ໃນວັນທີ 6 ທັນວາ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 690ກີບ/ລິດ, ແອັດຊັງທໍາມະດາປັບລົງ 350 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 360 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1196/ກຄພນ
ໃນເດືອນທັນວາ 2023, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ໄດ້ຂຽນບົດຄົ້ນຄວ້າຫຍໍ້ (ກໍລະນີສຶກສາຢູ່ນະຄອນຫລວງວຽງຈັນ) ກ່ຽວກັບການຄຸ້ມຄອງລາຄາແກັສຫຸງຕົ້ມ ຢູ່ ສປປ ລາວ, ຊຶ່ງບົດຄົ້ນຄວ້າສະບັບນີ້ ໄດ້ຍົກໃຫ້ເຫັນ 3 ສາເຫດ/ປັດໃຈທີ່ເຮັດໃຫ້ ແກັສຢູ່ລາວແພງ. ຈາກນັ້ນຍັງກຳນົດ3ແນວທາງໃນການແກ້ໄຂບັນຫາລາຄາແກັສແພງ. ສອຄ
ຕອນບ່າຍ ວັນທີ 07 ທັນວາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ໂດຍແນໃສ່ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ; ໂຄງການດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ. ໂຄງການ ARISE Plus ປະຈຳ ສປປ ລາວ ມີ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ (SEOM Retreat) ໃນລະຫວ່າງວັນທີ 7-8 ທັນວາ 2023, ທີ່ ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆທີ່ກ່ຽວຂ້ອງໃນປີ … Continue reading →
ໃນວັນທີ 29-30 ພະຈິກ 2023, ທີ່ ໂຮງແຮມ ຄຣາວພຣາຊ່າ ນະຄອນຫຼວງວຽງຈັນ, ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ (DTNC), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບ ກັບສູນການຄ້າສາກົນ (ITC) ພາຍໃຕ້ທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ຈາກໂຄງການ ARISE Plus ປະຈຳ ສປປ ລາວ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານບໍລິການໃນຮູບແບບ Negative List (ຮູບແບບປິດ). ຝຶກອົບຮົມໄດ້ຮັບການກ່າວເປີດຮ່ວມ ລະຫວ່າງ ທ່ານ ນົງຈິດ ຄຳບຸນເຮືອງ, ຫົວໜ້າພະແນກການຄ້າດ້ານບໍລິການ ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ … Continue reading →
ໃນຕອນເຊົ້າເວລາ 11:00 ໂມງ ຂອງວັນທີ 1 ທັນວາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຊາມີນາ ເມຕາບ, ເອກອັກຄະລັດຖະທູດ ປາກິດສະຖານ ປະຈໍາ ສປປ ລາວ ໃນໂອກາດເຂົ້າພົບປະປຶກສາຫາລື ກັບ ທ່ານ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີ ໂຮມຊຸມນຸມ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ແລະ ເຊື່ອມຊື່ມເອກະສານສໍາຄັນຂອງພັກໃນວັນທີ 1 ທັນວາ 2023 ທີ່ກະຊວງ ອຄ, ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ-ລັດຖະມົນຕີກະຊວງ ອຄ, ມີຮອງເລຂາຄະນະພັກ, ບັນດາເລຂາໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານ ທົ່ວກະຊວງ ອຄ ເຂົ້າຮ່ວມ. ໂດຍປະຕິບັດຕາມແຈ້ງການແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ການຕົກລົງເຫັນດີຂອງລັດຖະມົນຕີ ກະຊວງ … Continue reading →
ໃນຕອນບ່າຍ ເວລາ 13 : 30 ໂມງຂອງວັນທີ 01 ທັນວາ 2023 ທີ່ ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນ. ອິນາ ມາຈູລໍນິແຕ (Ms. Ina Marčiulionytė), ເອກອັກຄະລັດຖະທູດ ສະຫາພາບເອີຣົບ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 18 … Continue reading →
ໃນວັນທີ 29 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບຂຶ້ນ 190ກີບ/ລິດ, ແອັດຊັງທໍາມະດາປັບລົງ 70 ກີບ/ລິດ, ສ່ວນນໍ້າມັນກາຊວນປັບຂຶ້ນ 290 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1183 ກຄພນ
ຄະນະກຳມາທິການສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ກະຊວງອຸດສາຫະກຳ ແລະ ການຄ້າ ( ຄກມດ-ອຄ) ໄດ້ຈັດຕັ້ງຂະບວນການລະນຶກວົນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ຄັ້ງວັນທີ 30 ພະຈິກ 2023 ທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີທ່ານ ນາງ ບຸນເຫຼືອ ຈັນທະພົມມາ ຫົວໜ້າສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ພັຕ ນາງ ມະນີວັນ ວິລະຈິດ ຮອງຫົວໜ້າພະແນກໂຄສະນາ, ກົມຕຳຫຼວດສະກັດກັ້ນ … Continue reading →