ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ ເສົາຄໍ້າປະຊາຄົມເສດຖະກິດ ອາຊຽນ ໃນວັນທີ 8 ມີນາ 2024 ທີ່ ໂຮງແຮມພູແມນ (Pullman) ນະຄອນຫຼວງພະບາງ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 (PREPARATORY SEOW MEETING FOR THE 30th AEM RETREAT), ໂດຍການເປັນປະທານຂອງທ່ານ ໄຊຊະນະ ໄຊຍະກອນ ຫົວໜ້າກົມການຄ້າຕ່າງປະເທດ ແລະ ຮ່ວມມືເສດຖະກິດສາກົນ ກະຊວງອຸດສາຫະກຳ ແລະ ການຄ້າ, ເປັນປະທານຮ່ວມໂດຍ ທ່ານ … Continue reading →
ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບບໍລິສັດ ອີລີແກ້ນ ອີເວັ້ນສ໌ ຈໍາກັດຜູ້ດຽວ ຈັດງານວາງສະແດງ ວຽງຈນັນານາຊາດ ໂອໂຕໂຊ 2024 (Vientiane International Auto Show 2024) ພິທີເປີດງານຈັດຂຶ້ນໃນວັນທີ 4 ມີນາ 2024 ທີ່ສູນການຄ້າ ລາວໄອເຕັກ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລັນ ແສງອາພອນ ຮອງລັດຖະມົນຕີກະຊວງ ໂຍທາທິການ … Continue reading →
ໃນລະຫວ່າງວັນທີ 24 – 29 ກຸມພາ 2024 ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການການຄ້າໂລກ (ອຄລ) ຄັ້ງທີ 13 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ທີ່ ອາບູດາບີ, ປະເທດ ສະຫະນະຄອນ ເອເມຣັດ ອາຣັບ ໂດຍການເປັນປະທານຂອງທ່ານ H.E Dr Thani bin Ahmed Al Zeyoudi ລັດຖະມົນຕີກະຊວງການຄ້າຕ່າງປະເທດ ແຫ່ງສະຫະນະຄອນ ເອເມຣັດ ອາຣັບ. ກອງປະຊຸມດັ່ງກ່າວ ເປັນເວທີປຶກສາຫາລືລະຫວ່າງບັນດາລັດຖະມົນຕີຂອງ ອຄລ ເພື່ອທົບທວນຄືນບັນດາວຽກງານຕ່າງໆທີ່ຕິດພັນກັບ ອຄລ, ຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານລະບົບການຄ້າຫຼາຍຝ່າຍ … Continue reading →
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມຢາມ ຂອງ ທ່ານ ນາງ Melanie Barlow ເອກອັກຄະລັດຖະທູດແຫ່ງຣາຊະອານາຈັກອັງກິດ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກກົມກ່ຽວຂ້ອງ ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ເຂົ້າຮ່ວມ ໃນຕອນບ່າຍ ຂອງວັນທີ 26 ກຸມພາ 2024 ທີ່ ກະຊວງອຸດສາຫະກຳ ແລະ … Continue reading →
ໃນຕອນເຊົ້າເວລາ 9: 30 ໂມງ ຂອງວັນທີ 26 ກຸມພາ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ໂຢໂປ ຮອງເລຂາພັກແຂວງ, ເຈົ້າແຂວງຢູນນານ ສປ ຈີນ. ໃນໂອກາດເຂົ້າພົບປະປຶກສາຫາລື ກັບ ທ່ານ ລັດຖະມົນຕີ … Continue reading →
ໃນວັນທີ 17 ກຸມພາ 2024, ກົມຊັບສິນທາງປັນຍາ (ກຊປ), ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ແລະ ໂຮງຮຽນປະຖົມ ບ້ານແຟນ, ຈັດພິທີມອບ-ຮັບ ອຸປະກອນການຮຽນ-ການສອນ ແລະ ເຄື່ອງກິລາ, ໃຫ້ແກ່ໂຮງຮຽນປະຖົມ ບ້ານແຟນ, ເມືອງໄຊ, ແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍ ວຽກງານຊັບສິນທາງປັນຍາ ໃຫ້ແກ່ ພະນັກງານສູນກາງ ແລະ ທ້ອງຖິ່ນ ທີ່ໂຮງແຮມມິດຕະພາບ, ແຂວງອຸດົມໄຊ, ໃນວັນທີ 16 ກຸມພາ 2024, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ ອຸດົມໄຊ, ມີທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມຊັບສິນທາງປັນຍາ, ທ່ານ ນາງ … Continue reading →
ໃນວັນທີ 19-20 ກຸມພາ 2024 ທີ່ ຫ້ອງການເຂດເສດຖະກິດພິເສດບຶງທາດຫຼວງ ໂດຍການເປັນປະທານຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ; ມີຫົວໜ້າກົມ ທະບຽນວິສາຫະກິດ, ຮອງຫົວໜ້າ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ບັນດາທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງພະແນກ, ຄະນະຄຸ້ມຄອງເສດຖະກິດພິເສດແຂວງ ແລະ ນະຄອນຫຼວງເຂົ້າຮ່ວມ. ທ່ານ ຈັນສຸກ ແສງພະຈັນ ໄດ້ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍວິສາຫະກິດ, ນິຕິກໍາ ແລະ … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ໃນລະຫວ່າງວັນທີ 20-21 ກຸມພາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການພົບປະລະຫວ່າງຄະນະເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ … Continue reading →
ວັນທີ 14 ກຸມພາ 2024 ສະຫາພັນກໍາມະບານ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມທິດຊີ້ນຳ ຂອງສະຫາຍເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກ ກ່ຽວກັບ “ເສດຖະກິດເອກະລາດເປັນເຈົ້າຕົນເອງ” ຫລື ສອຈ ແລະ ປາຖະກະຖາເລົ່າມູນເຊື້ອການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956-1 ກຸມພາ 2024), ຂື້ນທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມເຜີຍແຜ່ເຊື່ອມຊືມ ແລະ ປາຖະກະຖາ ຂອງ ສະຫາຍ … Continue reading →