ຂ່າວພາຍໃນ

ໂດຍ: admin ວັນທີ 22 Apr, 2021 ເວລາ 03:29 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວດ່ວນ | % ຄຳເຫັນ 0 Comments
cancel fresh sea food import

    ໃນວັນທີ 22 ເມສາ 2021, ທ່ານ ສົມຈິດ ອິນທະມິດ ຮອງລັດຖະຸມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າຄະນະສະເພາະກິດຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ອອກແຈ້ງການ ຍົກເລີກມາດຕະການໂຈະການນໍາເຂົ້າຊົ່ວຄາວ ອາຫານທະເລ(ສົດ, ແຊ່ແຂງ) ທີ່ມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຊຶ່ງໄດ້ຜ່ານການຢັ້ງຢືນດ້ານວິທະຍາສາດຈາກອົງການອະນາໄມ, ອົງການອາຫານໂລກ ເຫັນວ່າ: ອາຫານທະເລ(ສົດ, ແຊ່ແຂງ) ບໍ່ແມ່ນພາຫະນະແຜ່ເຊື້ອພະຍາດໂຄວິດ-19 ຢ່າງແທ້ຈິງ. ແຫຼ່ງຂ່າວ: ຄະນະສະເພາະກິດຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ກະຊວງ ອຄ ຮຽບຮຽງ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ 0304-ອຄ.ສພກ

ໂດຍ: admin ວັນທີ 26 Mar, 2021 ເວລາ 11:48 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2021-03-26 at 9.24.20 AM (1)

      ວັນ​ທີ 25 ມີນາ​ 2021 ຜ່ານ​ມາ, ທີ່ຫ້ອງປະຊຸມໂຮງແຮມ ທະວີສຸກ, ເມືອງວັງວຽງ​ ໄດ້​ເປີດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ການເຂົ້າໃຈດ້ານຫຼັກການ ແລະ ການນໍາໃຊ້ຂໍ້ຕົກລົງທາງການຄ້າໃນຂອບພາກພື້ນ ແລະ ສາກົນ” ຂຶ້ນຢ່າງ​ເປັນ​ທາງ​ການ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ວຽງ​ສະຫວ່າງ ທິບ​ພະ​ວົງ ຮອງຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ມີຕາງໜ້າຈາກສະຫະພາບເອີຣົບ ປະຈຳລາວ​, ຕາງໜ້າ​ໂຄງການ ICT, ນັກ​ວິທະຍາກອນ​ຈາກຄະນະ​ເສດຖະ​ສາດ ​ແລະ ບໍລິຫານ​ທຸລະ​ກິດ ຂອງ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ, ​ກົມການ​ນໍາ​ເຂົ້າ-ສົ່ງ​ອອກ, ກົມ​ຈັດຕັ້ງ​ ​ແລະ ພະນັກງານ, … Continue reading

ໂດຍ: admin ວັນທີ 15 Feb, 2021 ເວລາ 11:10 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2021-02-15 at 10.37.26 AM (1)

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບ ແລະ ຈັດກອງປະຊຸມແລກປ່ຽນບົດຮຽນກັບຄະນະອາຈານ ແລະ ນັກສຶກສາ ຈໍານວນ 58 ທ່ານ ຈາກມະຫາວິທະຍາໄລສຸພານຸວົງ ທີ່ມາທັດສະນະສຶກສາ ຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ ໃນວັນທີ 11 ກຸມພາ 2021 ຜ່ານມາ ໂດຍກອງປະຊຸມດັ່ງກ່າວ ເປັນປະທານໂດຍ ທ່ານ ສີລິສໍາພັນ ວໍຣະຈິດ, ກໍາມະການປະຈໍາພັກກະຊວງ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານ ປອ ທອງພັນ​ ຈັນຖາວອນ, ຄະນະບໍດີ​ ຄະນະເສດຖະສາດ ແລະ​ ການທ່ອງທ່ຽວ. … Continue reading

ໂດຍ: admin ວັນທີ 8 Feb, 2021 ເວລາ 02:21 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_4019.1

               ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 5 ກຸມ​ພາ 2021  ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້​ເປີດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍການປະກັນສັງຄົມ(ສະບັບປັບປຸງໃໝ່) ແລະ ມີ​ພະນັກງານ-ລັດຖະກອນອ້ອມ​ຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ ​ເຂົ້າຮ່ວມ​ຈໍານວນ 181 ທ່ານ, ຍິງ 75 ທ່ານ.           ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ … Continue reading

ໂດຍ: admin ວັນທີ 27 Jan, 2021 ເວລາ 02:18 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2021-01-27 at 10.39.54 AM

               ວັນ​ທີ 25 ມັງກອນ​ 2021 ຜ່ານ​ມາ, ທີ່ຫ້ອງປະຊຸມທາງ​ໄກ ກະຊວງອຸດສາຫະກຳ ແລະ ການຄ້າ​ ໄດ້​ເປີດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້: “ການເຂົ້າໃຈດ້ານຫຼັກການ ແລະ ການນໍາໃຊ້ຂໍ້ຕົກລົງທາງການຄ້າໃນຂອບພາກພື້ນ ແລະ ສາກົນ” ຂຶ້ນຢ່າງ​ເປັນ​ທາງ​ການ ​ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ວຽງ​ສະຫວ່າງ ທິບ​ພະ​ວົງ ຮອງຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ອຸດສາຫະກໍາ ​ແລະ ການ​ຄ້າ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ, ປະທານຮ່ວມ ທ່ານຟຼອງຊົວ ປຣະວົງວຽງຄຳ ຮັບຜິດຊອບວຽກງານການເມືອງ ຕາງໜ້າຄະນະຜູ້ແທນສະຫະພາບເອີຣົບ ປະຈຳລາວ​ ແລະ … Continue reading

ໂດຍ: admin ວັນທີ 26 Jan, 2021 ເວລາ 02:18 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_3844.1

       ຕອນ​ບ່າຍ​ຂອງ​ວັນ​ທີ 20 ມັງກອນ 2021 ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຮ່ວມ​ກັບ ສະຫະພາບ​ເອີ​ຣົບ (EU) ​ໄດ້​​ຈັດ​ກອງ​ປະຊຸ​ມໜ່ວຍງານ​ການ​ຄ້າ ລາວ-​ອີ​ຢູ ຄັ້ງ​ທີ່ 07. ກອງ​ປະຊຸມ​ຄັ້ງ​ນີ້​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມຂອງ​ ທ່ານ ພູ​ວຽງ ພົງສາ, ​ຫົວໜ້າ​ກົມ​ແຜນການ ​ແລະ ການ​ຮວ່ມມື, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ທ່ານ Peter Berz, ຫົວໜ້າ​ຂະ​ແໜງ​ການ​ຄ້າ ຂອງ ສະຫະພາບ​ເອີຣົບ ປະຈຳ​ນະຄອນຫລວງ “Brussels” ​​​ແລະ ​ໃຫ້​ກຽດ​ເຂົ້າຮ່ວມ​ໂດຍ​ທ່ານ ນາງ Ina … Continue reading

ໂດຍ: admin ວັນທີ 24 Dec, 2020 ເວລາ 11:44 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
WhatsApp Image 2020-12-23 at 4.09.46 PM

     ໃນວັນທີ 23 ທັນວາຜ່ານມາ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບຫ້າມນໍາເຂົ້າຊົ່ວຄາວ ອາຫານທະເລສົດ ແລະ ແຊ່ແຂງທຸກປະເພດ ຈາກລາຊະອານາຈັກໄທ;    ຈຸດປະສົງເພື່ອປ້ອງກັນຄວາມສ່ຽງ ວ່າພະຍາດພະຍາດໂຄວິດ-19 ອາດເຈືອປົນໃນອາຫານທະເລສົດ ແລະ ແຊ່ແຂງ ເພື່ອເປັນການສະກັດກັ້ນ, ຄວບຄຸມ ແລະ ຈໍາກັດ ການແຜ່ລະບາດຂອງພະຍາດໂຄວິດ-19 .  ແຫຼ່ງຂ່າວ: ກົມການນໍາເຂົ້າ ແລະ ສົ່ງອອກ ຮຽບຮຽງ: ນ ຖື ແຫວນວົງສົດ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ … Continue reading

ໂດຍ: admin ວັນທີ 11 Dec, 2020 ເວລາ 11:01 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_3278

    ນະຄອນຫຼວງວຽງຈັນ, ໃນຕອນບ່າຍ ວັນທີ 10 ທັນວາ 2020, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດໂຄງການສະໜັບສະໜູນ ສປປ ລາວ ໃນການເຊື່ອມໂຍງພາກພື້ນອາຊຽນ (ARISE Plus) ທີ່ໂຮງແຮມ ແລນມາກ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເປັນປະທານໂດຍ ທ່ານ ແສງພະນົມຈອນ ອິນທະສານ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ແວັງຊອງ ເວ່ຍ, ຫົວໜ້າຝ່າຍການຮ່ວມມື, ຫ້ອງການສະຫະພາບເອີຣົບປະຈໍາ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມ ໂດຍຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: admin ວັນທີ 4 Dec, 2020 ເວລາ 09:10 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
chengkanbamunn

    ໃນວັນທີ 30 ພະຈິກຜ່ານມາ, ທ່ານ ນ ບານສະຕິ ເທບພະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ເຊີນຮ່ວມປະມູນສົມທຽບລາຄາ ກ່ຽວກັບການສະໜອງ ເຄື່ອງໃຊ້ຫ້ອງການ, ເຄື່ອງໄອທີ, ການສ້ອມແປງບໍາລຸງຮັກສາລະບົບແອເຢັນ ແລະ ພາຫະນະ ໃຫ້ກະຊວງ ອຄ ປະຈໍາປີ 2021 ຈຸດປະສົງ: ເພື່ອຕອບສະໜອງອຸປະກອນເຄື່ອງຮັບໃຊ້ຫ້ອງການ, ເຄື່ອງອານາໄມສໍານັກງານ, ເຄື່ອງຮັບແຂກການນໍາ, ເຄື່ອງຄອມພິວເຕີ, ອຸປະກອນບໍາລຸງຮັກສາສໍານັກງານ, ເຄື່ອງບໍາລຸງຮັກສາພາຫະນະ, ການບໍລິການສ້ອມແປງປ່ຽນຖ່າຍອາໄລ່ ແລະ ບໍາລຸງຮັກສາພາຫະນະ ຂອງກະຊວງ ອຄ ໃຫ້ສາມາດຮັບໃຊ້ການເຄື່ີອນໄຫວວຽກງານຢ່າງເປັນປົກກະຕິ.  ແຫຼ່ງຂ່າວ: ຫ້ອງການ … Continue reading

ໂດຍ: admin ວັນທີ 13 Nov, 2020 ເວລາ 10:14 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_2702.1

        ຕອນ​ເຊົ້າເວ​ລາ 9: 00 ໂມງ ຂອງວັນທີ 12 /11 /2020 ທີ່​ຫ້ອງ​ປະ​ຊຸມ​ທາງ​ໄກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ນຍ, ເພື່ອເຜີຍແຜ່ໃຫ້ ພະນັກງານຂອງຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມດ້ວຍພາກທຸລະກິດ ໃນຂອບເຂດທົ່ວປະເທດ ໃຫ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ເນື້ອໃນຂອງ ດຳລັດດັ່ງກ່າວກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນ ໃນວັນທີ 12-13 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມ ກະຊວງອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ … Continue reading