ຂ່າວການເຄື່ອນໄຫວ

ໂດຍ: admin ວັນທີ 6 Nov, 2017 ເວລາ 02:03 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
member of Assembly 1

     ສະມາຊິກສະພາແຫ່ງຊາດ ສະເໜີໃຫ້ປະຕິຮູບວິທີການຄັດເລືອກ ເອົາການນຳທີ່ຕຳແໜ່ງຕັ້ງແຕ່ ລັດຖະມົນຕີຂຶ້ນໄປ ດ້ວຍການລົງຄະແນນຢ່າງປິດລັບ ເພື່ອທີ່ຈະໄດ້ຜູ້ທີ່ມີຄວາມຮູ້-ຄວາມສາມາດຢ່າງແທ້ຈິງ.      ທ່ານ ນາງບົວຄຳ ທິບພະວົງ ສະມາຊິກສະພາແຫ່ງຊາດລາວ ເຂດ 1 ນະຄອນວຽງຈັນໄດ້ໃຫ້ທັດສະນະວ່າ ສະພາແຫ່ງຊາດ ຈະຕ້ອງມີການປະຕິຮູບວິທີການຄັດເລືອກເອົາບຸກຄະລາກອນຂັ້ນສູງ ໃນວົງການລັດຖະບານ ເພື່ອເຮັດໃຫ້ໄດ້ບຸກຄະລາກອນຜູ້ທີ່ມີຄວາມຮູ້ ແລະ ຄວາມສາມາດ ໃນການປະຕິບັດພາລະໜ້າທີ່ ໃນຕຳແໜ່ງທີ່ໄດ້ຮັບການແຕ່ງຕັ້ງນັ້ນ ຢ່າງແທ້ຈິງ ທັງນີ້ດ້ວຍການປ່ຽນແປງວິທີ ການລົງຄະແນນຮັບຮອງ ຂອງສະມາຊິກສະພາແຫ່ງຊາດຢ່າງເປີດເຜີຍ ໄປເປັນການລົງຄະແນນຢ່າງປິດລັບ ຊຶ່ງຈະເຮັດໃຫ້ການລົງຄະແນນດັ່ງກ່າວ ຂອງສະມາຊິກສະພາແຫ່ງຊາດ ມີອິດສະຫລະຫຼາຍຂຶ້ນ ເພາະບໍ່ຕ້ອງຢ້ານວ່າ ຜູ້ທີ່ເປັນເປົ້າໝາຍທີ່ຈະໄດ້ຮັບການແຕ່ງຕັ້ງນັ້ນ ຈະບໍ່ພໍໃຈ ຖ້າຫາກປາກົດວ່າ ສະມາຊິກສະພາແຫ່ງຊາດຄົນໃດ ບໍ່ລົງຄະແນນຮັບຮອງເອົາຜູ້ເປັນເປົ້າໝາຍດັ່ງກ່າວນັ້ນເອງ.   … Continue reading

ໂດຍ: admin ວັນທີ 6 Nov, 2017 ເວລາ 11:28 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
?????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????

      ພາບທີ່ຖ່າຍໃນວັນທີ 4 ມິຖຸນາ, 2016 ສະແດງໃຫ້ເຫັນວ່າ ມີຜູ້ຍິງຄົນນຶ່ງ (ທາງຂວາ) ຖ່າຍຮູບເອົາພາບນໍ້າຖ້ວມໃນເຂດຕາຝັ່ງແມ່ນໍ້າ Seine ໃນນະຄອນ Paris. ພວກນັກວິທະຍາສາດເວົ້າວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່ເກີດມາ​ຈາກ​ການ​ກະທໍາ​ຂອງ​ມະນຸດຂ້ອນຂ້າງວ່າ ເຮັດໃຫ້ລະດັບນໍ້າຖ້ວມໃນເດືອນເມສາ ປີ 2016 ໃນຝຣັ່ງເພີ້ມຂຶ້ນສອງເທົ່າ      ລັດຖະບານ​ສະຫະລັດ​ໄດ້​ເປີດ​ເຜີຍ​ລາຍ​ງານ ​ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ເວົ້າວ່າ “ບໍ່ມີ​ການ​ອະ​ທິບາຍຢ່າງ​ອື່ນ ​ທີ່ໜ້າ​ເຊື່ອ​ຖື​ໄດ້” ສໍາລັບ​ປະກົດ​ການ​ໂລກ​ຮ້ອນ​ເອົ້າ ນອກ​ເໜືອ​ໄປ​ກວ່າ ​ມາ​ຈາກ​ການ​ກະທໍາ​ຂອງ​ມະນຸດ.      ການ​ປະ​ເມີນ​ດິນ​ຟ້າ​ອາກາດໃນ​ລະດັບ​ຊາດ ທີ່​ລັດຖະບານ​ຖືກ​ບັງຄັບ​ດ້ວຍ​ກົດໝາຍ​ໃຫ້​ພິມ​ເຜີຍ​ແຜ່ ​ຜົນ​ການ​ປະ​ເມີນ​ໃນ​ແຕ່​ລະ​ສີ່​ປີນັ້ນ ​ໄດ້​ເວົ້າ​ໃນ​ວັນ​ສຸກ​ວານ​ນີ້ວ່າ: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ເກືອບ​ວ່າ ​ລ້ວນ​ແລ້ວ​ແຕ່ເກີດ​ມາ​ຈາກ​ການ​ກະທໍາ​ຂອງ​ມະນຸດ​ ​ໂດຍທັງໝົດ. ລາຍ​ງານສະບັບ​ນີ້ … Continue reading

ໂດຍ: admin ວັນທີ 2 Nov, 2017 ເວລາ 09:29 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Asian Dev outlook 2016

      ນາຍົກລັດຖະມົນຕີລາວ ຍອມຮັບວ່າ ເສດຖະກິດຂອງລາວ ໃນຕະຫລອດປີ 2017 ນີ້ ຈະຂະຫຍາຍຕົວເພີ້ມຂຶ້ນຕໍ່າກວ່າລະດັບຄາດໝາຍທີ່ແຜນການວາງໄວ້ ແຕ່ລາຍຮັບຂອງປະຊາຊົນລາວ ຍັງເພີ້ມຂຶ້ນຢ່າງຕໍ່ເນື່ອງ.      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການ ພັດທະນາດ້ານເສດຖະກິດ ແລະ ສັງຄົມ ໃນຕະຫຼອດປີ 2017 ນີ້ ຈະໄດ້ຕໍ່າກວ່າລະດັບຄາດໝາຍ ທີ່ລັດຖະບານລາວວາງໄວ້ພຽງເລັກນ້ອຍ; ໃນຂະນະດຽວກັນ ສະພາວະເສດຖະກິດມະຫາພາກ ກໍຄົງຍັງມີສະຖຽນລະພາບ ແລະ ລວມຍອດຜະລິດຕະພັນພາຍໃນ ຫລື GDP ຍັງເຮັດໃຫ້ລາຍຮັບສະເລ່ຍຂອງປະຊາຊົນລາວເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງຍັງສາມາດລົບລ້າງ ບັນຫາຄວາມທຸກຍາກ ຂອງປະຊາຊົນລາວ ໄດ້ເກີນລະດັບຄາດໝາຍອີກດ້ວຍ … Continue reading

ໂດຍ: admin ວັນທີ 1 Nov, 2017 ເວລາ 12:56 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Asembly meeting 16 Oct 2017

      ສະມາຊິກແຫ່ງຊາດ ລາວ ລະບຸວ່າ ການກວດພົບການສໍ້ລາດບັງຫຼວງທີ່ຍັງຄົງນັບມື້ເພີ່ມຂຶ້ນ ເພາະການຮ່ວມມື ຢ່າງເປັນຂະບວນການ ຂອງເຈົ້າໜ້າທີ່ລັດ ກັບ ນັກທຸລະກິດລາວ ແລະ ຊາວຕ່າງຊາດ.      ທ່ານ ບຸນທອງ ຈິດມະນີ ປະທານອົງການກວດກາລັດຖະບານລາຍງານ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມໃນວັນທີ 16 ຕຸລາ ຫາ ວັນທີ 17 ພະຈິກນີ້ວ່າ ໄດ້ກວດພົບໂຄງການນອກແຜນການປະຈຳປີ 2017 ຂອງລັດຖະບານ ລາວ ຈຳນວນ 285 ໂຄງການຢູ່ທີ່ແຂວງຫຼວງນໍ້າທາ, … Continue reading

ໂດຍ: admin ວັນທີ 31 Oct, 2017 ເວລາ 10:34 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Bank of Laos

          ທະນາຄານແຫ່ງ ສປປ ລາວ ບໍ່ສາມາດຄວບຄຸມອັດຕາແລກປ່ຽນ ລະຫວ່າງ ເງິນຕາຕ່າງປະເທດ ກັບ ເງິນກີບໃຫ້ຢູ່ໃນອັດຕາທີ່ເໝາະສົມໄດ້ ເພາະວ່າພາກທຸລະກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ.      ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານາແຫ່ງ ສປປ ລາວ ຍອມຮັບວ່າອັດຕາແລກປ່ຽນເງິນຕາໃນ ລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງຕໍ່ເນື່ອງ ຊຶ່ງນອກຈາກຈະມີສາເຫດມາຈາກສະພາວະເຄັ່ງຕຶງດ້ານງົບປະມານຂອງລັດຖະບານ ລາວແລ້ວ ກໍຍັງມີສາເຫດມາຈາກສະພາວະການຫຼຸດລົງຂອງທຶນສຳຮອງເງິນຕາຕ່າງປະເທດໃນຄັງຂອງລັດຖະບານ ລາວດ້ວຍ; ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ພາກທຸລະກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ ຈຶ່ງໄດ້ພາກັນຖືຄອງເງິນຕາຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະແມ່ນເງິນໂດລາ ສະຫະລັດ ແລະ ເງິນບາດ ຊຶ່ງກໍເຮັດໃຫ້ທະນາຄານຂອງລັດບໍ່ສາມາດຄວບຄຸມເງິນຕາ ແລະ ອັດຕາແລກປ່ຽນທີ່ເໝາະສົມດັ່ງທີ່ທ່ານ ສົມພາວ … Continue reading

ໂດຍ: admin ວັນທີ 30 Oct, 2017 ເວລາ 11:20 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Than Thonglun

     ນາຍົກລັດຖະມົນຕີລາວ ຍອມຮັບວ່າ ເສດຖະກິດຂອງລາວຂະຫຍາຍຕົວຕໍ່າກວ່າຄາດໝາຍແຜນການ ທີ່ວາງໄວ້ໃນປີ 2017 ແຕ່ກໍເຊື່ອໝັ້ນວ່າ ພື້ນຖານເສດຖະກິດຂອງລາວ ຍັງມີສະຖຽນລະພາບ ແລະ ຍັງຈະຂະຫຍາຍຕົວເພີ້ມຂຶ້ນຕໍ່ໄປ.      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫລງຍອມຮັບຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວຊຸດທີ 8 ທີ່ໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ຕຸລາ ແລະ ຍັງຈະດໍາເນີນຕໍ່ໄປຈົນເຖິງວັນທີ 16 ພະຈິກ 2017 ນີ້ວ່າ ການຈັດຕັ້ງປະຕິບັດແຜນການພັດທະນາ ທາງເສດຖະກິດຂອງລາວ ໃນປີ 2017 ນີ້ ຈະບໍ່ສາມາດຈັດຕັ້ງປະຕິບັດໄດ້ຕາມຄາດໝາຍທີ່ວາງໄວ້ ກໍຄື ໃນຂະນະທີ່ຄາດໝາຍທີ່ວາງເອົາໄວ້ວ່າຈະຊຸກຍູ້ໃຫ້ຍອດຜະລິດພາຍໃນ (GDP) … Continue reading

ໂດຍ: admin ວັນທີ 30 Oct, 2017 ເວລາ 11:22 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
lao of tourism

     ຄ່າໃຊ້​ຈ່າຍສູງ​ເປັນສາເຫດ​ສຳຄັນ​ປະການຫ​ນຶ່ງ ທີ່​ເກີດ​ໃຫ້​ນັກ​ທ່ອງ​ທ່ຽວ​ຊາ​ວຕ່າງ​ຊາດ​ເດີີນທາງ​ເຂົ້າ​ມາ​ໃນ​ລາວຫ​ລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ທັງ​ຍັງ​ເປັນ​ຄ່າ​ໃຊ້​ຈ່າຍ​ ທີ່ສູງ​ກວ່າ​ທຸກ​ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າ​ຂອງ​ອີກ​ດ້ວຍ.“      ທ່ານ​ ສູນ ມະນີ​ວົງ ຫົວໜ້າ​ກົມ​ໂຄສະນາ ​ແລະ ​ສົ່ງ​ເສີມ​ການທ່ອງທ່ຽວ​ ໃນສັງກັດ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນາ​ທຳ ​ແລະ​ທ່ອງ​ທ່ຽວ ​ໃຫ້ການ​ຢືນຢັນ​ວ່າ: ການ​ມີຄ່າ​ໃຊ້​ຈ່າຍ​ຕ່າງໆທີ່​ສູງ​ກວ່າທຸກ​ປະ​ເທດ​ ທີ່ຢູ່ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍກັນ ​ເປັນສາ​ເຫດ​ທີ່​ສຳຄັນປະການຫນຶ່ງທີ່​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງຊາດ ​ເດີນທາງ​ເຂົ້້າມາໃນ​ລາວ​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ​ ໂດຍ​ສະ​ເພ​າະ ຄ່າ​ຄອງ​ຊີບ, ຄ່າ​ເດີນທາງ ,ຄ່າ ທຳ​ນຽມ ​ແລະ ​ຄ່າ​ບໍລິການ​ຕ່າງໆ​ນັ້ນ .      “ລາຍການ​ທ່ອງ​ທ່ຽວ​ ຖ້າແມ່ນ​ໄປ​ທ່ອງ​ທ່ຽວຫວຽດນາມ​ໄດ້ 4 ວັນ 5 ຄືນ ມາ​ທ່ຽວ​ບ້ານ​ເຮົາ​ໄດ້​ແຕ່ 2 … Continue reading

ໂດຍ: admin ວັນທີ 26 Oct, 2017 ເວລາ 02:03 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
symeui heangngan

           ຄະນະປະຈຳສະພາແຫ່ງຊາດລະບຸວ່າ ລັດຖະບານລາວຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດສັງຄົມ ໃຫ້ຕໍ່າກວ່າລະດັບຄາດໝາຍໃນເກືອບທຸກດ້ານ ໂດຍສະເພາະການພັດທະນາສີມືແຮງງານນັ້ນ.      ທ່ານ ບຸນປອນ ສີສຸນາດ ຄະນະປະຈຳສະພາແຫ່ງຊາດ ແລະ ປະທານກຳມາທິການທຸລະກິດເທັກໂນໂລຢີ ແລະສິ່ງແວດລ້ອມ ຖະແຫລງລາຍງານຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດລາວ ຊຸດທີ 8 ທີ່ດຳເນີນກອງປະຊຸມແຕ່ວັນທີ 16 ຕຸລາ ຫາ 17 ພະຈິກ 2017 ນີ້ວ່າ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມ ຂອງລັດຖະບານລາວ ໃນໄລຍະ 9 ເດືອນຜ່ານມາ ບໍ່ສາມາດບັນລຸຄາດໝາຍທີ່ວາງໄວ້ໃນເກືອບທຸກດ້ານ … Continue reading

ໂດຍ: admin ວັນທີ 23 Oct, 2017 ເວລາ 01:31 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
worldbank and MOF

            ໜີ້ສິນ​ພາຍ​ໃນຂອງລັດຖະບານລາວ ເພີ້ມຂຶ້ນຢ່າງ​ຫລວງຫລາຍ ເພາະການ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ເອກະ​ຊົນ​ເປັນ​ຜູ້​ລົງທຶນ​ໃຫ້​ກ່ອນ​ໃນ​ບັນດາ​ໂຄງການ​ພັດທະນາ​ຕ່າງໆທີ່ເຮັດໃຫ້​ລັດຖະບານ​ຕ້ອງ​ຊໍາລະ​ຄືນໃນພາຍຫລັງ.       ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ຖະແຫລງຍອມຮັບວ່າ ລັດຖະບານລາວກໍາລັງປະເຊີນກັບບັນຫາໜີ້ສິນ​ພາຍ​ໃນເພີ້ມຂຶ້ນຢ່າງ​ຫລວງຫລາຍ ໂດຍມີສາເຫດມາຈາກການທີ່​ໄດ້​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ເອກະ​ຊົນ​ເປັນ​ຜູ້​ອອກ ຫລື ​ລົງທຶນ​ໃຫ້​ກ່ອນ ​ໃນ​ບັນດາ​ໂຄງການ​ພັດທະນາ​ຕ່າງໆ ທີ່​ລັດຖະບານ​ບໍ່ມີ​ຄວາມ​ພ້ອມ​ໃນ​ດ້ານ​ງົບປະມານ ​ແລະ ​ເມື່ອ​ບໍລິສັດ​ເອກະ​ຊົນ​ໄດ້​ດໍາ​ເນີນ​ງານ​ສໍາເລັດ​ແລ້ວນັ້ນ ຈຶ່ງເຮັດ​ໃຫ້ລັດຖະບານ​ມີ​ພັນທະ​ທີ່​ຕ້ອງ​ຊໍາລະ​ຄືນ​ເງິນ​ທຶນ​ດັ່ງກ່າວ ພ້ອມ​ດ້ວຍ​ດອກ​ເບ້ຍທີ່​ໄດ້​ຕົກລົງ​ໄວ້ ​ໃນ​ສັນຍາ​ຂອງ​ແຕ່ລະ​ໂຄງການ​ນັ້ນ. ​       ໂດຍໜີ້ສິນ​ດັ່ງກ່າວ​ນີ້ ຍັງ​ບໍ່ທັນ​ລວມເຖິງໜີ້ສິນ ທີ່​ເກີດ​ຈາກ​ການ​ກູ້​ຢືມ ເພື່ອດຸ່ນດ່ຽງງົບປະມານ ​ແຕ່​ຢ່າງ​ໃດກໍ​ຕາມ ດັ່ງ​ທີ່​ທ່ານ​ສົມ​ດີ … Continue reading

ໂດຍ: admin ວັນທີ 18 Oct, 2017 ເວລາ 02:11 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Kongthap meeting

      ລັດຖະບານລາວ ເນັ້ນການເສີມສ້າງຄວາມໝັ້ນຄົງແຫ່ງຊາດ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນສົກປີ 2018 ໃຫ້ມີປະສິດທິຜົນ ຢ່າງແທ້ຈິງ.      ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກຄະນະລັດຖະບານລາວ ຢືນຢັນວ່າລັດຖະບານລາວ ໄດ້ໃຫ້ຄວາມສຳຄັນເປັນພິເສດຕໍ່ການເສີມສ້າງຄວາມໝັ້ນຄົງ ແລະ ຄວາມສະຫງົບຮຽບຮ້ອຍພາຍໃນ ເພື່ອຮັບປະກັນໃຫ້ກັບການຈັດຕັ້ງປະຕິບັດ ແຜນການພັດທະນາເສດຖະກິດ-ສັງຄົມ ໃນປີ 2018 ໃຫ້ມີປະສິດທິພາບ ແລະ ບັນລຸຕາມເປົ້າໝາຍທີ່ວາງໄວ້ ໃນທຸກດ້ານ ໂດຍສະເພາະແມ່ນແຜນເງິນຕາ ແລະ ແຜນງົບປະມານດັ່ງທີ່ ທ່ານ ຈະເລີນ ໄດ້ໃຫ້ການຢືນຢັນໃນໂອກາດກອງປະຊຸມເປີດກວ້າງ ລະຫວ່າງ ຄະນະລັດຖະບານ … Continue reading