ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດງານການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ພາຍໃຕ້ຫົວຂໍ້ “ການສະເຫຼີມສະຫຼອງຜົນສຳເລັດ ແລະ ການປະກອບສ່ວນຂອງນັກທຸລະກິດຍິງລາວ ໃນຊ່ວງການລະບາດໂຄວິດ-19” ເພື່ອ ສ້າງຄວາມເຂັ້ມແຂງດ້ານເສດຖະກິດໃຫ້ແກ່ແມ່ຍິງຄັ້ງທຳອິດເປັນເວທີປຶກສາຫາລື ສ້າງແຮງບັນດານໃຈ ແລະ ສ້າງເຄືອຂ່າຍໃຫ້ແມ່ຍິງ ໄດ້ຈັດຂື້ນຄັ້ງວັນທີ 17 ກໍລະກົດ 2023 ທີ່ໂຮງແຮມຄາວພາຊາ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນ. ສິລິຄູນ ພູມລາວັນ, ຮອງປະທານສະມາຄົມ ນັກທຸລະກິດຍິງ , ທ່ານ ນ. ສົມໝາຍ ພົມມຸນິວົງ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງ … Continue reading →
ໃນວັນທີ 13-14 ກໍລະກົດ 2023 ທີ່ ເມືອງວັງວຽງ, ແຂວງວຽງຈັນ ກົມແຜນການ ແລະ ການຮ່ວມມື ໄດ້ຈັດຝຶກອົບຮົມຫຼັກສູດຕໍ່ເນື່ອງ ກ່ຽວກັບ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນຂະແໜງການຄ້າ. ພາຍໃຕ້ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ – LCT . ໂດຍການເປັນປະທານຂອງທ່ານ ແສງພະນົມຈອນ ອິນທະສານ ແລະ ພ້ອມດ້ວຍປະທານຮ່ວມທ່ານ ນາງ ສົມໝາຍ ພົມມຸນິວົງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ຕາງໜ້າຈາກກົມອ້ອມຂ້າງກະຊວງ ອຄ ແລະ … Continue reading →
ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ. ອີງຕາມແຈ້ງການຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0704/ກຄພນ, ລົງວັນທີ 12ກໍລະກົດ 2023 ວ່າດ້ວຍການປັບລາຄານ້ຳມັນໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 13 ກໍລະກົດ 2023 ເວລາ 6 ໂມງເຊົ້າເປັນຕົ້ນໄປ (ໝາຍເຫດ: ລາຄານໍ້າມັນເຊື້ອໄຟຂອງບັນດາແຂວງໃນແຈ້ງການນີ້ແມ່ນກຳນົດສະເພາະຈຸດເທດສະບານແຂວງ).
ໃນວັນທີ 12 ກໍລະກົດ 2023, ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ກົມແຜນການ ແລະ ການຮ່ວມມື, ກະຊວງ ອຄ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດຂອງໂຄງການ ARISE Plus Lao PDR ຄັ້ງທີ 8 ຂື້ນ ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ອຄ ແລະ ທ່ານນາງ ອີນາ ມາຈູລີໂອນີແຕ Ina Marčiulionytė ເອກອັກຄະລັດຖະທູດ ສະຫະພາບ ເອີຣົບ ປະຈຳ ສປປ ລາວ … Continue reading →
ໃນວັນທີ 4 ກໍລະກົດ 2023, ທີ່ ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໜ່ວຍພັກຮາກຖານກົມສົ່ງເສີມການຄ້າ, ຈັດກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຂື້ນ ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ສະຫາຍ ໄຊສົມເພັດ ນໍລິສິງ ກຳມະການຄະນະພັກກະຊວງ ອຄ, ເລຂາໜ່ວຍພັກຖານກົມສົ່ງເສີມການຄ້າ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນພາຍໃນໜ່ວຍພັກ ເຂົ້າຮ່ວມ ສະຫາຍ ໄຊສົມເພັດ ນໍລິສິງ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ໃນທ່າມກາງບັນຍາກາດທີ່ທົ່ວອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ ກໍາລັງແຂ່ງຂັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ … Continue reading →
ໃນຕອນເຊົ້າເວລາ 10:30 ໂມງ ຂອງວັນທີ 12 ກໍລະກົດ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Nicholas Moore (ນິໂຄລັດ ມົວ) ທູດພິເສດ ຮັບຜິດຊອບອາຊີຕາເວັນອອກສຽງໃຕ້ ແຫ່ງ ອົດສະຕາລີໃນໂອກາດເຂົ້າພົບປະປຶກສາຫາລື ທ່ານ ຮອງລັດຖະມົນຕີ … Continue reading →
ຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລີ້ງຂໍ້ມູນ: https://drive.google.com/file/d/1Ol4lL5mKxkMPJXrRb1yO8KUZChjCDDEf/view?usp=sharing ແຈ້ງການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລີ້ງຂໍ້ມູນ: https://drive.google.com/file/d/1OiVQ8cs6UI5NQfpQfD-HNKLzslwBsnnR/view?usp=sharing ຟອມລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ລີ້ງຂໍ້ມູນ: https://drive.google.com/drive/folders/1OWoy7BoSDJGq_nvbmnqjZk-i9OHFMpNP?usp=shari ແຫຼ່ງຂໍ້ມູນ: ກົມການນຳເຂົ້າ ແລະ ສົ່ງອອກ ໂພດສໂດຍ: ເພັດປະກາຍ ສິສົມບູນ
ຕອນບ່າຍ ເວລາ 14 : 00 ໂມງ ຂອງວັນທີ 11 ກໍລະກົດ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະ ຂອງ ທ່ານ HAGIUDA Koichi (ຮາກິອູດະ ໂຄອິຈິ) ປະທານຄະນະກຳມາທິການຄົ້ນຄວ້ານະໂຍບາຍ ພັກເສລີປະຊາທິປະໄຕ ຍີປຸ່ນ (ອາດີດລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ) ພ້ອມຄະນະ, … Continue reading →
ໃນວັນທີ 22 ມິຖຸນາ 2023, ທີ່ຫ້ອງປະຊຸມຊັ້ນ 03 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໜ່ວຍພັກຮາກຖານຫ້ອງການກະຊວງ, ຈັດກອງປະຊຸມຄົບຄະນະກາງສະໄໝຂອງໜ່ວຍພັກຂື້ນ ໂດຍໃຫ້ກຽດເປັນປະທານກອງປະຊຸມ ຂອງ ສະຫາຍ ນາງ ສີມາລາ ແກ້ວສະກຸນວຽງ ຮັກສາການເລຂາໜ່ວຍພັກຫ້ອງການ, ໂດຍເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ມີສະຫາຍ ປອ ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ, ມີຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນພາຍໃນໜ່ວຍພັກຮາກຖານຫ້ອງການ ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ນາງ ສີມາລາ ແກ້ວສະກຸນວຽງ ຮັກສາການເລຂາໜ່ວຍພັກຫ້ອງການ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: … Continue reading →
ໃນວັນທີ 06 ກໍະລະກົດ 2023 ຜ່ານມາ, ທີ່ຫ້ອງປະຊຸມທາງໄກ ຊັ້ນ 3 ກະຊວງ ອຄ, ກົມການນໍາເຂົ້າ ແລະ ສົ່ງອອກ ຈັດກອງປະຊຸມ ເພື່ອຮັບຮອງບົດລາຍງານການສຶກສາເວລາໃນການກວດປ່ອຍສິນຄ້າ ຢູ່ ສປປ ລາວ ປະຈຳປີ 2022 ຂື້ນ ໃຫ້ກຽດເປັນປະທານໂດຍ ທ່ານ ນ. ມະນີວອນ ວົງໄຊ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ມີບັນດາທ່ານຄະນະກົມ, ຄະນະພະແນກ, ຄະນະຂະແໜງ ແລະ ວິຊາການຂອງພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ມີແຂວງຫຼວງນໍ້າທາ, ຈໍາປາສັກ, ນະຄອນຫຼວງວຽງຈັນ, … Continue reading →