ໃນລະຫວ່າງວັນທີ 27-28 ກໍລະກົດ 2017, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມເຜີຍແຜ່ ວຽກງານປົກປ້ອງຜູ້ຊົມໃຊ້ ເປັນຕົ້ນການຕິດສະຫຼາກສີນຄ້າ ເປັນພາສາລາວ, ວຽກງານການຄຸ້ມຄອງສິນຄ້າ-ລາຄາ, ກວດກາການຄ້າ, ວຽກງານສາຍດ່ວນ 1510 ໂດຍສະເພາະການໂຄສະນາ ໂປສະເຕີ ສາຍດ່ວນ 1510 ແລະ ວຽກງານອື່ນທີ່ກ່ຽວຂ້ອງ, ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຂວັນໃຈ ອ່ຽມສຸທິ ຮອງຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ຄຳສີ ພົມພິທັກ ຫົວໜ້າພະແນກອຸດສາຫະກຳ ແລະ … Continue reading →
ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງແຂວງໃຫ້ມີບັນຍາກາດຟົດຟື້ນ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດການແຂ່ງຂັນກິລາເປຕັງຂຶ້ນໃນວັນທີ 21 ກໍລະກົດ 2017 ທີ່ພະແນກດັ່ງກ່າວເຂົ້າຮ່ວມໃນພິທີເປີດການແຂ່ງຂັນໂດຍ ທ່ານ ທອງໄຊ ມັງໝໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີບັນດາຂະແໜງການ, ວິສາຫະກິດນ້ຳມັນເຊື້ອໄຟ, ບໍລິສັດການຄ້າ ແລະ ທ່ອງທ່ຽວເຂົ້າຮ່ວມ. ການແຂ່ງຂັນກິລາເປຕັງຂອງພະແນກອຸດສາຫະກຳ ແລະ ການຄ້າຄັ້ງນີ້ ແມ່ນມີທັງໝົດ 12 ທີມ, ແບ່ງອອກເປັນສອງສາຍແຂ່ງຂັນຄື: ທີມຍິງ ແລະ ທີມຊາຍ, ໃນນັ້ນທີມຊາຍ 8 ທີມ ແລະ ທີມຍິງ 4 ທີມ ເຊິ່ງພາຍໃນງານແມ່ນມີຄວາມຄຶກຄື້ນ, ມ່ວນຊື່ນຈາກສຽງຜູ້ຊົມທີ່ເຂົ້າຮ່ວມ. … Continue reading →
ນະຄອນຫຼວງວຽງຈັນ, ວັນທີ 26 ກໍລະກົດ 2017 ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດກອງປະຊຸມປະຈຳປີ 2017 ຂຶ້ນທີ່ຫ້ອງປະຊຸມໃຫຍ່ ກະຊວງ ອຄ ໂດຍການເປັນປະທານ ຂອງ ທ່ານ ສີລິສຳພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ມີ ຜູ້ຕາງໜ້າຮອງຫົວໜ້າກົມ, ຫົວໜ້າພະແນກແຜນການ-ສັງລວມ, ວິຊາການ ຈາກບັນດາກົມ, ສະຖາບັນ, ຫ້ອງການກະຊວງ ແລະ ຫົວໜ້າພະແນກ/ຮອງຫົວໜ້າພະແນກ ອຄ ແຂວງ, ນະຄອນຫລວງ, ຫົວໜ້າຂະແໜງສະຖິຕິ-ແຜນການ … Continue reading →
ໃນວັນທີ 13 ກໍລະກົດ 2017 ພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ນຳໂດຍ ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຮ່ວມກັບບັນດາພະແນກການກ່ຽວຂ້ອງລົງຊຸກຍູ້ຕິດຕາມກວດກາບັນດາປ້າຍລາຄາສິນຄ້າຕາມທ້ອງຕະຫລາດພາຍໃນເທດສະບານເມືອງທ່າແຂກຄື : ຕະຫລາດສຸກສົມບູນ ( ຫລັກ 03 ), ຕະຫລາດຫລັກ 02 ແລະ ຕະຫລາດນາໂບ. ຈຸດປະສົງເພື່ອຄຸ້ມຄອງປະເພດລາຄາສິນຄ້າຕ່າງໆ ໂດຍສະເພາະລາຄາເຂົ້າ, ຊີ້ນສັດ, ປາ, ຊິງຊັ່ງ ໃຫ້ມີຄວາມຊັດເຈນຂຶ້ນ, ມີການຕິດປ້າຍລາຄາສິນຄ້າເປັນປົກກະຕິ ທັງເປັນການປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ພ້ອມທັງນິຕິກຳໃນການຄຸ້ມຄອງຜູ້ຊົມໃຊ້ ເພື່ອຕິດຕາມກວດກາບັນດາສິນຄ້າກະສິກຳ, ການປູກການ ລ້ຽງ, ສິນຄ້າປະເພດຊີ້ນ, ປາ … Continue reading →
ວັນທີ 3 ກໍລະກົດ 2017 ນີ້ຮາກຖານພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຄຳມ່ວນ ໄດ້ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ແຂວງ ຄຳມ່ວນ, ມີບັນດາສະຫາຍໃນຄະນະພັກ ຕະຫລອດເຖິງສະມາຊິກພັກພາຍໃນພະແນກເຂົ້າຮ່ວມ. ບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ສະຫາຍ ທອງໄຊ ມັງໝໍ່ເມກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ກ່າວຈຸດປະສົງຂອງກອງປະຊຸມແມ່ນເພື່ອປັບປຸງແກ້ໄຂທັດສະນະແນວຄິດ ອັນບໍ່ຖືກຕ້ອງທັງໝົດຂອງສະມາຊິກພັກໃນທົ່ວຮາກຖານ ໂດຍເລີ່ມຈາກບັນສະຫາຍສະມາຊິກພັກ – ພະນັກງານຂົງເຂດ ຕົນເອງຮັບຜິດຊອບ ທັງເພື່ອເສີມຂະຫຍາຍມູນເຊື້ອຜົນງານທີ່ເຮັດໄດ້ໃນໄລຍະຜ່ານມາ ແລະ ກໍ່ເປັນການຍົກລະດັບຄວາມຮູ້, ຄວາມສາມາດນຳພາ … Continue reading →
ໃນລະຫວ່າງວັນທີ 20 – 23 ມີຖຸນາ 2017 ທີ່ຜ່ານມານີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງອຸດົມໄຊ ໄດ້ຈັດກອງປະຊຸມປັບປຸງປົວແປງພັກ ພາຍໃນໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າຂຶ້ນຢ່າງເປັນທາງການໂດຍການເປັນປະທານ ຂອງທ່ານ ຄຳພຽນ ຢາຈົງວາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ເຂົ້າຮ່ວມມີທ່ານ ຄຳເພົ້າ ສີລິສຸກ ກຳມະການພັກແຂວງເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີຄະນະພັກ, ສະມາຊິກພັກພາຍໃນພະແນກອຸດສາຫະກຳ ແລະ ການຄ້າ ເຂົ້າຮ່ວມທັງໝົດຈຳນວນ 30 ສະຫາຍ, ຍິງ 06 ສະຫາຍ. ໃນວາລະດຳເນີນປັບປຸງປົວແປງພັກໃນຄັ້ງນີ້ ກອງປະຊຸມກໍ່ໄດ້ຮັບຟັງການເຜີຍແຜ່ເອກະສານທີ່ສຳຄັນກ່ຽວກັບວຽກງານພັກເປັນຕົ້ນ ຄຳສັ່ງ ຂອງກົມການເມືອງສູນກາງພັກເລກທີ 01/ກມສພ, ລົງວັນທີ … Continue reading →
ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 26/05/2017 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ກົມການຄ້າພາຍໃນ ໄດ້ຈັດປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງ ແລະ ພັດທະນາຕະຫຼາດ ໂດຍມີ ຕາງໜ້າຈາກ 5 ພະແນກອຸດສາຫະກໍາ ແລະ ການຄ້າແຂວງພາກກາງເຂົ້າຮ່ວມ: ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ; ພ້ອມທັງຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ສໍານັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ. ຄະນະຈັດຕັ້ງກອງປະຊຸມ ໄດ້ລາຍງານສະພາບການຄຸ້ມຄອງວຽກງານພັດທະນາຕະຫຼາດ ໃນໄລຍະຜ່ານມາ, ຜ່ານຮ່າງບົດແນະນໍາການຈັດຕັ້ງປະຕິບັດ … Continue reading →
ໃນວັນທີ 16-19 ພຶດສະພາ 2017 ທີ່ຜ່ານມານີ້, ຢູ່ທີ່ໂຮງແຮມລາວພ່ຣາຊ້າ ນະຄອນຫຼວງວຽງຈັນ, ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມຄະນະກຳມະການປົກຄອງຜູ້ຊົມໃຊ້ໃນອາຊຽນ ຄັ້ງທີ 15 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຂຶ້ນຢ່າງເປັນທາງການ, ກອງປະຊຸມກຳມະການປົກປ້ອງຜູ້ຊົມໃຊ້ໃນອາຊຽນໄດ້ຈັດຂຶ້ນປີລະ 02ຄັ້ງ ໂດຍມີການສັບປ່ຽນກັນເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມ. ນັບແຕ່ປີ 2008 ເປັນຕົ້ນມາ ແມ່ນໄດ້ຈັດຜ່ານມາແລ້ວ 14 ຄັ້ງ ແລະ ຄັ້ງທີ 15 ປີ 2017 ແມ່ນ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ສ່ວນປະທານກອງປະຊຸມນີ້ແມ່ນປະເທດ … Continue reading →
ໃນວັນທີ 5 ພຶດສະພາ 2017 ທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເຊັນບົດບັນທຶກຮ່ວມມືແຮກສ່ຽວ ລະຫວ່າງຄະນະບໍລິຫານງານ ຊປປລ (ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ) ກະຊວງການເງິນ ແລະ ຄະນະບໍລິຫານງານ ຊປປລ (ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ) ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ໄຊສົມເພັດ ນໍລະສິງຫ໌ ເລຂາ ຊປປລ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກຜູ້ມີກຽດຮ່ວມເປັນສັກຂີພະຍານ ເພື່ອເປັນການປຸກລະດົມທຸກກໍາລັງແຮງຂອງຊາວຫນຸ່ມ ເຂົ້າໃນການປະຕິບັດແນວທາງນະໂຍບາຍ … Continue reading →
ຕອນບ່າຍ ເວລາ 3: 00 ໂມງ ຂອງວັນທີ 29/03/2017 ໂດຍໄດ້ຮັບແຈ້ງຈາກພົນລະເມືອງດີ ສະນັ້ນເຈົ້າໜ້າທີ່ກວດກາການຄ້າຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົມທົບກັບເຈົ້າໜ້າທີ່ກວດກາການຄ້ານະຄອນຫຼວງ,ເຈົ້າໜ້າທີ່ກວດກາການຄ້າເມືອງໄຊເສດຖາ ແລະ ເຈົ້າໜ້າທີ່ຂອງພາກສ່ວນທີ່ກ່ຽວຂ້ອງເຊັ່ນກະຊວງສາທາລະນະສຸກກົມສັດຕະວະແພດ,ກົມອາຫານ ແລະ ຢາ, ໄດ້ພ້ອມລົງໄປກວດກາເຄື່ອງໃນສັດທີ່ນໍາເຂົ້າມາຈາກປະເທດຫວຽດນາມບໍ່ຖືກຕ້ອງຕາມລະບຽບກົດໝາຍບໍ່ໄດ້ຮັບການອະນຸຍາດຈາກພາກລັດ, ຜ່ານການກວດກາຈາກເຈົ້າໜ້າທີ່ກວດກາການຄ້າ ແລະ ເຈົ້າໜ້າທີ່ສາທາລະນະສຸກເຄື່ອງໃນສັດດັ່ງກ່າວບໍ່ສາມາດບໍລິໂພກໄດ້ ຊຶ່ງມີຈໍານວນທັງໝົດ: 360 Kg ຜູ້ນໍາເຄື່ອງໃນສັດເຂົ້າມາອອກຊື່ ທ້າວເຈົາ ຄົນສັນຊາດຫວຽດນາມ ທີ່ມາຄ້າຂາຍຢູ່ລາວ ຮູບແບບການນໍາເຂົ້າມາທາງລົດເມໂດຍສານສາຍລົດເມສາກົນດ່ານແດນສະຫວັນລາວບາວ, ເຄື່ອງດັ່ງກ່າວນໍາເຂົ້າມາຂາຍໂດຍບໍ່ຖືກ ຕ້ອງຈິ່ງໄດ້ສົມທົບກັບຫຼາຍພາກສ່ວນນໍາໄປທໍາລາຍຢູ່ຫຼັກ 24 ເມືອງໄຊທານີ ນະຄອນຫຼວງວຽງຈັນ. ພິທີທໍາລາຍເຄື່ອງໃນສັດເປັນປະທານໂດຍ ທ່ານ ບຸນທຽນ ແກ້ວສີພາ ຄະນະພັກກະຊວງ, ຫົວໜ້າກົມການຄ້າພາຍໃນ, … Continue reading →