ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023 ເວລາ 8:00 ນຳພາໂດຍ ທ່ານ ນ ຈັນສຸກ ແສງພະຈັນ,ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມດ້ວຍ ຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ເຂົ້າຢ້ຽມຂ່ຳນັບ ທ່ານ ວັນໄຊ ຟອງສະຫວັນ ເລຂາພັກແຂວງ, ເຈົ້າແຂວງ ແຂວງຄຳມ່ວນ, ເພື່ອລາຍງານໃຫ້ຊາບກ່ຽວກັບ ການຈັດກອງປະຊຸມ ທາບທາມຄຳເຫັນຕໍ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ແລະ ວຽກທີ່ຕິດພັນກັບຂັ້ນທ້ອງຖິ່ນ ຢູ່ ພາກກາງ. ຫຼັງຈາກນັ້ນ, ກໍ່ໄດ້ສືບຕໍ່ ເປີດກອງປະຊຸມ ທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ … Continue reading →
ໃນຕອນບ່າຍ ວັນທີ 29 ພຶດສະພາ 2023, ທີ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ການປະຕິບັດມະຕິ ແລະ ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ແລະ ຊີ້ນໍາ ວຽກງານອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ຢູ່ ກະຊວງອຸດສາຫະກໍາ ແລະ ການຄ້າ. ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສໍາຄັນ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ຄື: 1) ການສະໜອງສິນເຊື່ອຂອງກອງທຶນ SME, … Continue reading →
ໃນລະຫວ່າງວັນທີ 22-27 ພຶດສະພາ 2023, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ນໍາພາຄະນະ ທີ່ປະກອບດ້ວຍພາກລັດ ແລະ ພາກເອກະຊົນ ເດີນທາງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບວຽກງານອຸດສາຫະກຳ ແລະ ການຄ້າ ຢູ່ ສ. ເກົາຫລີ. ຈຸດປະສົງຕົ້ນຕໍ ແມ່ນເພື່ອຖອດຖອນບົດຮຽນ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງວຽກງານອຸດສາຫະກຳ ແລະ ການຄ້າ ລວມທັງການພົບປະຄະນະກຳມະການກະກຽມຈັດງານວາງ ສະແດງໂລກທີ່ເມືອງ … Continue reading →
ໃນວັນທີ 19 ພຶດສະພາ 2023, ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ໂຍຮານເນັດສ໌ອາບຣາຮໍາ (Yohannes Abraham), ເອກອັກຄະລັດຖະທູດ ສ.ອາເມຣິກາ ປະຈໍາ ອາຊຽນ ພ້ອມດ້ວຍຄະນະ, ມີທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຫົວໜ້າສະຖາບັນ ແລະ ພະນັກງານວິຊາການເຂົ້າຮ່ວມຈໍານວນ 13 ທ່ານ ໃນໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຄ ກໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ໂຍຮານເນັດສ໌ ອາບຣາຮໍາ … Continue reading →
ໃນວັນທີ 19 ພຶດສະພາ 2023, ທີ່ຫ້ອງປະຊຸມທາງໄກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານໂຄສະນາປະຊາສຳພັນ ຂະແໜງອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ ໂດຍການເປັນຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນຫົວໜ້າຄະນະໂຄສະນາປະຊາສໍາພັນ ຂອງຂະແໜງ ອຄ, ຂັ້ນສູນກາງມີບັນດາທ່ານຄະນະກົມ, ຄະນະພະແນກ ພາຍໃນກະຊວງ ອຄ ແລະ ຂັ້ນທ້ອງຖິ່ນ ມີຄະນະພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ພ້ອມດ້ວຍຄະນະເຂົ້າຮ່ວມ ທ່ານປະທານກອງປະຊຸມໄດ້ໃຫ້ຮູ້ວ່າ: ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງຂໍ້ຕົກລົງ ສະບັບເລກທີ 0425/ອຄ, … Continue reading →
ໃນວັນທີ 16 ພຶດສະພາ 2023 ຜ່ານມາ, ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນຈາກ ສປປ ລາວ, ຈາກບັນດາອະນຸກໍາມະການຮັບຜິດຊອບວຽກງານກະກຽມເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ ກ່ຽວກັບການກະກຽມເປັນເຈົ້າພາບ ແລະ ເປັນປະທານອາຊຽນ ຂອງ ສປປ ລາວ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ສສ ຫວຽດນາມ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ ກະຊວງອຸດສາຫະກໍາ ແລະ ການຄ້າ … Continue reading →
ໃນຕອນເຊົ້າເວລາ 10:00 ໂມງ ຂອງວັນທີ 17 ພຶດສະພາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ XIEKUN, ປະທານສະມາຄົມເສດຖະກິດ ແລະ ວັດທະນະທໍາ ຈີນ-ອາຊຽນ ແລະ ທ່ານ ປອ ນາງ ແຂວະລີ ວົງສຸທິ, ປະທານສະມາຄົມເສດຖະກິດ … Continue reading →
ໃນວັນທີ 10 ພຶດສະພາ 2023, ທີ່ຫ້ອງຮັບແຂກກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມ ແລະ ພົບປະ ຂອງທ່ານ Yang Xingping (ຢາງ ຊິງປິງ) ຮອງເຈົ້າແຂວງ ເສສວນ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມຄະນະທັງສອງຝ່າຍເຂົ້າຮ່ວມ ໃນໂອກາດການເຂົ້າພົບປະສອງຝ່າຍ ແມ່ນເພື່ອການເສີມຂະຫຍາຍການຮ່ວມມື ດ້ານການຄ້າ ແລະ ອຸດສາຫະກຳ ລະຫວ່າງ ສປປ ລາວ ແລະ ແຂວງ ເສສວນ, ສປ … Continue reading →
ໃນລະຫວ່າງວັນທີ 6-7 ພຶດສະພາ 2023 ຜ່ານມາ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດ ຖະກິດອາຊຽນ ຄັ້ງທີ 22 (AEC Council Meeting) ທີ່ຈາກາຕ້າ, ປະເທດ ອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງ ທ່ານ Airlangga Hartarto, ລັດຖະມົນຕີກະຊວງປະສານງານດ້ານການພົວພັນເສດຖະກິດ ອິນໂດເນເຊຍ ໃນຖານະປະທານອາຊຽນ ໃນປີ 2023 ໂດຍມີລັດຖະມົນຕີ ສະພາປະຊາຄົມເສດຖະກິດອາເຊຽນ, ລັດຖະມົນຕີ ກະຊວງປະສານງານດ້ານການພົວພັນເສດຖະກິດ ຕີມໍເລສເຕ (ໃນນາມຜູ້ສັງເກດການ) ແລະ ທ່ານເລຂາທິການໃຫຍ່ອາຊຽນ … Continue reading →
ຕອນບ່າຍຂອງວັນທີ 5 ພຶດສະພາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມ ຄົບຄະນະສະໄໝສາມັນ ຄັ້ງທີ 5 ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝ V, ປະຈໍາໄຕມາດ I ປີ 2023 ໂດຍການເປັນປະທານ ຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ພັກກະຊວງອຸດສາຫະກໍາ ແລະ ການຄ້າ ຜູ້ເຂົ້າຮ່ວມມີບັນດາສະຫາຍ ຄະນະບໍລິຫານງານພັກ ອຄ ແລະ ບັນດາສະຫາຍເລຂາ, ຄະນະໜ່ວຍພັກ, ຫົວໜ້າກົມ ແລະ … Continue reading →