ຂ່າວພາຍໃນ

ໂດຍ: admin ວັນທີ 30 Sep, 2022 ເວລາ 03:08 PM | ແຍກຕາມຫມວດ ຂ່າວການເຄື່ອນໄຫວ, ຂ່າວພາຍໃນ, ອື່ນໆ | % ຄຳເຫັນ 0 Comments
WhatsApp Image 2022-09-26 at 15.40.56 (2)

  ສະຖາບັນອຸດສາຫະກຳ ແລະ ການຄ້າໄດ້ລົງຝຶກອົບຮົມຫົວຂໍ້: ການຂຽນບົດຄົ້ນຄວ້າ ແລະ ຝຶກອົບຮົມທັກສະການເປັນຄູຝຶກ ລະຫວ່າງວັນທີ່ 19-20 ກັນຍາ 2022 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍລິຄຳໄຊ ໂດຍການ ເປັນເຈົ້າພາບຈັດຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ແມ່ນຄັ້ງທໍາອິດທີ່ພະແນກໄດ້ຈັດຂຶ້ນ ໂດຍການເປັນປະທານເປີດຝຶກອົບຮົມຂອງ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ  ແລະ ຕາງໜ້າສະຖາບັນເປັນປະທານຮ່ວມໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຮອງຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ. ພະນັກງານເຂົ້າຮ່ວມຝຶກອົບຮົມຄັ້ງນີ້ແມ່ນມາຈາກພະແນກອຸດສາຫະກໍາ ແລະ ການຄ້າ 3 … Continue reading

ໂດຍ: admin ວັນທີ 23 Sep, 2022 ເວລາ 10:58 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
fabaab716e4b4ea9bdb9ad12b3e55400-0001

 ໃນເດືອນກັນຍາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍການສຶກສາບົດບາດຂອງລະບົບແຈ້ງພາສີປະຕູດຽວແຫ່ງຊາດ ທີ່ມີຕໍ່ພາກທຸລະກິດ ຂອງ ສປປ ລາວ ໂດຍມີຈຸດປະສົງ ເພື່ອໃຫ້ເຂົ້າໃຈເຖິງບັນຫາຂອງປະສິດທິພາບການໃຫ້ບໍລິການ ໃນໄລຍະດໍາເນີນການຂອງລະບົບແຈ້ງພາສີປະຕູດຽວແຫ່ງຊາດ ແລະ ກົນໄກອື່ນໆ ທີ່ຕິດພັນກັບລະບົບ; ສະເໜີແນະທາງດ້ານນະໂຍບາຍ ເພື່ອຍົກລະດັບປະສິດທິພາບຂອງ ລະບົບແຈ້ງພາສີປະຕູດຽວແຫ່ງຊາດ. ສອຄ

ໂດຍ: admin ວັນທີ 13 Sep, 2022 ເວລາ 10:15 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວຕ່າງປະເທດ | % ຄຳເຫັນ 0 Comments
WhatsApp Image 2022-09-13 at 15.37.55

          ຕອນບ່າຍ ເວລາ 13: 00 ໂມງ ຂອງວັນທີ 13 ກັນຍາ 2022 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແຄັດເທີລີນ ລີ່ ວີດັລ ຮອງລັດຖະມົນຕີການຄ້າ ດ້ານຊັບສິນທາງປັນຍາ, ຫົວໜ້າສຳນັກງານສິດທິບັດ ແລະ ເຄື່ອງໝາຍການຄ້າ ສ.ອາເມລິກາ ພ້ອມດ້ວຍຄະນະມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍປະມານ 15 … Continue reading

ໂດຍ: admin ວັນທີ 8 Sep, 2022 ເວລາ 02:39 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
0714d306cf8941a19366c915f7c853bd-0001

    ໃນເດືອນສິງຫາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍສຶກສາທ່າແຮງ ແລະ ກາລະໂອກາດ ໃນການພັດທະນາອຸດສາຫະກໍາປຸງແຕ່ງຢາງພາລາລາວ ເພື່ອເຂົ້າຮ່ວມຕ່ອງໂສ້ການຜະລິດພາກພື້ນ ແລະ ສາກົນ; ຊຶ່ງບົດຄຄ ດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງທ່າແຮງທີ່ພົ້ນເດັ່ນ ຂອງຢາງພາລາລາວ ແມ່ນຂະໜາດຂອງການປູກ ແລະ ການປຸງແຕ່ງໃນອຸດສາຫະກໍາຂັ້ນຕົ້ນ ແລະ ກາງທີ່ຖືວ່າສາມາດສະໜອງຕາມການສັ່ງຊື້ຈາກຕ່າງປະເທດໃນປະລິມານ ແລະ ຄຸນນະພາບທີ່ເຊື່ອຖືໄດ້. ພ້ອມທັງຂໍ້ສະເໜີແນະທາງດ້ານນະໂຍບາຍ ຕໍ່ອຸດສາຫະກໍາປຸງແຕ່ງຢາງພາລາ ຂອງ ສປປ ລາວ. ສອຄ ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ … Continue reading

ໂດຍ: admin ວັນທີ 30 Aug, 2022 ເວລາ 01:57 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
DSC08399

       ໃນຕອນບ່າຍຂອງວັນທີ 29 ສິງຫາ 2022 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບເຮືອນຮົ່ມ ໃຫ້ແກ່ ບໍລິສັດ ອາກຣີລາວ ຈຳກັດ ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໂດຍໄດ້ກ່າວວ່າ ໂຄງການຈັດຊື້ເຮືອນຮົ່ມສະໜອງໃຫ້ຜູ້ປະກອບກິດຈະການກະສິກຳຂະໜາດນ້ອຍ ແລະ ກາງ ແມ່ນໜຶ່ງໃນໂຄງການຂອງບ້ວງຊ່ວຍເຫຼືອລ້າ ຈາກອົງການຜະລິດຕະພາບແຫ່ງອາຊີ ທີ່ຈັດສັນໃຫ້ແຕ່ລະປະເທດສະມາຊິກຈຳນວນເທົ່າກັນ ຈາກງົບປະມານພິເສດຈຳນວນ 3 ລ້ານໂດລາສະຫະລັດ. ຈຸດປະສົງແມ່ນເພື່ອຊ່ວຍປະເທດສະມາຊິກ ຮັບມືຜົນກະທົບຈາກໂຄວິດ-19 ສະເພາະບ້ວງ ສປປ … Continue reading

ໂດຍ: admin ວັນທີ 10 Aug, 2022 ເວລາ 10:59 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0137

        ໃນຕອນເຊົ້າ ວັນທີ 10 ສິງຫາ 2022 ເວລາ 08:30 ໂມງ ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີ ກອງປະຊຸມເຜີຍແຜ່ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (Regional Comprehensive Economic Partnership – RCEP) ສໍາລັບນັກທຸລະກິດຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເປັນກຽດເຂົ້າຮ່ວມມີ ເອກອັກຄະລັດຖະທູດອົດສະຕາລີ,  ຕາງໜ້າຈາກສະຖາບັນຄົ້ນຄ້ວາເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ ແລະ ແຂກຈາກພາກສ່ວນຕ່າງໆ.     ທ່ານ ລັດຖະມົນຕີ … Continue reading

ໂດຍ: admin ວັນທີ 1 Aug, 2022 ເວລາ 03:27 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
ການນໍາເຂົ້າເຄື່ອງອຸປະໂພກ-ບໍລິໂພກ ໃນສະພາບຫຍຸ້ງຍາກດ້ານເງິນຕາຕ່າງປະເທດ_ສອຄl

     ໃນເດືອນກໍລະກົດ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍການນໍາເຂົ້າເຄື່ອງອຸປະໂພກ-ບໍລິໂພກ ໃນສະພາບຫຍຸ້ງຍາກດ້ານເງິນຕາຕ່າງປະເທດ; ຊຶ່ງບົດຄຄ ດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງສາເຫດທີ່ເຄື່ອງອຸປະໂພກ-ບໍລິໂພກພາຍໃນ ບໍ່ສາມາດສະໜອງໄດ້ຢ່າງພຽງພໍ ແລະ ໃນສະພາບການທີ່ມີການປ່ຽນແປງດ້ານອັດຕາແລກປ່ຽນລະຫວ່າງເງິນກີບ ແລະ ເງິນຕາຕ່າງປະເທດແຕກໂຕນກັນຫລາຍສົມຄວນ. ສອຄ ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກຜຮ

ໂດຍ: admin ວັນທີ 1 Aug, 2022 ເວລາ 02:14 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
3ff6649b5655493aa81afd0f01d5cfd5-0001

      ເດືອນທັນວາ ປີ 2021 ແຜນພັດທະນາຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5 ປີ(2021-2025) ໄດ້ຖືກຮັບຮອງໂດຍ ທ່ານ ຄໍາເຈນ ວົງໂພສີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຊຶ່ງແຜນດັ່ງກ່າວສ້າງຂື້ນເພື່ອ ສືບຕໍ່ເສີມຂະຫຍາຍການຊຸກຍູ້ສົ່ງເສີມ, ພັດທະນາ ແລະ ຄຸ້ມຄອງວຽກງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດສົມດຸນ ສີຂຽວ ແລະ ຍືນຍົງ. ອຄ.ກອຫ ແຫລ່ງຂໍ້ມູນ: ກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ … Continue reading

ໂດຍ: admin ວັນທີ 12 Jul, 2022 ເວລາ 05:59 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2022-07-12 at 5.20.39 PM

            ໃນຕອນບ່າຍຂອງ ວັນທີ 12 ກໍລະກົດ 2022 ຢູ່ທີ່ຫ້ອງປະຊຸມທາງໄກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື, ແລກປ່ຽນຄວາມຄິດເຫັນ ແລະ ຄວາມເປັນເອກະພາບ ກ່ຽວກັບວິທີທາງແກ້ໄຂບັນຫາລາຄາສິນຄ້າ ແລະ ຄ່າບໍລິການ ບາງລາຍການສິນຄ້າທີ່ຈໍາເປັນ ທີ່ມີລາຄາເພີ່ມຂຶ້ນສູງໃນປະຈຸບັນ, ໂດຍການເປັນປະທານຂອງທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ມີບັນດາທ່ານຮອງຫົວໜ້າກົມ, ຄະນະພະແນກ ພາຍໃນກົມການຄ້າພາຍໃນ ແລະ ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ (ຜ່ານລະບົບປະຊຸມທາງໄກ). ຈຸດປະສົງຂອງກອງປະຊຸມ: 1. … Continue reading

ໂດຍ: admin ວັນທີ 11 Jul, 2022 ເວລາ 03:16 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
7225002b2e974d96aed26f89db83984e-0001

     ໃນເດືອນພຶດສະພາ 2022, ທາງສະຖາບັນອຸດສາຫະກໍາ ແລະ ການຄ້າ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ, ໄດ້ຄົ້ນຄວ້າຫຍໍ້ ດ້ານນະໂຍບາຍບັນຫາ ແລະ ສິ່ງທ້າທາຍຂອງສິນຄ້າລາວ ໃນການເຂົ້າຕະຫລາດພາຍໃນ ໃນຊ່ວງການລະບາດຂອງພະຍາດໂຄວິດ-19. ຊຶ່ງບົດຄຄ ດັ່ງກ່າວໄດ້ຊີ້ໃຫ້ເຫັນເຖິງສາເຫດທີ່ສິນຄ້າລາວສ່ວນຫລາຍບໍໍ່ສາມາດເຂົ້າຫາຕະຫລາດພາຍໃນໄດ້ ຢ່າງເຕັມທ່າແຮງທີ່ມີ ພ້ອມທັງສະເໜີນະໂຍບາຍ ແລະ ກິດຈະກໍາສົ່ງເສີມ ຄວບຄູ່ກັບການສ້າງປັດໄຈສະໜັບສະໜູນ(ໃຫ້ຂໍ້ມູນຂ່າວສານດ້ານຕະຫລາດ, ເງິນທຶນ, ການຍົກລະດັບເຕັກນິກການຜະລິດ, ຊ່ອງທາງການຈໍາໜ່າຍທີ່ຫຼາກຫຼາຍ) ເພື່ອໃຫ້ເຂົາເຈົ້າຍົກ. ສອຄ ແຫລ່ງຂ່າວ: ສະຖາບັນອຸດສາຫະກໍາ ແລະ ການຄ້າ, ກະຊວງ ອຄ ຮຽບຮຽງໂດຍ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ … Continue reading