Author

ໂດຍ: ໄພວັນ ວັນທີ 8 Nov, 2024 ເວລາ 11:24 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
5

ໃນວັນທີ 06 ພະຈິກ 2024 ບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ໄດ້ຈັດພິທີໂຄສະນາຂ່າວ ການຈັດງານ ວາງສະແດງ ວຽງຈັນ ມໍເຕີເຊວ ເອັກສໂປ 2024, ຊຶ່ງໄດ້ຮັບການມອບໝາຍຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ໄດ້ຮັບການສະໜັບສະໜູນຈາກ ບໍລິສັດລາວເວີນ ມະຫາຊົນ ຈັດພິທີຖະແຫຼງຂ່າວງານວາງສະແດງວຽງຈັນມໍເຕີ້ເຊວ ເອັກສໂປ 2024 ຄັ້ງທີ 2 (Vientiane Motorsale Expo 2024) ທີ່ສູນການຄ້າລາວ-ໄອເຕັກ ມີທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ … Continue reading

ໂດຍ: ໄພວັນ ວັນທີ 7 Nov, 2024 ເວລາ 12:24 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກ້ວາງ ຜ່ານເນື້ອໃນຮ່າງຂໍ້ຕົກລົງ ກ່ຽວກັບການຈັດຕັ້ງປະຕິບັດສັນຍາ ວ່າດ້ວຍການຮັບຮອງຜົນການກວດສອບສິດທິບັດເອີຣົບ EPO, ໃນວັນທີ 04 ພະຈິກ 2024, ທີ່ຫ້ອງປະຊຸມ ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ, ເປັນປະທານຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານ ຄະນະກົມຊັບສິນທາງປັນຍາ, ຜູ້ຕາງໜ້າຈາກບັນດາ ຫ້ອງການ, ສໍານັກງານ, ກົມ ແລະ ສະຖາບັນອ້ອມຂ້າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ … Continue reading

ໂດຍ: ໄພວັນ ວັນທີ 6 Nov, 2024 ເວລາ 01:01 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
6

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມກັບ ບໍລິສັດ ລາວສະແຕນດາດ ຈຳກັດ ລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ໃນການຮ່ວມມືວຽກງານກວດກາ ແລະ ຢັ້ງຢືນເຄມີ ກ່ອນການນໍາເຂົ້າ ສປປ ລາວ ພິທີດັ່ງກ່າວຈັດຂື້ນ ໃນວັນທີ 04 ພະຈິກ 2024, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ການລົງນາມຂອງ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງ  ແລະ  ທ່ານ ອຸທັນ … Continue reading

ໂດຍ: ໄພວັນ ວັນທີ 1 Nov, 2024 ເວລາ 02:32 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
4

ກອງປະຊຸມການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການອຳນວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ ຈັດຂື້ນໃນວັນທີ 14 ຕຸລາ 2024 ຜ່ານມາ, ທີ່ ໂຮງແຮມ ເດີແກຣນ ຫຼວງພະບາງ ເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບູນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ມີຕາງໜ້າຈາກກະຊວງກ່ຽວຂ້ອງ, ຊ່ຽວຊານຂອງໂຄງການ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການມູນນິທິເອເຊຍປະຈຳລາວ, ຂະແໜງການຢູ່ຂັ້ນທ້ອງຖິ່ນທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ 7 ແຂວງພາກເໜືອພ້ອມດ້ວຍຜູ້ຕາງໜ້າພາກທຸລະກິດເຂົ້າຮ່ວມ. ທ່ານ ນາງ ຈັນສຸກ ແສງພະຈັນ ໄດ້ມີຄຳເຫັນວ່າ: … Continue reading

ໂດຍ: ໄພວັນ ວັນທີ 30 Oct, 2024 ເວລາ 12:35 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ສະມາຄົມຫັດຖະກຳລາວ  ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປິດງານມະຫາກຳ ສີມືຫັດຖະກຳລາວ ຄັ້ງທີ 23 ປະຈຳປີ 2024 ຂຶ້ນຢ່າງເປັນທາງການ, ໃນວັນທີ 28 ຕຸລານີ້ ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ນາລີ … Continue reading

ໂດຍ: ໄພວັນ ວັນທີ 28 Oct, 2024 ເວລາ 06:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າພາຍໃຕ້ຫົວຂໍ້ ‘‘ການປະເມີນຄວາມພ້ອມຂອງທຸລະກິດລາວກ່ອນ ສປປ ລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 (LDCs)’’ ໃນວັນທີ 25 ຕຸລາ 2024, ທີ່ຫ້ອງປະຊຸມ ຊັ້ນ 01, ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ອຄ, ຕາງໜ້າຈາກກະຊວງກ່ຽວຂ້ອງ, ສະຖາບັນການສຶກສາ ແລະ … Continue reading

ໂດຍ: ໄພວັນ ວັນທີ 27 Oct, 2024 ເວລາ 06:40 PM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
2

ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນກາໝາຍ ຄຸນນະພາບ (Q-Mark) ແລະ ສິນຄ້າຫຸ້ມຫໍ່ (L-Mark) ຂື້ນໃນວັນທີ 25 ຕຸລາ 2024 ທີ່ ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ ເປັນປະທານ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ, ມີຜູ້ຊ່ຽວຊານຈາກ ອົງການມາດຕະຖານ ສ. ເກົາຫຼີ, ຜູ້ຕາງໜ້າຈາກ ພາກທຸລະກິດຂະແໜງການຜະລິດອຸດສາຫະກໍາ ເຂົ້າຮ່ວມ. ກອງປະຊຸມສຳມະນາ ການຈັດຕັ້ງປະຕິບັດວຽກງານການຢັ້ງຢືນກາໝາຍ ຄຸນນະພາບ (Q-Mark) ແລະ … Continue reading

ໂດຍ: ໄພວັນ ວັນທີ 24 Oct, 2024 ເວລາ 03:16 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_7362.jpg 1

ໃນລະຫວ່າງວັນທີ 23-24 ກັນຍາ 2024 ຜ່ານມາ, ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມຈຸດປະສານງານວຽກງານຄະນະກຳມະການ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ອາຊຽນຂອງ ສ ປ ປ ລາວ ໄດ້ຈັດກອງປະຊຸມທຸລະກິດແບບທົ່ວເຖິງ ອາຊຽນ ຄັ້ງທີ 7 (Seventh ASEAN Inclusive Business Forum) ຊຶ່ງກອງປະຊຸມດັ່ງກ່າວ ແມ່ນເປັນໜຶ່ງໃນກອງປະຊຸມທີ່ ສນຈກ ເປັນເຈົ້າພາບໃນໄລຍະທີ່ ສປປ ລາວ … Continue reading

ໂດຍ: ໄພວັນ ວັນທີ 7 Oct, 2024 ເວລາ 08:16 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກອງປະຊຸມ ສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 24  ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ນະຄອນຫຼວງວຽງຈັນ ໂດຍການ ເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນ ລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ, ມີບັນດາທ່ານ ລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີກະຊວງເສດຖະກິດ ຕີມໍເລສເຕ, ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ພ້ອມດ້ວຍຄະນະເຂົ້າຮ່ວມ ລວມ ທັງໝົດ 200​ ທ່ານ. ກອງປະຊຸມຄັ້ງນີ້ ຖືວ່າເປັນຄັ້ງທີສາມ … Continue reading

ໂດຍ: ໄພວັນ ວັນທີ 6 Oct, 2024 ເວລາ 12:36 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
2

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ໃນລະບົບແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ໃນຕອນບ່າຍ ຂອງວັນທີ 04 ຕຸລາ 2024 ທີ່ ຫ້ອງດໍາເນີນງານໂຄງການຊ່ວຍເຫລືອກໍ່ສ້າງລະບົບລການຄ້າຜ່ານທາງເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກໍາລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ເຊິ່ງຮ່ວມລົງນາມ ໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ  ສີສະຫວັນ ມ່າຢົງເຊິນ ປະທານ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ; … Continue reading