ຂ່າວ

ໂດຍ: ໄພວັນ ວັນທີ 25 Oct, 2023 ເວລາ 05:07 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_07

ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ, ປະທານສະພາມາດຕະຖານແຫ່ງຊາດ, ກະຊວງອຸດສະກຳ ແລະ ການຄ້າ ພ້ອມດ້ວຍຄະນະມີ ກົມມາດຕະຖານ ແລະ ວັດແທກ, ສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ກົມທາງລົດໄຟ  ໄດ້ເຂົ້າຮ່ວມກອງປະຊຸມເວທີປາໄສ ການຮ່ວມມືດ້ານມາດຕະຖານ ອາຊຽນ-ຈີນ ຄັ້່ງທີ 3 ແລະ ພົບປະສອງຝ່າຍ ລະຫວ່າງ ສະພາມາດຕະຖານແຫ່ງຊາດ, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ຄະນະບໍລິຫານຄຸ້ມຄອງລະບຽບການດ້ານການຕະຫຼາດ ແລະ ມາດຕະຖານ ແຫ່ງ ສປ ຈິນ, … Continue reading

ໂດຍ: admin ວັນທີ 25 Oct, 2023 ເວລາ 03:31 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
smart

          ຕອນເຊົ້າ ເວລາ 11:45 ໂມງ ຂອງວັນທີ 25 ຕຸລາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ HU LIANGBO ປະທານກຳມະບານ ຂອງກຸ່ມບໍລິສັດພັດທະນາກະສິກຳຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ, … Continue reading

ໂດຍ: ໄພວັນ ວັນທີ 21 Oct, 2023 ເວລາ 03:23 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0337

ໃນວັນທີ 20 ຕຸລາ 2023, ທີ່ສູນການຄ້າຈອມມະນີ ເຊັນເຕີ (ງານມະຫະກໍາຕະຫຼາດນັດສິນຄ້າ), ກອງທຶນສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ), ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີເຊັນສັນຍາສະໜອງທຶນ ກັບທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກ ທີ່ເປັນຄູ່ຮ່ວມມື ຂອງ ທສວ ເພື່ອນໍາໄປສະໜອງສິນເຊື່ອ ໃຫ້ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ໂດຍປະກອບມີ 3 ບ້ວງເງິນ ຄື: 1). ບ້ວງເງິນປະກອບທຶນ ຂອງລັດຖະບານໃຫ້ ທສວ ສໍາລັບ 6 ເດືອນຕົ້ນປີ 2023 … Continue reading

ໂດຍ: ໄພວັນ ວັນທີ 21 Oct, 2023 ເວລາ 11:40 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບສະຖາບັນເລືອດແຫ່ງຊາດ, ອົງການການກາແດງແຫ່ງຊາດລາວ ຈັດກິດຈະກໍາບໍລິຈາກເລືອດ ໃນງານສະແດງ ມະຫະກໍາຕະຫລາດນັດສິນຄ້າ ຈຸລະວິສາຫະກິດ (ຈນກ), ຂື້ນໃນວັນທີ 18 ຕຸລາ 2023, ທີ່ຈອມມະນີ ເຊັນເຕີ. ຈຸດປະສົງເພື່ອສ້າງຂະບວນການ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົງ ກໍຄືຊ່ວຍເຫຼືອປິ່ນປົວຄົນເຈັບຢູ່ຕາມໂຮງໝໍຕ່າງ ໂດຍສະເພາະແມ່ນຄົນເຈັບ: ພະຍາດເລືອດຈາງຍ້ອນກໍາມະພັນ, ຟອກໄຂ່ຫຼັງ, ໄຂ້ຍູງລາຍ, ເສຍເລືອດຍ້ອນການເກີດລູກ, ຖືພານອກພົກ, ເກີດອຸປະຕິເຫດ, ມະເຮັງເມັດເລືອດຂາວ, ມະເຮັງອຶ່ນໆ ແລະ ອີກຫຼາຍພະຍາດທີ່ຈໍາເປັນໃຊ້ເລືອດຊ່ວຍຊີວິດ. ສະຫະພັນກໍາມະບານກະຊວງ ອຄ ໄດ້ລະດົມສະມາຊິກເຂົ້າຮ່ວມບໍລິຈາກເລືອດຄັ້ງນີ້ ນໍາໂດຍ ທ່ານ ປອ ບົວວັນ ວິລະວົງ … Continue reading

ໂດຍ: admin ວັນທີ 19 Oct, 2023 ເວລາ 12:17 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-10-19 at 09.35.18 (1)

ກອງປະຊຸມ ໄດ້ຮັບຟັງການລາຍງານໂຄງການອາຊຽນ-ຮົງກົງ ອີໂກເທັກ (AHKFTA-ECOTECH) ຈາກກອງເລຂາອາຊຽນ, ນໍາສະເໜີກ່ຽວກັບຈຸດປະສົງ ຂອງໂຄງການກອງປະຊຸມສໍາມະນາດ້ານນະໂຍບາຍລະດັບພາກພື້ນຮ່ວມກັບ ບັນດາປະເທດອາຊຽນ ແລະ ຮົງກົງ, ສປ ຈີນພາຍໃຕ້ຂອບສັນຍາອາຊຽນ-ຮົງກົງ, ສປ ຈີນ ປີ2023, ການນໍາສະເໜີຜົນການຄົ້ນຄວ້າກ່ຽວກັບໂຄງການໄລຍະຜ່ານມາ; ນອກຈາກນັ້ນ, ຍັງມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນດ້ານວິຊາການຕໍ່ກັບທິດທາງ ແລະ ຮູບແບບການຄົ້ນຄວ້າຂອງໂຄງການປີ 2023. ໃນວັນທີ 18 ຕຸລາ 2023, ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລືການຮ່ວມມື ລະຫວ່າງ ສະຖາບັນຈາກອາຊຽນ ແລະ ຮົງກົງ, ສປ ຈີນ … Continue reading

ໂດຍ: ໄພວັນ ວັນທີ 18 Oct, 2023 ເວລາ 10:07 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
2 Image

ໃນວັນທິີ 17 ຕຸລາ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ກອງ​ເລຂາ​ອາ​ຊຽນ ແລະ ​​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ ໄດ້ຮ່ວມກັນຈັດ​ກອງ​ປະຊຸມ​ ລະດົມ​ຄວາມ​ຄິດ​ ເພື່ອ​ສ້າງ​ແຜນ​ປະຕິບັດ​ງານການຮ່ວມມືດ້ານ ຊັບສິນທາງປັນຍາອາ​ຊຽນ 10 ປີ (2026-2035) ​ແລະ ເພື່ອ​ຍົກລະດັບ​ສັນຍາ​ຂອບວຽກ​ອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ, ໃນລະຫວ່າງວັນທີ 17-20 ຕຸລາ 2023 ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ອຄ ແລະ ມີຜູ້ຕາງໜ້າຈາກ ອົງການຊັບສິນທາງປັນຍາໂລກ, … Continue reading

ໂດຍ: ໄພວັນ ວັນທີ 18 Oct, 2023 ເວລາ 10:27 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0002

ໃນວັນທີ 16 ຕຸລາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ລະຫວ່າງ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ” ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງ ອຄ, ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າ ສະຖາບັນອຸດສາຫະກໍາ … Continue reading

ໂດຍ: ໄພວັນ ວັນທີ 16 Oct, 2023 ເວລາ 05:09 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0027

ໃນຕອນເຊົ້າຂອງວັນທີ 16 ຕຸລາ 2023 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ. ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງ ວັນມາດຕະຖານໂລກ 14 ຕຸລາ 2023 ຄົບ 76 ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວ ໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ,  ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກົມ, ຫ້ອງການ ແລະ ສະຖາບັນພາຍໃນກະຊວງ ເຂົ້າຮ່ວມ. ຈຸດປະສົງຂອງການສະເຫຼີມສະຫຼອງ ວັນມາດຕະຖານໂລກ … Continue reading

ໂດຍ: ໄພວັນ ວັນທີ 16 Oct, 2023 ເວລາ 04:15 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
6

ໃນວັນທີ 12 ຕຸລາ 2023, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດພິທີ ປະກາດຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແລະ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ຜູ້ໃໝ່, ໂດຍການປະທານຂອງ ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງແຂວງອັດຕະປື, ມີພະນັກງານ ການນໍາ ພາກສ່ວນກ່ຽວຂ້ອງຂອງແຂວງເຂົ້າຮ່ວມ. ໃນພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າແຂວງແຂວງອັດຕະປື ສະບັບເລກທີ 1328/ຈຂອປ, ລົງວັນທີ 11 … Continue reading

ໂດຍ: ໄພວັນ ວັນທີ 15 Oct, 2023 ເວລາ 03:28 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1jpg

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ເປີດກວ້າງເພື່ອເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບການນໍາເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງສິນຄ້າ ຜ່ານທາງລົດໄຟລາວ-ຈີນ, ຈຸດປະສົງເພື່ອໃຫ້ທຸກພາກສ່ວນຮັບຮູ້ ແລະ ເຂົ້າເຖິງຂໍ້ມູນກ່ຽວກັບການບໍລິການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ແລະ ແນໃສ່ເຮັດໃຫ້ການນຳເຂົ້າ-ສົ່ງອອກ, ຜ່ານແດນ, ເຄື່ອນຍ້າຍ ແລະ ຂົນສົ່ງ ສິນຄ້າ ຜ່ານທາງລົດໄຟລາວ-ຈີນ ຫຼາຍຂຶ້ນ ແລະ ໝູນໃຊ້ສິ່ງອໍານວຍຄວາມສະດວກດັ່ງກ່າວ, ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນດ້ານການຄ້າ ຂອງ ສປປ ລາວ ກັບ ປະເທດເພື່ອນບ້ານ, ພາກພື້ນ ແລະ ສາກົນ. ກອງປະຊຸມຈັດຂື້ນໃນວັນທີ 13 ຕຸລາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງ … Continue reading