ຂ່າວການເຄື່ອນໄຫວ

ໂດຍ: admin ວັນທີ 18 Oct, 2017 ເວລາ 01:57 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
tourism on 2018

            ລັດຖະບານ ລາວ ຈະປະກາດເປີດ ແລະ ເລີ່ມການຈັດຕັ້ງປະຕິບັດປີການທ່ອງທ່ຽວລາວ 2018 ຢ່າງເປັນທາງການໃນໂອກາດດຽວກັນກັບງານບຸນນະມັດສະການທາດຫຼວງ ທີ່ຈະມີຂຶ້ນໃນທ້າຍເດືອນຕຸລາ 2017 ນີ້.      ທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໃຫ້ການຢືນຢັນວ່າ: ການປະກາດເປີດ ແລະ ເລີ່ມການຈັດຕັ້ງປະຕິບັດປີການທ່ອງທ່ຽວ ລາວ 2018 ໄດ້ກຳນົດຈະຈັດຂຶ້ນຢ່າງເປັນທາງການໃນໂອກາດດຽວກັນກັບ ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2017 ທີ່ຈະເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 28 ຕຸລາທີ່ຈະມາເຖິງນີ້ ໂດຍຈະເຊີນບັນດາສື່ມວນຊົນ ແລະ ແຂກຕ່າງປະເທດ … Continue reading

ໂດຍ: admin ວັນທີ 10 Oct, 2017 ເວລາ 09:22 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
than bosengkam vongdara

       ລັດຖະມົນຕີລາວ ຍອມຮັບວ່າ ຊາວຕ່າງຊາດເດີນທາງ ເຂົ້າມາທ່ອງທ່ຽວໃນລາວຫລຸດລົງເຖິງ 12 ເປີເຊັນ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ໂດຍສະເພາະນັກທ່ອງທ່ຽວໃນກຸ່ມອາຊຽນດ້ວຍກັນນັ້ນ ລົດລົງຫຼາຍທີ່ສຸດ.    ທ່ານບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ຍອມຮັບວ່າ ໃນຊ່ວງ 6 ເດືອນທຳອິດຂອງປີ 2017 ຊາວຕ່າງຊາດ ໄດ້ເດີນທາງເຂົ້າມາທ່ອງທ່ຽວໃນລາວ ຫລຸດລົງເຖິງ 12 ເປີເຊັນ ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2016 ໂດຍສະເພາະແມ່ນນັກທ່ອງທ່ຽວ ຈາກປະເທດສະມາຊິກ ໃນກຸ່ມອາຊຽນ ດ້ວຍກັນນັ້ນ ຖືເປັນກຸ່ມນັກທ່ອງທ່ຽວທີ່ເດີນທ່ອງເຂົ້າມາໃນລາວ … Continue reading

ໂດຍ: admin ວັນທີ 10 Oct, 2017 ເວລາ 09:01 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
oumong railway

ລັດຖະມົນຕີ ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເນັ້ນຢໍ້າວ່າ ກອງທັບ​ມີ​ພາລະໜ້າທີ່​ທີ່​ສໍາຄັນ ທີ່​ຈະ​ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງ​ລົດ​ໄຟ​ເຊື່ອມ​ຕໍ່ລາວ ​ກັບ ​ຈີນ. ພົນ​ໂທ​ຈັນ​ສະໝອນ ຈັນຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຖະ​ແຫລ​ງຢືນຢັນ​ວ່າ ພາລະໜ້າທີ່ ​ທີ່​ສໍາຄັນ ຂອງກອງທັບ​ປະຊາຊົນ​ລາວ​ຈະ​ຕ້ອງ​ປະຕິບັດ​ໃຫ້​ໄດ້ 100 ​ເປີ​ເຊັນ ​ກໍ​ຄື​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ໂຄງການ​ກໍ່ສ້າງທາງ​ລົດ​ໄຟ​ເຊື່ອມ​ຕໍ່ລະຫວ່າງລາວ​ກັບ​ຈີນ ​ໂດຍ​ປະສານ​ສົມທົບ​ກັບ​ທຸກ​ພາກສ່ວນ ​ໃນ​ທຸກພື້ນທີ່ ທີ່​ທາງ​ລົດ​ໄຟ​ຜ່ານ ທັງ​ຍັງ​ຈະ​ຕ້ອງ​ກວດກາ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ສັງຄົມ ອີກ​ດ້ວຍ ດັ່ງ​ທີ່​ພົນ​ໂທ​ຈັນ​ສະໝອນ ​ໄດ້​ໃຫ້ການ​ເນັ້ນຢໍ້າວ່າ: “ການ​ປະຕິບັດໜ້າທີ່ຢູ່​ພາກ​ສະໜາມ ມັນ​ມີ​ການ​ພົວພັນ​ກັບ​ຫລາຍພາກສ່ວນ​ ດັ່ງນັ້ນ ຖ້າ​ປະຕິບັດໜ້າທີ່ ພື້ນທີ່​ໃດ ກໍ​ຈະ​ຕ້ອງ​ປະສານ​ສົມທົບ​ກັບ​ຄະນະ​ພັກ ອໍານາດ​ການ​ປົກຄອງ​ຂອງ​ທ້ອງ​ຖິ່ນ​ນັ້ນ ​ໃຫ້​ແໜ້ນ​ແຟ້ນ ​ໃຫ້​ມີ​ຄວາມ​ເປັນ​ເອກ​ະພາບ ​ໃຫ້​ຮັບປະກັນ ​ເພາະ​ບໍ່​ແມ່ນ​ແຕ່ໜ້າທີ່ ທີ່​ຈະ​ກວດຄົ້ນ ​ເກັບ​ກູ້​ລະ​ເບີດ​ເທົ່າ​ນັ້ນ ພວກ​ສະຫາຍ​ຍັງ​ຕ້ອງ​ເຮັດໜ້າທີ່ ​ຮັບປະກັນ​ຄວາມສະຫງົບ​ປອດ​ໄພ ຢູ່​ໃນ​ເຂດ​ດັ່ງກ່າວ ຊຶ່ງ​ບັນດາ​ຄົນ​ບໍ່ດີ ຍັງ​ຈະ​ເລັດ​ລອດ​ສ້າງ​ບັນຫາ​ໃຫ້​ພວກ​ເຮົາ … Continue reading

ໂດຍ: admin ວັນທີ 28 Aug, 2017 ເວລາ 04:21 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
eidfd

     ທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ລາວ ໃຫ້ການຢືນຢັນວ່າ ປະຊາຊົນລາວ ທຸກຄົນທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆຂອງລັດທີ່ລວມເຖິງໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ດ້ວຍນັ້ນ ຈະໄດ້ຮັບການຊ່ວຍເຫຼືອ ແລະ ຊົດເຊີຍຜົນເສຍຫາຍຢ່າງຍຸຕິທຳ ແລະ ສອດຄ່ອງກັບສະພາບທີ່ເປັນຈິງ ໂດຍຫຼ້າສຸດຄະນະປະຈຳສະພາແຫ່ງຊາດ ແລະ ຄະນະລັດຖະບານ ລາວ ກໍໄດ້ປະຊຸມເພື່ອປຶກສາຫາລືກັນ ກ່ຽວກັບ ມາດຕະການຕ່າງໆທີ່ຈະຈັດຕັ້ງປະຕິບັດເພື່ອຮັບປະກັນວ່າ ປະຊາຊົນ ລາວ ທີ່ຖືກກະທົບດັ່ງກ່າວຈະໄດ້ຮັບການຊ່ວຍເຫຼືອ ແລະ ການຊົດເຊີຍຢ່າງເຕັມສ່ວນ ດັ່ງທີ່ທ່ານນາງ ປານີ ໄດ້ໃຫ້ການຢືນຢັນວ່າ.   “ກອງປະຊຸມຄັ້ງນີ້ໄດ້ພ້ອມກັນປຶກສາຫາລື ການຈັດຕັ້ງປະຕິບັດນະໂຍບາຍຊົດເຊີຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການລົງທຶນພັດທະນາຂອງ ລັດ ລວມທັງໂຄງການກໍ່ສ້າງທາງລົດໄຟ, ໂຄງການລົງທຶນພາຍໃນ … Continue reading

ໂດຍ: admin ວັນທີ 28 Aug, 2017 ເວລາ 02:50 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
xdfe

       ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ສົ່ງຜົນກະທົບຕໍ່ປະຊາຊົນລາວ 4,411 ຄອບຄົວໃນ 13 ເມືອງຂອງ 5 ແຂວງ ໂດຍທາງການລາວ ແລະ ຈີນ ຈະຊົດເຊີຍຄວາມເສຍຫາໃຫ້ຕາມສະພາບຕົວຈິງ.    ທ່ານ ລັດຕະນະມະນີ ຄູນນິວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຢືນຢັນວ່າ ການສຳຫຼວດ ກ່ຽວກັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນດໍາເນີນການສຳເລັດແລ້ວ ໃນຂະນະນີ້ ຊຶ່ງກໍປະກົດວ່າ ມີປະຊາຊົນທີ່ຈະໄດ້ຮັບຜົນກະທົບ ຈຳນວນ 4,411 ຄອບຄົວ ໃນເຂດ 13 ເມືອງໃນແຂວງຫລວງນ້ຳທາ,ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫລວງວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3,832 … Continue reading

ໂດຍ: admin ວັນທີ 18 Dec, 2015 ເວລາ 06:10 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
untitled-cpc

ກອງ​ປະຊຸມປັບປຸງກົດໝາຍວ່າດ້ວຍການ​ແຂ່ງຂັນ​ທາງ​ທຸລະ​ກິດ ສະບັບ ພາສາອັງກິດ ວັນທີ 15 ທັນວາ 2015 ທີ່ໂຮງແຮມ ເສດຖາ ປາລາສ ນະຄອນຫລວງວຽງຈັນ  ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ​ໃນຖານະທີ່ຮັບຜິດຊອບໂດຍກົງວຽກງານປົກ​ປ້ອງ​ຜູ່​ຊົ​ມ​ໃຊ້​ແລະ ວຽກງານແຂ່ງຂັນທາງທຸລະກິດໄດ້ຈັດກອງ​ປະຊຸມປັບປຸງກົດໝາຍວ່າດ້ວຍການ​ແຂ່ງຂັນ​ທາງ​ທຸລະ​ກິດ ສະບັບ ພາສາອັງກິດວັນທີ 15 ທັນວາ 2015 ທີ່ໂຮງແຮມ ເສດຖາ ປາລາສ ນະຄອນຫລວງວຽງຈັນ ​ຊຶ່ງກອງ​ປະຊຸມ​ດັ່ງກ່າວນີ້​ແມ່ນ​ໄດ້​ຮັບ​ການສະໜັບສະໜູນທຶນ ຈາກ​ອົງການGIZ-CPL2 ລັດຖະບານເຢຍລະມັນ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຸລະຍົນ ພິລາວົງຮອງ​ຫົວໜ້າກົມການ​ຄ້າ​ພາຍ​ໃນ ກະຊວງ​ອຸດສາຫະກຳ​ແລະ ການ​ຄ້າ​​ເຂົ້າຮ່ວມ​ໃນກອງ​ປະຊຸມ​​ມີ​ຜູ້ຕາງໜ້າຈາກພາຍໃນກະຊວງ, ຂະ​ແໜງການ ແລະ ອົງການທີ່ກ່ຽວຂ້ອງເຊັ່ນ: ສຳນັກງານປະທານປະເທດ, ຫ້ອງການລັດຖະບານ, ກະຊວງການຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ … Continue reading

ໂດຍ: admin ວັນທີ 3 Nov, 2015 ເວລາ 10:28 AM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
oudomxay_exhibition

ໃນຕອນເຊົ້າ ຂອງວັນທີ່ 1 ພະຈິກ 2015 ທີ່ຜ່ານມານີ້ຢູ່ທີ່ຕະຫຼາດອຸດົມຊັບໄດ້ມີພິທີເປີດງານວາງສະແດງສິນຄ້າ ຫັດຖະກຳ, ກະສິກຳ ແລະ ສິນຄ້າອຸດສາຫະກຳ ເພື່ອຕ້ອນຮັບກອງປະຊຸມໃຫ່ຍຂອງອົງຄະນະພັກແຂວງອຸດົມໄຊຄັ້ງທີ່ VIII ງານ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້​ເຊີ່ງ​ຈະ​ໄດ້​ຈັດ​ຂື້ນໃນລະຫວ່າງວັນທີ 30 ຕຸລາ 2015 ຫາວັນທີ 5 ພະຈິກ 2015. ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບຸນ​ທຳ​ ວັນນະ​ພອນ ຮອງ​ເລຂາ​ໜ່ວຍ​ພັກ ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ. ​ເຂົ້າ​ຮ່ວມ​ພິທີ​ເປີດ​ງານ​ໃນ​ຄັ້ງ​ນີ້​ມີ​ບັນດາ​ທ່ານຜູ້ຕາງໜ້າ​ຈາກ​ພະ​ແນ​ກການຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ບັນດາ​ຮ້ານຂາຍ​ເຄື່ອງ​ຫົວໜ່ວຍ​ທຸລະ​ກິດ, ພໍ່ຄ້າ​ຊາວ​ຂາຍຢູ່​​ເທດ​ສະບາ​ນ​ເມືອງ​ໄຊ, ​ຕົວ​ແທນ​ຈາກ​ບັນດາ 6 ​ເມືອງ​ເຂົ້າ​ຮ່ວມທັງ​ໜົດຈຳນວນ 60 ກວ່າ​ສະຫາຍ. ຈຳນວນ​​ຮ້ານຂາຍ​ເຄື່ອງ​ທີ່​ເຂົ້າ​ມາ​  ວາງ​ສະ​ແດງ​ຂາຍ​ໃນ​ຄັ້ງ​ນີ້​ມີທັງ​ໝົດ 66 ຮ້ານ, ​ໃນ​ນັ້ນ​ມີ​ຮ້ານ​ຂາຍ​ເຄື່ອງ​ຫັດຖະກຳ​ຈາກ​ເມືອງ … Continue reading

ໂດຍ: admin ວັນທີ 29 Sep, 2015 ເວລາ 02:13 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
BULLET-TRAIN

ຂປລ.ໂຄງການ​ກໍ່ສ້າງເສັ້ນທາງ​ລົດ​ໄຟ ​ລາວ-ຈີນ ໃກ້​ຈະ​ເປັນ​ຈິງ ​ເນື່ອງຈາກກອງ​ປະຊຸມ​ລັດ ຖະບານ​ເປີດ​ກວ້າງ ປະຈຳ​ສົກ​ປີ 2014-2015 ​ໄດ້ຮັບຮອງ​ແຜນ​ດຳ​ເນີນການຂອງ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ກ່ຽວກັບ​ຮູບ​ແບບ, ​ໂຄງ​ສ້າງ​ຂອງ​ການ​ລົງທຶນ, ລວມ​ທັງດ້ານ​ນະ​ໂຍບາຍ​ສະໜັບສະໜູນ​ໂຄງການ, ຕະຫລອດ​ເຖິງຜົນສຳ​ຫລວດ​ແລວ​ທາງ ​ແລະ ຂອບ​ເຂດ​ສະຖານີ​ຕ່າງໆ. ທ່ານ ດຣ.ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ ​ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງຊີ້​ແຈງ​ຕໍ່ສື່​ມວນ​ຊົນ​ໃນ​ວັນ​ທີ 25 ກັນຍາ 2015 ນີ້​ວ່າ: ​​ໂຄງການກໍ່ສ້າງ​ເສັ້ນທາງ​ລົດ​ໄຟ ລາວ-ຈີນ ຄາດ​ວ່າ​ຈະ​ເລີ່​ມຂຶ້ນ​ໃນ​ທ້າຍ​ປີ​ນີ້ ຢ່າງ​ແນ່ນອນ ​ໂດຍ​ມີ​ຄວາມ​ຍາວ 417 ກິ​ໂລ​ແມັດ ​ເຊິ່ງນຳ​ໃຊ້​ມາດຕະຖານ​ເຕັກນິກ​ສາກົນໃນ​ການ​ອອກ​ແບບ ມີ​ຄວາມ​ກວ້າງ 1.435 ​ແມັດ, ​ເປັນ​ເສັ້ນທາງ​ລົດ​ໄຟ​ລາງ​ດ່ຽວນຳ​ໃຊ້​ຄວບ​ຄູ່​ກັນ ​ລະຫວ່າງ ລົດ​ໄຟ​ຂົນ​ສົ່ງ​ໂດຍສານ ​ທີ່​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ/ຊົ່ວ​ໂມງ ​ແລະ ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ, ຄວາມ​ໄວ 120 ກິ​ໂລ​ແມັດ/ຊົ່ວ​ໂມງ. ຕະຫລອດ​ໄລຍະ​ເສັ້ນທາງ​ມີ​ສະຖານີ​ທັງໝົດ 31 ​ແຫ່ງ, ​ໃນ​ນັ້ນມີ ສະຖານີ​ໃຫຍ່​ຈຳນວນ 5 … Continue reading

ໂດຍ: admin ວັນທີ 1 Jul, 2015 ເວລາ 04:54 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ | % ຄຳເຫັນ 0 Comments
udomxay_meeting

​ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 30 ມີ​ຖຸນາ 2015  ທີ່​ຜ່ານ​ມາ​ນີ້​ຢູ່​ທີ່​ຫ້ອງ​ປະຊຸມ​ພະ​ແນກອຸດສາຫະກຳ ​ແລະ ການ​ຄ້າ ​ແຂວງ​ອຸດົມ​ໄຊ ​ໄດ້​ມີ​ກອງ​ປະຊຸມ​ປຶກສາ​ຫາລື​ ​ແລະ ຊອກ​ຫາວິທີການ​ຄຸ້ມ​ຄອງ​ແກ້​ໄຂ​ບັນຫາ​ຊາວ​ຕ່າງປະ​ເທດ​ທີ່​ທຳ​ມາ​ຄ້າຂາຍ  ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່ ສປປລາວ ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ພາຍ​ໃນ​ແຂວງ​ອຸດົມ​ໄຊ. ​  ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຸກ ບຸນ​ທະ​ຈິດ ​ເລຂາ​ໜ່ວຍ​ພັກ,  ຮອງ​ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ. ມີ​ບັນດາ​ທ່ານ ຕາງໜ້າ​ຈາກ​ພະ​ແນ​ກການທີ່​ກ່ຽວຂ້ອງ​ຂອງ​ແຂວງ,   ຂະ​ແໜງ​ການ​ພາຍ​ໃນ​ພະ​ແນ​ກ ​ແລະ ຫ້ອງການ​ທີ່​ກ່ຽວຂ້ອງ​ພາຍ​ໃນ​​ເມືອງ​ໄຊ ​ເຂົ້າ​ຮ່ວມ​ທັງ​ໝົດ​ຈຳນວນ 22 ທ່ານ, ຍິງ 2 ທ່ານ. ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ກ່ຽວ​ກັບ​ບົດ​ສະຫຼຸບ​ຫຍໍ້ການຈັດ​ຕັ້ງ​ປະຕິບັດ​ຄຸ້ມ​ຄອງ​ຊາວ​ຕ່າງ​ປະ​ເທດ​​ໃນ​ໄລຍະ​ຜ່ານ​ມາ​ໃຫ້​ບັນດາ​​​ທ່ານ​ໄດ້ຮັບ​ຟັງ, ຈາກ​ນັ້ນ​ປະທານ​ກອງ​ປະຊຸມ​ຍັງ​ໄດ້​ຍົກ​ເອົາ​ບາງ​ບັນຫາ​ຂື້ນ​ມາ​ເພື່ອ​ເປັນ​ການ​ປຶກສາ​ຫາລື​​ແລກປ່ຽນນຳ​ບັນດາ​ທ່ານ​ທີ່​ມາ​ຈາກ​ແຕ່ລະ​ຂະ​ແໜງ​ການ. ຈາກ​ນັ້ນບັນດາ​ທ່ານ,ບັນດາ​ສະຫາຍກໍ່​ໄດ້​ຍົກ​ເອົາ​ສະພາບ​ການ ​ແລະ ບັນຫາ​ຕ່າງໆ​ທີ່​ພົບ​ເຫັນ​ໃນ​ໄລຍະ​ຜ່ານ​ມາ … Continue reading

ໂດຍ: admin ວັນທີ 16 Jan, 2015 ເວລາ 12:13 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ | % ຄຳເຫັນ 0 Comments
president

ໃນຕອນເຊົ້າວັນທີ 14 ມັງກອນ 2015 ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຜະລິດ ຢູ່ເມືອງສີສັດຕະນາກ ແລະ ຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີທ່ານເຈົ້າຄອງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທ່ານລັດຖະມົນຕີວ່າການ, ຊ່ວຍວ່າການ, ທ່ານເຈົ້າເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເຄື່ອນໄຫວ. ໂອກາດຢ້ຽມຢາມເມືອງຫາດຊາຍຟອງ ທ່ານປະທານປະເທດ ແລະ ຄະນະ ໄດ້ຢ້ຽມຢາມຟາມກະສິກຳ ພັນເພັດ ການກະເສດ ແລະ ໄດ້ຮັບຟັງການ ລາຍງານຈາກທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດກະສິກຳ ຈໍາກັດ … Continue reading