ຂ່າວ

ໂດຍ: admin ວັນທີ 14 Sep, 2023 ເວລາ 11:42 AM | ແຍກຕາມຫມວດ ຮູບພາບ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0011

        ຕອນບ່າຍ ເວລາ 4: 30 ໂມງ ຂອງວັນທີ 12 ກັນຍາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານຂອງ ທ່ານ IKEDA Mitsuru, ທີ່ປືກສາປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 25 ກວ່າທ່ານ.       … Continue reading

ໂດຍ: admin ວັນທີ 13 Sep, 2023 ເວລາ 03:06 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
Policybrief_dollarization.SD.F1-1

ບົດຄົ້ນຄວ້າຫຍໍ້ ຂອງສຄອຄ  

ໂດຍ: ໄພວັນ ວັນທີ 7 Sep, 2023 ເວລາ 03:13 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0021

    ໃນວັນທີ 05 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ເປີດຂະບວນ​ການແຂ່ງຂັນ  ຮັກຊາດ ແລະ ພັດທະນາ ຂື້ນ ໂດຍການເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ (ກຈພງ) ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ.         ເພື່ອເປັນການປະຕິບັດຕາມ ດຳລັດຂອງ​ລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ສະບັບ​ເລກທີ 116/ລບ, ລົງ​ວັນ​ທີ … Continue reading

ໂດຍ: ໄພວັນ ວັນທີ 4 Sep, 2023 ເວລາ 02:23 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
4jpg

ໃນວັນທີ 03 ກັນຍາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 23 ທີ່ຈາກາຕາ, ປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງທ່ານ ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ອິນໂດເນເຊຍ ໃນຖານະປະທານອາຊຽນ ປີ 2023 ໂດຍມີບັນດາລັດຖະມົນຕີ ສະພາປະຊາຄົມເສດຖະກິດອາຊຽນ, ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ຕິມໍເລສເຕ (ໃນນາມຜູ້ສັງເກດການ) ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືພາຍໃນອາຊຽນກ່ຽວກັບການຮ່ວມມືດ້ານເສດຖະກິດອາຊຽນ ໂດຍສະເພາະແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດ (PEDs) ພາຍໃຕ້ການເປັນປະທານອາຊຽນຂອງປະເທດອິນໂດເນເຊຍໃນປີ 2023, … Continue reading

ໂດຍ: ໄພວັນ ວັນທີ 31 Aug, 2023 ເວລາ 06:37 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0257

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບການຢັ້ງຢືນໃຫ້ຫົວໜ່ວຍວິ​ສາ​ຫະ​ກິດທີ່ໄດ້ຮັບຮອງການຢັ້ງຢືນມາດຕະຖານ GMP,GHP,HACCP ແລະ ປິດໂຄງການຍົກລະດັບການແຂ່ງຂັນຂອງຂະແໜງທຸລະກິດກະສິກຳ ໂດຍຜ່ານການຢັ້ງຢືນການຜະລິດທີ່ດີ ແລະ ລະບົບວິເຄາະ – ຄວບຄຸມຈຸດວິກິດ “Enhancing Competitiveness of Agri-business Sector Through Certification of GMP and HACCP” ຂື້ນໃນວັນທີ 31 ສິງຫາ 2023,  ທີ່ ໂຮງແຮມ ລາວພຣາຊາ ພາຍໃຕ້ການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: ໄພວັນ ວັນທີ 31 Aug, 2023 ເວລາ 12:15 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1jpg

ໃນວັນທີ 29-31 ສິງຫາ 2023, ທີ່ຫ້ອງປະຊຸມລ້ອງງື່ມວິວ ຣີສອດ, ບ້ານທ່າລາດ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມກົດ    ໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ເນື້ອໃນຂັ້ນວິຊາການຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາຄ່ອງ ສີຫາປັນຍາ, ຫົວໜ້າກົມກົດໝາຍ, ສະພາແຫ່ງຊາດ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸລິຍາ ສີດາວົງ, … Continue reading

ໂດຍ: ໄພວັນ ວັນທີ 29 Aug, 2023 ເວລາ 12:54 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

  ໃນວັນທີ 25 ສິງຫາ  ທີ່ຜ່ານມານີ້ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ອາຫານແຊ່ແຂງ-ອາຫານທະເລ ແລະ ການຕິດສະຫຼາກສິນຄ້າ ເປັນພາສາລາວ ທີ່ຫ້ອງປະຊຸມ ພະແນກ ຂອງຕົນ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກ, ມີເຈົ້າໜ້າທີ່ການຄ້າ, ​ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ກິດຈະການດັ່ງກ່າວ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສອນເພັດ ບຸນທະຈິດ ຫົວໜ້າຂະແໜງ ການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ … Continue reading

ໂດຍ: ໄພວັນ ວັນທີ 29 Aug, 2023 ເວລາ 11:47 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1jpg

ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານແຂ່ງຂັນທາງທຸລະກິດ ແລະ ກອງປະຊຸມທາບທາມຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຂື້ນໃນລະຫວ່າງວັນທີ 22-24 ສິງຫາ 2023, ທີ່ ໂຮງແຮມລາວ-ເອເຊຍ, ແຂວງ ຫຼວງນໍ້າທາ. ກອງ​ປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ໄຊທິເດດ ອິນທະສອນ​, ຮອງຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ທັງເປັນກໍາມະການພັກແຂວງຫຼວງນໍ້າທາ ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ບັນດາຫ້ອງການອຸດສາຫະກໍາ … Continue reading

ໂດຍ: admin ວັນທີ 28 Aug, 2023 ເວລາ 03:04 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_2351

ໃນວັນທີ 25 ສິງຫາ 2023, ທີ່ ຫ້ອງປະຊຸມຫ້ອງວ່າສໍານັກງານປະທານປະເທດ ແຫ່ງ ສປປ ລາວ ມີກອງປະຊຸມເຜີຍແຜ່ ວຽກງານຊັບສິນທາງປັນຍາ ໃຫ້ແກ່ພາກລັດ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ເຂັມມະນິພົນເສນາ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ ແຫ່ງ ສປປ ລາວ, ທ່ານຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, … Continue reading

ໂດຍ: ໄພວັນ ວັນທີ 28 Aug, 2023 ເວລາ 10:50 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ 19/ກມສພ ໂດຍສະເພາະ ວຽກງານສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, ໃນວັນທີ 25 ສິງຫາ 2023 ນີ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ນຳໂດຍ ທ່ານ ກຽງຄຳ ຣາຊະຈັກ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ນຳພາຄະນະວິຊາການ ລົງຕິດຕາມ ຊຸກຍູ້ຜູ້ຜະລິດພາຍໃນ ຢູ່ໂຮງງານນ້ຳສີ ອຸໄລລາວ  ເພື່ອສັງລວມຂໍ້ມູນ ສະພາບການຜະລິດ ສ້າງຄວາມເຂັ້ມແຂງໃຫ້ ແກ່ຜູ້ຜະລິດພາຍໃນປະເທດ ສົ່ງເສີມການສ້າງເຄືອຂ່າຍການຜະລິດ-ການຊົມໃຊ້ ກ້າວໄປສູ່ຄວາມສາມາດກຸ້ມຕົນເອງ ແລະ ເພື່ອສົ່ງອອກ. ໂຮງງານນ້ຳສີອຸໄລລາວ, ບໍລິສັດ ອຸໄລພານິດ … Continue reading