ຕອນບ່າຍ ເວລາ 02:30 ໂມງ ຂອງວັນທີ 11 ຕຸລາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຂໍ່ານັບ ຂອງ ທ່ານ ຫຼີ ເຊິນຢາງ ຫົວໜ້າພະແນກການຄ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ເພື່ອເປັນການປຶກສາຫາລືໃນວຽກງານການຄ້າ ແລະ ການລົງທຶນຢູ່ລາວ, ມີຜູ້ຕາງໜ້າຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 19 … Continue reading →
ໂດຍອີງຕາມແຜນວຽກຂອງກົມຈັດຕັ້ງ ແລະ ພະນັກງານ ປະຈໍາປີ 2023 ແລະ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຈັດຝຶກອົບຮົມປະເມີນຜົນ ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1309/ອຄ, ລົງວັນທີ 14 ສິງຫາ 2023. ໃນວັນທີ 11 ຕຸລາ 2023 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການປະເມີນຜົນ … Continue reading →
ກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຄັ້ງທີ່ 05 (ຕາມຂໍ້ຕົກລົງ126/ນຍ ຄັ້ງທີ່ 02) ແບບເຊິ່ງໜ້າ ແລະ ທາງໄກ ຂື້ນໃນວັນທີ 3 ຕຸລາ 2023 ທີ່ກະຊວງ ອຄ ໃຫ້ກຽດເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫັວນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຂັ້ນສູນກາງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ ກ່່ຽວຂ້ອງ ແລະ ຂັ້ນທ້ອງຖິ່ນມີ ບັນດາຮອງເຈົ້າແຂວງ ແລະ ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, … Continue reading →
ຕອນໃນບ່າຍເວລາ 2: 00 ໂມງ ຂອງວັນທີ 27 ກັນຍາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນ. Heather Wheeler MP, ອັງກິດ ໃນໂອກາດເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ສປປ ລາວ … Continue reading →
ສະເພາະກໍ່ຄືຢູ່ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບຜົນກະທົບ ທີ່ມາຈາກ ຫຼາຍປັດໃຈ ລວມ ເຊິ່ງສົ່ງຜົນ2023, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີເປີດ ກິດຈະກຳ ຂາຍສິນຄ້າ ຫຼຸດລາຄາ; ເປັນກຽດເຂົ້າວັນທີ 26 ກັນຍາ ຮ່ວມ ແລະ ເປັນປະທານພິທີ ໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ພ້ອມນັ້ນ, ພິທີເປີດໃນຄັ້ງນີ້ ກໍມີບັນດາຫົວໜ້າກົມ/ຮອງຫົວໜ້າກົມ ອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ … Continue reading →
ໃນລະຫວ່າງວັນທີ 19-20 ກັນຍາ 2023, ທີ່ເມືອງ ວັງວຽງ, ແຂວງ ວຽງຈັນ, ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ແກ່ກອງເລຂາ ແລະ ໜ່ວຍງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງ (ອນຄ.ສ) ທົ່ວປະເທດ ຄັ້ງທີ 1, ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ ມະໂນທອງ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ຫຼາຍຂື້ນ. ກອງປະຊຸມໄດ້ຈັດຂື້ນໃນລະຫວ່າງວັນທີ 21-22 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ດີໂນ້ ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ … Continue reading →
ລະຫວ່າງວັນທີ 20-21 ກັນຍາ 2023, ທີ່ຫ້ອງປະຊຸມ ນາປາກວາງ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍທາງປັນຍາ (ສະບັບປັບປຸງ) ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ. ໃນກອງປະຊຸມຄັ້ງນີ້ ມີທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ກອຄ), ທ່ານ ອໍາໄພ ຈິດມານົນ, ຮອງປະທານກໍາມາທິການກົດໝາຍ, ທ່ານ ກົງຈີ … Continue reading →
ໃນວັນທີ 18 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ເພື່ອປະຕິບັດຕາມດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນແລະ ຍ້ອງຍໍ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019; ອີງຕາມ ເນື້ອໃນແຜນການຂໍ້ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ … Continue reading →
ແຈ້ງການ 0955 ກຄພນ