ໃນຕອນບ່າຍຂອງວັນທີ 27 ກຸມພາ 2023 ສະຫະພັນກຳມະບານ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຂອງສະຫະພັນກຳມະບານ ຫົວຂໍ້ “ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ (ອຸດສາຫະກຳ ແລະ ການຄ້າ)” ທີ່ ຫ້ອງປະຊຸມໃຫຍ່ (ຊັ້ນ I) ຂອງກະຊວງອຸດສາຫະກໍາ ແລະ ການຄ້າ. ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ມະໄລທອງ ກົມມະສິດ ເລຂາຄະນະພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຫາຍ ນາງ ອາລີຍາວັນ ອັກຄະວົງ, ຮອງປະທານສູນກາງສະຫະພັນກໍາມະບານລາວ. ຊຶ່ງມີທ່ານ … Continue reading →
ໃນຕອນເຊົ້າຂອງວັນທີ 03 ກຸມພາ 2023 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ເປີດປະຊຸມເພື່ອປຶກສາຫາລື ແລະ ແລກປ່ຽນຄຳເຫັນກ່ຽວກັບຂອດປະສານງານ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ກິ່ງສະດອນ ເພັດດາວເຮືອງ ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີຮອງຫົວໜ້າຫ້ອງການ, ບັນດາຮອງຫົວໜ້າກົມ, ຮອງຫົວນ້າສະຖາບັນອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຫົວໜ້າພະແນກສັງລວມ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ລວມທັງໝົດຈຳນວນ 40 ທ່ານ ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອເຜີຍແຜ່ ແນະນຳດ້ານວິຊາການ ແລະ … Continue reading →
ໃນຕອນເຊົ້າຂອງວັນທີ 31 ມັງກອນ 2023, ເວລາ 08:30-09:00 ໂມງ ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກຳ ແລະ ການຄ້າ ສະຫາຍ ນາງ ຈັນສຸກ ແສງພະຈັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ “ອຄ”, ຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ປອ. ບຸນເພັງ ສີບຸນເຮືອງ ຄະນະບໍລິຫານງານພັກ ກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງປະທານກວດກາພັກ, ເລຂາຄະນະບໍລິຫານງານ ຊປປ ລາວ ກະຊວງ ອຄ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າພົບຂອງ … Continue reading →
ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມບັ້ນຝຶກອົບຮົມການຂຶ້ນແຜນຂໍງົບປະມານໂຄງການລົງທຶນຂອງລັດ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ຄໍາເພັດ ວົງດາລາ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ຂຶ້ນໃນວັນທີ 30 ມັງກອນ 2023 ທີ່ແຂວງບໍລິຄໍາໄຊ ຜູ້ເຂົ້າຮ່ວມມີ ບັນດາທ່ານ ພະນັກງານຫຼັກແຫຼ່ງ ຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຄູຝຶກ ຈາກກະຊວງແຜນການ ແລະ ການລົງທຶນ, ນັກສຳມະນາກອນຈາກສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ … Continue reading →
ໃນເດືອນມັງກອນ 2023, ທາງສະຖາບັນ ອຸດສາຫະກໍາ ແລະ ການຄ້າ ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍການຄ້າຫົວຂ້ໍ: ສະຫລຸບບາງຜົນດີ ແລະ ຜົນເສຍຂອງການນໍາໃຊ້ເງິນໂດລາຄຽງຄູ່ກັບສະກຸນເງິນທ້ອງຖິ່ນພາຍໃນປະເທດ ໂດຍມີຈຸດປະສົງ ເພື່ອໃຫ້ເຂົ້າໃຈເຖິງບັນຫາຂອງການນໍາໃຊ້ເງິນໂດລາສະຫະລັດ ຄຽງຄູ່ກັບສະກຸນເງິນທ້ອງຖິ່ນຂອງຕົນເອງ ເພື່ອເປັນສື່ກາງໃນການຊໍາລະສະສາງການຊື້ສິນຄ້າ ແລະ ການບໍລິການໃນຊີວິດປະຈໍາວັນ. ສອຄ
ໃນວັນທີ 23 ມັງກອນ 2023, ທີ່ແຂວງອຸດົມໄຊ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນຄືນການເຄື່ອນໄຫວວຽກງານຂອງກົມການຄ້າພາຍໃນ ປີ 2022 ແລະ ວາງແຜນການເຄື່ອນ ໄຫວ ປີ 2023, ໂດຍການສະໜັບສະໜູນຂອງໂຄງການ GIZ-COMPETE, ໂຄງການ GIZ-PROTECT ລັດຖະບານເຢຍລະມັນ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ (ປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ) ຜູ້ເຂົ້າຮ່ວມມີ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ (ຫ້ອງໜ້າກອງເລຂາ ຄຂທ), ບັນດາທ່ານຮອງຫົວໜ້າກົມ, … Continue reading →
ໃນຕອນເຊົ້າຂອງວັນທີ 17 ມັງກອນ 2023 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ I ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ຄັ້ງທີ III, ໂດຍການເປັນປະທານຂອງ ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ ທັງໝົດ 60 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຕິດຕາມລາຍງານຄວາມຄືບໜ້າ ຜົນສໍາເລັດ ແລະ ສິ່ງທ້າທາຍ ຂອງການປັບປຸງຂັ້ນຕອນການອອກໃບອະນຸຍາດທຸລະກິດ … Continue reading →
ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ແລະ ພົບປະ ທ່ານ ຈຸນວອນ ລີ, ຫົວໜ້າໂຄງການ ແບ່ງປັນຍຄວາມຮູ້ເພື່ອສ້າງຄວາມເຂັ້ມແຂງດ້ານຊັບສິນທາງປັນຍາ ເພື່ອການພັດທະນາກະສິກຳ ຢູ່ ສປປ ລາວ ສົກປີ 2022-2023 (KSP with Lao PDR 2022-20223), ອະດີດຮອງລັດຖະມົນຕິ ກະຊວງກະສິກຳ, ອາຫານ ແລະ ຊົນນະບົດ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍຄະນະ, ໃນວັນທີ 15 ທັນວາ 2022 … Continue reading →
ວັນທີ 14 ທັນວາ 2022, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການເຖິງບັນດາບໍລິສັດ ແລະ ຫົວໜ່ວຍວິສາຫະກິດພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມເຊີນປະມູນສົມທຽບລາຄາກ່ຽວກັບການຕອບສະໜອງເຄື່ອງໃຊ້ຫ້ອງການ, ເຄື່ອງໄອທີ, ການສ້ອມແປງບໍາລຸງຮັກສາລະບົບແອເຢັນ-ໄຟຟ້າ ແລະ ສ້ອມແປງນ້ອຍ, ການບໍລິການສ້ອມແປງປ່ຽນຖ່າຍອາໄຫລ່ ແລະ ບໍາລຸງຮັກສາພາຫະນະ, ການບໍລິການອານາໄມຕຶກສໍານັກງານໃຫ້ກະຊວງ ອຄ ປະຈໍາປີ 2023 ຊຶ່ງມີລາຍລະອຽດດັ່ງນີ້: 2816 ຫອຄ
ໃນວັນທີ 08 ທັນວາ 2022, ເຈົ້າໜ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງ ອຄ ໄດ້ອອກແຈ້ງການ ໂຈະການເຄື່ອນໄຫວທຸລະກິດ ຕໍ່ວິສາຫະກິດທີ່ຖືກຖອນ ໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຈໍານວນ 173 ຫົວໜ່ວຍ ຕາມສະໂນດນໍາສົ່ງຈາກກົມນະໂຍບາຍເງິນຕາ ທະນາຄານແຫ່ງ ສປປ ລາວ, ສະບັບເລກທີ 1752/ກນງ, ລົງວັນທີ 20 ຕຸລາ 2022 ຊຶ່ງ ລາຍລະອຽດດັ່ງນີ້: 372 ຈທວ ແຫຼ່ງຂ່າວ: ພະແນກຄຸ້ມຄອງທະບຽນວິສາຫະກິດ, ກທຄວ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ … Continue reading →