ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 5 ພຶດສະພາ 2023, ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Jean Denis Pesme, ຫົວໜ້າການເງິນ, ການແຂ່ງຂັນ ແລະ ນະວັດຕະກໍາ ຂອງທະນາຄານໂລກ ພ້ອມຄະນະ ໃນໂອກາດເຂົ້າພົບປະທ່ານ … Continue reading →
ໃນຕອນບ່າຍເວລາ 4:00 ໂມງ ຂອງວັນທີ 27 ເມສາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ LEE Hyuk ແລະ ທ່ານ KIM Hong Koo, ທູດພິເສດ ຂອງລັດຖະມົນຕີ … Continue reading →
ໃນວັນທີ 26 ເມສາ ຂອງທຸກໆປີ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ ລວມທັງ ສປປ ລາວ ມີຈໍານວນ 193 ປະເທດ ກໍໄດ້ມີການຈັດພິທີໂຮມຊຸມນຸມກັນ ເພື່ອສະເຫຼີມສະຫຼອງວັນຊັບສິນທາງປັນຍາ ໃນແຕ່ລະປີ, ຊຶ່ງປີນີ້ພາຍໃຕ້ຄໍາຂັວນ “ບົດບາດແມ່ຍິງ ແລະ ຊັບສິນທາງປັນຍາ: ຊຸກຍູ້ສົ່ງເສີມ ນະວັດຕະກຳ ແລະ ຄວາມຄິດສ້າງສັນໃໝ່ (Women and IP: Accelerating innovation and creativity)” ໂດຍການໃຫ້ກຽດເປັນປະທານເປີດພິທີ ຂອງ ທ່ານ ນ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ … Continue reading →
ໃນວັນທີ 07 ເມສາ 2023 ເປັນມື້ທີ 02 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ; ມີລັດຖະມົນຕີ ປະຈຳຫ້ອງວ່າການປະທານປະເທດ, ລັດຖະມົນຕີຫົວຫນ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ ອຄ, ບັນດາທ່ານ … Continue reading →
ວັນທີ 7 ເມສາ 2023 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີທິດຊີ້ນໍາຕໍ່ກອງປະຊຸມປະຈໍາປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຄັ້ງນີ້ວ່າ: ກອງປະຊຸມສຸດທີ່ມີຄວາມ ໝາຍ ແລະ ສຳຄັນຫລາຍ ຄືດັ່ງທີ່ຮູ້ດີແລ້ວວ່າ ຂະແໜງອຸດສາຫະກຳ ແລະ ການຄ້າ ເປັນຂະແໜງເສດຖະກິດທີ່ສຳຄັນ ຖ້າຂະແໜງການນີ້ ມີຄວາມເຂັ້ມແຂງ ເສດຖະກິດຂອງປະເທດ ກໍມີຄວາມເຂັ້ມແຂງ ໃນປີ 2022 ທີ່ຜ່ານມາ, ຂະແໜງອຸດສາຫະກຳ ແລະ ການຄ້າ ກໍຍັງສາມາດປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍດ້ານທີ່ຜົນເດັ່ນ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ ຮ່າງປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ໃຫ້ກຽດເປັນປະທານຂອງ ທ່ານ ນ. ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ໃນວັນທີ 05 ເມສາ 2023, ທີ່ ຫ້ອງປະຊຸມ ຊັ້ນ 4 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ ກະຊວງ ອຄ, ມີບັນດາທ່ານຄະນະກົມຊັບສິນທາງປັນຍາ, ມີຄະນະຮັບຜິດຊອບປັບປຸງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ, ຜູ້ຕາງໜ້າຈາກ ຫ້ອງການ, ບັນດາກົມ, … Continue reading →
ກະຊວງອຸດສາຫະກຳ ແລະ ການຄ້າ ຈັດກອງປະຊຸມປະຈຳປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ຂຶ້ນໃນວັນທີ 6-7 ເມສາ 2023 ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ ICTC, ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ມະໄລທອງ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າພະແນກ ຈາກບັນດາກົມ, ສະຖາບັນ ແລະ ຫ້ອງການກະຊວງ, … Continue reading →
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນການຈັດຕັ້ງປະຕິ ບັດວຽກງານກວດກາການຄ້າ ໃນໄລຍະ ປີ 2022 ຜ່ານມາ ແລະ ທິດທາງແຜນການ ປີ 2023. ຂື້ນໃນວັນທີ 5 ເມສາ 2023, ທີ່ກະຊວງ ອຄ ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງປະຊຸມຄັ້ງນີ້ ມີທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ, ຜູ້ຊີ້ນໍາກົມການຄ້າພາຍໃນ, ມີບັນດາທ່ານຫົວໜ້າກົມ/ຮອງຫົວໜ້າກົມ ແລະ … Continue reading →
ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະລະຫວ່າງການນຳຂອງ ທຫລ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະນຳ, ຄະນະກົມຂອງທັງ 2 ຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມໄດ້ຮັບຟັງລາຍງານສະພາບການປະຕິບັດແຜນເງິນຕາຂອງ ໄຕມາດທີ I ແລະ ທິດທາງແຜນການຂອງ ໄຕມາດທີ … Continue reading →
ຕອນບ່າຍ ເວລາ 05 : 00 ໂມງ ຂອງວັນທີ 30 ມີນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ ອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Yang Xingping ຮອງເຈົ້າແຂວງໆ ເສສວນ ແລະ ທ່ານຫົວໜ້າພະແນກການຄ້າ ແຂວງ ເສສວນ ແຫ່ງ … Continue reading →