ຂ່າວພາຍໃນ

ໂດຍ: Chansouk Inthavong ວັນທີ 16 Oct, 2024 ເວລາ 04:00 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
01

ໃນຕອນບ່າຍ ຂອງວັນທີ 15 ຕຸລາ 2024 ທີ່ຫ້ອງປະຊຸມໃຫ່ຍຊັ້ນ I  ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີປະກາດການຈັດຕັ້ງ ແລະ ສັບຊ້ອນຂື້ນ ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຫົວຫນ້າ ຮອງຫົວຫນ້າຫ້ອງການ, ບັນດາກົມ, ສຳນັກງານ ແລະ ສະຖານບັນອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພະນັກງານຫລັກແຫຼ່ງເຂົ້າຮ່ວມ, ໃນພິທີດັ່ງກ່າວນີ້ ທ່ານ ນ. ກິ່ງສະດອນ ເພັດດາວເຮືອງ ຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂື້ນຜ່ານມະຕິ ແລະ … Continue reading

ໂດຍ: Chansouk Inthavong ວັນທີ 10 Oct, 2024 ເວລາ 11:37 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
01

ໃນວັນທີ 09 ຕຸລາ 2024 ນີ້, ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີມອບ-ຮັບ ລະບົບການລົງທະບຽນການຄ້າທາງເອເລັກໂຕຣນິກ ອອນລາຍ(E-Trust Register Online) ລະຫວ່າງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ທ່ານ ຈັນທະວົງ ພະມີສິດ ປະທານບໍລິສັດອີທຣາດ ຈໍາກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ພູວົງ ພະມີສິດ ປະທານບໍລິສັດ ພູວົງກຼຸບ, … Continue reading

ໂດຍ: ໄພວັນ ວັນທີ 6 Oct, 2024 ເວລາ 12:36 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
2

ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ຮ່ວມກັບ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າ ໃນລະບົບແພລັດຟອມການຄ້າເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາລາວ ໃນຕອນບ່າຍ ຂອງວັນທີ 04 ຕຸລາ 2024 ທີ່ ຫ້ອງດໍາເນີນງານໂຄງການຊ່ວຍເຫລືອກໍ່ສ້າງລະບົບລການຄ້າຜ່ານທາງເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກໍາລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ເຊິ່ງຮ່ວມລົງນາມ ໂດຍ ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ແລະ ທ່ານ  ສີສະຫວັນ ມ່າຢົງເຊິນ ປະທານ ບໍລິສັດ ຮຸງອາລຸນ ໂລຈິສຕິກ ຈໍາກັດ; … Continue reading

ໂດຍ: ໄພວັນ ວັນທີ 8 Sep, 2024 ເວລາ 05:27 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
1

ຄະນະປ້ອງກັນພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຝຶກອົບຮົມຫັດແອບ ວຽກງານປ້ອງກັນຄວາມສະຫງົບ ຂັ້ນພື້ນຖານ ໃຫ້ຄະນະປ້ອງກັນພາຍໃນ ກະຊວງ ອຄ ຄັ້ງທີ 2 ໃນວັນທີ 5 ກັນຍາ 2024  ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງ ອຄ ໂດຍເປັນປະທານ ຂອງ ທ່ານ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ອຄ, ມີຄະນະປ້ອງກັນພາຍໃນ, ບັນດາກົມ, ບັນດາພະແນກອ້ອມຂ້າງ, ລັດວິສາຫະກິດ, ສຄອຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 70 ທ່ານ. ທ່ານ … Continue reading

ໂດຍ: admin ວັນທີ 15 Aug, 2024 ເວລາ 12:40 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0264

ກໍາມະບານຮາກຖານ ກົມມາດຕະຖານ ແລະ ວັດແທກ (ກມວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ  III ຂຶ້ນ ໃນຕອນບ່າຍ ຂອງວັນທີ 13 ສິງຫາ 2024, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານຮ່ວມ ຂອງສະຫາຍ ເກີທາວ ເຈີ່ເຈັງ, ຮອງປະທານ ຄະນະບໍລິຫານງານສະຫະພັນກໍາມະບານ, ປະທານກວດກາຄະນະບໍລິຫານງານສະຫະພັນກໍາມະບານກໍາມະບານ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະຫາຍ ສະຫາຍ ວຽງທອງ ວົງທະວິໄລ, ກໍາມະການພັກກະຊວງ, ເລຂາໝ່ວຍພັກ, ຫົວໜ້າກົມມາດຕະຖານ … Continue reading

ໂດຍ: admin ວັນທີ 14 Aug, 2024 ເວລາ 03:42 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0202

                ນາງ ແສງທິບ ພິມພາວົງ ຮອງເລຂາໜ່ວຍຊາວໜຸ່ມຊຸດເກົ່າ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ III.   ໃນຕອນເຊົ້າຂອງວັນທີ 13 ສິງຫາ  2024 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ສະຫາຍ ປອ ບຸນເພັງ ສີບຸນເຮືອງ  ຄະນະບໍລິຫານງານຊາວໜູ່ມປະຊາຊົນປະຕິວັດລາວ ເລຂາ ຊາວໜູ່ມກະຊວງອຸດສາຫະກໍາ ແລະ … Continue reading

ໂດຍ: admin ວັນທີ 8 Aug, 2024 ເວລາ 08:07 PM | ແຍກຕາມຫມວດ ຂ່າວພາຍໃນ, ຂ່າວ | % ຄຳເຫັນ 0 Comments
7E1D7E9A-2033-423A-81C4-C82C590FA9F3_1_201_a

                  ສະຖາບັນອຸດສາຫະກຳ ແລະ ການຄ້າໂດຍ ຮ່ວມກັບມູນນິທິເອເຊຍ ຈັດກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳໂຄງການ‘‘ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມການ ອໍານວຍຄວາມສະດວກຂັ້ນແຂວງຕໍ່ກັບການຄ້າ ແລະ ການລົງທຶນ 2024’’  ໃນວັນທີ 06 ສິງຫາ 2024, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ. ໂດຍອີງຕາມ ແຜນການຈັດຕັ້ງປະຕິບັດໂຄງການແມ່ນມີ 3 ກິດຈະກໍາຄື: 1) ການສໍາຫຼວດຫົວໜ່ວຍທຸລະກິດ ແລະ ການສໍາຫຼວດພາກລັດ (ເຊິ່ງພວກເຮົາຈະໄດ້ຮັບຟັງການລາຍງານໃນໄລຍະຕໍ່ໄປ), 2) ການຂຽນບົດລາຍງານຈາກຜົນການສໍາຫຼວດ ແລະ ການເຜີຍແຜ່ຜົນຂອງບົດສຶກສາ ແລະ 3) … Continue reading

ໂດຍ: admin ວັນທີ 6 Aug, 2024 ເວລາ 10:17 AM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0055

         ວັນທີ 05 ສິງຫາ 2024, ທີ່ ລາວພຣາຊາ, ນະຄອນຫຼວງວຽງຈັນ, ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ຈັດພິທີ ເປີດໂຕນໍາໃຊ້ລະບົບແຫຼ່ງຂໍ້ມູນຊັບສິນທາງປັນຍາ (IP Portal), ໃຫ້ການສະໜູບສະໜູນໂດຍ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ແລະ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ທຸລະກິດລາວ (LBE), ໂດຍການເປັນປະທານຂອງ ທ່ານ ໄຊບັນດິດ ໄຊຍະວົງຄໍາດີ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ນ. Elizabeth Chambers, ຮັກສາການຫົວໜ້າອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ປະຈໍາ … Continue reading

ໂດຍ: admin ວັນທີ 29 Jul, 2024 ເວລາ 03:03 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0270

       ສະຖາບັນອຸດສາຫະກໍາ ແລະ ການຄ້າ  ໄດ້ຮັບການສະໜັບສະໜູນ ຈາກໂຄງການ RT4D ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ແລະ RCEP ເພື່ອຈັດຕັ້ງປະຕິບັດໂຄງການ ຫົວຂໍ້: ຄວາມສະເໝີພາບລະຫວ່າງຍິງຊາຍຕໍ່ວຽກງານການພັດທະນາການຄ້າເອເລັກໂຕນິກພາຍຫຼັງການລະບາດຂອງພະຍາດໂຄວິດ-19 ກໍລະນີສຶກສາຂອງ ສປປ ລາວ ຂຶ້ນໃນວັນທີ 26 ກໍລະກົດ 2024 ທີ່ອາພັດເມັ້ນ  S.N.Residences ເປັນປະທານຂອງທ່ານ ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າສະຖາບັນ ອຸດສາຫະກໍາ ແລະ ການຄ້າ , ທ່ານ ນາງ ສີອານົງ ພົມກອງ ຜູ້ອໍານວຍການໂຄງການ RT4D ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ, ມູນຄ່າການຈັດຕັ້ງປະຕິບັດໂຄງການເພື່ອຈັດຕັ້ງປະຕິບັດໂຄງການ … Continue reading

ໂດຍ: admin ວັນທີ 23 Jul, 2024 ເວລາ 02:02 PM | ແຍກຕາມຫມວດ ຂ່າວພາຍໃນ | % ຄຳເຫັນ 0 Comments
IMG_0343

       ໃນວັນທີ 23 ກໍລະກົດ 2024, ທີ່ ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ, ມີກອງປະຊຸມສໍາມະນາ ໃຫ້ຄໍາປຶກສາ ກ່ຽວກັບການຄຸ້ມຄອງລິຂະສິດແບບລວມໝູ່, ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊສົມເພັດ ນໍລະສິງ, ຫົວໜ້າກົມຊັບສິນທາງປັນຍາ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ. ມິຢູກີ ໂມໂລອີ( Ms. Miyuki Monroig), ເຈົ້າໜ້າທີ່ໂຄງການ, ພະແນກລິຂະສິດແບບລວມໝູ່, ອົງການຊັບສິນທາງປັນຍາໂລກ (WIPO).     ໃນກອງປະຊຸມຄັ້ງນີ້ ມີທ່ານ ໄຊບັນດິດ ໄຊຍະວົງຄໍາດີ, … Continue reading