ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ອົງການຊັບສິນທາງປັນຍາໂລກ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງຍຸດທະສາດທາງດ້ານຕະຫຼາດໃຫ້ແກ່ຜູ້ຜະລິດຜ້າໄໝຖິ່ນກຳເນີດ ຂອງແຂວງ ຫົວພັນ ແລະ ແຂວງ ຫຼວງພະບາງ ໃນວັນທີ 24 – 26 ຕຸລາ 2023 ທີ່ ຫ້ອງປະຊຸມສະພາ, ແຂວງ ຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊບັນດິດ ໄຊຍະວົງຄຳດີ ຮອງຫົວໜ້າກົມຊັບສິນທາງປັນຍາ, ທ່ານ ເຢມິນ ຕັນ ເຈົ້າໜ້າທີ່ອາວຸໂສອົງການຊັບສິນທາງປັນຍາໂລກ ແລະ ທ່ານ ຊົມຊື່ນ ໄຊເກີຢ່າຈົງຕົວ ຫົວໜ້າພະແນກອຸດສາຫະກໍາ … Continue reading →
ສະຫະພັນກໍາມະບານກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບສະຖາບັນເລືອດແຫ່ງຊາດ, ອົງການການກາແດງແຫ່ງຊາດລາວ ຈັດກິດຈະກໍາບໍລິຈາກເລືອດ ໃນງານສະແດງ ມະຫະກໍາຕະຫລາດນັດສິນຄ້າ ຈຸລະວິສາຫະກິດ (ຈນກ), ຂື້ນໃນວັນທີ 18 ຕຸລາ 2023, ທີ່ຈອມມະນີ ເຊັນເຕີ. ຈຸດປະສົງເພື່ອສ້າງຂະບວນການ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົງ ກໍຄືຊ່ວຍເຫຼືອປິ່ນປົວຄົນເຈັບຢູ່ຕາມໂຮງໝໍຕ່າງ ໂດຍສະເພາະແມ່ນຄົນເຈັບ: ພະຍາດເລືອດຈາງຍ້ອນກໍາມະພັນ, ຟອກໄຂ່ຫຼັງ, ໄຂ້ຍູງລາຍ, ເສຍເລືອດຍ້ອນການເກີດລູກ, ຖືພານອກພົກ, ເກີດອຸປະຕິເຫດ, ມະເຮັງເມັດເລືອດຂາວ, ມະເຮັງອຶ່ນໆ ແລະ ອີກຫຼາຍພະຍາດທີ່ຈໍາເປັນໃຊ້ເລືອດຊ່ວຍຊີວິດ. ສະຫະພັນກໍາມະບານກະຊວງ ອຄ ໄດ້ລະດົມສະມາຊິກເຂົ້າຮ່ວມບໍລິຈາກເລືອດຄັ້ງນີ້ ນໍາໂດຍ ທ່ານ ປອ ບົວວັນ ວິລະວົງ … Continue reading →
ໃນວັນທິີ 17 ຕຸລາ 2023, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຮ່ວມກັບ ກອງເລຂາອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ໄດ້ຮ່ວມກັນຈັດກອງປະຊຸມ ລະດົມຄວາມຄິດ ເພື່ອສ້າງແຜນປະຕິບັດງານການຮ່ວມມືດ້ານ ຊັບສິນທາງປັນຍາອາຊຽນ 10 ປີ (2026-2035) ແລະ ເພື່ອຍົກລະດັບສັນຍາຂອບວຽກອາຊຽນວ່າດ້ວຍ ການຮ່ວມມືດ້ານຊັບສິນທາງປັນຍາ, ໃນລະຫວ່າງວັນທີ 17-20 ຕຸລາ 2023 ທີ່ໂຮງແຮມເມືອງແທ້ງ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ອຄ ແລະ ມີຜູ້ຕາງໜ້າຈາກ ອົງການຊັບສິນທາງປັນຍາໂລກ, … Continue reading →
ໃນວັນທີ 16 ຕຸລາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ລະຫວ່າງ ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ” ມີທ່ານ ພຸດທະວັນ ນັນທະວົງ ຫົວໜ້າກົມກວດກາ, ກະຊວງ ອຄ, ທ່ານ ປອ ແກ້ວມໍລະກົດ ສິດລາກອນ ຫົວໜ້າ ສະຖາບັນອຸດສາຫະກໍາ … Continue reading →
ໂດຍອີງຕາມແຜນວຽກຂອງກົມຈັດຕັ້ງ ແລະ ພະນັກງານ ປະຈໍາປີ 2023 ແລະ ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຈັດຝຶກອົບຮົມປະເມີນຜົນ ພະນັກງານ-ລັດຖະກອນ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 1309/ອຄ, ລົງວັນທີ 14 ສິງຫາ 2023. ໃນວັນທີ 11 ຕຸລາ 2023 ກົມຈັດຕັ້ງ ແລະ ພະນັກງານ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມກ່ຽວກັບ ການປະເມີນຜົນ … Continue reading →
ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ຮ່ວມກັບ ບໍລິສັດບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ ວຽກງານແກ້ໄຂຂໍ້ໍຂັດແຍ່ງຊັບສິນທາງປັນຍາ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງໃນຂັ້ນຕອນການດຳເນີນການແກ້ໄຂຂໍ້ຂັດແຍ່ງຊັບສິນທາງປັນຍາ ໃຫ້ຫຼາຍຂື້ນ. ກອງປະຊຸມໄດ້ຈັດຂື້ນໃນລະຫວ່າງວັນທີ 21-22 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນປະທານຮ່ວມຂອງ ທ່ານ ມາຄະ ຈັນທະລາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ດີໂນ້ ຊານຕາເນຍໂລ້ ຫົວໜ້າຫ້ອງການ ບໍລິສັດ ທິລລິກີ ແອນ ກິບບິນສ໌ ລາວຈໍາກັດ … Continue reading →
ໃນວັນທີ 18 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານປະທານກອງປະຊຸມ ໄດ້ກ່າວວ່າ: ເພື່ອປະຕິບັດຕາມດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນແລະ ຍ້ອງຍໍ ສະບັບເລກທີ 116/ລບ, ລົງວັນທີ 22 ເມສາ 2019; ອີງຕາມ ເນື້ອໃນແຜນການຂໍ້ແຂ່ງຂັນ-ຍ້ອງຍໍ, ຮັກຊາດ ແລະ … Continue reading →
ໃນວັນທີ 19 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານ ປອ ບົວວັນ ວິລະວົງ, ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການຂອງກົມຈັດຕັ້ງ ແລະ ພະນັກງານ ສະບັບເລກທີ 637/ກຈພງ, ລົງວັນທີ 3 … Continue reading →
ໃນວັນທີ 15 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ (ກນຄຕ) ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປເທດ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານ ໄຊຊະນະ ໄຊຍະກອນ, ຫົວໜ້າກົມນະໂຍບາຍການຄ້າຕ່າງປເທດ ໄດ້ກ່າວວ່າ: ເພື່ອເປັນການສືບຕໍ່ປະຕິບັດ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ພ້ອມທັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກ … Continue reading →
ໃນວັນທີ 14 ກັນຍາ 2023, ຜ່ານມາ ທີ່ຫ້ອງປະຊຸມ ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີກອງປະຊຸມເປີດຂະບວນການແຂ່ງຂັນ, ຮັກຊາດ ແລະ ພັດທະນາ ຂອງກົມຊັບສິນທາງປັນຍາ ຮອດປີ 2023, ໂດຍການເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນກອງປະຊຸມຄັ້ງນີ້ ມີທ່ານ ມາຄະ ຈັນທະລາ, ຮອງຫົວໜ້າກົມຊັບສິນທາງປັນຍາ, ມີທ່ານຜູ້ຕາງໜ້າຈາກ ກົມຈັດຕັ້ງ ແລະ … Continue reading →