ຂ່າວສຳຄັນ

ໂດຍ: ໄພວັນ ວັນທີ 9 Sep, 2024 ເວລາ 03:09 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
4

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຂື້ນປາໄສໃນເວທີ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວ-ຈີນ ພາຍໃຕ້ຫົວຂໍ້ “ການເປີດປະຕູສູ່ໂລກພາຍນອກທີ່ມີຄຸນນະພາບສູງ ແລະ ການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ”  ໃນກອງປະຊຸມແລກປ່ຽນການຮ່ວມມືດ້ານເສດຖະກິດການຄ້າ ລາວ-ຈີນ   ຂື້ນໃນວັນທີ 5 ກັນຍາ 2024, ທີ່ນະຄອນຫຼວງວຽງຈັນ. ທ່ານລັດຖະມົນຕີ ໄດ້ກ່າວວ່າ: ລາວ ແລະ ຈີນ ມີຊາຍແດນຕິດຈອດກັນ, ມີສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໜັ້ນຄົງຍາວນານ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນເພື່ອນທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ. ສອງປະເທດ ໄດ້ຍົກລະດັບການຮ່ວມມື ເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ໃນປີ 2019 ເຮັດໃຫ້ການຮ່ວມມືຮອບດ້ານລະຫວ່າງ … Continue reading

ໂດຍ: ໄພວັນ ວັນທີ 2 Sep, 2024 ເວລາ 06:52 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0013.jpg 1

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ, ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນປະທານ ຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຄ ໃນວັນທີ 29 ສິງຫາ 2024 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ອຄ), ເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ສົມບູນ ແກ່ນປະເສີດ ຫົວໜ້າພະແນກ ຄຸ້ມຄອງສັງຫາລິມະຊັບ, ກົມຊັບສິນແຫ່ງລັດ, ກະຊວງການເງິນ ມີບັນດາທ່ານຫົວໜ້າກົມ-ຮອງຫົວໜ້າກົມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ແລະ ພະນັກງານບຳນານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. … Continue reading

ໂດຍ: ໄພວັນ ວັນທີ 24 Aug, 2024 ເວລາ 02:52 PM | ແຍກຕາມຫມວດ ອື່ນໆ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0020.jpg 1

ໃນຕອນບ່າຍ ວັນທີ 23 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ແນະນໍາຕົວໃນ​ໂອ​ກາດແຕ່ງຕັ້ງ​ມາຮັບຕໍາແໜ່ງເປັນ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຍິນດ​ີ​ຕ້ອນ​ຮັບ ​ທ່ານ ນ. ຟັງຫົງ Fang Hong … Continue reading

ໂດຍ: ໄພວັນ ວັນທີ 19 Aug, 2024 ເວລາ 10:26 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0370.jpg 7

ໃນຕອນບ່າຍ ວັນທີ 16 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະຂອງທ່ານ ວິກົມ ກົມມະດິດ ປະທານບໍລິຫານ ບໍລິສັດ ອຳມະຕະ ຈຳກັດມະຫາຊົນ ພ້ອມດ້ວຍຄະນະ ຈາກ JBIC, ກຸ່ມບໍລິສັດ ຈະເລີນ ໂພກປະພັນ (CP Group), MISUBISHI, NTT-DOCOMO ແລະ ບັນດາກົມກ່ຽວຂ້ອງເຂົ້າຮ່ວມ. ຈຸດ​ປະ​ສົງ​ການ​​ພົບ​ປະໃນຄັ້ງນີ້ແມ່ນເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ແລະ ທັດສະນະກ່ຽວກັບ ການສ້າງໂຮງງານໄຟຟ້າພະລັງງານປະລະມະນູ ຢູ່ ສປປ … Continue reading

ໂດຍ: ໄພວັນ ວັນທີ 18 Aug, 2024 ເວລາ 05:46 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
11

ໃນວັນທີ 16 ສິງຫາ 2024 ທີ່ກະຊວງ ອຄ ໄດ້ມີກອງປະຊຸມ ຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ 9 ສະໄໝທີ V (ເປີດກວ້າງ) ຂຶ້ນໂດຍການເປັນປະທານຂອງສະຫາຍ ມາໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ອຸດສາຫະກໍາ ແລະ ການຄ້າ ມີບັນດາ ຄະນະປະຈໍາພັກກະຊວງ, ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ປະທານ/ເລຂາ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ. ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດລະບຽບພັກປະຊາຊົນປະຕິບັດລາວ ສະໄໝທີ XI … Continue reading

ໂດຍ: ໄພວັນ ວັນທີ 15 Aug, 2024 ເວລາ 05:43 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0156

ໃນວັນທີ 7 ສີງຫາ 2024 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ  ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະສອງຝ່າຍ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ເພີ່ມທະວີການຮ່ວມມື ກໍ່ຄືການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ໃນທ່າມກາງບັນຍາກາດແຫ່ງຄວາມສະມັກຄີ, ມິດຕະພາບ, ດ້ວຍຄວາມຮັບຜິດຊອບສູງ ແລະ ພ້ອມກັນຮ່ວມມືພັດທະນາ, ບົນພື້ນຖານການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ຝ່າຍລາວ ນໍາໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ … Continue reading

ໂດຍ: admin ວັນທີ 14 Aug, 2024 ເວລາ 11:49 AM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
WhatsApp Image 2024-08-14 at 10.07.54 2

  ​ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອອການເຊື່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 46 ໃນວັນທີ 14 ສິງ ຫາ 2024, ທີ່ ນະຄອນຫລວງວຽງຈັນ,  ໂດຍການເປັນປະທານຂອງ ທ່ານ ປອ. ມະ ໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີ່ສະເພາະກິດລະດັບສູງ ເພື່ອການເຊື່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ເພື່ອເປັນການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາ ຊຽນ ຄັ້ງທີ 56 (AEM) ທີ່ ສປປ … Continue reading

ໂດຍ: admin ວັນທີ 12 Aug, 2024 ເວລາ 11:10 AM | ແຍກຕາມຫມວດ ຂ່າວ, ຂ່າວສຳຄັນ | % ຄຳເຫັນ 0 Comments
8AC7F592-D76C-472F-AD11-DF88F107D5CC_1_201_a

       ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄັ້ງທຳອິດຂອງໜ່ວຍງານປະສານງານອາຊຽນ ສຳລັບ ເສດຖະກິດສີຟ້າ ( The 1st ASEAN Coordinating Task Force on Blue Economy) ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນ ທີ 10-11 ສິງຫາ 2024, ທີ່ໂຮງແຮມ ລາວພຣາຊາ, ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍສຳຄັນໃນການເພິ່ມທະວີການຮ່ວມມືດ້ານເສດຖະກິດສີຟ້າໃນອາຊຽນ ເຊີງເສດຖະກິດສີຟ້າ ແມ່ນຈະສ້າງໝູນຄ່າເພີ່ມ ແລະ ລະບົບຕ່ອງໂສ້ມູນຄ່າຂອງຊັບພະຍາກອນທີ່ມີຢູ່ໃນມະຫາສະໝຸດ, ທະເລ, … Continue reading

ໂດຍ: ໄພວັນ ວັນທີ 10 Aug, 2024 ເວລາ 10:37 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_5065.jpg 1

ສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໃນວັນທີ 8 ສິງຫາ 2024 ທີ່ ໂຮງແຮມ ຄາວພາຊ້າ ເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ແຟຼງ ທີບີທ້ານ ຫົງໜ້າໂຄງການ COMPETE II, ທ່ານ ນາງ ສົມໝາຍ ພົມມຸນິວົງ ປະທານສະຫະພັນແມ່ຍິງ ກະຊວງ ອຄ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ, ຫ້ອງການ, … Continue reading

ໂດຍ: admin ວັນທີ 8 Aug, 2024 ເວລາ 03:41 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0193

         ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 8 ສິງຫາ 2024 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ  KOIZUMI Tsutomu, ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະ​ຈຳ ສປປ ລາວ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 15 ທ່ານ.          ໂອກາດນີ້ … Continue reading