ຄະນະຊ່ຽວຊານຂອງ UNESCO ຈະເດີນທາງມາກວດກາທົ່ງໄຫຫີນ ຢູ່ທີ່ແຂວງຊຽງຂວາງ ໃນເດືອນສິງຫາ 2018 ເພື່ອພິຈາລະນາ ແລະ ຮັບຮອງໃຫ້ເປັນມໍລະດົກໂລກທາງປະຫວັດສາດ ຢ່າງເປັນທາງການ. ທ່ານ ສີວິໄລ ອຸດົມສຸກ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໃຫ້ການຢືນຢັນວ່າ: ຄະນະຊ່ຽວຊານຂອງ UNESCO ຈະເດີນທາງມາແຂວງຊຽງຂວາງໃນເດືອນ ສິງຫາ 2018 ເພື່ອເກັບກຳຂໍ້ມູນ ແລະ ກວດກາຄວາມພ້ອມໃນດ້ານຕ່າງໆຂອງທົ່ງໄຫຫີນ ກ່ອນທີ່ຈະພິຈາລະນາຮັບຮອງ ໃຫ້ເປັນມໍລະດົກໂລກທາງປະຫວັດສາດຢ່າງເປັນທາງການ ຊຶ່ງຖ້າຫາກວ່າບໍ່ມີບັນຫາຂັດຂ້ອງ ກໍເຊື່ອວ່າຄະນະຊ່ຽວຊານຂອງ UNESCO ຈະໃຫ້ຄຳຕອບກັບທາງການລາວ ກ່ຽວກັບການຮັບຮອງ ສະຖານະໃນການເປັນມໍລະດົກໂລກຂອງທົ່ງໄຫຫີນ ຢ່າງເປັນທາງການດ້ວຍ … Continue reading →
ລັດຖະບານລາວ ຈະຈັດເກັບລາຍຮັບໃຫ້ໄດ້ ບໍ່ຕ່ຳກວ່າ 25,452 ຕື້ກີບ ແລະ ຈະຄວບຄຸມລາຍຈ່າຍໃຫ້ຢູ່ໃນມູນຄ່າບໍ່ເກີນ 32,809 ຕື້ກີບ ດ້ວຍການຈັດຕັ້ງປະຕິບັດ ວິໄນການເງິນໃນພາກລັດຖະບານ ຢ່າງເຂັ້ມງວດ. ທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີ ກະຊວງການເງິນ ຖະແຫຼງຢືນຢັນວ່າ: ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ ທີ່ດຳເນີນກອງປະຊຸມ ໃນວັນທີ 16 ຕຸລາ ຫາ 17 ພະຈິກ 2017 ທີ່ຜ່ານມາ ໄດ້ມີມະຕິຕົກລົງຮັບຮອງເອົາແຜນການງົບປະມານລາຍຮັບ-ລາຍຈ່າຍ ປະຈຳປີ … Continue reading →
ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ສ້າງຕັ້ງສູນພັດທະນາເຄື່ອງໝາຍການຄ້າຂອງລາວ ໃຫ້ໄດ້ຄຸນນະພາບສາກົນ ແນໃສ່ການເພີ້ມມູນຄ່າການສົ່ງອອກສິນຄ້າລາວ ໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ. ທ່ານນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວຢືນຢັນວ່າ: ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ ໄດ້ສ້າງຕັ້ງສູນພັດທະນາເຄື່ອງໝາຍການຄ້າຂຶ້ນຢ່າງເປັນທາງການ ເມື່ອບໍ່ດົນມານີ້ ໂດຍໄດ້ຮັບການຊ່ວຍເຫລືອຈາກອົງການສະຫະປະຊາຊາດ ດ້ວຍເປົ້າໝາຍທີ່ຈະພັດທະນາ ເພື່ອຍົກລະດັບຄຸນນະພາບສິນຄ້າທີ່ຜະລິດໃນລາວ ໃຫ້ໄດ້ມາດຕະຖານສາກົນ ໂດຍແນໃສ່ເພີ່ມມູນຄ່າການສົ່ງອອກສິນຄ້າຂອງລາວ ໄປຍັງຕ່າງປະເທດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະກໍແມ່ນສິນຄ້າປະເພດໄມ້ແປຮູບ (Furniture) ນັ້ນ ຖືເປັນທ່າແຮງສໍາຄັນທີ່ພາກທຸລະກິດໃນລາວ ສາມາດຈະພັດທະນາໃຫ້ແຂ່ງຂັນໃນຕະຫລາດສາກົນ ໄດ້ເປັນຢ່າງດີ ດັ່ງທີ່ທ່ານນາງ ຈັນທະຈອນໄດ້ຢືນຢັນວ່າ:“ປີນີ້ ທາງສະພາການຄ້າໄດ້ສ້າງ Branding Lao ຂຶ້ນ ແລະ … Continue reading →
ນາຍົກລັດຖະມົນຕີລາວ ເນັ້ນໜັກ ວ່າ ຈະຕ້ອງເລັ່ງການພັດທະນາ ເພື່ອຍົກລະດັບຄຸນນະພາບແຮງງານໃນລາວ ໃຫ້ໄດ້ມາດຕະຖານສາກົນ ແລະ ສາມາດແຂ່ງຂັນ ໃນຕະຫຼາດແຮງງານຕ່າາງປະເທດ ໃຫ້ໄດ້ຢ່າງແທ້ຈິງ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ: ຄຸນນະພາບສີມືແຮງງານລາວ ຍັງຫ່າງໄກຈາກລະດັບມາດຕະຖານສາກົນ ໃນທຸກໆດ້ານ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງເລັ່ງການພັດທະນາຢ່າງຮອບດ້ານ ເພື່ອຍົກລະດັບຄຸນນະພາບສີມືແຮງງານຂອງລາວ ໃຫ້ສາມາດແຂ່ງຂັນ ໃນຕະຫຼາດແຮງງານຕ່າງປະເທດ ໃຫ້ໄດ້ຢ່າງແທ້ຈິງ ເພາະແຮງງານລາວ ໃນປັດຈຸບັນນີ້ ໄດ້ຕົກຢູ່ໃນສະພາບການ ທີ່ບໍ່ສາມາດແຂ່ງຂັນໄດ້ທັງ ພາຍໃນປະເທດ ແລະ ຕ່າງປະເທດ ຈຶ່ງໄດ້ຮັບຄ່າຈ້າງໃນອັດຕາທີ່ຕ່ຳ. ກ່ອນໜ້ານີ້ ທ່ານ ວັນນະລາດ … Continue reading →
ທາງການລາວ ສັ່ງປິດ 140 ໂຮງງານແປຮູບໄມ້ ທີ່ດຳເນີນກິດຈະການໂດຍຜິດກົດໝາຍ ແລະ ກ່ຽວຂ້ອງກັບການລັກລອບຕັດ ແລະ ຄ້າໄມ້ເຖື່ອນ ທີ່ລັກລອບຂົນສົ່ງຂ້າມຊາຍແດນລາວ ໄປປະເທດເພື່ອນບ້ານ. ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຢືນຢັນວ່າ: ໃນຕະຫຼອດປີ 2017 ທີ່ຜ່ານມາ ໄດ້ສັ່ງປິດ ແລະ ຍຸບໂຮງງານປຸງແຕ່ງໄມ້ ທີ່ດຳເນີນກິດຈະການ ໂດຍຜິດກົດໝາຍໄປ 140 ແຫ່ງ ຈາກທີ່ມີຢູ່ໃນລາວທັງໝົດ 1,595 ແຫ່ງ ໂດຍໂຮງງານທີ່ຖືກສັ່ງຍຸບດັ່ງກ່າວ … Continue reading →
ທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ຊີ້ເຖິງ 5 ບັນຫາໃຫຍ່ໃນຂະແໜງແຜນການ-ການລົງທຶນ ແລະ ຂະແໜງການເງິນກໍ່ຄື ຂົງເຂດເງິນຕາ, ທີ່ຍັງບໍ່ທັນບັນລຸຕາມແຜນການ ຍ້ອນບັນຫາຫຍຸ້ງຍາກຕ່າງໆ, ໃຫ້ຮີບດ່ວນແກ້ໄຂ ເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປີ 2018, ຕ້ອງມີຄວາມສູ້ຊົນສູງສຸດ ແລະ ປະຕິບັດເຂັ້ມງວດ ຕາມແຜນທີ່ສະພາແຫ່ງຊາດ ໄດ້ຮັບຮອງເອົາແລ້ວ. ຫ້າບັນຫາທີ່ວ່າຮີບດ່ວນແກ້ໄຂຄື: 1/ ຕ້ອງກຳໃຫ້ໄດ້ສາເຫດທີ່ແທ້ຈິງ ຂອງຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ. ສາເຫດພື້ນຖານ ພວກເຮົາຍັງບໍ່ສາມາດສ້າງລາຍຮັບພື້ນຖານ ລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ ຈາກຜູ້ປະກອບການພາຍໃນປະເທດ, ຜ່ານມາຍັງອາໄສການຂຸດຄົ້ນຊັບພະຍາກອນ ແລະ ຂາຍວັດຖຸດິບ; … Continue reading →
ລາຍງານພິເສດ ວັນທີ 02 ມັງກອນ 2018 ເພື່ອຜັນຂະຫຍາຍວິໄສທັດຮອດປີ 2030 ສ້າງບາດລຽ້ວໃໝ່ໃນການພັດທະນາໃຫ້ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດເສດຖະກິດ-ສັງຄົມ, ພູມປັນຍາ, ສີຂຽວ ແລະ ຍືນຍົງ; ຍຸດທະສາດຮອດປີ 2025 ເຊິ່ງເປັນປີທີ 3 ຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປິ ຄັ້ງທີ VIII (2016-2020) ທີ່ໄດ້ເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແລະ ຫັນເປົ້າໝາຍ ແລະ ຄາດໝາຍສູ້ຊົນ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງໄປສູ່ການຫລຸດພົ້ນອອກຈາກສະຖານະພາບ ຄວາມດ້ອຍພັດທະນາໃນປີ 2020 ແລະ ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII … Continue reading →
ລາຍງານພິເສດ ຈາກກໍລະນີທີມີສື່ສັງຄົມອອນລາຍໄດ້ອອກຂ່າວເລື່ອງສິນຄ້າໃນທ້ອງຕະຫລາດລາວ ລາຄາແພງ, ເພື່ອໃຫ້ສັງຄົມໄດ້ຮັບຮູ້ຄວາມຈະຈ່າງແຈ້ງ ກະຊວງ ອຄ ຈຶ່ງໄດ້ອອກມາຊີ້ແຈງ ແລະ ສົມທຽບສິນຄ້າພາຍໃນປະເທດລາວ ແລະ ປະເທດເພື່ອນບ້ານ ພ້ອມທັງໃຫ້ເຫດຜົນສິນຄ້າແພງຍ້ອນຫຍັງ? ທ່ານ ນາງ ຖະໜອມ ແກ້ວໄຊຍະຈັກ ຮອງຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ກ່າວວ່າ: ຈາກກໍລະນີທີ່ມີການລົງຂ່າວທາງສື່ອອນລາຍຂອງປະເທດເພື່ອນບ້ານວ່າ “ສິນຄ້າໃນຕະຫລາດບ້ານເຮົາແພງເກີນຄວາມເປັນຈິງ” ນັ້ນບໍ່ເປັນຄວາມຈິງ ເພາະການຈັດຕັ້ງປະຕິບັດລາຄາສິນຄ້າຂອງພວກເຮົາມີນິຕິກຳ, ບຸກຄະລາກອນ ແລະ ເຄື່ອງມືໃນການຈັດຕັ້ງປະຕິບັດຕັ້ງແຕ່ສູນກາງຮອດທ້ອງຖິ່ນ ເປັນຕົ້ນແມ່ນເລື່ອງລາຄາຊີ້ນງົວ 70 ພັນກີບ ລາຄານີ້ແມ່ນຂຶ້ນມາແຕ່ປີ 2013 ເຊິ່ງຕອນນັ້ນຍອມຮັບວ່າກະໂດດຂັ້ນແທ້ ຈາກຊີ້ນງົວລາຄາ … Continue reading →
ນັກຊ່ຽວຊານຈີນ ເຊື່ອໝັ້ນວ່າ ການລົງທຶນຂອງບັນດາບໍລິສັດຈີນ ໃນລາວ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈະສົ່ງຜົນດີຕໍ່ການພັດທະນາລາວ ໄປສູ່ການເປັນໝໍ້ໄຟ ແລະ ສູນກາງເຊື່ອມຕໍ່ດ້ານຄົມມະນາຄົມ ຂອງອາຊຽນ. ທ່ານ ລີ ຢົງ ຜູ້ຊ່ຽວຊານອາວຸໂສດ້ານເສດຖະສາດ ຂອງສະມາຄົມການຄ້າສາກົນ ແຫ່ງປະເທດ ຈີນ ຢືນຢັນວ່າ: ການລົງທຶນຂອງບັນດາບໍລິສັດຈີນ ໃນລາວ ໂດຍສະເພາະແມ່ນການລົງທຶນໃນການພັດທະນາ ດ້ານພື້ນຖານໂຄງລ່າງ ແລະ ໂຄງການກໍ່ສ້າງແຫລ່ງຜະລິດພະລັງງານໄຟຟ້າ ນັ້ນ ຍັງຈະເປັນການປະກອບສ່ວນຊຸກຍູ້ ໃຫ້ເປົ້າໝາຍ ຂອງລັດຖະບານລາວ ສາມາດເກີດຂຶ້ນໄດ້ຢ່າງເປັນຮູບປະທຳ ທັງໃນຖານະຜູ້ສົ່ງອອກກະແສໄຟຟ້າ ລາຍໃຫຍ່ ຫຼື ໝໍ້ໄຟ ແລະໃນຖານະສູນກາງເຊື່ອມຕໍ່ ຄົມມະນາຄົມ ຂອງອາຊຽນອີກດ້ວຍ … Continue reading →
ນາຍົກລັດຖະມົນຕີລາວ ອະນຸມັດແຜນການໃຫ້ເປີດຮັບພະນັກງານໃໝ່ ຂອງລັດຖະບານ ປະຈຳປີ 2018 ໄດ້ບໍ່ເກີນ 3,000 ຄົນ ເທົ່ານັ້ນ ໂດຍໃຫ້ເພັ່ງເລັງໃສ່ຕຳແໜ່ງຄູ ແລະ ແພດໝໍ ຢູ່ໃນຊົນນະບົດ. ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ: ການເປີດຮັບລັດຖະກອນໃໝ່ ໃນແຜນການ ປະຈຳປີ 2018 ຈະຈຳກັດ ຈຳນວນໃຫ້ຮັບໄດ້ທັງໝົດບໍ່ເກີນ 3,000 ຄົນ ໃນທົ່ວປະເທດ ຊຶ່ງນອກຈາກຈະເປັນການຈັດຕັ້ງປະຕິບັດ ເພື່ອໃຫ້ສອດຄ່ອງກັບສະພາບການ ໃນດ້ານງົບປະມານລາຍຮັບ ແລະ ລາຍຈ່າຍ ຂອງລັດຖະບານແລ້ວ ຍັງແນໃສ່ການພັດທະນາ ແລະ … Continue reading →