ຂ່າວ

ໂດຍ: ໄພວັນ ວັນທີ 7 Jul, 2023 ເວລາ 06:33 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0324

ໃນວັນທີ 5 ກໍລະກົດ 2023, ທີ່ໂຮງແຮມແລນໝາກ ລີເວີໄຊ, ນະຄອນຫຼວງວຽງຈັນ, ສະຖາບັນຄົ້ນຄວ້າການເງິນ ເມືອງຈົງຢາງ ສປ ຈີນ, ມະຫາວິທະຍາໄລ ເຢິນມິນ ຮ່ວມກັບ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ວິຊາການລະຫວ່າງສອງສະຖາບັນຂື້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດິດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີແຂກເຂົ້າຮ່ວມຈາກພາກລັດ, ພາກເອກະຊົນ ແລະ ນັກທຸລະກິດ ຈາກ ສປປ ລາວ ແລະ ສປ ຈີນ … Continue reading

ໂດຍ: ໄພວັນ ວັນທີ 7 Jul, 2023 ເວລາ 11:31 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0001

               ໜ່ວຍພັກຮາກຖານບໍລິສັດເບຍລາວ ໄດ້ເປີດກອງປະຊຸມຄົບ​ຄະນະ​ກາງ​ສະ​ໄໝຂອງຄະນະພັກຮາກຖານ ຂື້ນ ໃນວັນທີ 5 ກໍລະກົດ 2023, ທີ່ຫ້ອງປະຊຸມບໍລິສັດເບຍລາວ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ສິດທິໄຊ ເກດຕະວົງ ຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ, ເລຂາໜ່ວຍພັດຮາກຖານ ບໍລິສັດເບຍລາວ ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ. ສະຫາຍ ສິດທິໄຊ ເກດຕະວົງ ເລຂາໜ່ວຍພັດຮາກຖານ ໄດ້ກ່າວເປີດກອງປະຊຸມໃນຄັ້ງນີ້ວ່າ: ປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ … Continue reading

ໂດຍ: admin ວັນທີ 7 Jul, 2023 ເວລາ 10:21 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_002

                       ວັນທີ 07 ກໍລະກົດ 2023 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານສະເຫລີມສະຫລອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາກົນ ປະຈຳປີ 2023  ໂດຍໄດ້ຈັດຂຶ້ນ ຢູ່ທີ່ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ພາຍການເປັນປະທານກ່າວເປີດຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ … Continue reading

ໂດຍ: ໄພວັນ ວັນທີ 6 Jul, 2023 ເວລາ 10:27 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0053

ໃນວັນທີ 3 ກໍລະກົດ 2023 ທີ່ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກຮາກຖານສະຖາບັນອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ອຄ ແລະ ສະຫາຍ ປອ ແກ້ວມໍລະກົດ ສິດລາກອນ ເລຂາໜ່ວຍພັກຮາກຖານສະຖາອຸດສາຫະກໍາ ແລະ ການຄ້າ,  ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ  ສະມາຊິກພັກສົມບູນພາຍໃນໜ່ວຍເຂົ້າຮ່ວມ. ສະຫາຍ ປອ ແກ້ວມໍລະກົດ ສິດລາກອນ ເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ … Continue reading

ໂດຍ: admin ວັນທີ 6 Jul, 2023 ເວລາ 09:27 AM | ແຍກຕາມຫມວດ ຂ່າວດ່ວນ, ອື່ນໆ | % ຄຳເຫັນ 0 Comments
ແຈ້ງການເລກທີ 0365.1

0667 ກຄພນ  

ໂດຍ: ໄພວັນ ວັນທີ 4 Jul, 2023 ເວລາ 12:21 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0007

ໃນວັນທີ 30 ມິຖຸນາ 2023 ຜ່ານມາ, ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ເປີດກອງປະຊຸມກອງປະຊຸມຄົບຄະນະກາງສະໄໝ ຂອງໜ່ວຍພັກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍການເປັນປະທານຮ່ວມຂອງ ສະຫາຍ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ອຄ ແລະ ສະຫາຍ ສຽວສະຫວາດ ສະແຫວງສຶກສາ ເລຂາໜ່ວຍພັກ ສຄອຊ ມີບັນດາສະຫາຍຄະນະໜ່ວຍພັກ, ຄະນະຮັບຜິດຊອບລົງຕິດຕາມ ຂອງກະຊວງ ແລະ  ສະມາຊິກພັກສົມບູນ ຂອງ ສຄອຊ ເຂົ້າຮ່ວມ. ສະຫາຍເລຂາໜ່ວຍພັກ ສຄອຊ ໄດ້ກ່າວເປີດກອງປະຊຸມວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ … Continue reading

ໂດຍ: ໄພວັນ ວັນທີ 4 Jul, 2023 ເວລາ 10:30 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2023-07-04 at 09.14.34

ໃນວັນທີ 23 ມິຖຸນາ 2023 ຜ່ານມາ, ຄະນະພັກຮາກຖານ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ຈັດກອງປະຊຸມຄົບຄະນະກາງສະໄໝຄັ້ງທີ IV ຂື້ນ ທີ່ສຳນັກງານ ລນລ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ສີສັງຄົມ ໂຄດໂຍທາ, ກໍາມະການຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ, ເລຂາຄະນະພັກຮາກຖານ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ຜູ້ເຂົ້າຮ່ວມມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະສະມາຊິກພັກສົມບູນທີ່ຂຶ້ນກັບຄະນະພັກຮາກຖານລັດວິສາຫະກິດນໍ້າມັນເຊື້ອໄຟລາວ. ການດຳເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະພັກຮາກຖານລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໃນຄັ້ງນີ້ ໃນວາລະກອງປະຊຸມ ສະຫາຍ ສີສັງຄົມ ໂຄດໂຍທາ, ກໍາມະການຄະນະບໍລິຫານງານພັກກະຊວງອຸດສາ ຫະກໍາ ແລະການຄ້າ, ເລຂາຄະນະພັກຮາກຖານ  ລນລ ໄດ້ເຜີຍແຜ່ ແລະເຊື່ອມຊຶມ 3 ເອກະສານສຳຄັນ … Continue reading

ໂດຍ: ໄພວັນ ວັນທີ 3 Jul, 2023 ເວລາ 05:07 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_002

ໃນວັນທີ 29 ມິຖຸນາ 2023, ທີ່ ຫ້ອງປະຊຸມຊັ້ນ 01 ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໜ່ວຍພັກຮາກຖານກົມຊັບສິນທາງປັນຍາ, ຈັດກອງປະຊຸມຄົບ​ຄະນະ​ກາງ​ສະ​ໄໝຂອງ ໜ່ວຍພັກກົມຊັບສິນທາງປັນຍາ, ໂດຍໃຫ້ກຽດເປັນປະທານໂອ້ລົມກອງປະຊຸມຂອງ ສະຫາຍ ນ. ຈັນສຸກ ແສງພະຈັນ, ຮອງເລຂາຄະນະບໍລິຫານງານພັກ ກະຊວງ ອຄ, ມີສະຫາຍ ສັນຕິສຸກ ພູນສະຫວັດ ເລຂາໜ່ວຍພັກ, ສະຫາຍ ໄຊ​ບັນ​ດິດ ໄຊ​ຍະ​ວົງ​ຄຳ​ດີ, ກຳມະການໜ່ວຍພັກ ກົມຊັບສິນທາງປັນຍາ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ຄະນະຕິດຕາມຈາກກະຊວງ  ອຄ ເຂົ້າຮ່ວມ 51 ສະຫາຍ. ສະຫາຍ … Continue reading

ໂດຍ: admin ວັນທີ 30 Jun, 2023 ເວລາ 02:49 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0288

     ໃນວັນທີ 29 ມິຖຸນາ 2023 ທີ່ ຫ້ອງປະຊຸມສ່ອງແສງຊັ້ນ 03, ກະຊວງອຸດສາຫະກໍາ ແລະ ການຄ້າ; ໜ່ວຍພັກກົມແຜນການ ແລະ ການຮ່ວມມື ໄດ້ຈັດ ‘‘ກອງປະຊຸມກາງສະໄໝ ຄັ້ງທີ II   ຂອງໜ່ວຍພັກ ກົມແຜນການ ແລະ ການຮ່ວມມື” ຂຶ້ນ ໂດຍການເປັນປະທານຮ່ວມຂອງສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ ອຄ, ຮັກສາການຫົວໜ້າຫ້ອງການ ແລະ ສະຫາຍ ປອ ຄໍາເພັດ ວົງດາລາ, ເລຂາໜ່ວຍພັກກົມແຜນການ ແລະ ການຮ່ວມມື; ມີຜູ້ເຂົ້າຮ່ວມຈາກຄະນະຮັບຜິດຊອບລົງຕິດຕາມ … Continue reading

ໂດຍ: admin ວັນທີ 30 Jun, 2023 ເວລາ 10:44 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວຕ່າງປະເທດ, ຂ່າວ | % ຄຳເຫັນ 0 Comments
5

ງານ​ວາງ​ສະ​ແດງກາເຟໂລກ (WOC) ຈັດໂດຍ ​ສະ​ມາ​ຄົມ​ກາ​ເຟພິເສດ​ ​ແມ່ນ​ກິດ​ຈະ​ກຳ​ປະ​ຈຳ​ປີ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ​ຊ່ຽວ​ຊານ​ອຸດ​ສາ​ຫະ​ກຳ​ກາ​ເຟ​ຈາກ​ທົ່ວ​ໂລກ. ງານທີ່ຫຼາຍຄົນຕັ້ງໜ້າຕັ້ງຕາລໍຖ້ານີ້ ແມ່ນສ້າງເວທີສໍາລັບຜູ້ຜະລິດ, ຜູ້ຄ້າ, ຜູ້ນໍາເຂົ້າ, ຜູ້ຂົ້ວກາເຟ, ຮ້ານຂາຍຍ່ອຍ, ແລະ ຜູ້ທີ່ມັກກາເຟທັງຫຼາຍ ເພື່ອເຊື່ອມຕໍ່, ຮຽນຮູ້, ແລະ ສະແດງຜະລິດຕະພັນຂອງພວກເຂົາ. ​ໃນ​ປີ 2023, ງານ WOC ແມ່ນ​ຈັດ​ຂຶ້ນ​ແຕ່​ວັນ​ທີ 22-24 ມິຖຸນາ​ນີ້ ຢູ່​ນະຄອນຫຼວງເອເທັນ ປະ​ເທດ​ເກຼັກ. ຖືເປັນໂອກາດທີ່ພິເສດສໍາລັບ ຜູ້ຜະລິດກາເຟລາວ ທີ່ຈະໄດ້ສຳພັດ ແລະ ໄກ້ຊິດກັບຕະຫຼາດເອີຣົບ. ໃນປີທີ່ຜ່ານມານີ້ ກາເຟລາວໄດ້ຮັບການຍອມຮັບວ່າເປັນກາເຟທີ່ມີຕົ້ນກຳເນີດທີ່ມີລັກສະນະພິເສດ. ເນື່ອງຈາກ ສະພາບພູມສັນຖານທີ່ເປັນເອກະລັກ ແລະ ການປູກແບບດັ້ງເດີມຂອງ ລາວ ທີ່ ປະກອບສ່ວນເຂົ້າໃນການຜະລິດເມັດກາເຟທີ່ມີຄຸນນະພາບສູງ, … Continue reading