ຂ່າວ

ໂດຍ: admin ວັນທີ 30 Nov, 2023 ເວລາ 12:24 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0489

ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 29 ພະຈິກ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Kao Kim Hourn (ເກົາ ກິມຮຸນ) ເລຂາທິການໃຫຍ່ອາຊຽນ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 ​ທ່ານ.     … Continue reading

ໂດຍ: ໄພວັນ ວັນທີ 29 Nov, 2023 ເວລາ 02:27 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
2

ໃນລະຫວ່າງວັນທີ 27-29 ພະຈິກ 2023 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມດ້ວຍ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງກະຊວງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງສະຫວັນນະເຂດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍນັບ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບການເຄື່ອນໄຫວລົງຢ້ຽມຢາມໃນຄັ້ງນີ້ວ່າ: ເນື່ອງໃນໂອກາດທີ່ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫລື (LBE) ໄດ້ປະກາດການເພີ່ມທຶນ … Continue reading

ໂດຍ: ໄພວັນ ວັນທີ 28 Nov, 2023 ເວລາ 03:18 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
7

ພິທີເປີດງານຕະຫຼາດນັດການຄ້າຊາຍແດນ 3 ແຈ ປະເທດ ລາວ-ຈີນ-ຫວຽດນາມ ຕິດພັນກັບເທດສະການດື່ມນໍ້າຊາ ຄັ້ງທີ III ຢູ່ແຂວງຜົ້ງສາລີ, ໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ພະຈິກ 2023 ຜ່ານມານີ້, ຢູ່ທີ່ເດີນສວນສາທາລະນະຂອງແຂວງ ທີ່ເມືອງບຸນເໜືອ. ໂດຍການເຂົ້າຮ່ວມຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ມີບັນດາທ່ານ ການນຳຈາກເມືອງຈຽງເຊີນ, ເມືອງຫລ້າ ແຫ່ງ ສປ ຈີນ, ຕົວແທນສະມາຄົມທຸລະກິດຊາວຫວຽດນາມ ປະຈຳແຂວງຜົ້ງສາລີ, ມີບັນດາທ່ານການນໍາພັກ-ລັດແຂວງ, ຄະນະຜູ້ແທນຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ບັນດາທ່ານເຈົ້າເມືອງ – ຮອງເຈົ້າເມືອງ 7 … Continue reading

ໂດຍ: ໄພວັນ ວັນທີ 28 Nov, 2023 ເວລາ 01:46 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0353

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມໃນຫົວຂໍ້    ວັນລິຂະສິດ (Copyring Day) ຂື້ນໃນວັນທີ 24 ພະຈິກ 2023, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານກ່າວເປີດຂອງ ທ່ານ ສັນຕິສຸກ ພູນສະຫວັດ, ອາດີດຫົວໜ້າກົມຊັບສິນທາງປັນຍາ, ມີບັນດາສິນລິປິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການຝືກອົບຮົມໃນມື້ນີ້ ເພື່ອເປັນການແລກປ່ຽນ, ແບ່ງປັນ ແລະ ສົນທະນາ ໂດຍເນັ້ນໃສ່ການສ້າງຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ເຊິ່ງເປັນໜຶ່ງໃນຫົວຂໍ້ທີ່ສໍາຄັນຂອງວຽກງານຊັບສິນທາງປັນຍາ. ທ່ານ ສັນຕິສຸດ ພູນສະຫວັດ … Continue reading

ໂດຍ: admin ວັນທີ 28 Nov, 2023 ເວລາ 09:51 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC_07290.1

            ກົມຊັບສິນທາງປັນຍາ  ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການ AFD, ໄດ້ຈັດງານແຂ່ງຂັນ ປະກວດສູດອາຫານ ທີ່ເຮັດຈາກເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ແລະ ຫົວພັນ ຂຶ້ນໃນວັນທີ 23 ພະຈິກ 2023, ທີ່ສູນການຄ້າລາວ-ໄອເຕັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມເພັດ ນໍຣະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາກໂນລ ວົງໂຕເບລ ຜູ້ຕາງໜ້າ ອົງການ ເກຣັດ ປະຈໍາ ສປປ … Continue reading

ໂດຍ: ໄພວັນ ວັນທີ 24 Nov, 2023 ເວລາ 02:58 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
DSC_02

ໃນວັນທີ 22 ພະຈິກ 2023, ທີ່ ໂຮງແຮມເສດຖາປາລາສ, ນະຄອນຫຼວງວຽງຈັນ, ພິທີເປີດໂຄງການ “ແມ່ຍິງກັບວຽກງານຊັບສິນທາງປັນຍາ: ຊຸກຍູ້ ຄວາມກ້າວໜ້າຂອງແມ່ຍິງລາວ ໃນວຽກງານຊັບສິນທາງປັນຍາ, ໃຫ້ກຽດເປັນ ປະທານຮ່ວມ ແລະ ກ່າວເປີດໂຄງການໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ເອດຣຽນ ກິລເບີຣ໌ດ, ຜູ້ອໍານວຍການໂຄງການ ການຄ້າລະດັບພາກພື້ນ ເພື່ອການພັດທະນາ. ເຂົ້າຮ່ວມພິທີໃນຄັ້ງນີ້ ມີທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ເຊັງລີ, ປະທານສະພາການຄ້າຂອງອົດສະຕຣາລີ, … Continue reading

ໂດຍ: admin ວັນທີ 24 Nov, 2023 ເວລາ 10:14 AM | ແຍກຕາມຫມວດ ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
402103902_728387829322317_7694447787790849157_n

 ນະຄອນຫຼວງວຽງຈັນ, ສປປ ລາວ — ໃນວັນທີ 21 ພະຈິກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 21 ເຊິ່ງເປັນເວທີ ປຶກສາຫາລື ລະຫວ່າງ ພາກລັດ, ພາກທຸລະກີດ ລວມທັງ ທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ຄູ່ຮ່ວມພັດທະນາ ເພື່ອຮ່ວມກັນ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ ໃນ ສປປ ລາວ. ກອງປະຊຸມ ຄັ້ງທີ 21 ນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ … Continue reading

ໂດຍ: ໄພວັນ ວັນທີ 24 Nov, 2023 ເວລາ 10:35 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0186

ໃນວັນທີ 23 ພະຈິກ 2023 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະ ກຳ ແລະ ການຄ້າ ແລະ ປະທານຮ່ວມຂອງ ທ່ານ ປອ ອິນດຣາ ປຣາດານາ ສິງກາວີນາຕາ (Dr. Indra Pradana Singawinata), ເລຂາທິການໃຫ່ຍຄົນໃໝ່ ຂອງອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization -APO) … Continue reading

ໂດຍ: ໄພວັນ ວັນທີ 23 Nov, 2023 ເວລາ 12:36 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
6

ເພື່ອສ້າງຂອບການຮ່ວມມືສາມຝ່າຍ ລະຫວ່າງ ກົມຊັບສິນທາງປັນຍາ (ກຊປ), ກົມການສຶກສາຊັ້ນສູງ (ກຊສ) ກະຊວງສຶກສາທິການ ແລະ ກີລາ ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃນການເພີ່ມທະວີການຮ່ວມມື, ສົ່ງເສີມ, ນໍາໃຊ້ ແລະ ປົກປ້ອງສິດຊັບສິນທາງປັນຍາ ທີ່ກ່ຽວກັບການປະດິດຄິດແຕ່ງ ແລະ ການຄົ້ນ ຄວ້າ-ວິໄຈ ຕ່າງໆ ພ້ອມທັງກຽມສ້າງເນື້ອໃນການຮຽນ-ການສອນ ຢູ່ ມຊ. ໃນວັນທີ 20 ພະຈິກ 2023 ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ກົມຊັບສິນທາງປັນຍາ (ກຊປ) ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການສຶກສາຊັ້ນສູງ (ກຊສ) ກະຊວງສຶກສາທິການ ແລະ … Continue reading

ໂດຍ: ໄພວັນ ວັນທີ 23 Nov, 2023 ເວລາ 11:42 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0154

ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຊຸດຝຶກອົບຮົມ ຂັ້ນເມືອງ ຄັ້ງທີ XII ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງວຽກງານອຸດສາຫະກຳ ແລະ ການຄ້າ” ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ລະຫວ່າງວັນທີ 22-24 ພະຈິກ 2023 ທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ; ມີພະນັກງານ ອຄ ຈາກບັນດາເມືອງ, ແຂວງທົ່ວປະເທດເຂົ້າຮ່ວມ. ໂອກາດກ່າວເປີດພິທີ ທ່ານ ບຸນເຖິງ ດວງສະຫວັນ … Continue reading