ຂ່າວສຳຄັນ

ໂດຍ: admin ວັນທີ 22 Aug, 2023 ເວລາ 11:10 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

             ໃນຕອນ​ເຊົ້າ 9:00 ໂມງ ຂອງວັນທີ 21 ສິງຫາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນເຖີງ ດວງສະຫວັດ  ຮອງຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ  ທ່ານ Xu​ ningning ປະທານສະພາສົງເສີມທຸລະກິດ ຈີນ-ອາຊຽນ ສປ ຈີນໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືມີຜູ້ຕາງໜ້າເຂົ້າຮ່ວມ ຫົວໜ້າກົມ ຮອງຫົວໜ້າກົມ … Continue reading

ໂດຍ: admin ວັນທີ 19 Aug, 2023 ເວລາ 07:57 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-08-19 at 15.57.36

ໃນລະຫວ່າງວັນທີ 18 ຫາ 22 ສິງຫາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ເສດຖະກິດອາຊຽນ (AEM) ຄັ້ງທີ 55 ແລະ ກອງປະຊຸມກ່ຽວຂ້ອງ, ເຊິ່ງຈັດຂື້ນທີ່ເມືອງເຊີມາຮັງປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານ ຂອງ ທ່ານ Zulkifli Hasan, ລັດຖະມົນຕີກະຊວງການຄ້າ ຂອງ ອິນໂດເນເຊຍ ໃນນາມເປັນປະທານໝູນວຽນອາຊຽນ ໃນປີ 2023 ໂດຍມີບັນດາທ່ານລັດຖະມົນຕີ … Continue reading

ໂດຍ: ໄພວັນ ວັນທີ 14 Aug, 2023 ເວລາ 06:58 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ຮ່ວມກັບ ກົມກົດໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ 2017), ໃນວັນທີ 10-12 ສິງຫາ 2023, ທີ່່ຫ້ອງປະຊຸມ ຊັ້ນ 4, ຂອງກະຊວງຍຸຕິທໍາ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີ ກະຊວງຍຸຕິທໍາ. ກອງປະຊຸມຄັ້ງນີ້ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, … Continue reading

ໂດຍ: ໄພວັນ ວັນທີ 14 Aug, 2023 ເວລາ 05:44 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0002

  ໃນວັນທີ 9 ສິງຫາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາກ່ຽວກັບການສ້າງຂໍ້ແຂ່ງຂັນ ແລະ ຄັດເລືອກຍ້ອງຍໍບັ້ນກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ການຄັດເລືອກຍ້ອງຍໍສັນລະເສີນກົມກອງລວມໝູ່ ກໍຄືບັນດາອະນຸກໍາມະການຕ່າງໆ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ໃນຂະບວນການກະກຽມ ແລະ ດໍາເນີນການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຂອງເສົາຄໍ້າເສດຖະກິດອາຊຽນ ທີ່ຈະສະເໜີການຍ້ອງຍໍປະເພດຕ່າງໆ ຕ້ອງໄດ້ຜ່ານຂະບວນການການແຂ່ງຂັນໃນທຸກຂົງເຂດວຽກງານ ທັງຮັບປະກັນຕາມ 4 ຄາດໝາຍຂອງການແຂ່ງຂັນ ຄື: “ໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ … Continue reading

ໂດຍ: admin ວັນທີ 7 Aug, 2023 ເວລາ 04:16 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0011.1

         ຕອນເຊົ້າ ເວລາ 10: 30 ໂມງ ຂອງວັນທີ 7 ສິງຫາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ດ​ຣ. Peter Haymond, ​ເອກ​ອັກ​ຄະ​ລັດຖະທູດຜູ້ມີອໍານາດແຫ່ງສະຫະລັດອາເມລິກາພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 10 ກວ່າທ່ານ.          ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ, … Continue reading

ໂດຍ: admin ວັນທີ 7 Aug, 2023 ເວລາ 01:03 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0017

             ຕອນບ່າຍ ເວລາ 02:00 ໂມງ ຂອງວັນທີ 04 ສິງຫາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ  ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ EDI IRWAN BIN MAHMUD ເອກອັກຄລັດຖະທູດປະເທດມາເລເຊຍ ປະຈໍາ ສປປ … Continue reading

ໂດຍ: admin ວັນທີ 3 Aug, 2023 ເວລາ 03:01 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-07-31 at 15.42.40

      ຕອນບ່າຍເວລາ 13:00 ໂມງ ຂອງວັນທີ 31 ກໍລະກົດ 2023 ທີ່ຫ້ອງປະຊຸມ​ໃຫຍ່ຊັ້ນ I ກະຊວງ ອຄ ໄດ້ຈັດກອງປະຊຸມໂຄສະນາ-ປາຖະ​ກະຖາ ວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ ແລະ ພິທີ ມອບ-ຮັບ ​ໃບຢັ້ງຢືນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈໍາປີ 2022 ແລະ ມີບັນດາສະຫາຍ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ, ບັນດາ​ສະຫາຍ​ຄະນະ​ພັກ​ຮາກ​ຖານ, ​ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ, ຄະນະ​ໜ່ວຍ​ພັກ, ບັນດາ​ຫົວໜ້າ​-ຮອງພະ​ແນ​ກ ສັງກັດ​ບັນດາ​ກົມ, ຫ້ອງການ, ສະ​ຖາ​ບັນ​ຄົ້ນຄວ້າ​​ອຸດສາຫະກໍາ ​ແລະ ການ​ຄ້າ, ບັນດາບໍລິສັດ – ລັດ​ວິ​ສາ​ຫະກິດ ທີ່​ຂຶ້ນກັບ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ ອຄ , ສະພາ​ການ​ຄ້າ … Continue reading

ໂດຍ: ໄພວັນ ວັນທີ 2 Aug, 2023 ເວລາ 05:11 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0001

ໃນວັນທີ 27 ກໍລະກົດ 2023, ທີ່ກະຊວງ ອຄ, ກອງປະຊຸມ ຄົບຄະນະກາງສະໄຫມ ຂອງຄະນະບໍລິຫານງານພັກ ກະຊວງ ອຄ ສະໄໝທີ V ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ປອ. ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແລະ ສະຫາຍ ມະໄລທອງ ກົມມະສິດ, ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ອຄ, ພ້ອມທັງ, ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ຄະນະໜ່ວຍພັກຫ້ອງການ, ກົມ, ສະຖາບັນ ແລະ ບັນດາໜ່ວຍພັກລັດວິສາຫະກິດ, 3 ອົງການຈັດຕັ້ງມະຫາຊົນ … Continue reading

ໂດຍ: ໄພວັນ ວັນທີ 1 Aug, 2023 ເວລາ 12:50 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
01

ໃນລະຫວ່າງວັນທີ 29-31 ກໍລະກົດ 2023 ຜ່ານມາ, ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍ ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມ ເຈົ້າໜ້າທີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 44, ທີ່ ເມືອງລອມບ໋ອກ, ປະເທດອິນໂດເນເຊຍ ມີບັນດາປະເທດທີ່ກ່ຽວຂ້ອງເຂົາຮ່ວມ. ກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 44 ຈຸດປະສົງຂອງກອງປະຊຸມຄັ້ງເພື່ອ: 1.  ຮັບຟັງການນຳສະເໜີ ຄວາມຄືບໜ້າຫຼ້າສຸດຂອງວຽກງານສໍາຄັນຕ່າງໆ ພາຍໃຕ້ປະຊາຄົມເສດຖະກິດອາຊຽນ ແລະ ໄດ້ມີການລາຍງານເຖິງບັນຫາທີ່ສໍາຄັນ ແລະ ເກີດຂຶ້ນໃໝ່ ທີ່ສົ່ງຜົນກະທົບຕໍ່ກັບການເຊື່ອມໂຍງເສດຖະກິດໃນພາກພື້ນ  … Continue reading

ໂດຍ: admin ວັນທີ 31 Jul, 2023 ເວລາ 10:52 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0020

          ໃນຕອນແລງຂອງວັນທີ 28 ກໍລະກົດ 2023, ທີີ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີຮ່ວມລົງນາມໃນບົດບັນທຶກຄວາມເຂົົ້າໃຈ (MOU) ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (MoIC) ແລະ ສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA). ໃຫ້ກຽດລົງນາມຄັ້ງນີ້ໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງສປປ ລາວ ແລະ ທ່ານ Tetsuya Watanabe, ປະທານຂອງສະຖາບັນຄົົ້ນຄວ້າເສດຖະກິດ ອາຊຽນ-ອາຊີຕາເວັນອອກ (ERIA).      … Continue reading