Author

ໂດຍ: ໄພວັນ ວັນທີ 24 Jan, 2024 ເວລາ 11:45 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0075

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ມີການຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 4) ໃນວັນທີ 22 ມັງກອນ 2024 ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທັງເປັນຫົວໜ້າ ຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍມີ ທ່ານ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ, ບັນດາກົມ ແລະ  ຂະແໜງການກ່ຽວຂ້ອງເຂົ້າຮ່ວມທັງໝົດ 125 ທ່ານ. ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາ ສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນໃບອະນຸ ຍາດທຸລະກິດ ໃນປີ … Continue reading

ໂດຍ: ໄພວັນ ວັນທີ 19 Jan, 2024 ເວລາ 09:47 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0031

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ມີການຈັດກອງປະຊຸມເຈົ້າໜ້າທີອາວຸໂສເສດຖະກິດອາຊຽນ ຄັ້ງທີ 1/55 (SEOM 1/55),ໃນລະຫວ່າງວັນທີ 18-21 ມັງກອນ 2024, ທີ່ ໂຮງເເຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ເເລະ ຮ່ວມມືເສດຖະກິດສາກົນ (ອຄ),  ພ້ອມດ້ວຍບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດປະເທດ ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫ່ຍອາຊຽນ ເເລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 90 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເເມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ທີ່ … Continue reading

ໂດຍ: ໄພວັນ ວັນທີ 18 Jan, 2024 ເວລາ 11:02 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0009

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດ ກໍາປູເຈຍ-ສປປ ລາວ-ມຽນມາ-ຫວຽດນາມ (Cambodia – Lao PDR – Myanmar – Viet Nam Senior Economic Officials’ Meeting: CLMV SEOM) ຄັ້ງທີ 26, ໃນ​ຕອນບ່າຍຂອງວັນທີ 17 ມັງກອນ 2024, ທີ່ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ໄຊຊະນະ … Continue reading

ໂດຍ: ໄພວັນ ວັນທີ 15 Jan, 2024 ເວລາ 02:37 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມເປັນຈຸດປະສານງານວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການທີ່ປຶກສາຮ່ວມດ້ານການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ (ASEAN Trade Facilitation Joint Consultative Committee) ຄັ້ງທີ 28, ຂື້ນໃນ​ວັນທີ 13-15 ມັງກອນ 2024, ທີ່ໂຮງແຮມລາວພາຊ່າ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ວິໄລສັກ, ຮອງຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຄ ໂດຍມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ … Continue reading

ໂດຍ: ໄພວັນ ວັນທີ 13 Jan, 2024 ເວລາ 11:57 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0200

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ກະຊວງ ອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີປາຖະກະຖາຂຶ້ນ  ໃນວັນທີ 12 ມັງກອນ 2024 ທີ່ກະຊວງ ອຄ ໃຫ້ກຽດເຂົ້າຮ່ວມໂດຍທ່ານມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ,  ທ່ານ ບົວສອນ ບຸບຜາວັນ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພົນຕີ ກິລະກອນ … Continue reading

ໂດຍ: ໄພວັນ ວັນທີ 31 Dec, 2023 ເວລາ 07:23 PM | ແຍກຕາມຫມວດ ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
9

ໃນຕອນເຊົ້າຂອງວັນທີ 29 ທັນວາ 2023 ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ວ່າມີການຂົນ, ຂ່ຽນຖ່າຍເຄື່ອງຂອງຈາກລົດບັນທຸກ 22 ລໍ້ ໃສ່ລົດກະບະ ແຕ່ເຊົ້າມືດ ທີ່ສົງໃສວ່າມີການລະເມີດ ຢູ່ເດີ່ນດິນເປົ່າວ່າງ ຮ່ອມ 2 ເຂດບ້ານ ໂຊກຄຳ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ຄະນະກວດກາ ແລະ ແກ້ໄຂການຄ້າສິນຄ້ານອກລະບົບ ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງໄດ້ຊີ້ນໍາໃຫ້ຄະນະເຈົ້າໜ້າທີ່ກວດກາການຄ້າ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ລົງກວດກາສະພາບຕົວຈິງ ພົບເຫັນມີສິນຄ້າເທິງລົດບັນທຸກເຄື່ອງ ຂະໜາດ 22 ລໍ້ ເປັນຜະລິດຕະພັນຊີ້ນແຊ່ແຂງ ປະກອບມີຊີ້ນງົວ, ຂາໝູ ແລະ ຕີນໄກ່ ບໍ່ມີເອກະສານຕິດຕາມສິນຄ້າ. … Continue reading

ໂດຍ: ໄພວັນ ວັນທີ 29 Dec, 2023 ເວລາ 11:12 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສະ   ໄໝສາມັນຄັ້ງທີ II ຂອງສະພາບໍລິຫານກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນ ໃນວັນທີ 28 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ), ປະທານສະພາບໍລິຫານ ທສວ ໂດຍມີສະມາຊິກສະພາບໍລິຫານ ແລະ ກອງເລຂາ ທສວ ເຂົ້າຮ່ວມລວມທັງໝົດ 21 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ຂອງສະມາຊິກສະພາບໍລິຫານ ທສວ … Continue reading

ໂດຍ: ໄພວັນ ວັນທີ 29 Dec, 2023 ເວລາ 09:51 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກົມ​ກວດ​ກາ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ(ອ​ຄ) ຈັດ​ກອງ​ປະ​ຊຸມ ສຳມະນາວິທະຍາສາດວຽກງານສະກັດກັ້ນການສໍ້ລາດບັງຫຼວງ ຂຶ້ນ​ໃນ​ວັນ​ທີ 26 ທັນ​ວາ 2023 ທີ່​ກະ​ຊວງ ອ​ຄ ເຂົ້າ​ຮ່ວມ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີພະນັກງານ-ລັດຖະກອນລວມເຖິງບັນດາບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ອ​ຄ ເຂົ້າຮ່ວມ ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ​ໄດ້​ກ່າວ​ວ່າ: ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ  ລັດຖະບານ ໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະໄດ້ມີນະໂຍບາຍຢ່າງຈະແຈ້ງ ແລະ ເດັດຂາດ ໃນການຕ້ານການສໍ້ລາດບັງຫຼວງເຊິ່ງ ເປັນສິ່ງກິດຂວາງ ແລະ ອຸປະສັກຕໍ່ການພັດທະນາ. ການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2023 ເວລາ 01:18 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0414

ບໍລິສັດ ລາວວີຕາ ພັດທະນາ ຈຳກັດ ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງ-ຕິດຕັ້ງໄຟເຍືອງທາງ ໂຊລ່າເຊວ ແລະ ປູກຕົ້ນໄມ້ປະດັບ ມູນຄ່າ 5 ຕື້ກວ່າກີບ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຄຸ້ມຄອງຮັກ ພ້ອມດຽວກັນນີ້, ທາງບໍລິສັດກຽມດໍາເນີນໂຄງການໄລຍະ 2 ເນື້ອທີ່ 142 ເຮັກຕາ. ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງໂຊລ່າເຊວ ແລະ ການປູກດອກໄມ້-ຕົ້ນໄມ້ປະດັບ ລະຫວ່າງ ບໍລິສັດ ລາວວີຕາ ພັດທະນາ ຈໍາກັດ ແລະ ອົງການປັກຄອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອວັນທີ 22 ທັນວາ 2023 ທີ່ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ … Continue reading

ໂດຍ: ໄພວັນ ວັນທີ 22 Dec, 2023 ເວລາ 03:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0136

ກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ໄດ້​ຈັດ​ພິ​ທີ​ເປີດ​ໂຕ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລຸ້ນທີ 3, ໃນ​ວັນ​ທີ 20 ທັນ​ວາ 2023 ທີ່​ໂຮງ​ແຮມຄາວ​ພາ​ຊ້າ ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີ​ບັນ​ດາ​ທ່ານ ຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກ​ທຸ​ລະ​ກິດ​ເຂົ້າຮ່ວມ. ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ​ ໄດ້​ກ່າວ​ວ່າ: ເວັບໄຊທ໌ສູນຂໍ້​ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼືLao PDR Trade Portal (LTP) … Continue reading