ວັນທີ 2 ມິຖຸນາ 2023 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 64 ປີ ແລະ ວິລະກຳໂຕນຄຸກຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ໂດຍການໃຫ້ກຽດເປັນປະທນ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານ, ບັນດາສະຫາຍ ຄະນະປະຈຳພັກກະຊວງ, ເລຂາໜວຍພັກ-ຄະນະໜ່ວຍພັກ, ຄະນະຫ້ອງການ, ຫົວໜ້າກົມ-ຄະນະກົມ, … Continue reading →
ຕອນເຊົ້າ ວັນທີ 1 ມິຖຸນາ 2023 ທີ່ນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອນນະຄອນຫລວງວຽງຈັນ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນ ແລະ ພະນັກງານນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນໂອກາດນີ້ ທ່ານ ນາງ … Continue reading →
0538 ກຄພນ
ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023 ເວລາ 8:00 ນຳພາໂດຍ ທ່ານ ນ ຈັນສຸກ ແສງພະຈັນ,ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍ ຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ເຂົ້າຢ້ຽມຂ່ຳນັບ ທ່ານ ວັນໄຊ ຟອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງ ແຂວງຄຳມ່ວນ, ເພື່ອລາຍງານໃຫ້ຊາບກ່ຽວກັບ ການຈັດກອງປະຊຸມ ທາບທາມຄຳເຫັນຕໍ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ວຽກທີ່ຕິດພັນກັບຂັ້ນທ້ອງຖິ່ນ ຢູ່ ພາກກາງ. ຫຼັງຈາກນັ້ນ, ກໍ່ໄດ້ສືບຕໍ່ ເປີດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ … Continue reading →
ໃນຕອນບ່າຍ ວັນທີ 29 ພຶດສະພາ 2023, ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ການປະຕິບັດມະຕິ ແລະ ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ຊີ້ນໍາ ວຽກງານອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ຢູ່ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສໍາຄັນ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຄື: 1) ການສະໜອງສິນເຊື່ອຂອງກອງທຶນ SME, … Continue reading →
ໃນລະຫວ່າງວັນທີ 22-27 ພຶດສະພາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ນໍາພາຄະນະ ທີ່ປະກອບດ້ວຍພາກລັດ ແລະ ພາກເອກະຊົນ ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານອຸດສາຫະກຳ ແລະ ການຄ້າ ຢູ່ ສ. ເກົາຫລີ. ຈຸດປະສົງຕົ້ນຕໍ ແມ່ນເພື່ອຖອດຖອນບົດຮຽນ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງວຽກງານອຸດສາຫະກຳ ແລະ ການຄ້າ ລວມທັງການພົບປະຄະນະກຳມະການກະກຽມຈັດງານວາງ ສະແດງໂລກທີ່ເມືອງ … Continue reading →
0515 ກຄພນ
ໃນວັນທີ 23 ພຶດສະພາ ປີ 2023 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ໄດ້ເປີດກອງປະຊຸມຮ່ວມກັບຂະແໜງການທີ່ກ່ຽວຂ້ອງ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ອະພິສິດ ແສງສຸລິວົງ, ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ວັນທະນາ ນໍລິນທາ, ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກບັນດາຂະແໜງການທີ່ກ່ຽວຂ້ອງທັງໝົດ 13 … Continue reading →
ໃນວັນທີ 19 ພຶດສະພາ 2023, ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ໂຍຮານເນັດສ໌ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ ພ້ອມດ້ວຍຄະນະ, ມີທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ພະນັກງານວິຊາການເຂົ້າຮ່ວມຈໍານວນ 13 ທ່ານ ໃນໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ກໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ໂຍຮານເນັດສ໌ ອາບຣາຮໍາ … Continue reading →
ໃນວັນທີ 19 ພຶດສະພາ 2023, ທີ່ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານໂຄສະນາປະຊາສຳພັນ ຂະແໜງອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ ໂດຍການເປັນຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນຫົວໜ້າຄະນະໂຄສະນາປະຊາສໍາພັນ ຂອງຂະແໜງ ອຄ, ຂັ້ນສູນກາງມີບັນດາທ່ານຄະນະກົມ, ຄະນະພະແນກ ພາຍໃນກະຊວງ ອຄ ແລະ ຂັ້ນທ້ອງຖິ່ນ ມີຄະນະພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ພ້ອມດ້ວຍຄະນະເຂົ້າຮ່ວມ ທ່ານປະທານກອງປະຊຸມໄດ້ໃຫ້ຮູ້ວ່າ: ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງຂໍ້ຕົກລົງ ສະບັບເລກທີ 0425/ອຄ, … Continue reading →