ຂ່າວ

ໂດຍ: admin ວັນທີ 8 Apr, 2024 ເວລາ 11:53 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0948 21.59.13

  ໃນຕອນເຊົ້າ ວັນທີ 08 ເມສາ 2024 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມ ສັນຍາການຄ້າລະຫວ່າງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ນອກຈາກຈະມີພິທີລົງນາມດັ່ງກ່າວແລ້ວ ທັງສອງຝ່າຍກໍ່ຖືເວທີດັ່ງກ່າວເປັນເວທີພົບປະ ແລະ ປຶກສາຫາລື  ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​ການ​ຮ່ວມ​ມື ຂອງ​ສອງ​ລັດ​ຖະ​ບານ ສປ​ປ ລາວ ແລະ ສ​ສ ຫວຽດ​ນາມ ປະ​ຈຳ​ປີ 2024 ວຽກງານຂະ​ແໜງອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຂອງ​ທັງສອງ​ປະ​ເທດ ລາວ ແລະ … Continue reading

ໂດຍ: admin ວັນທີ 5 Apr, 2024 ເວລາ 05:05 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9153

  ໃນວັນທີ 5 ເມສາ 2024 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະໜງອຸດສາຫະກຳ ແລະ ການຄ້າ ວັນທີ 4-5 ເມສາ 2024 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ, ນະຄອນຫຼວງວຽງຈັນ.  ມີຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ຜູ້ຕາງໜ້າຈາກຂະແໜງການ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ, ສະພາແຫ່ງຊາດ, … Continue reading

ໂດຍ: admin ວັນທີ 4 Apr, 2024 ເວລາ 03:57 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_8304

               ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ປີ 2023 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ເມສາ2024, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ICTC, ນະຄອນຫລວງວຽງຈັນ ເປັນກຽດກ່າວເປີດກອງປະຊຸມໂດຍທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ເຂົ້າຮ່ວມ ບັນດາສະຫາຍຄະນະປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາສະຫາຍ ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສະຖາບັນການສຶກສາ, ສະຖາບັນຄົ້ນຄ້ວາ, ບັນດາວິສາຫະກິດ, ສະພາການຄ້າ ແລະ ອຸດສາຫະກຳ … Continue reading

ໂດຍ: ໄພວັນ ວັນທີ 4 Apr, 2024 ເວລາ 03:57 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_12

ວັນທີ 3 ເມສາ 2024 ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ຮ່ວມກັບສະມາຄົມນັກທຸລະກິດຍິງລາວ  ແລະ ສະມາຄົມວັດທະນາທໍາ ແລະ ສິນລະປະ ສ ເກົາຫລີ ໄດ້ຈັດພິທີເປີດ ເທດສະການອາຫານລາວ- ສ ເກົາຫລີ ຄັ້ງທີ 1 ທີ່ສວນເຈົ້າອານຸວົງ, ຈະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຕັດແຖບຜ້າໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ນ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີ, ທ່ານ ນ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, … Continue reading

ໂດຍ: ໄພວັນ ວັນທີ 3 Apr, 2024 ເວລາ 04:02 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_008

ວັນທີ 2 ເມສາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມທຸລະກິດລາວ ຄັ້ງທີ 15 ເພື່ອປະເມີນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ມີເປົ້າໝາຍ ເພື່ອປັບປຸງສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນ ສປປ ລາວ. ກອງປະຊຸມນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທຸຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຫຼາຍກວ່າ 400 ທ່ານ. ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, … Continue reading

ໂດຍ: admin ວັນທີ 2 Apr, 2024 ເວລາ 03:32 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_6196.1

                ໃນຕອນເຊົ້າ ວັນທີ 02 ເມສາ 2024 ທີ່ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມທະບຽນວິສາຫະກິດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານທະບຽນວິສາຫະກິດ ໃຫ້ແກ່ບັນດາພະແນກການຂັ້ນທ້ອງຖິ່ນ ໃນຂອບເຂດທົ່ວປະເທດ (ດ້ວຍຮັບແບບທາງໄກ) ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ, ພ້ອມມີຄະນະກົມ, ພະນັກງານ … Continue reading

ໂດຍ: admin ວັນທີ 2 Apr, 2024 ເວລາ 10:39 AM | ແຍກຕາມຫມວດ ຂ່າວດ່ວນ, ຂ່າວ | % ຄຳເຫັນ 0 Comments
ໂດຍ: admin ວັນທີ 29 Mar, 2024 ເວລາ 10:31 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp 1

          ໃນລະຫວ່າງວັນທີ 26-28 ມີນາ 2024 ທີ່ ໂຮງແຮມພູນແມນ, ແຂວງຫຼວງພະບາງ ມີກອງປະຊຸມຝຶກ​ອົບ​ຮົມລະ​ດັບ​ພາກ​ພື້ນ ​ກ່ຽວ​ກັບ​ວຽກ​ງານ​ຊັບ​ສິນ​ທາງ​ປັນ​ຍາ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ຍິງ, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ນ. ສີລິພອນ ສຸພັນທອງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ແດ້ນ ເຮວເດີນ (Dan Heldon), ຮອງເອກອັກຄະລັດຖະທູດ ແຫ່ງປະເທດ ອົດສະຕາລີ ປະຈຳ ສປປ ລາວ … Continue reading

ໂດຍ: ໄພວັນ ວັນທີ 22 Mar, 2024 ເວລາ 11:07 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າ 3 ຫົວຂໍ້ຄື: 1. ການເພີ່ມປະສິດທິພາບ ໃນການນໍາໃຊ້ທ່າບົກທ່ານາແລ້ງ, 2. ການພັດທະນາເຂດ ແລະ ນິຄົມອຸດສາຫະກໍາທີ່ມີທ່າແຮງຂອງລາວໃຫ້ມີຄວາມຍືນຍົງ ແລະ 3. ການສົ່ງເສີມແບບຍືນຍົງໃນການຜະລິດມັນຕົ້ນ ຂື້ນໃນວັນທີ 21 ມີນາ 2024 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading

ໂດຍ: admin ວັນທີ 22 Mar, 2024 ເວລາ 10:47 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0036.1

        ໃນລະຫວ່າງວັນທີ 21-22 ມິນາ 2024, ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ, ກອງປະຊຸມລະດັບພາກພື້ນອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງ ໃຫ້ແກ່ເຄືອຂ່າຍສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກຳ (TISC), ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ Andrew CZAJKOWSKI, ຜູ້ຕາງໜ້າຈາກອົງການຊັບສິນທາງປັນຍາໂລກ (WIPO).          ໃນກອງປະຊຸມຄັ້ງນີ້ … Continue reading