ໃນວັນທີ 28 ສິງຫາ 2020 ຜ່ານມາ, ຢູ່ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມທາງໄກ ເຜີຍແຜ່ຜົນການຄົ້ນຄວ້າໂຄງການຮ່ວມມືລະດັບພາກພື້ນ ໃນຫົວຂໍ້: “ການຄ້າສິນຄ້າກະສິກໍາ ລະຫວ່າງ ສປ ຈີນ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ: ການວິເຄາະຕ່ອງໂສ້ມູນຄ່າ (Agricultural Trade between China and the GMS Countries: Value Chain Analysis) ໂດຍຮັບການສະໜັບສະໜູນຈາກສະຖາບັນແຫ່ງການພັດທະນາ ຂອງປະເທດກຳປູເຈຍ (CDRI) ພາຍໃຕ້ກອງທຶນເເມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ. ສໍາລັບຕາງໜ້າຄະນະຄົ້ນຄວ້າຂອງ … Continue reading →
ໃນວັນທີ 01 ກັນຍາຜ່ານມາ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບການສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; ຈຸດປະສົງເພື່ອປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ຄໍາແນະນໍາ ຂອງຄະນະສະເພາະກິດຂັ້ນສູນກາງ ວາງອອກໃນແຕ່ລະໄລຍະ ໃນການດໍາເນີນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດຂອງພະຍາດໂຄວິດ 19. ແຫຼ່ງຂ່າວ: ກົມອຸດສາຫະກໍາ ແລະ ຫັດຖະກໍາ ຮຽບຮຽງ: ນ ຖື ແຫວນວົງສົດ ສູນສະຖິຕິ … Continue reading →
ໃນວັນທີ 13 ສິງຫາ 2020 ຜ່ານມາ, ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ແຈ້ງການ ກ່ຽວກັບການເກັບກໍາຂໍ້ມູນຄວາມຕ້ອງການແຮງງານ/ຕໍາແໜ່ງງານຫວ່າງ ຂອງຫົວໜ່ວຍທຸລະກິດພາຍໃນ ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ; ຈຸດປະສົງເພື່ອເກັບກຳຂໍ້ມູນຄວາມຕ້ອງການແຮງງານ/ຕໍາແໜ່ງງານຫວ່າງ ຂອງຫົວໜ່ວຍທຸລະກິດ ຫຼື ໂຮງງານ ເພື່ອສົ່ງໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸກຍູ້ ອໍານວຍຄວາມສະດວກໃຫ້ຜູ້ຫວ່າງງານໄດ້ເຂົ້າເຖິງ ແລະ ຮັບຮູ້ຂໍ້ມູນຂ່າວສານຕະຫຼາດແຮງງານລາວດ້ວຍຫຼາຍຮູບແບບ. ແຫຼ່ງຂ່າວ: ກົມອຸດສາຫະກໍາ … Continue reading →
ໃນວັນທີ 24 ກໍລະກົດ 2020 ຜ່ານມາ, ທ່ານ ວາລະໄຊ ເລັ່ງສະຫວັດ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ແຈ້ງ ໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ໄດ້ຮັບໃບອະນຸຍາດດໍາເນີນທຸລະກິດການຄ້າຂາຍຍົກ ແລະ ຂາຍຍ່ອຍຈາກກົມການຄ້າພາຍໃນ ນັບແຕ່ວັນທີ 5/03/2019-30/10/2019 ເຂົ້າມາພົບ ແລະ ອະທິບາຍເຫດຜົນຕໍ່ເຈົ້າໜ້າທີ່ກົມການຄ້າພາຍໃນ ບໍ່ໃຫ້ກາຍວັນທີ 30 ກັນຍາ 2020 ; ຖ້າວິສາຫະກິດໃດຫາກບໍ່ເຂົ້າມາພົບ ຫຼື ບໍ່ມີເຫດຜົນພຽງພໍ ເຈົ້າໜ້າທີ່ກົມການຄ້າພາຍໃນ ຈະໄດ້ປະຕິບັດມາດຕະການແຈ້ງໂຈະ, ລົບລ້າງໃບອະນຸຍາດ ຕາມກົດໝາຍ ແລະ ລະບຽບການ. … Continue reading →
ໃນວັນທີ 17 ກໍລະກົດ 2020 ຜ່ານມາ, ທ່ານ ນ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຄໍາແນະນໍາ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ; ຈຸດປະສົງເພື່ອຮັບປະກັນໃຫ້ການຄຸ້ມຄອງ ການດໍາເນີນກິດຈະການໂຮງງານປຸງແຕ່ງ ສິ່ງເສດເຫຼືອຢາງປລາສະຕິກ ໃຫ້ໄດ້ຕາມເງື່ອນໄຂ ແລະ ມາດຕະຖານເຕັກນິກໂຮງງານ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສຸຂະພາບ ຂອງຜູ້ອອກແຮງງານຢູ່ໃນໂຮງງານ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ປະກອບສ່ວນແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ. … Continue reading →
ຕອນບ່າຍ ເວລາ 2: 00 ໂມງ ຂອງວັນທີ 30 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືແຜນໂຄງການຮ່ວມມືພາຍໃຕ້ແຜນແມ່ບົດພັດທະນາແລວທາງເສດຖະກິດ ລາວ-ຈີນ ໂດຍການເປັນປະທານ ຂອງ ທ່ານ ພູວຽງ ພົງສາ ຫົວໜ້າກົມແຜນການ ແລະ ການການຮ່ວມມື ໃນນີ້ມີຜູ້ເຂົ້າຮ່ວມຮອງຫົວໜ້າຫ້ອງການ ຮອງຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ແລະ ມີຫົວໜ້າພະແນກ ຮອງຫົວໜ້າພະແນກ ວິຊາການຕາງໜ້າຈາກ ຕົວແທນຂອງແຕ່ລະກົມຈໍານວນໜຶ່ງ ອ້ອມຂ້າງກະຊວງອຸດສາຫະກຳ ແລະ ການຄ້າ ມີຜູ້ເຂົ້າປະມານ … Continue reading →
ວັນທີ 22 ມິຖຸນາ 2020 ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຜົ້ງສາລີ ໄດ້ເປີດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ທີ່ພະແນກອຸດສາຫະກໍາ ແລະ ການຄ້າແຂວງຜົ້ງສາລີ (ພອຄ.ຜລ) ໃຫ້ກຽດເປັນປະທານໂດຍ ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ມີ ທ່ານ ບຸນລົມ ຫົງຄຳ ຮອງຫົວໜ້າພະແນກ, ບັນດາຫົວໜ້າ- ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ … Continue reading →
ບົດຄົ້ນຄວ້າ “ໂອກາດທຸລະກິດພາຍໃນຂອງລາວໃນການສະຫນອງສິນຄ້າ ໃຫ້ຮ້ານສະດວກຊື້ທັນສະໄຫມຊ່ວງໄລຍະການແຜ່ລະບາດພະຍາດໂຄວິດ-19(Covid-19)ຢູ່ນະຄອນຫຼວງວຽງຈັນ” ມິຖຸນາ 2020 ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ (ສສອຄ) 0205-ສສອຄ. ອຄ
ບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍ ໂດຍ ປອ ນ. ທານຕະວັນ ມະໂນລົມ ພະແນກຄົ້ນຄວ້ານະໂຍບາຍອຸດສາຫະກໍາ ແລະ ຫັດຖະກໍາ ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ (ສສອຄ) 0205-ສສອຄ. ອຄ
ຕອນບ່າຍເວລາ 13: 30 ໂມງ ຂອງວັນທີ 2 ມິຖຸນາ 2020 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດ ກອງປະຊຸມປຶກສາຫາລືໃນການຈັດຕັ້ງປະຕິບັດຜັນຂະຫຍາຍ ດຳລັດສະບັບເລກທີ 414/ລບ, ລົງວັນທີ 10 ທັນວາ 2019 ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດແຂວງໄຊສົມບູນ ໂດຍການເປັນປະທານ ຂອງ ທ່ານ ສິລິສຳພັນ ວໍຣະຈິດ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ແລະ ມີຕາງໜ້າຈາກ ຫ້ອງການ, ບັນດາຫົວໜ້າກົມ- ຮອງກົມ, ຮອງຫົວໜ້າສະຖາບັນ ແລະ ວິຊາການຈໍານວນໜຶ່ງ ອ້ອມຂ້າງກະຊວງອຸດສາຫະກຳ … Continue reading →