Author

ໂດຍ: ໄພວັນ ວັນທີ 19 Dec, 2023 ເວລາ 10:21 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ໄດ້​ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນ​ວາ 2023 ​ທີ່​ໂຮງ​ແຮມ ຄ​ຣາວພາ​ຊາ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ແລະ ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຈາກ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ເຂົ້າ​ຮ່ວມຈຳ​ນວນ 100 ​ທ່ານ. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ແມ່ນເພື່ອ​ປຶກ​ສາ​ຫາ​ລື ບັນ​ດາ​ຜົນ​ງານໄດ້​ຮັບ​ທີ່​ຫຼັກ​ທີ່​ຍາດມາ​ໄດ້ ຈາກ​ສອງ​ໂຄງ​ການ​ທີ່​ຫາກໍ່​ສຳ​ເລັດ​ລົງ ​ເຊິ່ງລວມ​ມີ ໂຄງ​ການ ສົ່ງ​ເສີ​ມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ສົ່ງ​ອອກ​ຢູ່ 3 ແຂວງ​ພາກ​ເໜືອ​ຂອງ ສ​ປ​ປ … Continue reading

ໂດຍ: ໄພວັນ ວັນທີ 13 Dec, 2023 ເວລາ 04:48 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0027

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ທັນວາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ:  ສະແດງຄວາມຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ທັງເປັນຫົວນ້າຄະນະຜູ້ແທນ ທີ່ໃຫ້ກຽດມາພົບປະຢ້ຽມຢາມ ກະຊວງ … Continue reading

ໂດຍ: ໄພວັນ ວັນທີ 8 Dec, 2023 ເວລາ 08:44 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_01

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ (SEOM Retreat) ໃນລະຫວ່າງວັນທີ 7-8 ທັນວາ 2023, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆທີ່ກ່ຽວຂ້ອງໃນປີ … Continue reading

ໂດຍ: ໄພວັນ ວັນທີ 3 Dec, 2023 ເວລາ 10:59 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີ ໂຮມຊຸມນຸມ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ເຊື່ອມຊື່ມເອກະສານສໍາຄັນຂອງພັກໃນວັນທີ 1 ທັນວາ 2023 ທີ່ກະຊວງ ອຄ, ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ-ລັດຖະມົນຕີກະຊວງ ອຄ, ມີຮອງເລຂາຄະນະພັກ, ບັນດາເລຂາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານ ທົ່ວກະຊວງ ອຄ ເຂົ້າຮ່ວມ. ໂດຍປະຕິ​ບັດ​ຕາມ​ແຈ້ງ​ການ​ແນະ​ນໍາ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ສູ​ນກາງ​ພັກ ​ແລະ ການ​ຕົກລົງ​ເຫັນ​ດີຂອງ​ລັດຖະມົນຕີ​ ກະຊວງ … Continue reading

ໂດຍ: ໄພວັນ ວັນທີ 1 Dec, 2023 ເວລາ 10:26 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0088

ຄະນະກຳມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງອຸດສາຫະກຳ ແລະ ການຄ້າ ( ຄກມດ-ອຄ) ໄດ້ຈັດຕັ້ງຂະບວນການລະນຶກວົນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຄັ້ງວັນທີ 30 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ  ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ພັຕ ນາງ ມະນີວັນ ວິລະຈິດ ຮອງຫົວໜ້າພະແນກໂຄສະນາ, ກົມຕຳຫຼວດສະກັດກັ້ນ … Continue reading

ໂດຍ: ໄພວັນ ວັນທີ 29 Nov, 2023 ເວລາ 02:27 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ໃນລະຫວ່າງວັນທີ 27-29 ພະຈິກ 2023 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍນັບ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວລົງຢ້ຽມຢາມໃນຄັ້ງນີ້ວ່າ: ເນື່ອງໃນໂອກາດທີ່ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫລື (LBE) ໄດ້ປະກາດການເພີ່ມທຶນ … Continue reading

ໂດຍ: ໄພວັນ ວັນທີ 28 Nov, 2023 ເວລາ 03:18 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
7

ພິທີເປີດງານຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ-ຈີນ-ຫວຽດນາມ ຕິດພັນກັບເທດສະການດື່ມນໍ້າຊາ ຄັ້ງທີ III ຢູ່ແຂວງຜົ້ງສາລີ, ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ພະຈິກ 2023 ຜ່ານມານີ້, ຢູ່ທີ່ເດີນສວນສາທາລະນະຂອງແຂວງ ທີ່ເມືອງບຸນເໜືອ. ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານ ການນຳຈາກເມືອງຈຽງເຊີນ, ເມືອງຫລ້າ ແຫ່ງ ສປ ຈີນ, ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ, ມີບັນດາທ່ານການນໍາພັກ-ລັດແຂວງ, ຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ບັນດາທ່ານເຈົ້າເມືອງ – ຮອງເຈົ້າເມືອງ 7 … Continue reading

ໂດຍ: ໄພວັນ ວັນທີ 28 Nov, 2023 ເວລາ 01:46 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0353

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້    ວັນລິຂະສິດ (Copyring Day) ຂື້ນໃນວັນທີ 24 ພະຈິກ 2023, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານກ່າວເປີດຂອງ ທ່ານ ສັນຕິສຸກ ພູນສະຫວັດ, ອາດີດຫົວໜ້າກົມຊັບສິນທາງປັນຍາ, ມີບັນດາສິນລິປິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການຝືກອົບຮົມໃນມື້ນີ້ ເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ. ທ່ານ ສັນຕິສຸດ ພູນສະຫວັດ … Continue reading

ໂດຍ: ໄພວັນ ວັນທີ 24 Nov, 2023 ເວລາ 02:58 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_02

ໃນວັນທີ 22 ພະຈິກ 2023, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫຼວງວຽງຈັນ, ພິທີເປີດໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ, ໃຫ້ກຽດເປັນ ປະທານຮ່ວມ ແລະ ກ່າວເປີດໂຄງການໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ເອດຣຽນ ກິລເບີຣ໌ດ, ຜູ້ອໍານວຍການໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ. ເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ເຊັງລີ, ປະທານສະພາການຄ້າຂອງອົດສະຕຣາລີ, … Continue reading

ໂດຍ: ໄພວັນ ວັນທີ 24 Nov, 2023 ເວລາ 10:35 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0186

ໃນວັນທີ 23 ພະຈິກ 2023 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ປະທານຮ່ວມຂອງ ທ່ານ ປອ ອິນດຣາ ປຣາດານາ ສິງກາວີນາຕາ (Dr. Indra Pradana Singawinata), ເລຂາທິການໃຫ່ຍຄົນໃໝ່ ຂອງອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization -APO) … Continue reading