ຂ່າວ

ໂດຍ: ໄພວັນ ວັນທີ 18 Aug, 2024 ເວລາ 05:46 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
11

ໃນວັນທີ 16 ສິງຫາ 2024 ທີ່ກະຊວງ ອຄ ໄດ້ມີກອງປະຊຸມ ຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ 9 ສະໄໝທີ V (ເປີດກວ້າງ) ຂຶ້ນໂດຍການເປັນປະທານຂອງສະຫາຍ ມາໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ອຸດສາຫະກໍາ ແລະ ການຄ້າ ມີບັນດາ ຄະນະປະຈໍາພັກກະຊວງ, ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ປະທານ/ເລຂາ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດລະບຽບພັກປະຊາຊົນປະຕິບັດລາວ ສະໄໝທີ XI … Continue reading

ໂດຍ: ໄພວັນ ວັນທີ 15 Aug, 2024 ເວລາ 05:43 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0156

ໃນວັນທີ 7 ສີງຫາ 2024 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ  ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະສອງຝ່າຍ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ເພີ່ມທະວີການຮ່ວມມື ກໍ່ຄືການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ໃນທ່າມກາງບັນຍາກາດແຫ່ງຄວາມສະມັກຄີ, ມິດຕະພາບ, ດ້ວຍຄວາມຮັບຜິດຊອບສູງ ແລະ ພ້ອມກັນຮ່ວມມືພັດທະນາ, ບົນພື້ນຖານການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ຝ່າຍລາວ ນໍາໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 15 Aug, 2024 ເວລາ 12:40 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0264

ກໍາມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ (ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ  III ຂຶ້ນ ໃນຕອນບ່າຍ ຂອງວັນທີ 13 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ເກີທາວ ເຈີ່ເຈັງ, ຮອງປະທານ ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານກວດກາຄະນະບໍລິຫານງານສະຫະພັນກໍາມະບານກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ສະຫາຍ ວຽງທອງ ວົງທະວິໄລ, ກໍາມະການພັກກະຊວງ, ເລຂາໝ່ວຍພັກ, ຫົວໜ້າກົມມາດຕະຖານ … Continue reading

ໂດຍ: admin ວັນທີ 14 Aug, 2024 ເວລາ 03:42 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0202

                ນາງ ແສງທິບ ພິມພາວົງ ຮອງເລຂາໜ່ວຍຊາວໜຸ່ມຊຸດເກົ່າ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ III.   ໃນຕອນເຊົ້າຂອງວັນທີ 13 ສິງຫາ  2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ປອ ບຸນເພັງ ສີບຸນເຮືອງ  ຄະນະບໍລິຫານງານຊາວໜູ່ມປະຊາຊົນປະຕິວັດລາວ ເລຂາ ຊາວໜູ່ມກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: admin ວັນທີ 14 Aug, 2024 ເວລາ 11:49 AM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2024-08-14 at 10.07.54 2

  ​ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46 ໃນວັນທີ 14 ສິງ ຫາ 2024, ທີ່ ນະຄອນຫລວງວຽງຈັນ,  ໂດຍການເປັນປະທານຂອງ ທ່ານ ປອ. ມະ ໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ຄັ້ງທີ 56 (AEM) ທີ່ ສປປ … Continue reading

ໂດຍ: admin ວັນທີ 12 Aug, 2024 ເວລາ 11:10 AM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
8AC7F592-D76C-472F-AD11-DF88F107D5CC_1_201_a

       ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ( The 1st ASEAN Coordinating Task Force on Blue Economy) ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນ ທີ 10-11 ສິງຫາ 2024, ທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນການເພິ່ມທະວີການຮ່ວມມືດ້ານເສດຖະກິດສີຟ້າໃນອາຊຽນ ເຊີງເສດຖະກິດສີຟ້າ ແມ່ນຈະສ້າງໝູນຄ່າເພີ່ມ ແລະ ລະບົບຕ່ອງໂສ້ມູນຄ່າຂອງຊັບພະຍາກອນທີ່ມີຢູ່ໃນມະຫາສະໝຸດ, ທະເລ, … Continue reading

ໂດຍ: ໄພວັນ ວັນທີ 10 Aug, 2024 ເວລາ 10:37 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5065.jpg 1

ສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃນວັນທີ 8 ສິງຫາ 2024 ທີ່ ໂຮງແຮມ ຄາວພາຊ້າ ເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ແຟຼງ ທີບີທ້ານ ຫົງໜ້າໂຄງການ COMPETE II, ທ່ານ ນາງ ສົມໝາຍ ພົມມຸນິວົງ ປະທານສະຫະພັນແມ່ຍິງ ກະຊວງ ອຄ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, … Continue reading

ໂດຍ: admin ວັນທີ 8 Aug, 2024 ເວລາ 08:07 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
7E1D7E9A-2033-423A-81C4-C82C590FA9F3_1_201_a

                  ສະຖາບັນອຸດສາຫະກຳ ແລະ ການຄ້າໂດຍ ຮ່ວມກັບມູນນິທິເອເຊຍ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳໂຄງການ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການ ອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ 2024’’  ໃນວັນທີ 06 ສິງຫາ 2024, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ໂດຍອີງຕາມ ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: 1) ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ), 2) ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ 3) … Continue reading

ໂດຍ: admin ວັນທີ 8 Aug, 2024 ເວລາ 03:41 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0193

         ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 8 ສິງຫາ 2024 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ  KOIZUMI Tsutomu, ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະ​ຈຳ ສປປ ລາວ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.          ໂອກາດນີ້ … Continue reading

ໂດຍ: admin ວັນທີ 6 Aug, 2024 ເວລາ 10:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0055

         ວັນທີ 05 ສິງຫາ 2024, ທີ່ ລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີ ເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal), ໃຫ້ການສະໜູບສະໜູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (LBE), ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. Elizabeth Chambers, ຮັກສາການຫົວໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ … Continue reading