ແຈ້ງເຊີນບັນດາບໍລິສັດ ໃຫ້ເຂົ້າມາລົງທະບຽນເປັນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ເປີດ/ຫັນ ບັນຊີສະເພາະເພື່ອຊຳລະສະສາງຕ່າງໆ ແຫຼ່ງຂໍ້ມູນ: ກົມການນຳເຂົ້າ ແລະ ສົ່ງອອກ ເຜີຍແຜ່ໂດຍ: ເພັດປະກາຍ ສີສົມບູນ
ໃນວັນທີ 08 ກັນຍາ 2023 ຜ່ານມາ, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມແຜນການ ແລະ ການຮ່ວມມື ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນໂດຍການເປັນປະທານຂອງ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກົມແຜນການ ແລະ … Continue reading →
ໃນວັນທີ 14 ກັນຍາ 2023 ພະແນກຄຸ້ມຄອງການແຂ່ງຂັນທຸລະກິດ, ກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮ່າງ ດໍາລັດວ່າດ້ວຍການປັບໃໝ ແລະ ນຳໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເພື່ອໃຫ້ບັນດາທ່ານມີຄໍາເຫັນເພີ່ມເຕີມຕໍ່ຮ່າງດັ່ງກ່າວ ຊຶ່ງມີລາຍລະອຽດດັ່ງນີ້: ຮ່າງ ດໍາລັດ ກຄພນ
ບົດຄົ້ນຄວ້າຫຍໍ້ ຂອງສຄອຄ
ໃນວັນທີ 05 ກັນຍາ 2023, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມຈັດຕັ້ງ ແລະ ພະນັກງານ ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂື້ນ ໂດຍການເຂົ້າຮ່ວມເປັນ ປະທານ ຂອງ ທ່ານ ນ ກິ່ງສະດອນ ເພັດດາວເຮືອງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ (ກຈພງ) ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການພາຍໃນກົມເຂົ້າຮ່ວມ. ເພື່ອເປັນການປະຕິບັດຕາມ ດຳລັດຂອງລັດຖະບານ ວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ ສະບັບເລກທີ 116/ລບ, ລົງວັນທີ … Continue reading →
ໃນວັນທີ 29-31 ສິງຫາ 2023, ທີ່ຫ້ອງປະຊຸມລ້ອງງື່ມວິວ ຣີສອດ, ບ້ານທ່າລາດ, ແຂວງວຽງຈັນ, ກົມກົດໝາຍ, ສະພາແຫ່ງຊາດ ຮ່ວມກັບ ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກົມກົດ ໝາຍ, ກະຊວງຍຸຕິທໍາ, ຈັດກອງປະຊຸມກວດກາ ເນື້ອໃນຂັ້ນວິຊາການຂອງຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ (ສະບັບປັບປຸງ) ໂດຍການເປັນປະທານຮ່ວມຂອງ ທ່ານ ຄໍາຄ່ອງ ສີຫາປັນຍາ, ຫົວໜ້າກົມກົດໝາຍ, ສະພາແຫ່ງຊາດ, ມີທ່ານ ສັນຕິສຸກ ພູນສະຫວັດ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ສຸລິຍາ ສີດາວົງ, … Continue reading →
ໃນວັນທີ 25 ສິງຫາ ທີ່ຜ່ານມານີ້ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ອາຫານແຊ່ແຂງ-ອາຫານທະເລ ແລະ ການຕິດສະຫຼາກສິນຄ້າ ເປັນພາສາລາວ ທີ່ຫ້ອງປະຊຸມ ພະແນກ ຂອງຕົນ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກ, ມີເຈົ້າໜ້າທີ່ການຄ້າ, ຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ກິດຈະການດັ່ງກ່າວ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສອນເພັດ ບຸນທະຈິດ ຫົວໜ້າຂະແໜງ ການຄ້າພາຍໃນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ … Continue reading →
ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານແຂ່ງຂັນທາງທຸລະກິດ ແລະ ກອງປະຊຸມທາບທາມຄໍາຄິດເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ຂື້ນໃນລະຫວ່າງວັນທີ 22-24 ສິງຫາ 2023, ທີ່ ໂຮງແຮມລາວ-ເອເຊຍ, ແຂວງ ຫຼວງນໍ້າທາ. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ໄຊທິເດດ ອິນທະສອນ, ຮອງຫົວໜ້າກົມການຄ້າພາຍໃນ ແລະ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງນໍ້າທາ ທັງເປັນກໍາມະການພັກແຂວງຫຼວງນໍ້າທາ ຊຶ່ງມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເປັນຕົ້ນ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ບັນດາຫ້ອງການອຸດສາຫະກໍາ … Continue reading →
ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ 19/ກມສພ ໂດຍສະເພາະ ວຽກງານສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນພາຍໃນ, ໃນວັນທີ 25 ສິງຫາ 2023 ນີ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ນຳໂດຍ ທ່ານ ກຽງຄຳ ຣາຊະຈັກ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ນຳພາຄະນະວິຊາການ ລົງຕິດຕາມ ຊຸກຍູ້ຜູ້ຜະລິດພາຍໃນ ຢູ່ໂຮງງານນ້ຳສີ ອຸໄລລາວ ເພື່ອສັງລວມຂໍ້ມູນ ສະພາບການຜະລິດ ສ້າງຄວາມເຂັ້ມແຂງໃຫ້ ແກ່ຜູ້ຜະລິດພາຍໃນປະເທດ ສົ່ງເສີມການສ້າງເຄືອຂ່າຍການຜະລິດ-ການຊົມໃຊ້ ກ້າວໄປສູ່ຄວາມສາມາດກຸ້ມຕົນເອງ ແລະ ເພື່ອສົ່ງອອກ. ໂຮງງານນ້ຳສີອຸໄລລາວ, ບໍລິສັດ ອຸໄລພານິດ … Continue reading →
ໃນວັນທີ 16 ສິງຫາ 2023, ທີ່ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ (VITA Park), ທ່ານ ສອນທະນູ ສິງດາລາ, ປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນໂນນທອງ ໃຫ້ສໍາພາດວ່າ: ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ ຂຽນຫຍໍ້ວ່າ “ນອຄວ” ຫຼື ພາສາສາກົນແມ່ນ VIENTIANE INDUSTRY AND TRADE AREA ຂຽນຫຍໍ້ວ່າ “VITA PARK” ໄດ້ຖືກສ້າງຕັ້ງຂື້ນພາຍໃຕ້ສັນຍາຮ່ວມມືພັດທະນາ ລະຫວ່າງລັດຖະບານແຫ່ງ ສປປ ລາວ (ຕາງໜ້າໂດຍກະຊວງອຸດສາຫະກຳ ແລະ ການຄ້າ) … Continue reading →