ຂ່າວສຳຄັນ

ໂດຍ: ໄພວັນ ວັນທີ 25 Jun, 2023 ເວລາ 12:28 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0040

ຄະນະບໍລິຫານງານຊາວໜຸ່ມກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມສະຫຼຸບຜົນການການເຄື່ອນໄຫວວຽກງານງານຊາວໜຸ່ມປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ພິທີມອບຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 65 ປີ (14 ເມສາ 1955-14 ເມສາ 2020) ຂື້ນໃນວັນທີ 23 ມິຖຸນາ 2023, ທີ່ກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ອຄ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິບັດລາວ … Continue reading

ໂດຍ: admin ວັນທີ 23 Jun, 2023 ເວລາ 03:51 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0004

             ໃນຕອນ​ເຊົ້າເວລາ 9:30 ໂມງ ຂອງວັນທີ 23 ມີຖຸນາ 2022, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ລຽວ ຊິວລິນ, ເອກອັກຄະລັດຖະທູດ ແຫ່ງ ສິງກະໂປ ປະຈໍາ ສປປ … Continue reading

ໂດຍ: admin ວັນທີ 22 Jun, 2023 ເວລາ 02:34 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0011 (2)

             ໃນຕອນເຊົ້າເວລາ 8:30 ໂມງ ຂອງວັນທີ 22 ມິຖຸນາ 2023, ທີ່ຫ້ອງຮັບແຂກໃຫຍ່ ຊັ້ນ 04 ກະຊວງອຸດສາຫະກໍາແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງມໍລະກົດ ສີສະຫວັດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ພ້ອມຄະນະ … Continue reading

ໂດຍ: ໄພວັນ ວັນທີ 21 Jun, 2023 ເວລາ 07:14 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0049.jpg 1

ກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ຫົວໜ້າ ຄອຄຂ.ສ) ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຂຶ້ນ ໃນວັນພຸດທີ 21 ມິຖຸນາ 2023, ທີ່ໂຮງແຮມແລນມາກ. ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ,  ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ ຄອຄຂ.ສ; ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ), ທັງເປັນຮອງຫົວໜ້າ ແລະ ຜູ້ປະຈໍາການ ຄອຄຂ.ສ; ພ້ອມມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ມີຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ພະແນກ … Continue reading

ໂດຍ: ໄພວັນ ວັນທີ 17 Jun, 2023 ເວລາ 09:18 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0033

ໃນວັນທີ 14 ມິຖຸນາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມກວດກາ ກະຊວງ ອຄ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມກວດກາ ກະຊວງ ອຄ ສປປ ລາວ ແລະ ກົມກວດກາ ກະຊວງ ອຄ ສສ ຫວຽດນາມ ມີພະນັກງານ ສອງກະຊວງ ເຂົ້າຮ່ວມ ໃນໂອກາດນີ້ ການມາພົບປະແລກປ່ຽນຢູ່ ສປປ ລາວ ຂອງຄະນະຜູ້ແທນຈາກກົມກວດກາ ກະຊວງ ອຄ ສສ ຫວຽດນາມ, ຄະນະດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຈັນສຸກ … Continue reading

ໂດຍ: admin ວັນທີ 16 Jun, 2023 ເວລາ 02:36 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
9

                         ໃນວັນທີ 16 ມິຖຸນາ 2023, ທີ່ໂຮງແຮມລາວພລາຊາ. ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະ ກຳ ແລະ ການຄ້າ ໃນນາມເປັນຈຸດປະສານງານວຽກການເຊື່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ໃນນາມຈຸດປະສານງານຄະນະກໍາມະການປະສານງານ ດ້ານການຄ້າດ້ານບໍລິການອາຊຽນ ຂອງ ສປປ ລາວ (Coordinating Committee on Services-CCS)  ຮ່ວມກັບ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນພາຍໃຕ້ຂອບແຜນງານຂໍ້ລິເລີ່ມການເຊື່ອມໂຍງ (“Promotion of Competitiveness … Continue reading

ໂດຍ: admin ວັນທີ 16 Jun, 2023 ເວລາ 10:30 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
354051367_742014771260267_1447187835838863723_n

      ກອງປະຊຸມພົບປະ ແລະ ປຶກສາຫາລືວຽກງານ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2023, ທີ່ກະຊວງກະສິກໍາ ແລະ ປ່າໄມ້.    ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ຊຶ່ງມີ ທ່ານ ກິແກ້ວ ສິງນາວົງ … Continue reading

ໂດຍ: ໄພວັນ ວັນທີ 15 Jun, 2023 ເວລາ 11:10 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0008

ວັນທີ 13 ມິຖຸນາ 2023, ທີ່ກະຊວງອຸດອຸດສາຫະກໍາ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມບັນດານິຕິກໍາທີ່ ກ່ຽວກັບ ເພື່ອເປັນການກະກຽມດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ V, ໂດຍການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ ອຄ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ ອຄ, ບັນດາເລຂາໜ່ວຍພັກ, ຄະນະໜ່ວຍພັກ ແລະ ຫ້ອງການພັກ ທົ່ວອົງຄະນະພັກກະຊວງ ອຄ ເຂົ້າຮ່ວມ. ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ອຄ ໄດ້ເຜີຍແຜ່ເຊື່ອມຊຶມເອກະ ສານຄື: ເຜີຍແຜ່ເນື້ອໃນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ … Continue reading

ໂດຍ: ໄພວັນ ວັນທີ 14 Jun, 2023 ເວລາ 10:14 AM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_002

ວັນທີ 9 ມິຖຸນາ 2023 ຜ່ານມາ ທີ່ຫ້ອງປະຊຸມກະຊວງອຸດສາຫະກໍາ ແລະ ການຄ້າ, ຄະນະກໍາມາທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີມອບຂອງຂັວນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນທີ 1 ມິຖຸນາ 2023, ໃຫ້ກຽດເປັນປະທານໂດຍ ທ່ານ ນ. ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ, ມີທ່ານຮອງລັດຖະມົນຕີ ກະຊວງ ອຄ, ຕາງໜ້າບັນດາກົມ, ຫ້ອງການກະຊວງ, ສະຖາບັນ ແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ. ເນື່ອງໃນໂອກາດສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 … Continue reading

ໂດຍ: admin ວັນທີ 13 Jun, 2023 ເວລາ 02:39 PM | ແຍກຕາມຫມວດ ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0006

               ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 12 ມີຖຸນາ 2023 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ARAI Yutaka, ຫົວໜ້າ​ອົງການບໍລິຫານຂັ້ນສູນກາງ ແຫ່ງປະເທດຢີປຸ່ນ ເຂົ້າພົບປະປຶກສາຫາລືກັບ ທ່ານ ລັດຖະມົນຕີ, ພ້ອມຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ … Continue reading