ໃນຕອນເຊົ້າ ວັນທີ 10 ທັນວາ 2018 ທີ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດ ສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີ ຊີວະມວນ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໃຫ້ກຽດຮ່ວມຕັດແຖບຜ້າ ຂອງທ່ານນາງ ໄມຕີ ວົງຄໍາຊາວ, ຫົວໜ້າສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, … Continue reading →
ໃນວັນທີ 28 ພະຈິກ 2018 ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນໄດ້ສົມທົບກັບເຈົ້າຂອງຕະຫລາດລົງເຄືອນໄຫວກວດກາລາຄາສິນຄ້າຕາມທ້ອງຕະຫລາດປະເພດຊີ້ນ, ເຂົ້າ, ປາ ແລະ ອາຫານແຫ້ງຕ່າງໆ ເພື່ອຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າໃນແຕ່ລະໄລຍະໄດ້ມີການຄວບຄຸມໃນລະດັບທີ່ຜູ້ຊື້ – ຜູ້ຂາຍ ສາ ມາດຈໍລະຈອນສິນຄ້າໄດ້ໃນລະດັບລາຄາຍຸຕິທຳ. ເຊິ່ງໄດ້ລົງເຄື່ອນໄຫວຢູ່ 2 ຈຸດຄື: ຕະຫລາດສຸກສົມບູນ ( ຫລັກ 3 ) ແລະ ຕະຫລາດຫລັກ 2 ໃນເທດສະບານຂອງແຂວງ ເຄື່ອນຕາມຈຸດຕ່າງໆ ພາຍໃນຕະຫລາດ. ພາຍຫລັງທີ່ທາງເຈົ້າໜ້າທີ່ໄດ້ລົງເກັບກຳກວດກາສະພາບຄວາມເປັນຈິງ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ … Continue reading →
ວັນທີ 20 ພະຈິກ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະກໍາມະການທົບທວນການຈັດຕັ້ງປະຕິບັດ ໂຄງການເຂົ້າເຖິງແຫຼ່ງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫຼື SME Access to Finance Project ຄັ້ງທີ v ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ. ມີຜູ້ຕາງໜ້າຈາກກະຊວງການເງິນ, ທະນາຄານແຫ່ງ ສ ປ … Continue reading →
ໃນວັນທີ 31 ຕຸລາ 2018, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມ ກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງຮ່າງດໍາລັດວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງສະບັບປັບປຸງ ທີ່ ນະ ຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ, ຜູ້ອໍານວຍການກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ, ຫົວໜ້າກົມກົດໝາຍ, ກະຊວງຍຸຕິທໍາ. ມີຜູ້ຕາງໜ້າຈາກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງການເງິນ … Continue reading →
ໃນວັນທີ 17 ຕຸລາ 2018, ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ ແລະ ສູນບໍລິການ SME ໄດ້ຈັດຊຸດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານ ພາຍໃຕ້ຂອບຂອງໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຫົວຂໍ້ “ການປະເມີນຕະຫຼາດ SME, ການພັດທະນາຜະລິດຕະພັນການເງິນ, ການວິເຄາະຜູ້ກູ້ຢືມ ແລະ ຄວາມສ່ຽງສິນເຊື່ອ, ການບໍລິຫານຄວາມສ່ຽງສິນເຊື່ອ ແລະ ການຫລຸດຜ່ອນຄວາມສ່ຽງໜີ້ຊັກຊ້າ”. ພິທີເປີດການຝຶກອົບຮົມດໍາເນີນໄປ ໂດຍການເປັນປະທານຂອງທ່ານ ສົມດີ ອິນມີໄຊ, ຜູ້ຊ່ວຍວຽກງານຄະນະນຳກະຊວງ, ຜູ້ອຳນວຍ … Continue reading →
ໃນຕອນເຊົ້າຂອງວັນທີ 5 ກັນຍາ 2018 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ແຜນການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງ ຣາຊະອະນາຈັກໄທ ຄັ້ງທີ 07 ຂຶ້ນທີ່ຫ້ອງປະຊຸມໃຫຍ່ກະຊວງອຸດສາຫະກໍາ ແລະ ການຄ້າ ຝ່າຍລາວນໍາໂດຍທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງພາກລັດ … Continue reading →
ຕອນເຊົ້າ ເວລາ 9: 30 ໂມງ ຂອງວັນທີ 1 ສິງຫາ 2018 ກົມການຄ້າພາຍໃນ ກະຊວງອຸດສາຫະ ກໍາ ແລະ ການຄ້າ ນໍາໂດຍ ທ່ານ ບຸນທຽນ ແກ້ວສີພາ ຄະນະພັກກະຊວງ ຫົວໜ້າກົມການຄ້າພາຍໃນ ແລະ ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ ພ້ອມຄະນະວິຊາການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມພົບປະເຮັດວຽກກັບບັນດາທ່ານປະທານ ບໍລິສັດ ວຽງຈັນການກະເສດການຄ້າ, ບໍລິສັດ ແຫຼມທອງການຄ້າ ແລະ ບໍລິສັດ ສົມຫວັງການຄ້າ ທີ່ເປັນຕົວແທນຈໍາໜ່າຍສິນຄ້ານໍາເຂົ້າຈາກໂຮງງານຕ່າໆ ພາຍໃນນະຄອນຫຼວງ. … Continue reading →
ໃນຕອນເຊົ້າ ວັນທີ 25 ມິຖຸນາ 2018, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮ່ວມກັບອົງການ ຢູນິໂດ (UNIDO) ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້ “ການສ້າງດັດຊະນີການຜະລິດອຸດສາຫະກໍາ” ທີ່ດຳເນີນເປັນເວ ລາ 2 ວັນ(ທີ 25-26 ມິຖຸນາ 2018) ທີ່ໂຮງແຮມລ້ານຊ້າງ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສຳລີ ບຸດສະດີ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ສິດທິໄຊ ຍົດສີ ຊ່ຽວຊານຈາກອົງການ … Continue reading →
ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2018 ທີ່ຫ້ອງປະຊຸມສ່ອງແສງ ຊັ້ນສາມ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຜ່ານບົດລາຍງານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ກຽດເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ ຫົວຫນ້າກົມແຜນການ ແລະ ການຮ່ວມມື. ຈຸດປະສົງຂອງກອງປະຊຸມມື້ນີ້ແມ່ນປຶກສາຫາລືການຈັດຕັ້ງປະຕິບັດລະບົບສະຖິຕິໃໝ່ເຊິ່ງ ທ່ານ ນິໂຄລາສ ຣິດ (Mr. Nicholas Read), ຊ່ຽວຊານຂອງໂຄງການພັດທະນາລະບົບສະຖິຕິ ຂອງຂະແໜງອຸດສາ ຫະກຳ ແລະ ການຄ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການພັດທະນາການຄ້າ ໄລຍະ 2: … Continue reading →
ໃນລະຫວ່າງວັນທີ 28 ພຶດສະພາ ເຖີງ 15 ມີຖຸນາ 2016 ທີ່່ຜ່ານມາ ຫ້ອງການກະຊວງອຸດສະຫະກຳ ແລະ ການຄ້າ(ພະແນກສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ) ໄດ້ປະສານງານຮ່ວມມືກັບ ໂຄງການຮ່ວມມືລາວສະຫະລັດອາເມ ລິກາເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II) ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບການຍ້ອມສີທຳມະຊາດ ແລະ ການຕະຫຼາດອອນລາຍ ໃຫ້ແກ່ຜູ້ປະກອບການຂະແໜງຫັດຖະກຳແຜ່ນແພຂອງ ແຂວງຊຽງຂວາງ ເປັນເວລາ 09 ວັນມີຜູ້ເຂົ້າຮ່ວມ 25 ທ່ານ, ແມ່ຍິງ 24 ທ່ານ, ຊາຍ … Continue reading →