ຜ່ານການຮັບຟັງການລາຍງານ ແລະ ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາຈາກຂະແໜງການກ່ຽວຂ້ອງໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1-2 ພະຈິກ 2023 ສສຊ ໄດ້ຊັກຖາມກ່ຽວກັບການຄຸ້ມຄອງລາຄາສິນຄ້າ ຢູ່ພາຍໃນ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຂຶ້ນຊີ້ແຈງວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ການຄຸ້ມຄອງການນຳເຂົ້າລາຄາສິນຄ້າເໜັງຕີງສູງຂຶ້ນຍ້ອນຫຼາຍເຫດຜົນ ໃນນັ້ນສາເຫດຕົ້ນຕໍແມ່ນ: ຍ້ອນເງິນເຟີ້ ເຮັດໃຫ້ລາຄາສິນຄ້າເພີ່ມຂຶ້ນຕາມເວລາ; ຍ້ອນເງິນກີບອ່ອນຄ່າ ທຽບໃສ່ເງິນຕາຕ່າງປະເທດ ເຮັດໃຫ້ລາຄາສິນຄ້ານຳເຂົ້າເພີ່ມຂຶ້ນ ລາຄາຂາຍກໍເພີ່ມຂຶ້ນເປັນເງົາຕາມຕົວ; ຍ້ອນຕົ້ນທຶນການຜະລິດ ເປັນຕົ້ນວັດຖຸດິບ, ແຮງງານ ໄຟຟ້າ, … Continue reading →
ໃນວັນທີ 01 ພະຈິກ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບລົງ 50ກີບ/ລິດ, ແອັດຊັງທໍາມະດາປັບລົງ 110 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 490 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1108 ກຄພນ
ໃນວັນທີ 31 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1 ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ນະຄອນຫຼວງວຽງຈັນ, ໄດ້ຈັດ “ ພິທີເປີດການນຳໃຊ້ລະບົບທະບຽນ ແລະ ຄຸ້ມຄອງຖານຂໍ້ມູນ ຜູ້ນຳເຂົ້າ-ສົ່ງອອກ” ໂດຍການເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານລັດຖະມົນຕີກະຊວງການເງິນ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າບັນດາຂະແໜງ ການທີ່ກ່ຽວຂ້ອງ ແລະ ບໍລິສັດຜູ້ພັດທະນາແອັບເຂົ້າຮ່ວມ. ທ່ານ ນາງ ມະນີວອນ ວົງໄຊ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ, ຈັດກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວຽກງານ ຂອງຄະນະ 19/ກມສພ ໃນຂະແໜງອຸດສາຫະກໍາ ແລະ ການຄ້າ ໃນໄລຍະ 03 ເດືອນຜ່ານມາ ເເລະ ເເຜນວຽກຈຸດສຸມ 03 ເດືອນໃນຕໍ່ໜ້າປີ 2023, ຂື້ນໃນວັນທີ 27 ຕຸລາ 2023 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 1, ກະຊວງ ອຄ, ໃຫ້ກຽດກເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ປະລິນຍາເອກ ໄຊບັນດິດ … Continue reading →
ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດ MR ທີ່ປຶກສາມາດຕະຖານສາກົນ ໄດ້ຈັດຝຶກອົບຮົມໃນຫົວຂໍ້ມາດຕະຖານສາກົນ GHPs, ISO 9001:2015 ແລະ ISO 14001:2015, ຂື້ນໃນລະຫວ່າງວັນທີ 26-27 ຕຸລາ 2023, ທີ່ສະພາການຄ້າ ແລະ ອຸດສຸດສາຫະກໍາແຫ່ງຊາດ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານ ຂອງທ່ານ ສໍາລີ ບຸດສະດີ ຮອງຫົວນ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ອຄ ມີພະນັກງານພາກລັດ ແລະ ທຸລະກິດ ເຂົ້າຮ່ວມ. ຈຸດປະສົງກອງປະຊຸມຝຶກອົບຮົມຄັ້ງນີ້ ເພື່ອນໍາສະເໜີບົດຮຽນ … Continue reading →
ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ, ອຸດສາຫະກໍາ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກໍາລາວ ໄດ້ຈັດງານຖະແຫຼງຂ່າວກຽມຈັດງານສະເຫຼີມສະຫຼອງ ວັນຫັດຖະກໍາແຫ່ງຊາດ ແລະ ງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 22 ທີ່ສູນການຄ້າລາວໄອເຕັກ. ພິທີຖະແຫຼງຂ່າວງານດັ່ງກ່າວ ໄດ້ຈັດຂຶ້ນວັນທີ 24 ຕຸລາ 2023 ຜ່ານມາ, ທີ່ກະຊວງ ອຄ ເຂົ້າຮ່ວມຖະແຫຼງຂ່າວໂດຍ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ, ກະຊວງ ອຄ, ທ່ານ ນາງ ສຸນິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ, ມີຜູ້ຕ່າງໜ້າບັນດາກົມອ້ອມຂ້າງກະຊວງ ອຄ ແລະ … Continue reading →
ໃນວັນທີ 24 ຕຸລາ 2023 ທີ່ຊັ້ນIII ກະຊວງ ອຄ. ລົງນາມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ. ທ່ານ ປອ. ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ເຂົ້າຮ່ວມມີຮອງ ລັດຖະມົນຕີກະຊວງອຄ. ຮອງເຈົ້າແຂວງ ແລະ ການນໍາຂອງສອງພາກສ່ວນເຂົ້າຮ່ວມ.ກະຊວງໃອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມບົດບັນທຶກການຮ່ວມມື ກັບແຂວງບໍລິຄໍາໄຊ ເພື່ອພ້ອມກັນລົງເລີກວຽກຈຸດສຸມຂອງຂະແໜງການໃຫ້ມີການຈັດຕັ້ງປະຕິບັດໂດຍໄວເພື່ອຊຸກຍູ້ສົ່ງເສີມຫົວໜ່ວຍການຜະລິດໃຫ້ມີຄວາມເຂັ້ມແຂງ ແລະ ຢຶນຍົງ. ທ່ານ … Continue reading →
ໃນວັນທີ 20 ຕຸລາ 2023 , ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດຕັ້ງພິທີປະດັບຫຼຽນໄຊແຮງງານ ຊັ້ນ 2, ຊັ້ນ 3, ຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າຮ່ວມງານວາງສະແດງໂລກ ປະຈຳປີ 2020 ຢູ່ດູໄບ (ສະຫະລັດ ອາຣັບ ເອເມເຣດ). ມອບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດ ຂອງແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໃນວັນທີ 24 – 26 ຕຸລາ 2023 ທີ່ ຫ້ອງປະຊຸມສະພາ, ແຂວງ ຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເຢມິນ ຕັນ ເຈົ້າໜ້າທີ່ອາວຸໂສອົງການຊັບສິນທາງປັນຍາໂລກ ແລະ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຫົວໜ້າພະແນກອຸດສາຫະກໍາ … Continue reading →
ໃນວັນທີ 25 ຕຸລາ 2023, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ອອກແຈ້ງການປັບລາຄານໍ້າມັນເຊື້ອໄຟດັ່ງນີ້: ແອັດຊັງພິເສດປັບຂຶ້ນ 580ກີບ/ລິດ, ແອັດຊັງທໍາມະດາປັບຂຶ້ນ 210 ກີບ/ລິດ, ສ່ວນນໍ້າມັນກາຊວນປັບລົງ 230 ກີບ/ລິດ ລາຍລະອຽດໃນແຈ້ງການລຸ່ມນີ້: ແຈ້ງການ 1088 ກຄພນ