ຂ່າວການເຄື່ອນໄຫວ

ໂດຍ: admin ວັນທີ 30 Sep, 2022 ເວລາ 03:08 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
WhatsApp Image 2022-09-26 at 15.40.56 (2)

  ສະຖາບັນອຸດສາຫະກຳ ແລະ ການຄ້າໄດ້ລົງຝຶກອົບຮົມຫົວຂໍ້: ການຂຽນບົດຄົ້ນຄວ້າ ແລະ ຝຶກອົບຮົມທັກສະການເປັນຄູຝຶກ ລະຫວ່າງວັນທີ່ 19-20 ກັນຍາ 2022 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ໂດຍການ ເປັນເຈົ້າພາບຈັດຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ແມ່ນຄັ້ງທໍາອິດທີ່ພະແນກໄດ້ຈັດຂຶ້ນ ໂດຍການເປັນປະທານເປີດຝຶກອົບຮົມຂອງ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ  ແລະ ຕາງໜ້າສະຖາບັນເປັນປະທານຮ່ວມໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ. ພະນັກງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນມາຈາກພະແນກອຸດສາຫະກໍາ ແລະ ການຄ້າ 3 … Continue reading

ໂດຍ: admin ວັນທີ 30 Aug, 2022 ເວລາ 07:28 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0281 123

         ໃນຕອນເຊົ້າ ຂອງວັນທີ 30 ສິງຫາ 2022 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມການສ້າງແຜນການແຜນກາໍນົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນສູນກາງຄຸ້ມຄອງ) ໄລຍະປີ 2022-2025 ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ສະຫາຍ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວຫນ້າຄະນະຈັດຕັ້ງສູນກາງພັກ ທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ມີບັນດາຄະນະພັກ-ຄະນະນໍາກະຊວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ … Continue reading

ໂດຍ: admin ວັນທີ 25 Aug, 2022 ເວລາ 12:39 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວສຳຄັນ | % ຄຳເຫັນ 0 Comments
IMG_0195

        ໃນຕອນບ່າຍຂອງ ວັນທີ 23 ສິງຫາ 2022, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ. ການພົບປະ ແລະ ເຮັດວຽກ ຄັ້ງນີ້ ປະກອບມີຜູ້ເຂົ້າຮ່ວມ ຄື: ທ່ານຫົວໜ້າຫ້ອງການ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, … Continue reading

ໂດຍ: admin ວັນທີ 24 Jul, 2018 ເວລາ 03:20 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Chrildren of Laos

         ລັດຖະມົນຕີ ລາວ ຍອມຮັບວ່າ: ຍັງມີຄອບຄົວຍາກຈົນເຫຼືອຢູ່ຫຼາຍກວ່າ 64.500 ຄອບຄົວ ແລະ ຍັງມີບ້ານທຸກຍາກອີກເຖິງ 1.536 ບ້ານທີ່ລັດຖະບານ ລາວ ຈະຕ້ອງລົບລ້າງໃຫ້ໄດ້ຢ່າງສິ້ນເຊີງພາຍໃນ ປີ 2020.      ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຢືນຢັນວ່າ: ການຈັດຕັ້ງປະຕິບັດໃນໄລຍະເກືອບ 3 ປີທີ່ຜ່ານມາ ລັດຖະບານ ລາວ ສາມາດແກ້ໄຂບັນຫາຍາກຈົນຂອງປະຊາຊົນ ລາວ ໄດ້ຈຳນວນ 12.011 ຄອບຄົວ ແລະ ລົບລ້າງບັນຫາຍາກຈົນໄດ້ຢ່າງສິ້ນເຊີງໃນ 200 … Continue reading

ໂດຍ: admin ວັນທີ 15 Jun, 2018 ເວລາ 10:59 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
ໂດຍ: admin ວັນທີ 3 May, 2018 ເວລາ 02:02 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Than Bounyang and USA ' ambassador

      ປະທານ​ປະ​ເທດ​ຢືນຢັນ​ວ່າ: ​ລາວ ຈະ​ຫລຸດ​ພົ້ນຈາກ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020 ​ເພື່ອ​ກ້າວ ​ເຂົ້າສູ່​ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງ ​ແລະ​ ອຸດສາຫະກໍາ​ສີຂຽວ ​ແລະ​ ຍືນ​ຍົງ​ໃນ​ປີ 2030 ນີ້.       ທ່ານ ​ບຸນ​ຍັງ ​ວໍລະ​ຈິດ ປະທານ​ປະ​ເທດ​ລາວ ຖະ​ແຫລ​ງຢືນຢັນ: ໃນ​ໂອກາດ​ສະ​ເຫລີ​ມສະຫລອງສົງການ ບຸນປີ​ໃໝ່ລາວ ພ.ສ. 2561 ນີ້ວ່າ ​ເປົ້າໝາຍທີ່​ສໍາຄັນ​ທີ່​ສຸດໃນ​ການ​ພັດທະນາ ສປປ ລາວ ພາຍ​ໃຕ້​ການ​ນໍາພາ​ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ກໍ​ຄື​ການ​ນໍາພາ​ປະ​ເທດ​ຊາດ ​ໃຫ້​ຫລຸດ​ພົ້ນຈາກ​ສະພາບ​ດ້ອຍ​ພັດທະນາ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ພາຍ​ໃນ​ປີ 2020 ​ເພື່ອ​ກ້າວ​ໄປ​ສູ່ປະ​ເທດ​ກໍາລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ລະດັບ​ປານ​ກາງ ​ແລະ ມຸ້ງ​ໄປ​ສູ່​ອຸດສາຫະກໍາ​ສີຂຽວທີ່​ທັນ​ສະ​ໄໝ​ໃນ​ປີ … Continue reading

ໂດຍ: admin ວັນທີ 19 Mar, 2018 ເວລາ 03:23 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
than thonglun in Australia

        ໃນຕອນເຊົ້າ ຂອງວັນທີ 17 ມີນາ 2018, ພະນະທ່ານ ທອງລຸນ ສີສຸລິດ, ນາຍົົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົມປະກັບ ພະນະທ່ານ ມາລຄອມ ເທິນບູນ (Malcolm Turnbull), ນາຍົກລັດຖະມົນຕີ ແຫ່ງ ອົດສະຕຣາລີ ທີ່ ຊິດນີ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ສະໄໝພິເສດ ອາຊຽນ-ອົດສະຕຣາລີ ໃນລະຫວ່າງ ວັນທີ 17-18 ມີນາ 2018.         ໃນໂອກາດພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ … Continue reading

ໂດຍ: admin ວັນທີ 9 Mar, 2018 ເວລາ 10:30 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
women of Asembly

     ສະຫະພັນ​ແມ່ຍິງ​ລາວ​ ວາງ​ເປົ້າ​ໝາຍ ​ທີ່​ຈະ​ສົ່ງ​ເສີມ​ໃຫ້​ແມ່​ຍິງ​ລາວ ​ມີ​ບົດບາດ​ ແລະ​ ຕຳ​ແໜ່​ງ​ໃນ​ຄະນະ​ລັດຖະບານ ແລະ ສະພາ​ແຫ່ງ​ຊາດ​ໃນ​ສັດສ່ວນບໍ່​ໜ້ອຍ​ກວ່າ 20 ​ເປີ​ເຊັນ ​ແລະ 30 ​ເປີ​ເຊັນ ຕາມ​ລຳດັບ ​ໃນ​ປີ 2020 ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.        ທ່ານ​ນາງ​ ອິນ​ລາ​ວັນ ​ແກ້ວ​ບຸນ​ພັນ ປະທານ​ສະຫະພັນ​ແມ່ຍິງ​ລາວ ຢືນຢັນ​ວ່າ​: ເປົ້າ​ໝາຍ​ທີ່​ສຳຄັນ​ໃນ​ການສະ​ເຫຼີ​ມສະຫຼອງ​ວັນ​ແມ່ຍິງ​ສາກົນ 8 ມີນາ 2018 ນີ້ກໍ​ຄື​ການ​ພັດທະນາ​ຄວາມ​ສະ​ເໝີ​ພາບ​ ລະຫວ່າງ​ ບົດບາດ​ຍິງ-ຊາຍ ທີ່​ຕິດ​ພັນ ກັບ​ການ​ພັດທະນາ​ປະ​ເທດ​ຊາດ​ ແລະ ​ຂໍ້​ແຂ່ງຂັນ … Continue reading

ໂດຍ: admin ວັນທີ 28 Feb, 2018 ເວລາ 01:50 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
vangtau

           ດ່ານສາກົນ ວັງເຕົ່າ ແຂວງຈຳປາສັກ ເກັບລາຍຮັບພາສີອາກອນຂາອອກ-ຂາເຂົ້າໄດ້ຕໍ່າກວ່າແຜນການທີ່ວາງໄວ້ໃນປີ 2017 ຍ້ອນການເກັບຄ່າທຳນຽມຂົນສົ່ງສິນຄ້າ ທີ່ມີຫຼາຍຂັ້ນຫຼາຍຕອນເກີນໄປ.      ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າທ່ານສາກົນວັງເຕົ່າ ແຂວງຈຳປາສັກ ຖະແຫຼງຍອມຮັບວ່າ: ການຈັດເກັບລາຍຮັບຈາກພາສີີອາກອນການຄ້າຂາອອກ-ຂາເຂົ້າ ຢູ່ດ່ານວັງເຕົ່າ ໃນຕະຫຼອດປີ 2017 ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ພຽງ 91,47ເປີເຊັນ ຂອງແຜນການເທົ່ານັ້ນ ກໍຄືໃນຂະນະທີ່ແຜນການໄດ້ວາງເປົ້າໝາຍການຈັດເກັບລາຍຮັບພາສີອາກອນໃຫ້ໄດ້ເຖິງ 620,58 ຕື້ກີບ ແຕ່ກໍສາມາດຈັດເກັບໄດ້ຈິງພຽງ 567 ຕື້ກີບເທົ່ານັ້ນ.      ທ່ານ ບຸນຍະເດດ ໃຫ້ການອະທິບາຍວ່າ: ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາສີອາກອນການຄ້າຂາອອກ-ຂາເຂົ້າ ບໍ່ໄດ້ຕາມເປົ້າໝາຍດັ່ງກ່າວ … Continue reading

ໂດຍ: admin ວັນທີ 27 Feb, 2018 ເວລາ 01:33 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
chanel railway at Luangpabang

           ກອງທັບ​ປະຊາຊົນ​ລາວ ຍັງ​ບໍ່ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ UXO ອອກ​ໄປ​ຈາກ​ເຂດກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ​ໄດ້​ທັງໝົດ ​ເພາະ​ຫລາຍ​ພື້ນທີ່​ ຍັງບໍ່ຊົດ​ເຊີຍ​ຄ່າ​ທີ່​ດິນ​ໃຫ້​ປະຊາຊົນ.      ພົນ​ຕີ ຄໍາ​ລຽນ ອຸທະ​ໄກສອນ ຮອງ​ຫົວໜ້າກົມ​ເສນາ​ທິການ ກອງທັບ​ປະຊາຊົນ​ລາວ ຖະ​ແຫລ​ງວ່າ: ການ​ກວດ​ກູ້​ລະ​ເບີດ​ບໍ່ທັນ​ແຕກ UXO ອອກ​ໄປ​ຈາກ​ເຂດກໍ່ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ປີ 2017 ຜ່ານ​ມາ​ສາມາດ​ຈັດຕັ້ງປະຕິບັດ​ໄດ້​ໃນ​ເນື້ອທີ່ 1​.026 ກວ່າ​ເຮັກຕາ ​ໂດຍ​ເກັບ​ກູ້ລະ​ເບີດໄດ້​ທັງໝົດ ​128 ໜ່ວຍ​ໃນ​ປີນີ້ ​ເປັນ​ລະ​ເບີດ​ຂະໜາດ 250 ປອນ​ຈໍານວນ 2 ໜ່ວຍ ແລະ ​ຊິ້ນສ່ວນ​ລະ​ເບີດ ຫລື​ ໂລຫະ​ຕ່າງໆ ອີກ​ເຖິງ 211.562 … Continue reading