ໃນຕອນເຊົ້າຂອງວັນທີ 16 ກັນຍາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ມີຫລາຍພາກສ່ວນໄດ້ມອບເງິນອຸປະຖໍາກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ ແລະ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ເຊິ່ງປະກອບມີ: ບໍລິສັດ ລາວສະແຕນດາດ ຈໍາກັດ ມອບເງິນຈຳນວນ 500 ລ້ານກີບ ມອບໂດຍ ທ່ານ ອຸທອນ ໄຕລິດທິ ອຳນວຍການ ບໍລິສັດ ແລະ ກຸ່ມບໍລິສັດ ໂຊກໄຊ ມອບເງິນຈຳນວນ 200 ລ້ານກີບ ມອບໂດຍ ທ່ານ ປອ ພັນປະກິດ ອ່ອນພັນດາລາ ຮອງປະທານກຸ່ມ, ຕາງໜ້າກະຊວງ ຮັບໂດຍ ທ່ານ ບຸນເຖິງ … Continue reading →
ກອງປະຊຸມສະພາເຂດການຄ້າເສລີອາຊຽນ ຄັ້ງທີ 38 ຈັດຂຶ້ນທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ສປປ ລາວ ໃນຕອນເຊົ້າວັນທີ 16 ກັນຍາ 2024 ໂດຍເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ (AEM) ສປປ ລາວ ມີທ່ານລັດຖະມົນຕີສະພາເຂດການຄ້າເສລີອາຊຽນ ທ່ານເລຂາທິການໃຫຍ່ອາຊຽນ ທ່ານລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕິມໍເລດສເຕ ບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາ ຊິກອາຊຽນ ເຂົ້າຮ່ວມ. ໂອກາດນີ້ … Continue reading →
ໃນຕອນບ່າຍວັນທີ 15 ກັນຍາ 2024 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາ 3 ອົງການຈັດຕັ້ງມະຫາຊົນ ມອບເງິນ ມູນຄ່າ 120.000.000 ກີບ ແລະ ນໍ້າອັດລົມ ຈໍານວນ 100 ແພັກ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ນະຄອນຫຼວງວຽງຈັນ ຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີພະນັກງານນໍາພາຂອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພະຍານ. ໃນໂອກາດດັ່ງກ່າວ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈທ່ານລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ຍາມໃດກໍ່ເປັນຫ່ວງເປັນໄຍ … Continue reading →
ຄະນະຈາກກະຊວງ ອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ບຸນເຖີງ ດວງສະຫວັນ ຮອງລັດຖະມົນຕີ ໄດ້ນຳເອົາເຄື່ອງຊ່ວຍເຫລືອ ຊຶ່ງປະກອບດ້ວຍ ເງິນສົດຈຳນວນ 137,500,000 ກີບ ແລະ ວັດຖຸປັດໃຈ (ເຂົ້າສານ, ນົມແອນລິນ, ປາແດກ, ນ້ຳອັດລົມ, ເຂົ້າໝົມ, ໝີ່ສຳເລັດຮູບ, ປາກະປ໋ອງ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ) ມູນຄ່າ 73,932,500 ກີບ ມາມອບໃຫ້ແກ່ແຂວງຫລວງນໍ້າທາ ເພື່ອນຳໄປຊ່ວຍເຫລືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຕົ້ນເດືອນກັນຍານີ້. ພິທີມອບ-ຮັບເຄື່ອງຊ່ວຍເຫລືອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2024 ທີ່ຫ້ອງວ່າການແຂວງຫລວງນໍ້າທາ ໃຫ້ກຽດມອບໂດຍ ທ່ານ ບຸນເຖີງ … Continue reading →
ໃນຕອນບ່າຍຂອງວັນທີ 11 ກັນຍາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ບໍລິສັດ ດິບຫວູ ຈໍາກັດ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ເປັນຈໍານວນເງິນ 50 ລ້ານກີບ ກ່າວມອບໂດຍ ທ່ານ Poul Erik Christoffersen ອໍານວຍການບໍລິສັດ ແລະ ຕາງໜ້າກະຊວງ ກ່າວຮັບໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຊຶ່ງກໍ່ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນ ແລະ ຈະມອບເງິນໃຫ້ພາກສ່ວນກ່ຽວຂ້ອງ ນໍາໄປໝູນໃຊ້ເຂົ້າໃນການຊ່ວຍເຫຼືອຜູ້ຖືກປະສົບໄພນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ໃຫ້ໄດ້ໄວທີ່ສຸດ. ພ້ອມນັ້ນ, ທ່ານ ບຸນເຖິງ ດວງສະຫວັນ ກໍ່ໄດ້ອວຍພອນໃຫ້ … Continue reading →
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຂື້ນປາໄສໃນເວທີ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວ-ຈີນ ພາຍໃຕ້ຫົວຂໍ້ “ການເປີດປະຕູສູ່ໂລກພາຍນອກທີ່ມີຄຸນນະພາບສູງ ແລະ ການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ” ໃນກອງປະຊຸມແລກປ່ຽນການຮ່ວມມືດ້ານເສດຖະກິດການຄ້າ ລາວ-ຈີນ ຂື້ນໃນວັນທີ 5 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ. ທ່ານລັດຖະມົນຕີ ໄດ້ກ່າວວ່າ: ລາວ ແລະ ຈີນ ມີຊາຍແດນຕິດຈອດກັນ, ມີສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໜັ້ນຄົງຍາວນານ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ. ສອງປະເທດ ໄດ້ຍົກລະດັບການຮ່ວມມື ເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ໃນປີ 2019 ເຮັດໃຫ້ການຮ່ວມມືຮອບດ້ານລະຫວ່າງ … Continue reading →
ຄະນະປ້ອງກັນພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຝຶກອົບຮົມຫັດແອບ ວຽກງານປ້ອງກັນຄວາມສະຫງົບ ຂັ້ນພື້ນຖານ ໃຫ້ຄະນະປ້ອງກັນພາຍໃນ ກະຊວງ ອຄ ຄັ້ງທີ 2 ໃນວັນທີ 5 ກັນຍາ 2024 ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງ ອຄ ໂດຍເປັນປະທານ ຂອງ ທ່ານ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ອຄ, ມີຄະນະປ້ອງກັນພາຍໃນ, ບັນດາກົມ, ບັນດາພະແນກອ້ອມຂ້າງ, ລັດວິສາຫະກິດ, ສຄອຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ທ່ານ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຄ ໃນວັນທີ 29 ສິງຫາ 2024 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ), ເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ຄຸ້ມຄອງສັງຫາລິມະຊັບ, ກົມຊັບສິນແຫ່ງລັດ, ກະຊວງການເງິນ ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານບຳນານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. … Continue reading →
ໃນຕອນບ່າຍ ວັນທີ 23 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ແນະນໍາຕົວໃນໂອກາດແຕ່ງຕັ້ງມາຮັບຕໍາແໜ່ງເປັນ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ນ. ຟັງຫົງ Fang Hong … Continue reading →
ໃນຕອນບ່າຍ ວັນທີ 16 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ວິກົມ ກົມມະດິດ ປະທານບໍລິຫານ ບໍລິສັດ ອຳມະຕະ ຈຳກັດມະຫາຊົນ ພ້ອມດ້ວຍຄະນະ ຈາກ JBIC, ກຸ່ມບໍລິສັດ ຈະເລີນ ໂພກປະພັນ (CP Group), MISUBISHI, NTT-DOCOMO ແລະ ບັນດາກົມກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງການພົບປະໃນຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ແລະ ທັດສະນະກ່ຽວກັບ ການສ້າງໂຮງງານໄຟຟ້າພະລັງງານປະລະມະນູ ຢູ່ ສປປ … Continue reading →