ຫົວຂໍ້ປະກາດ ດ່ວນ! ວິສາຫະກິດທີ່ດຳເນີນການນຳເຂົ້າ ແລະ ສົ່ງອອກ ສິນຄ້າ ຈຳນວນ 13 ໝວດສິນຄ້າ ຕາມແຈ້ງການເລກທີ 1224/ຫອຄ, ລົງວັນທີ 23 ພຶດສະພາ 2023 ໃຫ້ຮີບຮ້ອນມາ ລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ສຳເລັດກ່ອນວັນທີ 31 ສິງຫາ 2023. ສະຫຼຸບຫຍໍ້ ເພື່ອເປັນການຄຸ້ມຄອງຕິດຕາມການເຄື່ອນໄຫວ, ການຊໍາລະ/ຮັບຊໍາລະເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ສິນຄ້າ ຂອງວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຈໍາກັດການຄ້ານອກລະບົບ. ກະຊວງ ອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການໃຫ້ວິສາຫະກິດໃນຂອບເຂດທົ່ວປະເທດ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມກັບ ກົມກົດໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017), ໃນວັນທີ 10-12 ສິງຫາ 2023, ທີ່່ຫ້ອງປະຊຸມ ຊັ້ນ 4, ຂອງກະຊວງຍຸຕິທໍາ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີ ກະຊວງຍຸຕິທໍາ. ກອງປະຊຸມຄັ້ງນີ້ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, … Continue reading →
ໃນວັນທີ 9 ສິງຫາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາກ່ຽວກັບການສ້າງຂໍ້ແຂ່ງຂັນ ແລະ ຄັດເລືອກຍ້ອງຍໍບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍສັນລະເສີນກົມກອງລວມໝູ່ ກໍຄືບັນດາອະນຸກໍາມະການຕ່າງໆ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນຂະບວນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຂອງເສົາຄໍ້າເສດຖະກິດອາຊຽນ ທີ່ຈະສະເໜີການຍ້ອງຍໍປະເພດຕ່າງໆ ຕ້ອງໄດ້ຜ່ານຂະບວນການການແຂ່ງຂັນໃນທຸກຂົງເຂດວຽກງານ ທັງຮັບປະກັນຕາມ 4 ຄາດໝາຍຂອງການແຂ່ງຂັນ ຄື: “ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ … Continue reading →
ເພື່ອກະກຽມການເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍການປົກປ້ອງພັນພືດໃໝ່ຂອງ ສປປ ລາວ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດ ວຽກງານການປົກປ້ອງພັນພືດໃໝ່ UPOV, ໃນວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມ ກະຊວງອຸດສາຫະກໍາ ແລະ ການຄ້າ, ແບບເຊິ່ງໜ້າ ແລະ ອອນລາຍ, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ. … Continue reading →
0804/ກຄພນ
ຕອນເຊົ້າ ເວລາ 10: 30 ໂມງ ຂອງວັນທີ 7 ສິງຫາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ດຣ. Peter Haymond, ເອກອັກຄະລັດຖະທູດຜູ້ມີອໍານາດແຫ່ງສະຫະລັດອາເມລິກາພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 10 ກວ່າທ່ານ. ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ, … Continue reading →
ກອງປະຊຸມຮອບພິເສດ ຄະນະກຳມະການປະສານງານດ້ານການບໍລິການອາຊຽນ ຄັ້ງທີ 3 (THIRD SPECIAL MEETING OF THE COORDINATION COMMITTEE ON SERVICES-3rd Special CCS) ແລະ ວຽກງານທີ່ກ່ຽວຂ້ອງກັບ ການຄ້າດ້ານການບໍລິການຂອງ ສປປ ລາວ, ຊຶ່ງ ສປປ ລາວ ເປັນເຈົ້າພາບ ແລະ ໄດ້ຮັບການສະໜັບສະໜູນໂດຍ: ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (Promotion of Competitiveness within the Framework of the Initiative for ASEAN … Continue reading →
ຕອນບ່າຍ ເວລາ 02:00 ໂມງ ຂອງວັນທີ 04 ສິງຫາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ EDI IRWAN BIN MAHMUD ເອກອັກຄລັດຖະທູດປະເທດມາເລເຊຍ ປະຈໍາ ສປປ … Continue reading →
ໃນວັນທີ 03 ສິງຫາ 2023 ທີ່ ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງປະຊຸມສຳມະນາ ກ່ຽວກັບການພັດທະນາກະສິກຳແບບຍືນຍົງ ແລະ ຄົງທົນທານຕໍ່ສະພາບອາກາດ ໃນ ສປປ ລາວ ແລະ ການປົກປ້ອງພັນພືດ ພາຍໃຕ້ລະບົບສະຫະພັນສາກົນ ເພື່ອການປົກປ້ອງພັນພືດ UPOV, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງ ອຄ, ມີທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ຫ້ອງການສົ່ງອອກ ແລະ ພົວພັນຕ່າງປະເທດ, ກະຊວງກະສິກຳ, ປ່າໄມ້ … Continue reading →
ຕອນບ່າຍເວລາ 13:00 ໂມງ ຂອງວັນທີ 31 ກໍລະກົດ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງ ອຄ ໄດ້ຈັດກອງປະຊຸມໂຄສະນາ-ປາຖະກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ ແລະ ພິທີ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ມີບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ບັນດາຫົວໜ້າ-ຮອງພະແນກ ສັງກັດບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າອຸດສາຫະກໍາ ແລະ ການຄ້າ, ບັນດາບໍລິສັດ – ລັດວິສາຫະກິດ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງກະຊວງ ອຄ , ສະພາການຄ້າ … Continue reading →