Author

ໂດຍ: ໄພວັນ ວັນທີ 23 Nov, 2023 ເວລາ 12:36 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
6

ເພື່ອສ້າງຂອບການຮ່ວມມືສາມຝ່າຍ ລະຫວ່າງ ກົມຊັບສິນທາງປັນຍາ (ກຊປ), ກົມການສຶກສາຊັ້ນສູງ (ກຊສ) ກະຊວງສຶກສາທິການ ແລະ ກີລາ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນການເພີ່ມທະວີການຮ່ວມມື, ສົ່ງເສີມ, ນໍາໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ທີ່ກ່ຽວກັບການປະດິດຄິດແຕ່ງ ແລະ ການຄົ້ນ ຄວ້າ-ວິໄຈ ຕ່າງໆ ພ້ອມທັງກຽມສ້າງເນື້ອໃນການຮຽນ-ການສອນ ຢູ່ ມຊ. ໃນວັນທີ 20 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ກົມຊັບສິນທາງປັນຍາ (ກຊປ) ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການສຶກສາຊັ້ນສູງ (ກຊສ) ກະຊວງສຶກສາທິການ ແລະ … Continue reading

ໂດຍ: ໄພວັນ ວັນທີ 23 Nov, 2023 ເວລາ 11:42 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0154

ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຊຸດຝຶກອົບຮົມ ຂັ້ນເມືອງ ຄັ້ງທີ XII ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ” ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ລະຫວ່າງວັນທີ 22-24 ພະຈິກ 2023 ທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ມີພະນັກງານ ອຄ ຈາກບັນດາເມືອງ, ແຂວງທົ່ວປະເທດເຂົ້າຮ່ວມ. ໂອກາດກ່າວເປີດພິທີ ທ່ານ ບຸນເຖິງ ດວງສະຫວັນ … Continue reading

ໂດຍ: ໄພວັນ ວັນທີ 22 Nov, 2023 ເວລາ 12:14 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0020

          ກົມຊັບສິນທາງປັນຍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ຫ້ອງການຊັບສິນທາງປັນຍາໂລກ ປະຈຳປະເທດ ສິງກະໂປ ໄດ້ຈັດກອງປະຊຸມຝຶກອົບຮົມ ພາຍໃຕ້ໂຄງການ ຄລີນິກການບໍລິຫານຈັດການຊັບສິນທາງປັນຍາ ສຳລັບວິສາຫະກິດອາຊຽນ, ໂດຍສະເພາະວິສາຫະກິດຂອງ ສປປ ລາວ. ຂື້ນໃນລະຫວ່າງວັນທິີ 21-22 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ ແລະ  ທ່ານ Kenichiro NATSUME ຜູ້ຊ່ວຍອໍານວຍການອົງການຊັບສິນທາງປັນຍາໂລກ, ທ່ານ ນາງ … Continue reading

ໂດຍ: ໄພວັນ ວັນທີ 21 Nov, 2023 ເວລາ 10:28 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0623

ໃນວັນທີ 20 ພະຈິກ 2023, ຢູ່ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ມີພິທີງານສະເຫຼີມສະຫຼອງການນໍາໃຊ້ລະບົບ IPAS ຄົບຮອບ 20 ປີ, ງານສັບປະດາຊັບສິນທາງປັນຍາ ປະຈໍາປີ 2023, ງານເປີດໂຕໂຄງການຊ່ວຍເຫຼືອ ເພື່ອການຫຼຸດພົ້ນຈາກປະເທດດ້ອຍພັດທະນາຂອງອົງການຊັບສິນທາງປັນຍາໂລກ WIPO ສຳລັບ ສປປ ລາວ ແລະ ພິທີເຊັນບົດບັນທຶກການຮ່ວມມື 3 ຝ່າຍ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, … Continue reading

ໂດຍ: ໄພວັນ ວັນທີ 20 Nov, 2023 ເວລາ 02:55 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0414

ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສົມທົບກັບບັນດາຂະແໜງການກ່ຽວຂ້ອງ ຮ່ວມຈັດກອງປະຊຸມເພື່ອ ເຜີຍນິຕິກໍາ ພ້ອມກັບ ຂັ້ນຕອນການຂໍອະນຸຍາດໃນການ ນໍາເຂົ້າຊົ່ວຄາວ, ການສົ່ງອອກຊົ່ວຄາວ, ການນໍາເຂົ້າເພື່ອສົ່ງອອກຕໍ່ ແລະ ຜ່ານແດນ ສິນຄ້າຄຸ້ມຄອງ ຂອງ ສປປ ລາວ ໃຫ້ແກ່ພາກລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 16-17 ພະຈິກ 2023 ຢູ່ທີ່ເມືອງ ວັງວຽງ, ແຂວງວຽງຈັນ. ໃຫ້ກຽດເປັນປະທານໂດຍ ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີຜູ້ເຂົ້າຮ່ວມຕາງໜ້າຈາກພາກລັດ ຂັ້ນສູນກາງ, … Continue reading

ໂດຍ: ໄພວັນ ວັນທີ 16 Nov, 2023 ເວລາ 01:25 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0168

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມ ທົບທວນແຜນງານ 5 ປີ (2021-2025) ຖອດຖອນບົດຮຽນ ເບິ່ງຄືນ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການປະຕິບັດວຽກງານໄລຍະກາງສະໄໝຜ່ານມາ ແລະ ແຜນວຽກຈຸດສຸມສໍາຄັນທ້າຍສະໄໝ ລວມທັງການຈັດຕັ້ງປະຕິບັດ ຕົວເລກຄາດໝາຍ, ມະຕິສະພາແຫ່ງຊາດ, ຕົວຊີ້ບອກໃນການຕິດຕາມປະເມີນຜົນຕ່າງໆ. ໃນວັນທີ 15 ພະຈິກ 2023 ທີ່ຫ້ອງປະຊຸມ ກະຊວງ ອຄ ໄດ້ຈັດກອງປະຊຸມ ຊຸກຍູ້, ຕິດຕາມ ແລະ ປະເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ອຸດສາຫະກໍາ​ປຸງ​ແຕ່ງ ​ແລະ ການ​ຄ້າ 5 ປີ (2021-2025) ໃຫ້ກຽດເປັນປະທານຂອງທ່ານ ມະໄລທອງ … Continue reading

ໂດຍ: ໄພວັນ ວັນທີ 15 Nov, 2023 ເວລາ 01:57 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0166

ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ​​ປຶກສາຫາລື ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ແລະ ຂໍ້ຕົກລົງວ່າດ້ວຍຊິ້ນສ່ວນຍານພາຫະນະທາງບົກ ໃນວັນ​ທີ 14 ພະຈິກ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ, ມີຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງກະຊວງອຸດສາຫະກຳ ແລະ ການຄ້າ, ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກົມພາສີ ກະຊວງການເງິນ, ພະແນກອຸດສາຫະກໍາ ແລະ … Continue reading

ໂດຍ: ໄພວັນ ວັນທີ 15 Nov, 2023 ເວລາ 09:11 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG 0122

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລືແກ້ໄຂບັນຫາທ່າບົກ ຂື້ນໃນວັນທີ 14 ພະຈິກ 2023, ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽຈັນ, ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສີດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີທ່ານລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຍກຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາທ່ານຕາງໜ້າຈາກພາກລັດ, ຜູ້ພັດທະນາທ່າບົກ ແລະ ພາກທຸລະກິດກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ … Continue reading

ໂດຍ: ໄພວັນ ວັນທີ 3 Nov, 2023 ເວລາ 12:19 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0033

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການສ້າງມູນຄ່າຊັບສິນທາງປັນຍາ ໃຫ້ແກ່ກຸ່ມທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ, ຂື້ນໃນວັນທີ 02 ພະຈິກ 2023 ທີ່ ຫ້ອງປະຊຸມຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ໂດຍການເປັນປະທານກ່າວເປີດຝຶກອົບຮົມຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເຂົ້າຮ່ວມເປັນນັກວິທະຍາກອນໃນຄັ້ງນີ້ ມີ ທ່ານ ແພງທອງ ແຈ່ມມາໄລ, ຫົວໜ້າພະແນກສົ່ງເສີມ ແລະ ພັດທະນາ ຊັບສິນທາງປັນຍາ, ມີທ່ານ … Continue reading

ໂດຍ: ໄພວັນ ວັນທີ 3 Nov, 2023 ເວລາ 11:41 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
7

ຜ່ານການຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຈາກຂະແໜງການກ່ຽວຂ້ອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1-2 ພະຈິກ 2023 ສສຊ ໄດ້ຊັກຖາມກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຢູ່ພາຍໃນ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ການຄຸ້ມຄອງການນຳເຂົ້າລາຄາສິນຄ້າເໜັງຕີງສູງຂຶ້ນຍ້ອນຫຼາຍເຫດຜົນ ໃນນັ້ນສາເຫດຕົ້ນຕໍແມ່ນ: ຍ້ອນເງິນເຟີ້ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕາມເວລາ; ຍ້ອນເງິນກີບອ່ອນຄ່າ ທຽບໃສ່ເງິນຕາຕ່າງປະເທດ ເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ ລາຄາຂາຍກໍເພີ່ມຂຶ້ນເປັນເງົາຕາມຕົວ; ຍ້ອນຕົ້ນທຶນການຜະລິດ ເປັນຕົ້ນວັດຖຸດິບ, ແຮງງານ ໄຟຟ້າ, … Continue reading