ຂ່າວ

ໂດຍ: ໄພວັນ ວັນທີ 11 Jun, 2023 ເວລາ 04:31 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_0015

ໃນວັນທີ່ 10 ມິຖຸນາ 2023, ເວລາ 14:15 ໂມງ ໄດ້ມີພິທີທໍາລາຍສິນຄ້າປອມແປງ, ລອກຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ ທັງບໍ່ຮັບປະກັນຄຸນນະພາບປະເພດສິນຄ້ານໍ້າມັນເຄື່ອງ ແລະ ນໍ້າມັນເກຶອ ຍີ່ຫໍ້ ກາຊ້າງ, ທີ່ໂຮງງານກັ່ນນໍ້າມັນເຕົາພັນເພັດ ຫຼັກ 33, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ມີຕາງໜ້າຫ້ອງການ, ກົມກວດກາ, ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ ແລະ ພະແນກກ່ຽວຂ້ອງຂອງກົມການຄ້າພາຍໃນ. ນອກນີ້ຍັງມີ ກົມຕໍາຫຼວດເສດຖະກິດ, ກົມຕໍາຫຼວດສິ່ງແວດ ລ້ອມ, ກະຊວງປ້ອງກັນຄວາມສະຫງົບ, … Continue reading

ໂດຍ: ໄພວັນ ວັນທີ 11 Jun, 2023 ເວລາ 12:02 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0050

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນຮັບຮອງສາກົນ 09 ມິຖຸນາ 2023 ຄົບຮອບ 16ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວໂດຍທ່ານນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ ໄດ້ຈັດຂື້ນໃນຕອນເຊົ້້າຂອງວັນທີ 09 ມິຖຸນາ 2023. ທ່ານຮອງລັດຖະມົນຕີ ກະຊວງ ອຄ ໄດ້ຖະແຫຼງຂ່າວໃຫ້ຮູວ່າ: ໃນວັນທີ່ 09 ມິຖຸນາ ຂອງທຸກໆປີ ໄດ້ກຳນົດເປັນວັນຮັບຮອງສາກົນ ໂດຍລິເລີ່ມຈາກການຕົກລົງເຫັນດີ ຂອງອົງການຮັບຮອງຫ້ອງທົດລອງສາກົນ (ILAC) … Continue reading

ໂດຍ: ໄພວັນ ວັນທີ 11 Jun, 2023 ເວລາ 10:52 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0023

ໃນວັນທີ 08 ມິຖຸນາ 2023 ຜ່ານມາ, ຢູ່ທີ່ຫ້ອງປະຊຸມທາງໄກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກວດກາ ໄດ້ຈັດກອງປະຊຸມທາງໄກ ເພື່ອສະຫູຸບປະຈໍາປີ ແລະ ການແກ້ໄຂຜົນຂອງການກວດກາປົກກະຕິ ປະຈໍາປີ 2022, ໃຫ້ກຽດເປັນທານໂດຍທ່ານ ນ. ຈັນສຸກ ແສງພະຈັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຄ, ມີບັນດາສະຫາຍເລຂາ, ຮອງເລຂາຄະນະໝ່ວຍພັກບັນດາກົມກອງອ້ອມຂ້າງກະຊວງ ອຄ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ໄລຍະໜຶ່ງປີທີ່ຜ່ານມາ 2022 ກົມກວດກາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາຕາມພາລະບົດບາດ, … Continue reading

ໂດຍ: ໄພວັນ ວັນທີ 9 Jun, 2023 ເວລາ 01:42 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_007

ໃນວັນທີ 8 ມິຖຸນາ 2023, ທີ່ກະຊວອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກວ້າງຂັ້ນສູນກາງ ເພື່ອປະກອບຄໍາເຫັນ ຕໍ່ກັບ ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາຜູ້ຕາງໜ້າຫົວໜ່ວຍທຸລະກິດ ເຂົ້າຮ່ວມ. ໂອກາດນີ້ທ່ານປະທານໄດ້ກ່າວວ່າ: ກອງປະຊຸມເປີດກວ້າງຂັ້ນສູນກາງ ເພື່ອປະກອບຄຳເຫັນ ຕໍ່ກັບ ຮ່າງກົດ ໝາຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ … Continue reading

ໂດຍ: admin ວັນທີ 9 Jun, 2023 ເວລາ 12:16 PM | ແຍກຕາມຫມວດ ຂ່າວດ່ວນ, ອື່ນໆ | % ຄຳເຫັນ 0 Comments
ແຈ້ງການເລກທີ 0365.1

0570 ກຄພນ  

ໂດຍ: ໄພວັນ ວັນທີ 8 Jun, 2023 ເວລາ 03:56 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
IMG_1361

ໃນວັນທີ 07 ມີຖຸນາ 2023, ທີ່ ຫ້ອງປະຊຸມໃຫຍ່ກະຊວງ ອຄ, ກົມການນໍາເຂົ້າ ແລະ ສົ່ງອອກ ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ທຸລະກິດ ກ່ຽວກັບບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໂດຍການເປັນປະທານຂອງ ນາງ ມະນີວອນ ວົງໄຊ ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ມີພາກລັດ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ສະມາຄົມ, ລັດວິສາຫະກິດ, ກຸ່ມຜູ້ຜະລິດ, ສະພາການຄ້າຂອງຕ່າງປະເທດ ແລະ ບັນດາບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ ທ່ານປະທານໄດ້ໃຫ້ຮູ້ວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ, ກໍ່ຄືການແກ້ໄຂບັນຫາຂອງພາກທຸລະກິິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ … Continue reading

ໂດຍ: ໄພວັນ ວັນທີ 8 Jun, 2023 ເວລາ 12:10 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0060

ຕອນເຊົ້າ ວັນທີ 7 ມິຖຸນາ 2023 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຕ້ອນຮັບການເຂົ້າຢ້ຽມ ແລະ ພົບປະ ຂອງທ່ານ ຫມາ ນິງຢີ້ (Ma Ningyu) ເຈົ້າເມືອງ ກຸ້ຍຢາງ ເມືອງຫລວງ ຂອງ ແຂວງກຸ້ຍໂຈ, ແຫ່ງ ສປ ຈີນ  ພ້ອມດ້ວຍຄະນະ, ເນື່ອງໃນໂອກາດການເຂົ້າຢ້ຽມພົບປະຄັ້ງນີ້ ເພື່ອປຶກສາຫາລື ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ລະຫວ່າງ ສປປ … Continue reading

ໂດຍ: admin ວັນທີ 7 Jun, 2023 ເວລາ 02:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
_MG_1104.1

          ໃນຕອນ​ເຊົ້າຂອງວັນທີ 06 ມີຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ເປີດປະຊຸມ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ເຂົ້າຮ່ວມ ຮອງຫົວໜ້າສະຖາບັນ, ບັນດາທ່ານຕາງໜ້າກົມກອງອ້ອມຂ້າງກະຊວງ, ມະຫາວິທະຍາໄລແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້, ສະພາແຫ່ງຊາດ, ຫ້ອງວ່າການລັດຖະບານກະຊວງແຜນການ ແລະ ການລົງທືນ, ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊດ, … Continue reading

ໂດຍ: ໄພວັນ ວັນທີ 6 Jun, 2023 ເວລາ 05:50 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0018

ໃນວັນທີ 6 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສ​ປ​ປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ  ແລະ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ທັງ​ເປັນຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ລະ​ຫວ່າງ​ຜູ້​ໃຫ້​ທຶນ ພາຍ​ໃຕ້​ກອບໂຄງ​ການ​ເຊື່ອມ​ໂຍງ​ເຂົ້າ​ສາ​ກົນ​ດ້ານ​ການ​ຄ້າ (EIF), … Continue reading

ໂດຍ: admin ວັນທີ 6 Jun, 2023 ເວລາ 12:56 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
ທລມຕພ້ອມຄະນະຊຸກຍູ້ຢູ່ແຂວງຄໍາມ່ວນ ແລະ ບໍລິຄໍາໄຊ3

                         ໃນລະຫວ່າງວັນທີ 30 ພຶດສະພາ – 2 ມິຖຸນາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ ແລະ ບໍລິຄຳໄຊ. ຈຸດປະສົງຕົ້ນຕໍແມ່ນເພື່ອຕິດຕາມ ແລະ ຊຸກຍູ້ວຽກງານການຜະລິດຢູ່ 2 ແຂວງດັ່ງກ່າວ ເປັນການປະກອບສ່ວນເຂົ້າໃນການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ. ໃນວັນທີ 31 ພຶດສະພາ 2023 … Continue reading