ໃນວັນທີ 28 ມິຖຸນາ 2024 ຜ່ານມາ, ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງແຂວງຜົ້ງສາລີ ມີພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າ, ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 7 ເມືອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ. ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ລາຍງານຫຍໍ້ການຈັດຕັ້ງ ແລະ ເຄື່ອນໄຫວ 6 … Continue reading →
ວັນທີ 27 ມິຖຸນາ 2024 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ຢູ່ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍມີການນຳແຂວງ, ການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ. ທ່ານ ຕູເມົາເສີນ ອຳນວຍການບໍລິສັດ ຢົງໄທ້ຢາງພາລາ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ດໍາເນີນເຄື່ອນໄຫວຢູ່ແຂວງຜົ້ງສາລີຕັ້ງແຕ່ປີ 2006 ເປັນຕົ້ນມາ ແລະ ໂຮງງານປຸງແຕ່ງຢາງພາລາໄດ້ເລີ່ມດໍາເນີນເຄື່ອນໄຫວແຕ່ປີ 2016 ເຊິ່ງເປັນໂຄງການປຸກພືດທົດແທນການປຸກຝີ່ນ ໂດຍການລົງທຶນຂອງຕ່າງປະເທດ 100%, … Continue reading →
ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທະນາຄານສົ່ງເສີມກະສິກຳ ຈຳກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ການຮ່ວມມືພັດທະນາລະບົບການຕິດຕາມ ແລະ ຄຸ້ມຄອງການປະກອບທຶນຈົດທະບຽນວິສາຫະກິດແບບທັນສະໄໝ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ທະນາຄານສົົ່ງເສີມກະສິກຳ ຈຳກັດ ຈັດຂື້ນໃນວັນທີ 26 ມິຖຸນາ 2024, ທີ່ໂຮງແຮມດອນຈັນພາເລດ. ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານທະນາຄານສົ່ງເສີມກະສິກຳ ຈຳກັດ ມີບັນດາຄະນະກົມ, ຄະນະຫ້ອງການ, … Continue reading →
ຕອນບ່າຍ ວັນທີ 26 ມີຖຸນາ 2024, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກຳມະບານ ຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ໃຫ້ກຽດຕ້ອນຮັບໂດຍທ່ານນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ, ຮອງປະທານ ແລະ ຄະນະບໍລິຫານງານເຂົ້າຮ່ວມ. ຈຸດປະສົງເພື່ອລາຍງານການລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກຳມະບານໃນຄັ້ງນີ້, ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງກໍາມະບານມີຄວາມເປັນເອກະພາບ … Continue reading →
ໃນວັນທີ 24 ມິຖຸນາ 2024, ການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ II ຂຶ້ນທີ່ີ ທີ່ໂຮງແຮມຈໍາປາສັກແກຣນ, ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາ ທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ … Continue reading →
ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະຫະກຳ ແລະ ການຄ້າ ໄດ້ຈັດການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປ້ຳນໍ້າມັນ ຂື້ນໃນທົ່ວປະເທດ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ. ໂດຍເປັນປະທານ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານວິຊາການຈາກບັນດາພະແນກອຸດສາຫະກຳ ແລະ ການຄ້າ 8 ແຂວງຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ … Continue reading →
ງານສະເຫລີມສະຫລອງວັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ 2024 ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສະຖາບັນເງິນ, ນັກຄົ້ນຄວ້ານະໂຍບາຍ ແລະ ບັນດາອົງການຈັດຕັ້ງສາກົນ ຈາກທັງພາຍໃນ ແລະ ພາກພື້ນ ຈຳນວນ 150 ກວ່າທ່ານ ໂດຍເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້ “ສົ່ງເສີມນະວັດຕະກໍາ ແລະ ຄວາມເຂັ້ມແຂງ: ສ້າງຄວາມເຂັ້ມແຂງໃຫ້ … Continue reading →
ວັນທີ 20 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ; ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະສົ່ງເສີມການຄ້າຂອງແຂວງ ບິ່ງທ້ວນ ແຫ່ງ ສສ ຫວຽດນາມ ນໍາໂດຍທ່ານ ຟາມວັນດັ່ງ ຮອງປະທານແຂວງ (ຮອງເຈົ້າແຂວງ) ພ້ອມດ້ວຍທ່ານທີ່ປຶກສາທຸດເສດຖະກິດ-ການຄ້າ ຫວຽດນາມປະຈໍາລາວ, ຮອງຫົວໜ້າຫ້ອງວ່າການແຂວງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດ, … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດສໍາມະນາວິທະຍາສາດການຄົ້ນຄວ້ານະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ຈັດຂຶ້ນວັນທີ 17 ມິຖຸນາ 2024 ຢູ່ກະຊວງ ອຄ ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ສໍາມະນາວິທະຍາສາດຄັ້ງນີ້ ເພື່ອແລກປ່ຽນຄໍາເຫັນ ແລະ ທັດສະນະວິຊາການ ກ່ຽວກັບນະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ເພື່ອມີທັດສະນະ ແລະ ຄວາມ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ເຊິ່ງແມ່ນເວທີ ປຶກສາຫາລື ລະຫວ່າງພາກລັດ, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນໃນການລົບລ້າງບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການລົງທຶນ. ພາຍໃຕ້ການເປັນປະທານຂອງ ທ່ານ ປ.ອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານນາງ Ina Marciulionyte ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ … Continue reading →