ຂ່າວສຳຄັນ

ໂດຍ: ໄພວັນ ວັນທີ 11 Jun, 2023 ເວລາ 12:02 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0050

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີຖະແຫຼງຂ່າວສະເຫຼີມສະຫຼອງວັນຮັບຮອງສາກົນ 09 ມິຖຸນາ 2023 ຄົບຮອບ 16ປີ. ໂດຍໃຫ້ກຽດເປັນປະທານ ແລະ ຖະແຫຼງຂ່າວໂດຍທ່ານນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ ໄດ້ຈັດຂື້ນໃນຕອນເຊົ້້າຂອງວັນທີ 09 ມິຖຸນາ 2023. ທ່ານຮອງລັດຖະມົນຕີ ກະຊວງ ອຄ ໄດ້ຖະແຫຼງຂ່າວໃຫ້ຮູວ່າ: ໃນວັນທີ່ 09 ມິຖຸນາ ຂອງທຸກໆປີ ໄດ້ກຳນົດເປັນວັນຮັບຮອງສາກົນ ໂດຍລິເລີ່ມຈາກການຕົກລົງເຫັນດີ ຂອງອົງການຮັບຮອງຫ້ອງທົດລອງສາກົນ (ILAC) … Continue reading

ໂດຍ: ໄພວັນ ວັນທີ 11 Jun, 2023 ເວລາ 10:52 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0023

ໃນວັນທີ 08 ມິຖຸນາ 2023 ຜ່ານມາ, ຢູ່ທີ່ຫ້ອງປະຊຸມທາງໄກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກວດກາ ໄດ້ຈັດກອງປະຊຸມທາງໄກ ເພື່ອສະຫູຸບປະຈໍາປີ ແລະ ການແກ້ໄຂຜົນຂອງການກວດກາປົກກະຕິ ປະຈໍາປີ 2022, ໃຫ້ກຽດເປັນທານໂດຍທ່ານ ນ. ຈັນສຸກ ແສງພະຈັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຄ, ມີບັນດາສະຫາຍເລຂາ, ຮອງເລຂາຄະນະໝ່ວຍພັກບັນດາກົມກອງອ້ອມຂ້າງກະຊວງ ອຄ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ໄລຍະໜຶ່ງປີທີ່ຜ່ານມາ 2022 ກົມກວດກາ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກວດກາຕາມພາລະບົດບາດ, … Continue reading

ໂດຍ: ໄພວັນ ວັນທີ 9 Jun, 2023 ເວລາ 01:42 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_007

ໃນວັນທີ 8 ມິຖຸນາ 2023, ທີ່ກະຊວອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເປີດກວ້າງຂັ້ນສູນກາງ ເພື່ອປະກອບຄໍາເຫັນ ຕໍ່ກັບ ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ວິຊາການຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາຜູ້ຕາງໜ້າຫົວໜ່ວຍທຸລະກິດ ເຂົ້າຮ່ວມ. ໂອກາດນີ້ທ່ານປະທານໄດ້ກ່າວວ່າ: ກອງປະຊຸມເປີດກວ້າງຂັ້ນສູນກາງ ເພື່ອປະກອບຄຳເຫັນ ຕໍ່ກັບ ຮ່າງກົດ ໝາຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ … Continue reading

ໂດຍ: ໄພວັນ ວັນທີ 8 Jun, 2023 ເວລາ 12:10 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0060

ຕອນເຊົ້າ ວັນທີ 7 ມິຖຸນາ 2023 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຕ້ອນຮັບການເຂົ້າຢ້ຽມ ແລະ ພົບປະ ຂອງທ່ານ ຫມາ ນິງຢີ້ (Ma Ningyu) ເຈົ້າເມືອງ ກຸ້ຍຢາງ ເມືອງຫລວງ ຂອງ ແຂວງກຸ້ຍໂຈ, ແຫ່ງ ສປ ຈີນ  ພ້ອມດ້ວຍຄະນະ, ເນື່ອງໃນໂອກາດການເຂົ້າຢ້ຽມພົບປະຄັ້ງນີ້ ເພື່ອປຶກສາຫາລື ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ລະຫວ່າງ ສປປ … Continue reading

ໂດຍ: admin ວັນທີ 7 Jun, 2023 ເວລາ 02:45 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
_MG_1104.1

          ໃນຕອນ​ເຊົ້າຂອງວັນທີ 06 ມີຖຸນາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 01 ກະຊວງອຸດສາຫະກໍາ ແລະ ການຄ້າ, ສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ເປີດປະຊຸມ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ເຂົ້າຮ່ວມ ຮອງຫົວໜ້າສະຖາບັນ, ບັນດາທ່ານຕາງໜ້າກົມກອງອ້ອມຂ້າງກະຊວງ, ມະຫາວິທະຍາໄລແຫ່ງຊາດ, ກະຊວງກະສິກໍາ ແລະ ປ່າໄມ້, ສະພາແຫ່ງຊາດ, ຫ້ອງວ່າການລັດຖະບານກະຊວງແຜນການ ແລະ ການລົງທືນ, ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊດ, … Continue reading

ໂດຍ: ໄພວັນ ວັນທີ 6 Jun, 2023 ເວລາ 05:50 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0018

ໃນວັນທີ 6 ມິຖຸນາ 2023 ທີ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 20 ເພື່ອປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ກ່ຽວກັບບັນດາບູລິມະສິດຕົ້ນຕໍທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມການຄ້າ ແລະ ການລົງທຶນໃນ ສ​ປ​ປ ລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ  ແລະ ທ່ານ ນາງ ອີນາ ມາຈູລໍນີແຕ, ເອກອັກຄະລັດຖະທູດ ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ທັງ​ເປັນຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ລະ​ຫວ່າງ​ຜູ້​ໃຫ້​ທຶນ ພາຍ​ໃຕ້​ກອບໂຄງ​ການ​ເຊື່ອມ​ໂຍງ​ເຂົ້າ​ສາ​ກົນ​ດ້ານ​ການ​ຄ້າ (EIF), … Continue reading

ໂດຍ: admin ວັນທີ 6 Jun, 2023 ເວລາ 12:56 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
ທລມຕພ້ອມຄະນະຊຸກຍູ້ຢູ່ແຂວງຄໍາມ່ວນ ແລະ ບໍລິຄໍາໄຊ3

                         ໃນລະຫວ່າງວັນທີ 30 ພຶດສະພາ – 2 ມິຖຸນາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຄຳມ່ວນ ແລະ ບໍລິຄຳໄຊ. ຈຸດປະສົງຕົ້ນຕໍແມ່ນເພື່ອຕິດຕາມ ແລະ ຊຸກຍູ້ວຽກງານການຜະລິດຢູ່ 2 ແຂວງດັ່ງກ່າວ ເປັນການປະກອບສ່ວນເຂົ້າໃນການປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍູ້ງຍາກທາງດ້ານເສດຖະກິດ-ການເງິນ. ໃນວັນທີ 31 ພຶດສະພາ 2023 … Continue reading

ໂດຍ: ໄພວັນ ວັນທີ 5 Jun, 2023 ເວລາ 04:48 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-06-05 at 11.41.58

ວັນທີ 2 ມິຖຸນາ 2023 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 64 ປີ ແລະ ວິລະກຳໂຕນຄຸກຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ໂດຍການໃຫ້ກຽດເປັນປະທນ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາທ່ານ, ບັນດາສະຫາຍ ຄະນະປະຈຳພັກກະຊວງ,​ ເລຂາໜວຍພັກ-ຄະນະໜ່ວຍພັກ, ຄະນະຫ້ອງການ, ຫົວໜ້າກົມ-ຄະນະກົມ, … Continue reading

ໂດຍ: ໄພວັນ ວັນທີ 2 Jun, 2023 ເວລາ 04:39 PM | ແຍກຕາມຫມວດ ອື່ນໆ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0030.jpg1

ຕອນເຊົ້າ ວັນທີ 1 ມິຖຸນາ 2023 ທີ່ນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ໂດຍການໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ພູຂົງ ບັນນະວົງ, ຮອງເຈົ້າຄອນນະຄອນຫລວງວຽງຈັນ, ມີບັນດາທ່ານຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນ ແລະ ພະນັກງານນິຄົມອຸດສາຫະກໍາ ແລະ ການຄ້າ ວຽງຈັນ-ໂນນທອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໃນໂອກາດນີ້ ທ່ານ ນາງ … Continue reading

ໂດຍ: admin ວັນທີ 31 May, 2023 ເວລາ 03:14 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2023-05-31 at 11.47.19 AM

     ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023 ເວລາ 8:00 ນຳພາໂດຍ ທ່ານ ນ ຈັນສຸກ ແສງພະຈັນ,ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ,  ພ້ອມດ້ວຍ ຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ເຂົ້າຢ້ຽມຂ່ຳນັບ ທ່ານ ວັນໄຊ ຟອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງ ແຂວງຄຳມ່ວນ,  ເພື່ອລາຍງານໃຫ້ຊາບກ່ຽວກັບ ການຈັດກອງປະຊຸມ ທາບທາມຄຳເຫັນຕໍ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ວຽກທີ່ຕິດພັນກັບຂັ້ນທ້ອງຖິ່ນ ຢູ່ ພາກກາງ. ຫຼັງຈາກນັ້ນ, ກໍ່ໄດ້ສືບຕໍ່ ເປີດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ … Continue reading