ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ ໄດ້ໃຫ້ສຳພາດວ່າ “ ກົມຊັບສິນທາງປັນຍາ ໃຫ້ຄວາມສຳຄັນ ແລະ ສົ່ງເສີມ ສິນຄ້າຖິ່ນກຳເນີດ ຫຼື GI ລາວຢ່າງຕໍ່ເນື່ອງ ເພື່ອໃຫ້ຄວາມຄຸ້ມຄອງ ແລະ ຍົກລະດັບສິນຄ້າ ຈາກທ້ອງຖິ່ນໃຫ້ເປັນທີ່ຮູ້ຈັກຢ່າງແຜ່ຫຼາຍ ທັງຕະຫຼາດພາຍໃນ ແລະ ສາກົນ” ລວມທັງການພັກດັນ ແລະ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ GI ຜ່ານໂຄງການຕ່າງໆ ເພື່ອຂະຫຍາຍຊ່ອງທາງການຕະຫຼາດ ແລະ ການສ້າງຄວາມເຊື່ອໝັັ້ນໃນຄຸນນະພາບ, ເອກະລັກສະເພາະ ແລະ ມາດຕະຖານ GI ໃຫ້ກັບຜູ້ບໍລິໂພກ. … Continue reading →
ບໍລິສັດ ລາວວີຕາ ພັດທະນາ ຈຳກັດ ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງ-ຕິດຕັ້ງໄຟເຍືອງທາງ ໂຊລ່າເຊວ ແລະ ປູກຕົ້ນໄມ້ປະດັບ ມູນຄ່າ 5 ຕື້ກວ່າກີບ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຄຸ້ມຄອງຮັກ ພ້ອມດຽວກັນນີ້, ທາງບໍລິສັດກຽມດໍາເນີນໂຄງການໄລຍະ 2 ເນື້ອທີ່ 142 ເຮັກຕາ. ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງໂຊລ່າເຊວ ແລະ ການປູກດອກໄມ້-ຕົ້ນໄມ້ປະດັບ ລະຫວ່າງ ບໍລິສັດ ລາວວີຕາ ພັດທະນາ ຈໍາກັດ ແລະ ອົງການປັກຄອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອວັນທີ 22 ທັນວາ 2023 ທີ່ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ … Continue reading →
ວັນທີ 21 ທັນວາ 2023 ເວລາ 08:30 ທີ່ ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ ຈັດຝຶກອົບຮົມເພື່ອສ້າງຂີດຄວາມອາດສາມາດເຕັກນິກການສ້າງນິຕິກຳ ໃຫ້ແກ່ພະນັກງານຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍການເປັນປະທານຂອງທ່ານ ນາງ ຄໍາພັດ ພູນສຸກ, ຮອງຫົວໜ້າຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ. ຈຸດປະສົງແມ່ນ ເພື່ອແນ່ໃສ່ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ແລະ ສ້າງຄວາມຮັບຮູ້ ກ່ຽວກັບຂັ້ນຕອນ, ເຕັກນິກການສ້າງນິຕິກໍາ ໃຫ້ແກ່ພະນັກງານຫຼັກແຫ່ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ເຂົ້າໃຈຢ່າງເລິກເຊິງ, ຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນການສັາງນິຕິກໍາ, ການກໍານົດເປົ້າໝາຍ ເຫດຜົນຂອງການສ້າງ/ປັບປຸງນິຕິກໍາຢ່າງຈະແຈ້ງ, ການຈັດລຽງບູລິມະສິດ ແລະ ຄວາມຈໍາເປັນ ນິຕິກໍາທີ່ຈະສ້າງ … Continue reading →
ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເປີດໂຕ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລຸ້ນທີ 3, ໃນວັນທີ 20 ທັນວາ 2023 ທີ່ໂຮງແຮມຄາວພາຊ້າ ໂດຍການເຂົ້າຮ່ວມຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງ ອຄ, ມີບັນດາທ່ານ ຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກທຸລະກິດເຂົ້າຮ່ວມ. ທ່ານ ບຸນເຖິງ ດວງສະຫວັນ ໄດ້ກ່າວວ່າ: ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼືLao PDR Trade Portal (LTP) … Continue reading →
ຕອນເຊົ້າເວລາ 08:30-16:00 ໂມງ ໃນວັນທີ 19 ທັນວາ 2023, ທີ່ໂຮງແຮມ ທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ, ກົມທະບຽນວິສາຫະກີດ (ກົມ ທວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂໍ້ມູນລົງເວບໄຊຖານຂໍ້ມູນດ້ານລະບຽບການຂໍອະນຸຍາດດໍາເນີນທຸລະກິດ ຢູ່ ສປປ ລາວ(www.bned.moic.gov.la), ພາຍໃຕ້ການເປັນປະທານຂອງທ່ານ ນາງ ວົງປະດິດ ວົງສະຫວາດ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະກອງເລຂາຈາກ ກົມ ທວ, ຕາງໜ້າບັນດາພະແນກພາຍໃນກົມ, ຄະນະປະສານງານປັບປຸງຂໍ້ມູນຈາກພາກສ່ວນທີ່ກ່ຽວຂ້ອງພາຍໃນ ກະຊວງອຸດສາຫະກໍາ ແລະ … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ພາຍໃຕ້ການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມດ້ວຍຜູ້ເຂົ້າຮ່ວມຈາກບັນດາຄູ່ຮ່ວມພັດທະນາ, ພາກສ່ວນຈັດຕັ້ງປະຕິບັດໂຄງການ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການຈາກພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມຈຳນວນ 100 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ບັນດາຜົນງານໄດ້ຮັບທີ່ຫຼັກທີ່ຍາດມາໄດ້ ຈາກສອງໂຄງການທີ່ຫາກໍ່ສຳເລັດລົງ ເຊິ່ງລວມມີ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກຢູ່ 3 ແຂວງພາກເໜືອຂອງ ສປປ … Continue reading →
ໃນວັນທີ 14 ທັນວາ 2023 ທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ ຄັ້ງທີ 2 ໃນຫົວຂໍ້: “ບົດບາດຂອງເພດຊາຍໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ” ພາຍໃຕ້ການສະໜັບສະໜູນຈາກໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ, ສະມາຄົມນັກທຸລະກິດຍິງ ແລະ ບັນດາວິທະຍາກອນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ມະໂນທອງ … Continue reading →
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ທັນວາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ: ສະແດງຄວາມຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ທັງເປັນຫົວນ້າຄະນະຜູ້ແທນ ທີ່ໃຫ້ກຽດມາພົບປະຢ້ຽມຢາມ ກະຊວງ … Continue reading →
ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 11 ທັນວາ 2023 ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Yau Ying Wah ລັດຖະມົນຕີ ກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ພ້ອມຄະນະ, ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 … Continue reading →
ຕອນບ່າຍ ເວລາ 15 : 30 ໂມງ ຂອງວັນທີ 08 ທັນວາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ຄິມ ເທຮືມ (Kim Tea Heum) ເຈົ້າແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ພ້ອມຄະນະ, ມີຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 39 ທ່ານ. … Continue reading →