0778 ກຄພນ
ໃນວັນທີ 02 ສິງຫາ 2023 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມການປົກປ້ອງພັນພືດຂອງປະເທດອາຊີຕາເວັນອອກ ຄັ້ງທີ 16 ປະຈຳປີ 2023, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ Akiko Nagano, ຮອງຫົວໜ້າພະແນກຊັບສິນທາງປັນຍາ, ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ (MAFF) ແຫ່ງ ປະເທດ ຍີ່ປຸ່ນ. ໃນກອງປະຊຸມຄັ້ງນີ້ ມີທ່ານ Petter Button, … Continue reading →
ໃນວັນທີ 27 ກໍລະກົດ 2023, ທີ່ກະຊວງ ອຄ, ກອງປະຊຸມ ຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄໝທີ V ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ມະໄລທອງ ກົມມະສິດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ພ້ອມທັງ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ບັນດາໜ່ວຍພັກລັດວິສາຫະກິດ, 3 ອົງການຈັດຕັ້ງມະຫາຊົນ … Continue reading →
ໃນລະຫວ່າງວັນທີ 29-31 ກໍລະກົດ 2023 ຜ່ານມາ, ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 44, ທີ່ ເມືອງລອມບ໋ອກ, ປະເທດອິນໂດເນເຊຍ ມີບັນດາປະເທດທີ່ກ່ຽວຂ້ອງເຂົາຮ່ວມ. ກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 44 ຈຸດປະສົງຂອງກອງປະຊຸມຄັ້ງເພື່ອ: 1. ຮັບຟັງການນຳສະເໜີ ຄວາມຄືບໜ້າຫຼ້າສຸດຂອງວຽກງານສໍາຄັນຕ່າງໆ ພາຍໃຕ້ປະຊາຄົມເສດຖະກິດອາຊຽນ ແລະ ໄດ້ມີການລາຍງານເຖິງບັນຫາທີ່ສໍາຄັນ ແລະ ເກີດຂຶ້ນໃໝ່ ທີ່ສົ່ງຜົນກະທົບຕໍ່ກັບການເຊື່ອມໂຍງເສດຖະກິດໃນພາກພື້ນ … Continue reading →
ໃນຕອນແລງຂອງວັນທີ 28 ກໍລະກົດ 2023, ທີີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີຮ່ວມລົງນາມໃນບົດບັນທຶກຄວາມເຂົົ້າໃຈ (MOU) ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (MoIC) ແລະ ສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). ໃຫ້ກຽດລົງນາມຄັ້ງນີ້ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງສປປ ລາວ ແລະ ທ່ານ Tetsuya Watanabe, ປະທານຂອງສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). … Continue reading →
ໃນວັນທີ 26 ກໍລະກົດ 2023 (ມື້ທີ 2) ຂອງການດໍາເນີນກອງປະຊຸມເປີດກວ້າງຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຊຶ່ງມີຜູ້ເຂົ້າຮ່ວມຕາງຫນ້າຈາກຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ເລຂາຄະນະບໍລິຫານງານ ແລະ ປະທານອົງການຈັດຕັ້ງມະຫາຊົນ ທີ່ຂື້ນກັບອົງຄະນະພັກກະຊວງ. ກອງປະຊຸມມື້ທີ 2 ຈະໄດ້ປະກອບຄໍາຄິດເຫັນ ໃສ່ຮ່າງບົດສະຫຼຸບຕີລາຄາການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ … Continue reading →
0751 ກຄພນ
ກອງປະຊຸມຄົບຄະນະກາງສະໄໝ ຂອງ ຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສະ ໄໝທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2023, ທີ່ຫ້ອງປະຊຸມໃຫຍ່ຂອງ ກະຊວງ ອຄ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ແລະ ສະຫາຍ ມະໄລທອງ ກົມມະສິດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ພ້ອມທັງ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກຫ້ອງການ, ກົມ, … Continue reading →
ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຄັ້ງວັນທີ 21 ກໍລະກົດ 2023, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫລວງວຽງຈັນ. ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ) ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມ, ກະຊວງການເງິນ, … Continue reading →
ວັນທີ 17 ກໍລະກົດ 2023, ນະຄອນຫຼວງວຽງຈັນ – ກົມນະໂຍບາຍການຄ້າຕ່າງປະເທດ (DFTP), ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບສູນການຄ້າສາກົນ (ITC) ພາຍໃຕ້ໂຄງການ ARISE Plus ທີ່ໄດ້ຮັບທຶນຊ່ວຍເຫລືອຈາກສະຫະພາບເອີຣົບ ໄດ້ຈັດຝຶກອົບຮົມ ກ່ຽວກັບ ການສ້າງຄວາມເຂົ້າໃຈຕໍ່ການຄ້າດ້ານການບໍລິການ ແລະ ຕາຕະລາງຂໍ້ຜູກພັນການຄ້າດ້ານບໍລິການຮູບແບບປິດ ແຕ່ວັນທີ 17-18 ກໍລະກົດ 2023. ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອເພີ່ມທະວີຄວາມສາມາດໃຫ້ແກ່ອົງການລັດຖະບານລາວ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບການຄ້າດ້ານການບໍລິການກ່ຽວກັບການນໍາໃຊ້ຂໍ້ຜູກພັນການຄ້າຕາຕະລາງຮູບແບບປິດ ໂດຍສະເພາະ, ຮຽນຮູ້ແລະໄດ້ຮັບຄວາມຮູ້ກ່ຽວກັບວິທີການຫັນປ່ຽນຈາກຕາຕະລາງຂໍ້ຜູກພັນຮູບແບບເປີດ ມາເປັນຕາຕະລາງຮູບແບບປິດ. ຕາຕະລາງຮູບແບບປິດເປັນແນວທາງສໍາຄັນໃນຂໍ້ຜູກພັນການຄ້າດ້ານການບໍລິການ ໃນປີ … Continue reading →