ສ່ຽງໜີ້ຊັກ​ຊ້າ”. ພິທີເປີດການຝຶກອົບຮົມດໍາເນີນໄປ ​ໂດຍການເປັນປະທານຂອງທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກງານຄະນະນຳກະຊວງ, ຜູ້ອຳນວຍ … Continue reading

ໂດຍ: sme pr ວັນທີ 15 Oct, 2018 ເວລາ 01:32 PM | ແຍກຕາມຫມວດ ອື່ນໆ | % ຄຳເຫັນ 0 Comments
Mr. Bounthern

ໃນ​ວັນ​ທີ 09 ຕຸລາ 2018, ທີ່​ສະພາ​ການ​ຄ້າ ​ແລະ ອຸດສາຫະກໍາ​ແຫ່ງ​ຊາດ​ລາວ, ກົມ​ສົ່ງ​ເສີມ​ວິສາຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ຮ່ວມກັບບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ (AFC) ແລະ ສູນບໍລິການ SME ​ໄດ້​ຈັດ​ຊຸດ​ຝຶກ​ອົບຮົມ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ທະນາຄານ​ ພາຍ​ໃຕ້​ຂອບ​ຂອງ​ໂຄງການ​ເຂົ້າ​ເຖິງ​ແຫຼ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ ​ໃນ​ຫົວ​ຂໍ້ “ການ​ປະ​ເມີນ​ຕະຫຼາດ SME, ການ​ພັດທະນາ​ຜະລິດ​ຕະພັນ​ການ​ເງິນ, ການ​ວິ​ເຄາະ​ຜູ້​ກູ້​ຢືມ ​ແລະ ຄວາມ​ສ່ຽງສິນ​ເຊື່ອ, ການ​ບໍລິຫານ​ຄວາມ​ສ່ຽງສິນ​ເຊື່ອ ​ແລະ ​ການ​ຫລຸດຜ່ອນຄວາມ​ສ່ຽງໜີ້ຊັກ​ຊ້າ”. ພິທີເປີດການຝຶກອົບຮົມດໍາເນີນໄປ ​ໂດຍການເປັນປະທານຂອງທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກງານຄະນະນຳກະຊວງ, … Continue reading

ໂດຍ: sme pr ວັນທີ 17 Sep, 2018 ເວລາ 02:48 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9424

ໃນວັນທີ 11 ກັນຍາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມ ຄະນະຊີ້ນໍາ​ປັບ​ປຸງ​ດໍາລັດ ວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າຄະນະຊີ້ນໍາປັບປຸງດໍາລັດວ່າດ້ວຍກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ. ມີຜູ້ເຂົ້າຮ່ວມຕາງໜ້າຈາກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຮງງານ, ກະຊວງຊັບພະຍາກອນ ແລະ … Continue reading