ຂ່າວການເຄື່ອນໄຫວ

ໂດຍ: admin ວັນທີ 30 Nov, 2017 ເວລາ 02:46 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
mrs Mossde Boer Bookiksio

           ນັກຊ່ຽວຊານ ກ່ຽວກັບການ​ຂູດຮີດແຮງງານ ​ແລະ ​ການ​ລັກລອບຄ້າ​ຂາຍເດັກນ້ອຍ ຂອງອົງການ​ສະຫະ​ປະຊາ​ຊາດ ​ພວມຮຽກຮ້ອງໃຫ້ລັດຖະບານ​ລາວ​ ປັບປຸງ​ຊ່ອຍເຫຼືອດ້ານສະຫວັດດີການ ແກ່ພວກເດັກນ້ອຍ ຜູ້ທີ່ໄດ້ຮັບ​ເຄາະ​ທັງຫຼາຍ​ ​ທັງໃຫ້ເພີ່ມການ​ຮ່ວມມືຫຼາຍຂຶ້ນ​ໃນ​ຂົງ​ເຂດ​ ເພື່ອ​ຮັບ​ມື​ກັບ​ການ​ຄ້າ​ມະນຸດ. ນັກ​ຂ່າວ​ຂອງ​ວີ​ໂອ​ເອ ຣອນຄໍ​ເບັນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງວັນນະ​ສອນ ຈະມີ​ລາຍ​ລະອຽດ​ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.      ທ່ານນາງ ​ໂມ​ດ ​ເດີ ​ໂບ​ເອີ-​ບູຄິກອີ​ໂອ ນັກຂ່າວພິເສດ ຂອງອົງການ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ການ​ຄ້າ​ຂາຍ ​ແລະ ​ການຂູດຮີດ​ທາງ​ເພດພວກ​ເດັກນ້ອຍ ​ໄດ້​ຮຽກຮ້ອງ ພາຍຫຼັງການຢ້ຽມຢາມຢ່າງເປັນທາງການ ​ໃນ​ຂະນະ​ທີ່ລັດຖະບານ​ລາວ ເອົາ​ບາດກ້າວ​ທາງ​ກົດໝາຍ ​ແລະ​ ທຳການເຜີຍແຜ່ ເພື່ອຮັບມືກັບການປະຕິບັດຜິດ … Continue reading

ໂດຍ: admin ວັນທີ 28 Nov, 2017 ເວລາ 10:57 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Than Thonglun open Lao Tourism Year 2018

     ນັກທ່ອງທ່ຽວຈີນ ເດີນທາງເຂົ້າມາໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແຕ່ຜົນປະໂຫຍດສ່ວນຫຼາຍ ກັບຕົກເປັນຂອງບັນດານັກທຸລະກິດຈີນ ທີ່ເປັນເຈົ້າຂອງໂຮງແຮມ, ຮ້ານອາຫານ  ແລະ ທຸລະກິດບັນເທີງໃນລາວ.      ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຍອມຮັບວ່າ: ພາກສ່ວນທີ່ໄດ້ຮັບຜົນປະໂຫຍດຈາກບັນດາ ນັກທ່ອງທ່ຽວຈີນ  ທີ່ເດີນທາງເຂົ້າມາໃນລາວເພີ່ມຂຶ້ນ ຢ່າງຕໍ່ເນື່ອງນັ້ນ ກໍຄືບັນດານັກທຸລະກິດຈີນ ທີ່ລົງທຶນໃນພາກທຸລະກິດ ບໍລິການ ແລະທ່ອງທ່ຽວ ຢ່າງຄົບວົງຈອນໃນລາວ ຈຶ່ງເຮັດໃຫ້ນັກທຸລະກິດຈີນເຫຼົ່ານີ້ ໄດ້ຮັບຜົນປະໂຫຍດສ່ວນຫຼາຍ ໃນຖານະທີ່ເປັນເຈົ້າຂອງກິດຈະການໂຮງແຮມ, ຮ້ານອາຫານ ແລະ ທຸລະກິດບັນເທີງ ທັງຍັງເປັນເຈົ້າຂອງບໍລິການທ່ອງທ່ຽວ ທີ່ນຳພາບັນດານັກທ່ອງທ່ຽວຈີນ 545,000 ກວ່າຄົນ … Continue reading

ໂດຍ: admin ວັນທີ 21 Nov, 2017 ເວລາ 11:52 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Namou Hydro Power

              ລັດຖະມົນຕີ ລາວ ຢືນຢັນວ່າ ນັກທຸລະກິດ ຈີນ ຍັງຈະລົງທຶນກໍ່ສ້າງເຂື່ອນໄຟຟ້າ ໃນລາວ ເພີ່ມຂຶ້ນອີກຢ່າງບໍ່ຢຸດຢັ້ງ ໂດຍໃນປັດຈຸບັນການລົງທຶນໃນພາກພະລັງງານ ຂອງຈີນ ໄດ້ກ້າວຂຶ້ນເປັນອັນດັບ 1 ໃນ ລາວ ແລ້ວ.      ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢືນຢັນວ່າ: ບັນດານັກທຸລະກິດ ຈີນ ຍັງຄົງພາກັນໃຫ້ຄວາມສຳຄັນທີ່ຈະລົງທຶນກໍ່ສ້າງເຂື່ອນໄຟຟ້າໃນ ລາວ ນັບມື້ນັບເພີ່ມຂຶ້ນ ໂດຍສະເພາະພາຍຫຼັງການຢ້ຽມຢາມທາງການຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ … Continue reading

ໂດຍ: admin ວັນທີ 16 Nov, 2017 ເວລາ 09:09 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Toll

     ທຶນສໍາຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ໄດ້ຕໍ່າກວ່າເປົ້າໝາຍທີ່ວາງເອົາໄວ້ໃນແຜນການປີ 2017 ທີ່ຈະຕ້ອງເທົ່າກັບການນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ 5 ເດືອນ. ແຕ່ປະຕິບັດໄດ້ໃນຕົວຈິງພຽງແຕ່ 4.14 ເດືອນເທົ່ານັ້ນ.      ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການໃນດ້ານການເງິນ ຂອງລັດຖະບານລາວ ໃນໄລຍະ 9 ເດືອນຂອງປີ 2017 ນີ້ ແມ່ນເຮັດໄດ້ຕໍ່າກວ່າເປົ້າໝາຍທີ່ວາງເອົາໄວ້ ທັງໃນດ້ານປະລິມານເງິນທຶນໝູນວຽນພາຍໃນ (M2) ແລະ ທຶນສໍາຮອງເງິນຕາຕ່າງປະເທດ ຊຶ່ງໄດ້ສົ່ງຜົນກະທົບຕໍ່ສະພາວະການແລກປ່ຽນເງິນຕາ ແລະ ອັດຕາເງິນເຟີ້ພາຍໃນລາວ ຢ່າງຫລີກລ້ຽງບໍ່ໄດ້ ດັ່ງທີ່ທ່ານ ທອງລຸນ ໄດ້ຖະແຫລງລາຍງານຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 4 ຂອງສະພາແຫ່ງຊາດລາວ … Continue reading

ໂດຍ: admin ວັນທີ 15 Nov, 2017 ເວລາ 08:57 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
kon seau sath Lao

     ລັດຖະບານ ລາວ ຈະພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ໃນຕ່າງປະເທດ ສະເພາະຜູ້ທີ່ມີຄຸນງາມຄວາມດີ ສ້າງຜົນປະໂຫຍດເປັນນັກທຸລະກິດທີ່ດີເດັ່ນ ແລະ ເປັນທີ່ຍອມຮັບໃນສັງຄົມ ລາວ ອີກດ້ວຍ.      ທ່ານນາງ ຄຳໃບ ຂັດຕິຍະ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຈຳປາສັກ ໃຫ້ທັດສະນະໃນໂອກາດທີ່ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຄັ້ງທີ 4 ຂອງສະພາແຫ່ງຊາດ ລາວ ຊຸດທີ 8 ໃນລະຫວ່າງວັນທີ 16 ຕຸລາ-17 ພະຈິກ 2017 ນີ້ວ່າການພິຈາລະນາໃຫ້ສັນຊາດ ລາວ ແກ່ຄົນເຊື້ອຊາດ ລາວ ທີ່ຢູ່ຕ່າງປະເທດນັ້ນຈະຕ້ອງມີການກຳນົດຄຸນສົມບັດທີ່ພິເສດກວ່າຄົນເຊື້ອຊາດອື່ນໆ ເພາະຄົນເຊື້ອຊາດລາວ … Continue reading

ໂດຍ: admin ວັນທີ 14 Nov, 2017 ເວລາ 11:22 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
exchange money place

     ທະນາຄານແຫ່ງ ສປປ ລາວ ຄວບຄຸມການແລກປ່ຽນເງິນຕາຕ່າງປະເທດ ແລະ ກວດກາປະລິມານການໂອນເງິນຕາຕ່າງປະເທດເຂົ້າ-ອອກ ລາວ ໂດຍຜ່ານລະບົບທະນາຄານຂອງລັດ ແລະ ເອກະຊົນຢ່າງເຂັ້ມງວດ.      ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຍອມຮັບວ່າ ທະນາຄານແຫ່ງ ສປປ ລາວ ຕ້ອງດຳເນີນມາດຕະການເຂັ້ມງວດໃນການຄວບຄຸມອັດຕາແລກປ່ຽນ ແລະ ກວດກາການໂອນເງິນຕາຕ່າງປະເທດ ຜ່ານລະບົບທະນາຄານທັງຂອງລັດຖະບານ ແລະ ເອກະຊົນໃນທົ່ວປະເທດ ລາວ ໃນເວລານີ້ ເນື່ອງຈາກວ່າອັດຕາແລກປ່ຽນເງິນຕາໃນ ລາວ ໄດ້ຕົກຢູ່ພາຍໃຕ້ສະພາວະຜັນຜວນຢ່າງໜັກ ໂດຍມີສາເຫດມາຈາກສະພາບເຄັ່ງຕຶງໃນດ້ານງົບປະມານຂອງລັດຖະບານ ລາວ ສົມທົບດ້ວຍການຫຼຸດລົງຂອງທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ຈຶ່ງເຮັດໃຫ້ພາກທຸລະກິດເອກະຊົນຂາດຄວາມເຊື່ອໝັ້ນໃນຄ່າເງິນກີບ … Continue reading

ໂດຍ: admin ວັນທີ 13 Nov, 2017 ເວລາ 12:56 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
Than somdy

     ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າໄດ້ມີການບັງຄັບໃຊ້ກົດໝາຍ ວ່າດ້ວຍການຈັດຊື້ ແລະ ຈັດຈ້າງ ທີ່ກຳນົດມາດຕະການຄວບຄຸມ ແລະ ກວດກາໄວ້ຢ່າງຮັດກຸມ.      ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີີ ແລະ ລັດຖະມົນຕີ ກະຊວງການເງິນ ຖະແຫລງຢືນຢັນວ່າ: ການໃຊ້ຈ່າຍງົບປະມານຂອງລັດຖະບານລາວ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ ຈະມີປະສິດທິພາບສູງຂຶ້ນ ຖ້າຫາກວ່າ ໄດ້ມີການບັງຄັບໃຊ້ກົດໝາຍ ວ່າດ້ວຍການຈັດຊື້ ແລະ ຈັດຈ້າງ ຢ່າງເປັນທາງການ ເນື່ອງຈາກວ່າ ກົດໝາຍດັ່ງກ່າວໄດ້ກຳນົດລະບຽບການ ວິທີການ ມາດຕະການຄວບຄຸມ ແລະ ການກວດສອບໄວ້ ຢ່າງຮັດກຸມ ດັ່ງທີ່ … Continue reading

ໂດຍ: admin ວັນທີ 13 Nov, 2017 ເວລາ 11:20 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
?????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????????

     ບັນດາລັດຖະມົນຕີກະຊວງການຄ້າ ຂອງ 11 ປະເທດ ທີ່ຍັງເຫຼືອຢູ່ ໃນເຂດການຄ້າຂ້າມມະຫາສະໝຸດປາຊີຟິກຂະໜາດໃຫຍ່ທີ່ປະທານາທິບໍດີສະຫະລັດ ທ່ານດໍໂນລທຣຳ ໄດ້ປະຖິ້ມໄປນັ້ນ ໄດ້ບັນລຸການຕົກລົງ ໃນຕອນເຊົ້າວັນເສົາມື້ນີ້ ເພື່ອກອບກູ້ຂໍ້ ຕົກລົງດັ່ງກ່າວ ໂດຍປາສະຈາກການເຂົ້າຮ່ວມ ຂອງສະຫະລັດ.      ຂໍ້ຕົກລົງຊຶ່ງກ່ອນໜ້ານີ້ຮູ້ກັນໃນຊື່ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື TPP ບັດນີ້ມີຊື່ວ່າ ຂໍ້ຕົກລົງຮອບດ້ານ ແລະ ກ້າວໜ້າ ສຳລັບພາຄີ ຂ້າມມະຫາສະໝຸດປາຊີຟິກ ທີ່ເອີ້ນຫຍໍ້ວ່າ CPTPP.     11 ປະເທດ ທີ່ເຂົ້າຮ່ວມຢູ່ໃນຂໍ້ຕົກລົງນີ້ ກ່າວຢູ່ໃນຖະແຫຼງການສະບັບຫນຶ່ງວ່າ “ບັນດາລັດຖະມົນຕີແມ່ນມີຄວາມຍິນດີ ທີ່ຈະປະກາດວ່າ ພວກທ່ານໄດ້ຕົກລົງກັນ ກ່ຽວກັບອົງປະກອບແກນກາງ ຂອງຂໍ້ຕົກລົງຮອບດ້ານ … Continue reading

ໂດຍ: admin ວັນທີ 9 Nov, 2017 ເວລາ 08:10 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
china soldier visit laos

       ລາວ-ຈີນ ​ຕົກລົງ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນຂັ້ນສູງ ​ລະຫວ່າງ ​ສອງ​ກອງທັບ ຢ່າງ​ໃກ້ຊິດ ​ໂດຍ​ຈີນ​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ພັດທະນາ​ກອງທັບ​ປະຊາຊົນ ​ລາວ ທັງ​ດ້ານ​ບຸກຄະລາ​ກອນ ​ແລະ​ ດ້ານ​ເທັກ​ນິກ.      ການ​ຕົກລົງ ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ແລະ​ ແລກປ່ຽນລະດັບ​ສູງ​ ລະຫວ່າງ ກອງທັບ​ປະຊາຊົນ​ ລາວ ກັບກອງທັບ​ປົດ​ປ່ອຍປະຊາຊົນ ຈີນ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ທີ່​ ທ່ານ ​ພົນ​ເອກ ຊາງ ອ່ານ​ສວນ ທີ່​ປຶກສາ​ແຫ່ງ​ລັດ ​ແລະ ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ​ເທດ ​ຈີນ ​ເດີນທາງ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ … Continue reading

ໂດຍ: admin ວັນທີ 7 Nov, 2017 ເວລາ 09:18 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
project of Gov

     ການຈັດຕັ້ງປະຕິບັດໂຄງການພັດທະນາຂອງລັດຖະບານ ລາວ ໃນຂັ້ນທ້ອງຖິ່ນຍັງມີລະດັບຄຸນນະພາບທີ່ຕໍ່າຫຼາຍ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ບັນດາໂຄງການນອກແຜນການລົງທຶນພາກລັດນັ້ນ.      ທ່ານ ຈັນສີ ແສງຊົມພູ ສະມາຊິກສະພາແຫ່ງຊາດ ລາວ ຈາກແຂວງຜົ້ງສາລີ ຖະແຫຼງຢືນຢັນວ່າ: ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາຕ່າງໆຂອງລັດຖະບານຢູ່ໃນລະດັບທ້ອງຖິ່ນ ກໍຄືຢູ່ໃນແຂວງຜົ້ງສາລີດ້ວຍນັ້ນ ຍັງຄົງດຳເນີນໄປຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍ ມີລັກສະນະທີ່ເປັນກົນໄກຂອງການຈັບຈອງຮັບເໝົາ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໂຄງການບໍ່ມີຄຸນນະພາບ ແລະ ບໍ່ເປັນໄປຕາມເປົ້າໝາຍ ທັງຍັງບໍ່ມີກົນໄກການກວດສອບທີ່ມີປະສິດທິພາບອີກດ້ວຍ ດັ່ງທີ່ທ່ານ ຈັນສີ ໄດ້ໃຫ້ການຢືນຢັນວ່າ: “ການຈັດຕັ້ງປະຕິບັດໂຄງການຂອງລັດຖະບານຢູ່ທ້ອງຖິ່ນຍັງບໍ່ໄປຕາມຂັ້ນຕອນລະບຽບກົດໝາຍ ມີລັກສະນະກົນໄກຈັບຈອງຮັບເໝົາ ແລະ ເຮັດໃຫ້ໂຄງການທີ່ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຍັງຊັກຊ້າ ແລະ ບໍ່ໄປຕາມແຜນ ຜົນສໍາເລັດທີ່ໄດ້ຮັບກໍຖືວ່າບໍ່ສົມຄູ່ກັບມູນຄ່າການກໍ່ສ້າງ, ຄຸນນະພາບຍັງຕໍ່າ ສະນັ້ນ ຈຶ່ງຂໍໃນທາງລັດຖະບານຕ້ອງເບິ່ງຕື່ມ ກົນໄກປະສານງານ, ກົນໄກຈັດຕັ້ງປະຕິບັດ ເມື່ອກ່ອນມີແຕ່ສະພາແຫ່ງຊາດ … Continue reading