ຂ່າວສຳຄັນ

ໂດຍ: admin ວັນທີ 5 Jan, 2024 ເວລາ 02:49 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0007,1

            ໃນຕອນ​ເຊົ້າເວລາ 9: 30 ໂມງ ຂອງວັນທີ 05 ມັງກອນ 2024, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຫວັງ ຊ່າງ (Wang Chang), ເອກອັກຄະລັດຖະທູດ ສປ. ຈີນ … Continue reading

ໂດຍ: ໄພວັນ ວັນທີ 29 Dec, 2023 ເວລາ 11:12 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
1

ກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ຈັດກອງປະຊຸມສະ   ໄໝສາມັນຄັ້ງທີ II ຂອງສະພາບໍລິຫານກອງທຶນສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນ ໃນວັນທີ 28 ທັນວາ 2023 ທີ່ໂຮງແຮມ ຄຣາວພາຊາ ວຽງຈັນ ເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ), ປະທານສະພາບໍລິຫານ ທສວ ໂດຍມີສະມາຊິກສະພາບໍລິຫານ ແລະ ກອງເລຂາ ທສວ ເຂົ້າຮ່ວມລວມທັງໝົດ 21 ທ່ານ. ກອງປະຊຸມໃນຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີສອງ ຂອງສະມາຊິກສະພາບໍລິຫານ ທສວ … Continue reading

ໂດຍ: ໄພວັນ ວັນທີ 29 Dec, 2023 ເວລາ 09:51 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກົມ​ກວດ​ກາ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ(ອ​ຄ) ຈັດ​ກອງ​ປະ​ຊຸມ ສຳມະນາວິທະຍາສາດວຽກງານສະກັດກັ້ນການສໍ້ລາດບັງຫຼວງ ຂຶ້ນ​ໃນ​ວັນ​ທີ 26 ທັນ​ວາ 2023 ທີ່​ກະ​ຊວງ ອ​ຄ ເຂົ້າ​ຮ່ວມ​ເປັນ​ປະ​ທານ​ຂອງ​ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີພະນັກງານ-ລັດຖະກອນລວມເຖິງບັນດາບໍລິສັດ ແລະ ລັດວິສາຫະກິດ ອ້ອມຂ້າງກະຊວງ ອ​ຄ ເຂົ້າຮ່ວມ ທ່ານ ນາງ ຈັນ​ສຸກ ແສງ​ພະ​ຈັນ ​ໄດ້​ກ່າວ​ວ່າ: ໄປຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ  ລັດຖະບານ ໄດ້ເອົາໃຈໃສ່ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະໄດ້ມີນະໂຍບາຍຢ່າງຈະແຈ້ງ ແລະ ເດັດຂາດ ໃນການຕ້ານການສໍ້ລາດບັງຫຼວງເຊິ່ງ ເປັນສິ່ງກິດຂວາງ ແລະ ອຸປະສັກຕໍ່ການພັດທະນາ. ການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, … Continue reading

ໂດຍ: ໄພວັນ ວັນທີ 26 Dec, 2023 ເວລາ 01:18 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0414

ບໍລິສັດ ລາວວີຕາ ພັດທະນາ ຈຳກັດ ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງ-ຕິດຕັ້ງໄຟເຍືອງທາງ ໂຊລ່າເຊວ ແລະ ປູກຕົ້ນໄມ້ປະດັບ ມູນຄ່າ 5 ຕື້ກວ່າກີບ ມອບໃຫ້ອົງການປົກຄອງນະຄອນຫຼວງວຽງຈັນຄຸ້ມຄອງຮັກ ພ້ອມດຽວກັນນີ້, ທາງບໍລິສັດກຽມດໍາເນີນໂຄງການໄລຍະ 2 ເນື້ອທີ່ 142 ເຮັກຕາ. ພິທີມອບ-ຮັບໂຄງການກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງໂຊລ່າເຊວ ແລະ ການປູກດອກໄມ້-ຕົ້ນໄມ້ປະດັບ ລະຫວ່າງ ບໍລິສັດ ລາວວີຕາ ພັດທະນາ ຈໍາກັດ ແລະ ອົງການປັກຄອງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນເມື່ອວັນທີ 22 ທັນວາ 2023 ທີ່ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ ໂນນທອງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ງາມປະສົງ … Continue reading

ໂດຍ: ໄພວັນ ວັນທີ 22 Dec, 2023 ເວລາ 03:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0136

ກົມ​ການ​ຄ້າ​ຕ່າງ​ປະ​ເທດ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ໄດ້​ຈັດ​ພິ​ທີ​ເປີດ​ໂຕ ເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ລຸ້ນທີ 3, ໃນ​ວັນ​ທີ 20 ທັນ​ວາ 2023 ທີ່​ໂຮງ​ແຮມຄາວ​ພາ​ຊ້າ ໂດຍ​ການ​ເຂົ້າຮ່ວມ​ຂອງ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ, ມີ​ບັນ​ດາ​ທ່ານ ຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ພາກ​ທຸ​ລະ​ກິດ​ເຂົ້າຮ່ວມ. ​ທ່ານ ບຸນ​ເຖິງ ດວງ​ສະ​ຫວັນ​ ໄດ້​ກ່າວ​ວ່າ: ເວັບໄຊທ໌ສູນຂໍ້​ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຫຼືLao PDR Trade Portal (LTP) … Continue reading

ໂດຍ: ໄພວັນ ວັນທີ 19 Dec, 2023 ເວລາ 10:21 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0024

ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອຄ) ໄດ້​ຈັດກອງປະຊຸມຄະນະກໍາມະການ ຊີ້ນໍາແຜນງານຈັດຕັ້ງປະຕິບັດໂຄງການ ປະຈຳປີ 2023 ຂື້ນໃນວັນ18 ທັນ​ວາ 2023 ​ທີ່​ໂຮງ​ແຮມ ຄ​ຣາວພາ​ຊາ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ (ອ​ຄ) ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ພາກ​ສ່ວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ ແລະ ຄູ່​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຈາກ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ເຂົ້າ​ຮ່ວມຈຳ​ນວນ 100 ​ທ່ານ. ກອງ​ປະ​ຊຸມ​ໃນ​ຄັ້ງ​ນີ້ ແມ່ນເພື່ອ​ປຶກ​ສາ​ຫາ​ລື ບັນ​ດາ​ຜົນ​ງານໄດ້​ຮັບ​ທີ່​ຫຼັກ​ທີ່​ຍາດມາ​ໄດ້ ຈາກ​ສອງ​ໂຄງ​ການ​ທີ່​ຫາກໍ່​ສຳ​ເລັດ​ລົງ ​ເຊິ່ງລວມ​ມີ ໂຄງ​ການ ສົ່ງ​ເສີ​ມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ສົ່ງ​ອອກ​ຢູ່ 3 ແຂວງ​ພາກ​ເໜືອ​ຂອງ ສ​ປ​ປ … Continue reading

ໂດຍ: ໄພວັນ ວັນທີ 13 Dec, 2023 ເວລາ 04:48 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0027

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າພົບຂອງທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ສປ ຈີນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 10 ທັນວາ 2023 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ:  ສະແດງຄວາມຕ້ອນຮັບ ທ່ານ ຫວັງ ຮ້າວ ຮອງເຈົ້າແຂວງຢຸນນານ ທັງເປັນຫົວນ້າຄະນະຜູ້ແທນ ທີ່ໃຫ້ກຽດມາພົບປະຢ້ຽມຢາມ ກະຊວງ … Continue reading

ໂດຍ: admin ວັນທີ 13 Dec, 2023 ເວລາ 10:04 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0078

ຕອນບ່າຍ ເວລາ 14 : 30 ໂມງ ຂອງວັນທີ 11 ທັນວາ 2023 ທີ່ຫ້ອງປະຊຸມທາງໄກຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ Yau Ying Wah ລັດຖະມົນຕີ ກະຊວງເສດຖະກິດ-ການຄ້າ ແລະ ທ່ານ HUI Ching Yu ລັດຖະມົນຕີ ກະຊວງການເງິນ ຂອງເຂດປົກຄອງພິເສດຮົງກົງ ແຫ່ງ ສປ ຈີນ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 35 … Continue reading

ໂດຍ: admin ວັນທີ 12 Dec, 2023 ເວລາ 02:36 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9890

          ຕອນບ່າຍ ເວລາ 15 : 30 ໂມງ ຂອງວັນທີ 08 ທັນວາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ຄິມ ເທຮືມ  (Kim Tea Heum) ເຈົ້າແຂວງຊຸງຊອງນໍາໂດ ແຫ່ງ ສ ເກົາຫລີ ພ້ອມຄະນະ, ມີຜູ້ຕາງໜ້າ​ຈາກສອງຝ່າຍເຂົ້າຮ່ວມ ຈໍານວນປະມານ 39 ​ທ່ານ.   … Continue reading

ໂດຍ: admin ວັນທີ 8 Dec, 2023 ເວລາ 10:41 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_9750

ຕອນບ່າຍ ວັນທີ 07 ທັນວາ 2023, ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ, ສະຫະພາບເອີີຣົບ ປະຈຳ ສປປ ລາວ ແລະ ສູນການຄ້າສາກົນ (ITC) ໄດ້ສຳເລັດການສະຫລຸບຜົນການຈັດຕັ້ງປະຕິບັດຂອງໂຄງການຊ່ວຍເຫຼືອ ວຽກງານການຄ້າຂອງສະຫະພາບເອີຣົບ ແກ່ ສປປ ລາວ ພາຍໃຕ້ແຜນງານເຊື່ອມໂຍງພາກພື້ນອາຊຽນ (ARISE) Plus ທີ່ນະຄອນຫຼວງວຽງຈັນ. ໂດຍແນໃສ່ສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດທີ່ສົມດຸນ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ສ້າງວຽກເຮັດງານທຳ; ໂຄງການດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜູນດ້ານການເງິນຈາກສະຫະພາບເອີຣົບ. ໂຄງການ ARISE Plus ປະຈຳ ສປປ ລາວ ມີ … Continue reading