ຂ່າວສຳຄັນ

ໂດຍ: ໄພວັນ ວັນທີ 3 Aug, 2024 ເວລາ 02:47 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4824.jpg 1

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ຜົນການຄົ້ນຄວ້າ ໃນວັນທີ 02 ສິງຫາ 2024 ທີ່ນະຄອນຫລວງ ວຽງຈັນ ຜົນການຄົ້ນຄວ້າແມ່ນເພື່ອປະກອບສ່ວນໃນການສ້າງແຜນພັດທະນາຂະແໜງອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2025-2030). ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມເປັນປະທານເປີດກອງປະຊຸມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ໄດ້ຮັບການຊີ້ນໍາກອງປະຊຸມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ເທສຸຍາ ວາຕານາເບ … Continue reading

ໂດຍ: admin ວັນທີ 31 Jul, 2024 ເວລາ 03:42 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0371

ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 31 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ກຣາຕ້າ ເອັນດາ ເວີດັນນິງຕີຢາດ (Grata EndahWerdaningtyas), ​ເອກ​ອັກຄະ​ລັດຖະທູດ ອິນໂດເນເຊຍ ປະຈຳ ສປປ ລາວ ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ … Continue reading

ໂດຍ: admin ວັນທີ 30 Jul, 2024 ເວລາ 05:55 PM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0252

  ໃນຕອນເຊົ້າ ຂອງວັນທີ 29 ກໍລະກົດ 2024 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ດຣ ປີ​ເຕີ ​ເຄ ​ເນ ລໍາ, ປະທານສະພາພັດທະນາການຄ້າ ຮົງກົງ ທີ່ໄດ້ເດີນທາງມາເຄື່ອນໄຫວທາງ ລັດຖະການ ທີ່ ສປປ ລາວ ຖືວ່າເປັນຄັ້ງທໍາອິດຂອງຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ກະຊວງ ອຄ. ເປັນກຽດຕ້ອນຮັບໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ເຊິ່ງຕາງໜ້າຈາກບັນດາກົມ, ຫ້ອງການ, ສຳນັກງານ ຈນກ ແລະ ສະຖາບັນ ກໍ່ເຂົ້າຮ່ວມ. ຈຸດ​ປະ​ສົງການ​ມາ​ພົບ​ປະໃນຄັ້ງນີ້: … Continue reading

ໂດຍ: admin ວັນທີ 29 Jul, 2024 ເວລາ 10:01 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0001

       ໃນຕອນເຊົ້າຂອງວັນທີ 24 ກໍລະກົດ 2024 ຜ່ານມາ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີກອງປະຊຸມວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຂັ້ນສູນກາງ) ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ ເລກທີ 126/ນຍ ພາຍໃຕ້ການເປັນປະທານຂອງ   ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງ 126/ນຍ, ໂດຍມີຕາງໜ້າຈາກ ກະຊວງກະສິກໍາ ແລະ ປ່າໄມ້, … Continue reading

ໂດຍ: ໄພວັນ ວັນທີ 26 Jul, 2024 ເວລາ 03:49 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0185.jpg 1

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຮ່ວມກັນຈັດງານສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2024 ​“Viet-Lao Trade Fair 2024” ຄັ້ງທີ 14, ຂຶ້ນໃນວັນທີ 25 ກໍລະກົດນີ 2024 ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫຼວງວຽງຈັນ; ໃຫ້ກຽດເປັນປະທານຕັດແຖບຜ້າເປີດງານ ຝ່າຍລາວ: ທ່ານ ປອ. ມະໂນທອງ ວົງໄຊ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ … Continue reading

ໂດຍ: ໄພວັນ ວັນທີ 26 Jul, 2024 ເວລາ 10:31 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0015

ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດຝຶກອົບຮົບການກະກຽມ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ວັນທີ 25 ກໍລະກົດ 2024, ທີ່ກະຊວອຸດສາຫະກໍາ ແລະ ການຄ້າ ເປັນປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານກພັກ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຫາຍ ນ ຈັນສຸກ ແສງພະຈັນ, ເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ອຄ, ຄະນະປະຈໍາພັກ, ສະຫາຍ ຄໍາປ່ຽນ ແກ້ວສໍລະສິງ ກໍາມະການຄະນະພັກ, ຫົວໜ້າກົມກົງຈັກການຕັດຕັ້ງ ແລະ … Continue reading

ໂດຍ: admin ວັນທີ 24 Jul, 2024 ເວລາ 03:16 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0047,1

           ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບທິດທາງໃໝ່ໃນການຫັນປ່ຽນ ການພັດທະນາອຸດສາຫະກຳ ຢູ່ ສປປ ລາວ ຂຶ້ນໃນຕອນເຊົ້າ ຂອງວັນທີ 19 ກໍລະກົດ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຈຸງຢຸງຊູ (Jung yung … Continue reading

ໂດຍ: ໄພວັນ ວັນທີ 23 Jul, 2024 ເວລາ 03:39 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0303

ກະຊວງອຸດສາຫະກຳ ແລະ ການຄ້າ ປິດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ 3 ເດືອນ ຊຸດທີ I ປະຈໍາປີ 2024 ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນ​ທີ 19 ກໍລະກົດ 2024. ໃຫ້ກຽດເປັນປະທານຮ່ວມ ຂອງສະຫາຍ ນາງ ຈັນສຸກ ແສງພະຈັກ ຮອງເລຂາຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາສະຫາຍ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ, ບັນດາສະຫາຍແຂກສອງພາກສ່ວນກ່ຽວຂ້ອງ ແລະ ນັກສໍາມະນາກອນ … Continue reading

ໂດຍ: ໄພວັນ ວັນທີ 22 Jul, 2024 ເວລາ 04:19 PM | ແຍກຕາມຫມວດ ອື່ນໆ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4732.jpg 9

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຈັດຕັ້ງຂະບວນການ ວາງສະແດງ ແລະ ຂາຍສິນຄ້າ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ (ວັນທີ 20 ກໍລະກົດ 1995 – 20 ກໍລະກົດ 2024) ທີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມງານຂອງທ່ານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ … Continue reading

ໂດຍ: ໄພວັນ ວັນທີ 21 Jul, 2024 ເວລາ 03:02 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_4545

ວັນທີ 18 ກໍລະກົດ 2024 ທີ່ກະຊວງອຸດສາັະກໍາ ແລະການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງ ອຄ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນ. ອິນາ ມາຈູລໍນິແຕ Ms. Ina MARCIULIONYTE, ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ປະຈໍາ ສປປ ລາວ ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະກົມ ພ້ອມດ້ວຍພະນັກງານທັງສອງພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເຂົ້າຢ້ຽມຂ່ໍານັບອໍາລາ ໃນໂອກາດສໍາເລັດໜ້າທີ່ການທູດຢູ່ ສປປ ລາວ ແລະ ເພື່ອລາຍງານຄວາມຄືບໜ້າໃຫ້ທ່ານລັດຖະມົນຕີກະຊວງ ອຄ ຊາບກ່ຽວກັບການຈັດຕັ້ງປະຕິບັດໂຄງການໃໝ່ໃນປີ                                                   2025 ແລະ ເພື່ອແຈ້ງໃຫ້ຊາບກ່ຽວກັບ EU … Continue reading