ຂ່າວສຳຄັນ

ໂດຍ: admin ວັນທີ 18 Jul, 2024 ເວລາ 02:21 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0576

      ໃນຕອນ​ເຊົ້າເວລາ 8:30 ໂມງ ຂອງວັນທີ 18 ກໍລະກົດ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ  ແຮັດເຕີ  ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສ.ອາເມຣິກາ  ປະຈໍາ ສປປ ລາວ    ໃນ​ໂອ​ກາດ​ເຂົ້າພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ … Continue reading

ໂດຍ: ໄພວັນ ວັນທີ 7 Jul, 2024 ເວລາ 12:27 PM | ແຍກຕາມຫມວດ ອື່ນໆ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0841

ໃນວັນທີ 28 ມິຖຸນາ 2024 ຜ່ານມາ, ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຮ່ວມກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງແຂວງຜົ້ງສາລີ ມີພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າ, ບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າ 7 ເມືອງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ. ທ່ານຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ  ໄດ້ລາຍງານຫຍໍ້ການຈັດຕັ້ງ ແລະ ເຄື່ອນໄຫວ 6 … Continue reading

ໂດຍ: ໄພວັນ ວັນທີ 7 Jul, 2024 ເວລາ 11:13 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0776

ວັນທີ 27 ມິຖຸນາ 2024 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ແລະ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ຢູ່ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍມີການນຳແຂວງ, ການນຳເມືອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຕິດຕາມ. ທ່ານ ຕູເມົາເສີນ ອຳນວຍການບໍລິສັດ ຢົງໄທ້ຢາງພາລາ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ຢົງໄທ້ຢາງພາລາ ຈຳກັດ ດໍາເນີນເຄື່ອນໄຫວຢູ່ແຂວງຜົ້ງສາລີຕັ້ງແຕ່ປີ 2006 ເປັນຕົ້ນມາ ແລະ ໂຮງງານປຸງແຕ່ງຢາງພາລາໄດ້ເລີ່ມດໍາເນີນເຄື່ອນໄຫວແຕ່ປີ 2016 ເຊິ່ງເປັນໂຄງການປຸກພືດທົດແທນການປຸກຝີ່ນ ໂດຍການລົງທຶນຂອງຕ່າງປະເທດ 100%, … Continue reading

ໂດຍ: ໄພວັນ ວັນທີ 29 Jun, 2024 ເວລາ 05:14 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0021.jpg1

ຕອນບ່າຍ ວັນທີ 26 ມີຖຸນາ 2024, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກຳມະບານ ຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ໃຫ້ກຽດຕ້ອນຮັບໂດຍທ່ານນາງ  ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ, ຮອງປະທານ ແລະ ຄະນະບໍລິຫານງານເຂົ້າຮ່ວມ. ຈຸດປະສົງເພື່ອລາຍງານການລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກຳມະບານໃນຄັ້ງນີ້, ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງກໍາມະບານມີຄວາມເປັນເອກະພາບ … Continue reading

ໂດຍ: ໄພວັນ ວັນທີ 28 Jun, 2024 ເວລາ 10:14 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ໃນວັນທີ 24 ມິຖຸນາ 2024, ການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ II ຂຶ້ນທີ່ີ ທີ່ໂຮງແຮມຈໍາປາສັກແກຣນ, ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາ ທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ … Continue reading

ໂດຍ: ໄພວັນ ວັນທີ 25 Jun, 2024 ເວລາ 12:08 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_1698

ງານສະເຫລີມສະຫລອງວັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ 2024 ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ,​ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສະຖາບັນເງິນ, ນັກຄົ້ນຄວ້ານະໂຍບາຍ ແລະ ບັນດາອົງການຈັດຕັ້ງສາກົນ ຈາກທັງພາຍໃນ ແລະ ພາກພື້ນ ຈຳນວນ 150 ກວ່າທ່ານ ໂດຍເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້ “ສົ່ງເສີມນະວັດຕະກໍາ ແລະ ຄວາມເຂັ້ມແຂງ: ສ້າງຄວາມເຂັ້ມແຂງໃຫ້ … Continue reading

ໂດຍ: ໄພວັນ ວັນທີ 20 Jun, 2024 ເວລາ 10:11 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0038

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດສໍາມະນາວິທະຍາສາດການຄົ້ນຄວ້ານະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ  ຈັດຂຶ້ນວັນທີ 17 ມິຖຸນາ 2024 ຢູ່ກະຊວງ ອຄ ໂດຍເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ມີບັນດາຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.       ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ສໍາມະນາວິທະຍາສາດຄັ້ງນີ້ ເພື່ອແລກປ່ຽນຄໍາເຫັນ ແລະ ທັດສະນະວິຊາການ ກ່ຽວກັບນະໂຍບາຍດຶງດູດການລົງທຶນ ໃນນິຄົມອຸດສາຫະກຳ ເພື່ອມີທັດສະນະ ແລະ ຄວາມ … Continue reading

ໂດຍ: ໄພວັນ ວັນທີ 17 Jun, 2024 ເວລາ 04:28 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0271

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ຈັດ​ກອງ​ປະ​ຊຸມ​ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ ຄັ້ງ​ທີ 22 ​ເຊິ່ງແມ່ນ​ເວ​ທີ​ ປຶກສາຫາລື ລະຫວ່າງພາກ​ລັດ​, ພາກ​ທຸ​ລະ​ກິດ, ຫົວ​ໜ່ວຍ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ແລະ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ ເພື່ອແລກ​ປ່ຽນ​ຄຳ​ຄິດ​ເຫັນ ຕໍ່​ກັບ​ບັນ​ຫາ​ພົ້ນເດັ່ນ ທີ່​ເປັນອຸປະສັກ​ຕໍ່ການ​ຄ້າ ແລະ ການ​ລົງ​ທຶນ ແລະ ກໍ່​ເປັນ​ການ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ທີ່​ຈຳ​ເປັນໃນ​ການ​ລົບ​ລ້າງບັນ​ດາ​ສິ່ງ​ທີ່​ກີດ​ຂວາງ​ຕໍ່​ກັບ​ການ​ສ້າງສະ​ພາບ​ແວດ​ລ້ອມ​​ທີ່​ເອື້ອ​ອຳ​ນວຍ​ຕໍ່​ການ​ລົງ​ທຶນ. ພາຍໃຕ້ການ​ເປັນ​ປະ​ທານ​ຂອງ ​ທ່ານ ປ​.ອ ມະ​ໂນ​ທອງ ວົງ​ໄຊ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ປະທານຮ່ວມໂດຍ ທ່ານນາງ Ina Marciulionyte ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ … Continue reading

ໂດຍ: ໄພວັນ ວັນທີ 15 Jun, 2024 ເວລາ 03:04 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0025

ກອງປະຊຸມຫາລື ແລະ ແລກປ່ຽນທາງດ້ານວິຊາການກ່ຽວກັບການສຶກສາໃນຫົວຂໍ້ ຄວາມສະເໜີພາບລະຫວ່າງຍິງ-ຊາຍ ແລະ ຜູ້ເສຍອົງຄະ ຕໍ່ວຽກງານການພັດທະນາການຄ້າເອເລັກໂຕນິກ ພາຍຫຼັການແຜ່ລະບາດຂອງພະຍາດໂຄວິດ-19 ກໍລະນີສຶກສາຂອງນະຄອນຫຼວງວຽຈັນ ແລະ ແຂວງຫລວງພະບາງ, ສປປ ລາວ ຈັດຂື້ນວັນທີ 13 ມິຖຸນາ 2024, ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ມີຕາງໜ້າຈາກສະຖານທູດອົດສະຕາລີປະຈໍາລາວ, ຫົວໜ້າສະຖາບັນອຸດສາຫະກໍາ ແລະ ການຄ້າ, ຜູ້ຈັດການໂຄງການສົ່ງເສີມການຄ້າເພື່ອການພັດທະນາລະດັບພາກພື້ນ RT4D ແລະ ຂະ ແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານຍັງໄດ້ກ່າວວ່າ: ການຄ້າເອເລັກໂຕຣນິກ … Continue reading

ໂດຍ: ໄພວັນ ວັນທີ 6 Jun, 2024 ເວລາ 05:25 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_1557.jpg 1

ສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ສະຫຼຸບຂະບວນການແຂ່ງຂັນ, ຢັ້ງຢືນ ແລະ ຮັບຮອງກໍາມະບານ 5 ເປັນເຈົ້າ ປະຈໍາປີ 2023 ຂອງສະຫະພັນກໍາມະບານກະຊວງ ອຄ ໃນວັນທີ 5 ມິຖຸນາ 2024 ທີ່ກະຊວງ ອຄ ໂດຍການເປັນປະທານຂອງສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກ ກະຊວງ ອຄ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ, ຮອງລັດຖະມົນຕີກະຊວງ ອຄ ໂດຍມີຜູ້ເຂົ້າຮ່ວມຈາກຄະນະບໍລິຫານງານສະຫະພັນກໍາມະບານກະຊວງ ອຄ, ຕາງໜ້າສະຫະພັນ ແລະ ກໍາມະບານຮາກຖານ ທີ່ຂຶ້ນກັບສະຫະພັນກໍາມະບານກະຊວງ ອຄ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ … Continue reading