ຂ່າວ

ໂດຍ: ໄພວັນ ວັນທີ 1 Jul, 2024 ເວລາ 01:22 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0302

ກົມທະບຽນວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ທະນາຄານສົ່ງເສີມກະສິກຳ ຈຳກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົົ້າໃຈ (MOU) ກ່ຽວກັບໂຄງການສຶກສາຄວາມເປັນໄປໄດ້ການຮ່ວມມືພັດທະນາລະບົບການຕິດຕາມ ແລະ ຄຸ້ມຄອງການປະກອບທຶນຈົດທະບຽນວິສາຫະກິດແບບທັນສະໄໝ ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ທະນາຄານສົົ່ງເສີມກະສິກຳ ຈຳກັດ ຈັດຂື້ນໃນວັນທີ 26 ມິຖຸນາ  2024, ທີ່ໂຮງແຮມດອນຈັນພາເລດ. ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ພົງສະຫວັດ ເສນາພວນ, ປະທານສະພາບໍລິຫານທະນາຄານສົ່ງເສີມກະສິກຳ ຈຳກັດ ມີບັນດາຄະນະກົມ, ຄະນະຫ້ອງການ, … Continue reading

ໂດຍ: admin ວັນທີ 1 Jul, 2024 ເວລາ 10:51 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0376

      ຕອນເຊົ້າ ເວລາ 9:00 ໂມງ ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ,  ທ່ານ ພຸດທະວັນ ນັນທະວົງ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ມື້ນີ້ ຂ້າພະເຈົ້າຮູ້ສຶກເປັນກຽດ ທີ່ໄດ້ເຂົ້າຮ່ວມເປັນປະທານກອງປະຊຸມ ແລະ ໃນນາມທີ່ຂ້າພະເຈົ້າ ເປັນຫົວໜ້າຄະນະຊ່ວຍວຽກງານຕິດຕາມ, ເກັບກໍາ ແລະ ສະຫຼຸບລາຍງານສະພາບການເມືອງ-ແນວຄິດ ຂອງພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະຊ່ວຍວຽກນີ້ ໄດ້ມີມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງ ສະບັບເລກທີ 035/ຄບພ.ອຄ, ລົງວັນທີ 17 ກຸມພາ 2023 ປະກອບມີປະທານກວດກາຄະນະພັກ, ຫົວໜ້າກົມກວດກາ … Continue reading

ໂດຍ: ໄພວັນ ວັນທີ 29 Jun, 2024 ເວລາ 05:14 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0021.jpg1

ຕອນບ່າຍ ວັນທີ 26 ມີຖຸນາ 2024, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກຳມະບານ ຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ໃຫ້ກຽດຕ້ອນຮັບໂດຍທ່ານນາງ  ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ, ຮອງປະທານ ແລະ ຄະນະບໍລິຫານງານເຂົ້າຮ່ວມ. ຈຸດປະສົງເພື່ອລາຍງານການລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກຳມະບານໃນຄັ້ງນີ້, ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງກໍາມະບານມີຄວາມເປັນເອກະພາບ … Continue reading

ໂດຍ: admin ວັນທີ 28 Jun, 2024 ເວລາ 02:01 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
75FFAC86-279E-4C5F-AD00-2A2DBDFC2AB8_1_201_a

ໃນລະຫວ່າງວັນທີ 17-18 ມິຖຸນາ 2024 ນັກສຶກສາທິດສະດີການເມືອງ ຂັ້ນຕົ້ນ ລະບົບ 03 ເດືອນ ຮຸ່ນທີI ປີ 2024 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຄື່ອນໄຫວທັດສະນະສຶກສາ ທີ່ ເມືອງປາກຊັນ ແຂວງບໍລິຄຳໄຊ  ໂດຍການນຳພາຂອງທ່ານ ນາງ ສົມໝາຍ ພົມມຸນີວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ພ້ອມດວ້ຍຄະນະຮັບຜິດຊອບທີ່ກ່ຽວຂ້ອງ, ຕາງໜ້າອາຈານຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນັກສຳມະນາກອນ ລວມທັງໝົດ 39 ທ່ານ. ຈຸດປະສົງໃນການເຄື່ອນໄຫວໃນຄັ້ງນີ້ ເພື່ອແລກປ່ຽນຖອດຖອນບົດຮຽນ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ແລະ ເກັບກຳຂໍ້ມູນກັບບັນດາຫົວໜ່ວຍການຜະລິດ … Continue reading

ໂດຍ: ໄພວັນ ວັນທີ 28 Jun, 2024 ເວລາ 10:14 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນວັນທີ 24 ມິຖຸນາ 2024, ການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ II ຂຶ້ນທີ່ີ ທີ່ໂຮງແຮມຈໍາປາສັກແກຣນ, ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາ ທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ … Continue reading

ໂດຍ: admin ວັນທີ 27 Jun, 2024 ເວລາ 10:24 AM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments
ໂດຍ: ໄພວັນ ວັນທີ 25 Jun, 2024 ເວລາ 02:14 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_1631

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະຫະກຳ ແລະ ການຄ້າ ໄດ້ຈັດການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປ້ຳນໍ້າມັນ ຂື້ນໃນທົ່ວປະເທດ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ. ໂດຍເປັນປະທານ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານວິຊາການຈາກບັນດາພະແນກອຸດສາຫະກຳ ແລະ ການຄ້າ 8 ແຂວງຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ … Continue reading

ໂດຍ: ໄພວັນ ວັນທີ 25 Jun, 2024 ເວລາ 12:08 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_1698

ງານສະເຫລີມສະຫລອງວັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ 2024 ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ,​ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສະຖາບັນເງິນ, ນັກຄົ້ນຄວ້ານະໂຍບາຍ ແລະ ບັນດາອົງການຈັດຕັ້ງສາກົນ ຈາກທັງພາຍໃນ ແລະ ພາກພື້ນ ຈຳນວນ 150 ກວ່າທ່ານ ໂດຍເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້ “ສົ່ງເສີມນະວັດຕະກໍາ ແລະ ຄວາມເຂັ້ມແຂງ: ສ້າງຄວາມເຂັ້ມແຂງໃຫ້ … Continue reading

ໂດຍ: ໄພວັນ ວັນທີ 24 Jun, 2024 ເວລາ 12:29 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0058

ວັນທີ 20 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ;  ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະສົ່ງເສີມການຄ້າຂອງແຂວງ ບິ່ງທ້ວນ ແຫ່ງ ສສ ຫວຽດນາມ ນໍາໂດຍທ່ານ ຟາມວັນດັ່ງ ຮອງປະທານແຂວງ (ຮອງເຈົ້າແຂວງ) ພ້ອມດ້ວຍທ່ານທີ່ປຶກສາທຸດເສດຖະກິດ-ການຄ້າ ຫວຽດນາມປະຈໍາລາວ, ຮອງຫົວໜ້າຫ້ອງວ່າການແຂວງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດ, … Continue reading

ໂດຍ: ໄພວັນ ວັນທີ 20 Jun, 2024 ເວລາ 10:11 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0038

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດສໍາມະນາວິທະຍາສາດການຄົ້ນຄວ້ານະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ  ຈັດຂຶ້ນວັນທີ 17 ມິຖຸນາ 2024 ຢູ່ກະຊວງ ອຄ ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.       ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ສໍາມະນາວິທະຍາສາດຄັ້ງນີ້ ເພື່ອແລກປ່ຽນຄໍາເຫັນ ແລະ ທັດສະນະວິຊາການ ກ່ຽວກັບນະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ເພື່ອມີທັດສະນະ ແລະ ຄວາມ … Continue reading